ເຣື້ອງທີ່ເກັບບັນທຶກໄວ້
2024-07-11
ແຂວງຜົ້ງສາລີ ເປັນແຂວງໜຶ່ງ ທີ່ມີຊາຍແດນຕິດກັບ 2 ປະເທດ ຄືຈີນ ແລະຫວຽດນາມ ແລະບາງເຂດ ເສັ້ນທາງໄປບໍ່ຮອດ, ປະຊາຊົນ ຍັງບໍ່ມີອາຊີບໝັ້ນຄົງ ຈຶ່ງເຮັດໃຫ້ ປະຊາຊົນຈໍານວນໜຶ່ງ ລັກປູກຝິ່ນ ໃນເຂດຊາຍແດນຫ່າງໄກ ສອກຫລີກ ເຮັດລັດຖະບານລາວ ຮ່ວມມືກັບ ຈີນເພື່ອສ້າງກົນໄກ ໃນການສະກັດກັ້ນ.
2024-07-09
ທະຫານຊາຍແດນ ແຂວງບໍ່ແກ້ວ ແລະຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງເມິງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ 694 ມັດ, ມີ 1,388,000 ເມັດ, ໜັກ 138.8 ກິໂລ ແຕ່ບໍ່ສາມາດ ຈັບຜູ້ຕ້ອງຫາໄດ້.
2024-07-08
ນັກໂທດ ຄະດີຢາເສບຕິດ ສັນຊາດວຽດນາມໜຶ່ງຄົນ ແລະ ສັນຊາດລາວໜຶ່ງຄົນ ຖືກສານປະຊາຊົນ ແຂວງອຸດົມໄຊ ຕັດສິນປະຫານຊີວິດ ໃນມື້ວັນທີ 28 ມິຖຸນາທີ່ຜ່ານມາ ໃນຄວາມຜິດຖານຄ້າຂາຍຢາເສບຕິດ ປະເພດຢາບ້າ 93 ມັດ, 186,000 ເມັດ, ນໍ້າໜັກ 22 ກິໂລ.
2024-07-02
ໃນປີ 2023 ທີ່ຜ່ານມາ, ການລະດົມໃຫ້ຊາວລາວບັນດາເຜົ່າ ບໍລິຈາກເລືອດ ບໍ່ໄດ້ຕາມຄາດໝາຍ, ເຊິ່ງຜູ້ບໍລິຈາກເລືອດ ສ່ວນໃຫຍ່ ຍັງເປັນກຸ່ມຍາດພີ່ນ້ອງ ບໍລິຈາກຊ່ອຍກັນເອງ ຂະນະທີ່ປີ 2024 ນີ້ ອົງການກາແດງ ແຫ່ງຊາດລາວ ກໍວາງຄາດໝາຍວ່າ ຈະຮັບບໍລິຈາກເລືອດ ໃຫ້ໄດ້ 73,000 ຖົງ ໃນທົ່ວປະເທດ ຕາມທີ່ອົງການອະນາໄມໂລກ ກຳນົດໄວ້.
2024-06-27
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ກ່າວໃນວັນທີ 26 ມິຖຸນາ ວ່າ ຢາເສບຕິດ ໄດ້ແຜ່ລະບາດ ຢ່າງຕໍ່ເນື່ອງໃນລາວ ທັງຢູ່ໂຕເມືອງ ແລະ ຊົນນະບົດ ຊຶ່ງກໍ່ໃຫ້ເກີດຄວາມຮຸນແຮງ, ອາດສະຍາກໍາ, ຄວາມບໍ່ໝັ້ນຄົງທາງສັງຄົມ ແລະ ເປັນໄພຮ້າຍແຮງຕໍ່ເຍົາວະຊົນ ທີ່ເປັນອະນາຄົດຂອງຊາດ.
2024-06-26
ເຈົ້າໜ້າທີ່ຕຳຫຼວດ ສາມາດຍຶດຢາບ້າ ຈຳນວນ 5,800,000 ເມັດ ແລະ ເຮໂຣອິນ ອີກ 225 ກິໂລກະລ້າມ ພາຍຫຼັງທີ່ຜູ້ຂົນຢາບ້າໄດ້ຍິງຕໍ່ສູ້ ກັບເຈົ້າໜ້າທີ່ ເຊິ່ງຄາດວ່າ ການລໍາລຽງຢາບ້າໃນຄັ້ງນີ້ ມາຈາກ ປະເທດມຽນມາ ຫຼື ຈີນ ເພາະມີຊາຍແດນ ຕິດຈອດກັບປະເທດມຽນມາ ແລະ ປະເທດຈີນ.
2024-06-20
ເຫດການປາຕາຍ ຢູ່ເມືອງຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປກວດກາຜົນກະທົບ ໂດຍລະບຸວ່າ ປະຈຸບັນຊາວບ້ານໃນພື້ນທີ່ ສາມາດສືບຕໍ່ດຳເນີນການປູກຝັງ, ລ້ຽງສັດໄດ້ ຕາມປົກກະຕິແລ້ວ ແຕ່ຍັງຫ້າມຫາປາ ແລະສັດນໍ້າ ຊະນິດອື່ນໆ, ສ່ວນຊາວບ້ານ ຍັງມີຄວາມກັງວົນ ເລື່ອງສານເຄມີຕົກຄ້າງໃນດິນຢູ່.
2024-06-18
ລັດຖະບານໄດ້ຖະແຫຼງ ຕໍ່ສະພາແຫ່ງຊາດ ວ່າ ທາງການລາວ ໄດ້ປະກາດໃຫ້ 2,797 ບ້ານ ເປັນບ້ານປອດຢາເສບຕິດແລ້ວ, ແຕ່ກໍ່ຍັງມີຂໍ້ຄົງຄ້າງຫຼາຍຢ່າງ ທີ່ຍັງເຮັດໃຫ້ການປະກາດ ບ້ານປອດຢາເສບຕິດ ບໍ່ສາມາດເຮັດໄດ້ ຢ່າງທົ່ວເຖິງ ຂະນະທີ່ ການຈັບຜູ້ຄ້າ-ຂາຍຢາເສບຕິດ ຍັງມີໃຫ້ເຫັນຢ່າງຕໍ່ເນື່ອງ.
2024-06-18
ຊາວບ້ານບໍ່ເຕນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຈໍານວນ 380 ຄອບຄົວທີ່ຫຼີກທາງໃຫ້ ໂຄງການກໍ່ສ້າງ ເຂດເສດຖະກິດ ພິເສດບໍ່ເຕນແດນງາມ ຍັງຕ້ອງການຄວາມຊ່ວຍເຫຼືອ ທາງດ້ານລະບົບນໍ້າປະປາ ແລະ ອື່ນໆ ພາຍຫຼັງທີ່ຖືກຍົກຍ້າຍ ອອກຈາກພື້ນທີ່.
2024-06-17
ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ເດືອນຕົ້ນປີ 2024 ນີ້, ທາງການລາວ ສາມາດຈັບຜູ້ຕ້ອງຫາ ຄະດີຢາເສບຕິດໄດ້ 1,680 ກໍລະນີ, ສ່ວນການນຳຜູ້ຕ້ອງຫາ ຄະດີຢາເສບຕິດ ເຂົ້າບຳບັດນັ້ນ ມີຫຼາຍກວ່າ 10,000 ຄົນ ຂະນະທີ່ການຂົ່ນສົ່ງ, ຊື້-ຂາຍ ແລະເສບຢາເສບຕິດ ຍັງບໍ່ສາມາດເຮັດໃຫ້ເບົາບາງລົງໄດ້.
2024-06-11
ໄຂ້ຍຸງລາຍຢູ່ລາວ ລະບາດຫລາຍ ແລະເພີ່ມຂຶ້ນນໍາເລື້ອຍໆ ຍ້ອນເປັນໄລຍະເຂົ້າສູ່ລະດູຝົນ ໂດຍທົ່ວປະເທດ ເປັນໄຂ້ເລືອດອອກ ສະສົມແລ້ວ 3,803 ຄົນ ແລະມີຜູ້ເສຍຊີວິດ 3 ຄົນ, ສ່ວນແຂວງເຊກອງ, ນະຄອນຫລວງວຽງຈັນ ແລະແຂວງຫລວງນໍ້າທາ ທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ ຕາມລຳດັບ.
2024-06-10
ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ແບ່ງໂກຕ້າຊັບຊ້ອນແພດແລະໝໍ ອາສາສະໝັກ ເຂົ້າເປັນພະນັກງານ-ລັດຖະກອນ ຫຼຸດລົງເລື້ອຍໆ ເຮັດໃຫ້ ແພດອາສາສະໝັກ ໃນຫຼາຍເມືອງ ແລະຫຼາຍແຂວງ ຢູ່ປະເທດລາວ ທະຍອຍລາອອກ ຍ້ອນບໍ່ໄດ້ຮັບເງິນເດືອນ ບັນຫາເສດຖະກິດ.
2024-06-07
ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ກວດຄົ້ນຮ້ານບັນເທີງສະຫວັນ ລາຕີ ຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິ ຫານ ແລະໄດ້ກັກໂຕກຸ່ມມົ້ວສຸມຢາເສບຕິດ ໃນຮ້ານດັ່ງກ່າວ ໄດ້ 55 ຄົນ.
2024-06-07
ຂໍ້ຂັດແຍ່ງລະຫວ່າງ ຊາວບ້ານສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ກັບ ໂຮງງານຊີມັງ ຂອງບໍລິສັດ ຫົງຄໍາ ຄອນກຣີດ ຍັງບໍ່ທັນໄດ້ຮັບການແກ້ໄຂ ເຖິງວ່າ ທີ່ຜ່ານມາ ຈະມີບົດບັນທຶກກັບທາງການວ່າ ໂຮງງານຊີມັງ ຈະຕ້ອງຍົກຍ້າຍຈຸດເຄື່ອງຈັກໃຫ້ຫ່າງຈາກຊຸມຊົນ ເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ຊຸມຊົນກໍຕາມ.
2024-06-04
ອັດຕາເງິນເຟີ້ ໃນເດືອນພຶດສະພາຍັງສືບຕໍ່ເໜັງຕິງ ເພີ່ມສູງຂຶ້ນຢູ່ທີ່ລະດັບ 25.8% ໃນນີ້ສິນຄ້າໝວດສຸຂະພາບ ແລະຢາເພີ່ມຂຶ້ນຫຼາຍກ່ວາໝູ່ເຖີງ 38% ອີງຕາມການລາຍງານ ຂອງສູນສິຖິຕິແຫ່ງຊາດ, ຕໍ່ສະພາບດັ່ງກ່າວຜູ້ປະກອບການ ກ່ຽວກັບຂາຍຢາ, ອາຫານເສີມ ແລະ ອຸປະກອນການແພດ ທັງຂາຍຍົກ ແລະ ຂາຍຫຍ່ອຍຈຳເປັນ ຕ້ອງໄດ້ປັບຂຶ້ນລາຄາສິນຄ້າ.