ໄຟໄໝ້ສະໜາມຂີ້ເຫຍື້ອ ຍັງໄໝ້ຢູ່ ແລະກະທົບ ຕໍ່ສຸຂະພາບຂອງຊາວບ້ານ

ຈໍາປາທອງ
2025.03.04
ໄຟໄໝ້ສະໜາມຂີ້ເຫຍື້ອ ຍັງໄໝ້ຢູ່ ແລະກະທົບ ຕໍ່ສຸຂະພາບຂອງຊາວບ້ານ ເຫດການໄຟໄໝ້ສະໜາມຂີ້ເຫຍື້ອ ໃກ້ຫຼັກ 8 ຢູ່ແຂວງຫຼວງພຣະບາງ. ວັນທີ 2 ເດືອນມີນາ ປີ 2025.
ຮູບພາບຈາກພົນລະເມືອງ

ໄຟໄໝ້ສະໜາມຂີ້ເຫຍື້ອ ຂອງນະຄອນຫຼວງພຣະບາງ ຢູ່ເຂດບ້ານຫຼັກ 8 ເປັນເວລາ 2-3 ມື້ ຄືຕັ້ງແຕ່ວັນທີ 2 ມີນາ ມານີ້ ເຖິງໄຟໄດ້ດັບລົງ ໂດຍພື້ນຖານແລ້ວ, ແຕ່ຊາວບ້ານໃນເຂດນັ້ນ ແລະບ້ານອ້ອມຂ້າງ ຍັງໄດ້ຮັບຜົນກະທົບ ຈາກຄວັນໄຟ ແລະກິ່ນຂິວຮຸນແຮງ, ມີຜົນຮ້າຍຕໍ່ສຸຂະພາບຂອງປະຊາຊົນ ຫາຍໃຈຝືດ ຫາຍໃຈຍາກ ແສບດັງ ແໜ້ນໜ້າອົກ ນອນບໍ່ໄດ້ ແລະທັງກະທົບໃສ່ສິ່ງແວດລ້ອມ ຫຼາຍຢູ່, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານຫຼັກ 8 ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ນາງໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ມີນານີ້:

”ຕອນນີ້ ຍັງມີຄວັນໄຟຢູ່ ນອນມາແຕ່ລະຄືນ ກໍທັງຝືດ ທັງຫາຍໃຈຍາກ ແມ່ນມີກິ່ນຂິວຢູ່ ຄັນນອນນີ້ ແມ່ນນອນບໍ່ໄດເລີຍ ເພາະວ່າມັນຫາຍໃຈຍາກ ແລ້ວກໍແສບດັງ ແລ້ວກໍຫືດແບບແໜ້ນໜ້າອົກ ຫັ້ນນ່າ. ມັນຂິວແບບຄືຂິວ ແບບຄືວ່າແຫຼະນໍ ມັນເປັນຢາງ ຂິວຄືຢາງເລີຍ.”

ໃນຂະນະດຽວກັນ ຊາວບ້ານຢູ່ບ້ານດຽວກັນນີ້ ອີກຜູ້ໜຶ່ງ ກໍເວົ້າວ່າ ຍັງມີຄວັນໄຟປົກຄຸມບໍລິເວນບ້ານ ຫຼາຍຄືເກົ່າຢູ່ ຍັງມົວໄປທົ່ວ, ຍັງຄືໄຟບໍ່ທັນມອດໝົດ ແລະຍັງມີກິ່ນຂິວນໍາດ້ວຍ ແລະວ່າ ປັດຈຸບັນ ພາກສ່ວນສາທາລະນະສຸກ ທີ່ເພິ່ນປະຈໍາຢູ່ຫ້ອງການບ້ານ ໄດ້ແຈກຢາຍຜ້າອັດດັງ ໃຫ້ຊາວບ້ານ ແລະໄດ້ບອກໃຫ້ຊາວບ້ານຮູ້ ຖ້າຜູ້ໃດມີອາການວິນຫົວ ຈາກການສູບດົມກິ່ນຂິວ ແລະຄວັນໄຟ ຫຼືເຈັບເປັນ ກໍໃຫ້ໄປກວດ ຢູ່ຫ້ອງການບ້ານ ດັ່ງທີ່ທ່ານ ກ່າວວ່າ:

“ຍັງຄືຊິບໍ່ມອດ ເພາະວ່າຄວັນ ມັນມົວໄປໝົດ ຫັ້ນນ່າ ດຽວນີ້ ກໍຍັງຫາຍໃຈຍາກ ອອກຈາກຫ້ອງມາ ຂິວຢາງເລີຍ ຂິວຫຼາຍ ສິ່ງຫຼາຍຢ່າງປົນກັນ ຫັ້ນນ່າ ມີແພດ ພະຍາບານ ເພິ່ນປະຈໍາຢູ່ຫ້ອງການບ້ານຫັ້ນ ມາແຈກຜ້າອັດດັງ ແລ້ວບຸກຄົນໃດມີອາການ ໃຫ້ໄປກວດຢູ່ຫັ້ນ ໃຜເຈັບເປັນ ກໍໃຫ້ໄປກວດ.”


ຂ່າວ ກ່ຽວກັນ
ຄວັນໄຟ ຈາກສູນບໍາບັດຂີ້ເຫຍື້ອ ເມືອງຊະນະສົມບູນ ກະທົບຊາວບ້ານ
ເຫດການໄຟໄໝ້ ແລະ ລະເບີດ ກະທົບເຮືອນປະຊາຊົນ 142 ຫຼັງຄາເຮືອນ
ໄຟຟ້າລາວ ຮັບວ່າ ອຸປະກອນໄຟຟ້າ ທີ່ບໍ່ໄດ້ບໍາລຸງ-ຮັກສາ ເຮັດໃຫ້ເກີດໄຟໄໝ້


ແລະປະຊາຊົນຢູ່ບ້ານ ສັງຄະໂລກ ນະຄອນຫຼວງພຣະບາງ ນາງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ມີນາ ນີ້ວ່າ ມື້ວານນີ້ ວັນທີ 3 ມີນາ ເຫັນລົດດັບເພີງເຂົ້າໄປມອດໄຟ ຢູ່ສະໜາມຂີ້ເຫຍື້ອນັ້ນ ເຮັດໃຫ້ຄວັນໄຟ ແລະກິ່ນຂິວ ຢູ່ບ້ານ ສັງກະໂລກ ນີ້ ເລີ່ມຫຼຸດຜ່ອນລົງ ຍ້ອນວ່າ ບ້ານນີ້ ຕັ້ງຢູ່ຂ້ອນຂ້າງໄກ ຈາກບ້ານຫຼັກ 8 ແດ່:

”ມື້ວານນີ້ ເພິ່ນກໍເຫັນລົດດັບເພີງ ໄປມອດຕື່ມເດ ມອດແລ້ວເດີ ອາດຈະຢູ່ໃກ້ຄຽງ ຫັ້ນແຫຼະ ຍັງຈະຂິວຢູ່ ໂດຍ ແມ່ນແລ້ວ ເອື້ອຍຢູ່ໂຊນສັງຄະໂລກ ຄັນຢູ່ໂຊນຫຼັກ 8 ແລ້ວຍັງບໍ່ມີກິ່ນຢູ່ບໍ ຊິນ່າ.”

ກ່ຽວກັບເລື່ອງໄຟໄໝ້ສະໜາມຂີ້ເຫຍື້ອ ທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການຄຸ້ມຄອງ ແລະບໍລິການຕົວເມືອງ ນະຄອນຫຼວງພຣະບາງ ນາງໜຶ່ງ ເວົ້າໃນມື້ວັນທີ 4 ມີນາ ນີ້ວ່າ ປັດຈຸບັນ ຢູ່ສະໜາມຂີ້ເຫຍື້ອນັ້ນ ຍັງມີໄຟໄໝ້ຢູ່ເລັກໜ້ອຍ, ບໍ່ຮຸນແຮງຄືເກົ່າແລ້ວ ຍ້ອນເຈົ້າໜ້າທີ່ດັບເພີງ ເອົານໍ້າໄປຫົດ ແລະພາກສ່ວນທີ່ກ້ຽວຂ້ອງ ໄດ້ເອົາດິນໄປຖົມ ແລະເຮັດແລວທາງກັນໄຟ ເພື່ອບໍ່ໃຫ້ໄຟລາມໄປໄໝ້ບ່ອນອື່ນ ຈຸດອື່ນ ຕື່ມອີກ.

ນາງເວົ້າວ່າ ເລື່ອງສາເຫດຂອງໄຟໄໝ້ ນັ້ນ ຍັງບໍ່ສາມາດຮູ້ໄດ້, ຕ້ອງລໍໃຫ້ເຈົ້າໜ້າທີ່ຕໍາຫຼວດສືບສວນສ-ອບສວນ ຄັກແນ່ກ່ອນ ຈຶ່ງຈະຮູ້:

”ຊິໃຫ້ມັນດັບໝົດ ກໍດັບບໍ່ໄດ້ເທື່ອດຽວນີ້ ແຕ່ວ່າເຮົາກໍບໍ່ໄດ້ໃຫ້ມັນໄໝ້ເປັນແປວໄຟ ດຽວນີ້ ມັນຍັງຄວັນນໍ ດຽວນີ້ ເຂົາເຈົ້າໃຊ້ລົດຈົກເອົາດິນມາຖົມ ຂຸດເອົາຂີ້ເຫຍື້ອຂຶ້ນ ເອົາດິນຖົມ ແລ້ວເອົານໍ້າຫົດ ເຂົາເຈົ້າຍັງເຮັດຢູ່ ແລ້ວເຮົາກໍເຮັດແລວທາງໄຟໄວ້ນໍ ກັນບໍ່ໃຫ້ໄຟມັນລາມໄປຫາແຕ່ລະບ່ອນ ແຕ່ລະຈຸດ ຫັ້ນນ່າ.”

ເມື່ອກ່ອນໜ້ານີ້ ໃນເດືອນກຸມພາ 2023 ສະໜາມຂີ້ເຫຍື້ອ ຂອງນະຄອນຫຼວງພຣະບາງ ຢູ່ເຂດບ້ານຫຼັກ 8 ແຫ່ງນີ້ ກໍເຄີຍເກີດໄຟໄໝ້ຮຸນແຮງ ມາແລ້ວ ເຖິງຂັ້ນເຈົ້າໜ້າທີ່ໄດ້ພະຍາຍາມດັບໄຟຕະຫຼອດຄືນ ແຕ່ກໍຍັງບໍ່ສາມາດມອດໄດ້ ຍ້ອນຂີ້ເຫຍື້ອຢູ່ສະໜາມນັ້ນ ຫຼາຍ. ຂື້ເຫຍື້ອມີ 3 ຊັ້ນ ແລະເລິກຫຼາຍແມັດ ເຮັດໃຫ້ການດັບໄຟ ມີຄວາມຫຍຸ້ງຍາກ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ຂາດອຸປະກອນອັນຈໍາເປັນ ໃນການມອດໄຟ ເພາະບໍ່ມີງົບປະມານ.

ນອກຈາກໄຟໄໝ້ ຢູ່ສະໜາມຂີ້ເຫຍື້ອ ຂອງນະຄອນຫຼວງພຣະບາງແລ້ວ ກໍໄດ້ເກີດໄຟໄໝ້ ຢູ່ສູນບໍາບັດຂີ້ເຫຍື້ອ ໃນເຂດບ້ານ ດົງລານຄໍາ ຫຼັກ 17 ເມືອງຊະນະສົມບູນ ແຂວງຈໍາປາສັກ ເຮັດໃຫ້ປະຊາຊົນຫຼາຍຄອບຄົວ ໄດ້ຮັບຜົນກະທົບ ຈາກຄວັນໄຟ ແລະກິ່ນຂິວຮຸນແຮງ ຈົນບໍ່ສາມາດຢູ່ໄດ້ ແບບເປັນປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.