ຢາເສບຕິດ ຍັງຄົງແຜ່ລະບາດຫຼາຍ ຢູ່ລາວ
2024.06.27

ຢາເສບຕິດ ແລະ ສານເສບຕິດປະເພດຕ່າງໆ ຍັງຄົງແຜ່ລະບາດໃນປະເທດລາວ ໂດຍບໍ່ມີທ່າອຽງຫຼຸດລົງ.
ໃນວັນສາກົນຕ້ານຢາເສບຕິດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວໃນວັນທີ 26 ມິຖຸນາ ວ່າ ຢາເສບຕິດ ໄດ້ແຜ່ລະບາດ ຢ່າງຕໍ່ເນື່ອງໃນລາວ ທັງຢູ່ໂຕເມືອງ ແລະ ຊົນນະບົດ ຊຶ່ງກໍ່ໃຫ້ເກີດຄວາມຮຸນແຮງ, ອາດສະຍາກໍາ, ຄວາມບໍ່ໝັ້ນຄົງທາງສັງຄົມ ແລະ ເປັນໄພຮ້າຍແຮງຕໍ່ເຍົາວະຊົນ ທີ່ເປັນອະນາຄົດຂອງຊາດ.
ຢາເສບຕິດບໍ່ຫຼຸດລົງ ເຖິງວ່າ ເຈົ້າໜ້າທີ່ຈະສະກັດກັ້ນ ກໍຕາມ, ແຕ່ ເຈົ້າໜ້າທີ່ກໍຍັງມີການຈັບ ແລະ ຍຶດໄດ້ຢ່າງຕໍ່ເນື່ອງ. ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມິຖຸນາ ວ່າ:
“ຄັນວ່າ ມັນຫຼຸດມັນກະບໍ່ໄດ້ຫຼຸດ ເພາະວ່າ ສ່ວນຫຼາຍໂຕທີ່ເຈົ້າໜ້າທີ່ພວກເຮົາສາມາດຍຶດ ຫຼືວ່າ ມ້າງໄດ້ນີ້ ກໍຂອງກາງກໍຊິມີຈໍານວນຫຼາຍຫັ້ນນ່າ ແຕ່ວ່າ ສ່ວນຫຼາຍກະບໍ່ໄດ້...ຈະເອົາໂຕຫລົບໜີກ່ອນ ເພາະວ່າ ຂະເຈົ້າ ເຈົ້າໜ້າທີ່ເຮົາສະກັດແລ້ວກໍ ຂະເຈົ້າບໍ່ຢຸດຢູ່ກັບທີ່ ສົມມຸດວ່າ ຫັ້ນນ່າເນາະ ຂະເຈົ້າຈະເອົາໂຕ ພະຍາຍາມຊິເອົາໂຕ ເອົາພາຮະນະນີ້ ຫລົບໜີກ່ອນ ສຸດຄວາມສາມາດຂອງຂະເຈົ້າ ແລ້ວເຂົາເຈົ້າຈຶ່ງຈະຖິ້ມເຄື່ອງຂອງກາງພາຫະນະນີ້ແຫຼະ ແລ້ວເອົາໂຕຫລົບໜີ.”
ເຖິງວ່າ ຈະມີການຈັບ ແລະ ຍຶດຢາເສບຕິດຢູ່ແຂວງບໍ່ແກ້ວໄດ້ຫຼາຍປານໃດກໍຕາມ, ເຈົ້າໜ້າທີ່ທ່ານນີ້ ກໍກ່າວອ້າງວ່າ ບໍ່ມີການຜະລິດຢູ່ແຂວງບໍ່ແກ້ວ ແຕ່ຢາເສບຕິດຈະມີການນໍາເຂົ້າມາ ຜ່ານແຂວງບໍ່ແກ້ວ ແທນ. ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:
“ແມ່ນໆ ຫຼາຍກວ່າໝູ່ກໍແມ່ນ ຢາບ້ານີ້ແຫຼະ ກໍໜ້າຈະແມ່ນເນາະ ຢູ່ເມືອງເຮົາໂດຍສະເພາະຢູ່ແຂວງບໍ່ແກ້ວນີ້ ມັນກໍບໍ່ມີດອກ ທາງເທິງ ທາງແຂວງ ທາງກອງບັນຊາການ ເພິ່ນກໍຢັ້ງຢືນວ່າ ບໍ່ມີ ສະເພາະຢູ່ແຂວງບໍ່ແກ້ວ ທີ່ວ່າ ອັນຈຸດຜະລິດຢາເສບຕິດທີ່ວ່າ ບໍ່ມີເນາະ ສ່ວນຫຼາຍຈະເປັນແມ່ນຂອງນໍາເຂົ້າ ເຂົ້າມານໍາກຸ່ມຄົນທີ່ວ່າ ຂະເຈົ້າເຂົ້າມາ ນໍາເຂົ້າຄື ສ່ວນຫຼາຍຈະເປັນຢາບ້າເນາະ.”
ແຕ່ປີ 2021-2023 ເຈົ້າໜ້າທີ່ ໄດ້ຈັບຜູ້ຕ້ອງຫາກ່ຽວຂ້ອງກັບຢາເສບຕິດ ໄດ້ເກືອບ 16,000 ຄົນ ມີຄົນຕ່າງປະເທດປະມານ 300 ຄົນ, ຍຶດຢາບ້ານໄດ້ 30 ປາຍຕັນ ແລະ ຍຶດສານເຄມີີຕົ້ນປະເພດຕ່າງໆໄດ້ 260 ຕັນ, ນອກຈາກນີ້ ເຈົ້າໜ້າທີ່ຍັງສາມາດແກ້ໄຂຄະດີຢາເສບຕິດໄດ້ 10,000 ປາຍ ຄະດີ ອີງຕາມ ພົນເອກ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານ ໃນວັນທີ 3 ພະຈິກ 2023.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 10 ມິຖຸນາ ວ່າ: ໄລຍະ 5 ເດືອນຕົ້ນປີ 2024 ທາງການລາວ ສາມາດແກ້ໄຂຄະດີໄດ້ 1,680 ຄະດີ ແລະ ສາມາດຈັບໂຕຜູ້ກ່ຽວຂ້ອງກັບຢາເສບຕິດໄດ້ 2,616 ຄົນ ໃນນີ້ ເປັນຄົນຕ່າງປະເທດ 96 ຄົນ.
ປັດຈຸບັນ ຢູ່ປະເທດລາວ ມີຢາເສບຕິດຊິນິດໃໝ່ເຂົ້າມາ ແລະ ກໍາລັງລະບາດຢູ່ໃນກຸ່ມໄວລຸ້ນ. ຄົນທີ່ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ມິຖຸນາ ວ່າ:
“ອໍ! ສາມຫລ່ຽມທອງຄໍາ ເຮົາສາມາດຂ້າມປະເທດໄດ້ ສ່ວນຫຼາຍມັນລະບາດຢູ່ໃນລາວ ສ່ວນຫຼາຍມັນແບບວ່າ ຂອງປອມ ແມ່ນ ຂອງປອມເຮົາຮູ້ແຕ່ລາຄາ ແຕ່ບໍ່ຮູ້ວ່າ ຂະເຈົ້າຂາຍແພງ ຄືຂາຍຖືກນ່າ ຂອງປອມອາດຈະຂາຍຖືກສ່ວນຫຼາຍໄວລຸນນະຍົມ ມັນແພງກ່ອນກະທ້ອມ ເພາະວ່າ ແຕ່ວ່າ ມັນຜິດກົດໝາຍ ອໍ ອັນນີ້ ເປັນແບບ ເປັນຂອງພວກສາຍປາຕີ້ ແມ່ນ ແນວມຶນເມົາ ນິຍົມແຕ່ພວກພັບ ບາ ໄວລຸ້ນ ຂອງໜຶ່ງຕົກຢູ່ 600,000 ໃຊ້ໄດ້ ອາກິນຄາບດຽວ ທີິ່ດຽວເລິີຍ.”
ປັດຈຸບັນ ມີການຊື້ຂາຍໃບກະທ່ອມ ແລະ ຢາແກ້ໄອບາງຊະນິດ ມາເສບ ເຖິງວ່າ ປະເທດລາວ ຈະສັ່ງຫ້າມກໍຕາມ. ຊາວໜຸ່ມຄົນໜຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວວ່າ:
“ບໍ່ຖືກນ່າ! ກໍໃຊ້ຢູ່ ມັນກໍມີຫຼາຍ ຫຼາຍລາຄາ ຫຼາຍແບບ ເກຼດດີ ກໍແພງ ເກຼດບໍ່ດີ ກໍບໍ່ແພງ ແມ່ນຜິດເລີຍ ໜ້າຈະຄົນລະກຸ່ມ ຮັບຕໍ່ມືເຂົາມາ ມັນເປັນເຊັດນ່າ ແລ້ວແຕ່ຄົນຂາຍຕິ ຂີດໜ້ອຍ ຂີດຫຼາຍ ອາ ດຽວນີ້ ຂະເຈົ້າໄລ່ເປັນຂີດ ຫັ້ນນ່າ ຂີດແມ່ນ 25,000 ຂີດໜຶ່ງຫັ້ນ ແມ່ນ 25,000 ມີນໍາຢາກັບໃບດາທີສຊິນຝາແດງຫັ້ນນ່າ ກໍແລ້ວແຕ່ຄົນປຸງແຕ່ງເດ້.”
ພືດບາງຊະນິດ ແລະ ຢາສູບໄຟຟ້າ ກໍຈັດຢູ່ໃນລາຍບັນຊີລາຍຊື່ຕ້ອງຫ້າມຢູ່ປະເທດລາວ ເປັນຕົ້ນ ກັນຊາ, ໃບກະທ່ອມ, ນໍ້າກະທ່ອມ ແລະ ຢາສູບໄຟຟ້າ. ເຈົ້າໜ້າທີ່ໄອຍະການປະຊາຊົນ ຢູ່ແຂວງພາກເໜືອ ໄດ້ກ່າວວ່າ:
“ດຽວນີ້ຍັງບໍ່ທັນເປັນກົດໝາຍ ແຕ່ວ່າ ມັນເປັນອັນຄໍາສັ່ງແນະນໍາຂອງອົງການໄອຍະການສູງສຸດ ໃຫ້ກໍານົດວ່າ ເລື່ອງກັນຊາ ເລື່ອງນໍາກະທ່ອມ ເລື່ອງຄໍລາເຈນ ນີ້ ເປັນສິ່ງທີ່ຜິດກົດໝາຍ (ຢາສູບໄຟຟ້າ) ແມ່ນໆ ອັນນັ້ນກໍຄືກັນ ກອງປະຊຸມສະພານີ້ກໍາລັງປະກາດໃຊ້ແລ້ວໄດ໋ ໂຕນີ້ ມັນແຜ່ຫຼາຍຢູ່ ເພາະວ່າດຽວນີ ເຂດໃນເມືອງ ຊົນນະບົດ ກໍແຜ່ຫຼາຍຄືກັນ ມາແຕ່ນໍາ ນໍາເຂົ້າມາແຕ່ໄທ ຈໍານວນໜຶ່ງກໍມາແຕ່ຫວຽດນາມ ກໍແຜ່ຫຼາຍຢູ່ໄດ໋ ຢູ່ໃນເຂດທັງໂຕເມືອງ ແລະ ຊົນນະບົດ.”
ໄອຍະການປະຊາຊົນສູງສຸດ ນະຄອນຫລວງວຽງຈັນ ໄດ້ອອກຄໍາສັ່ງໃນວັນທີ 30 ມີນາ 2023 ວ່າ ໃຫ້ພາກສ່ວນກ່ຽວຂ້ອງດໍາເນີນຄະດີອາຍາກ່ຽວກັບການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາເຂົ້າ, ສົ່ງອອກ ແລະ ເສບ ພືດທີ່ໃຊ້ໃນສານເສບຕິດ ເຊັ່ນ ໃບກະທ່ອມ, ນໍ້ກະທ່ອມ ຫຼື ສານລະເຫີຍອື່ນໆ ເຊັ່ນ ປູມເປົ້າອັດແກສ ສານໄນຕຼັສອອກໄຊ (Nitrous Oxide), ຢາສູບໄຟຟ້າ ແລະ ອື່ນໆ ເພື່ອນໍາໂຕຜູ້ກະທໍາຜິດມາລົງໂທດ ຕາມກົດໝາຍ.