ໄຟຟ້າລາວ ຮັບວ່າ ອຸປະກອນໄຟຟ້າ ທີ່ບໍ່ໄດ້ບໍາລຸງ-ຮັກສາ ເຮັດໃຫ້ເກີດໄຟໄໝ້
2025.03.03

ຢູ່ຫຼາຍເມືອງ ໃນນະຄອນຫຼວງວຽງຈັນ ມີສາຍໄຟຟ້າໄໝ້ ແລະ ໄຟຟ້າລັດວົງຈອນ ຍ້ອນອຸປະກອນໄຟຟ້າ ບໍ່ໄດ້ຮັບການບໍາລຸງ-ຮັກສາ, ໄຟໄໝ້ເຮືອນປະຊາຊົນ ຮວມໄປເຖິງຮ້ານຂາຍເຂົ້າປຽກ, ສາງກາເຟ ແລະ ຕະຫຼາດຊັງຈ່ຽງ ທັງແບບຮຸນແຮງ ແລະ ບໍ່ຮຸນແຮງ ຢ່າງໜ້ອຍ 10 ປາຍບ່ອນ ໃນຕົ້ນ ປີ 2025 ນີ້, ເປັນຕົ້ນ ໃນເຂດໂຕເມືອງໄຊເສດຖາ, ສີສັດຕະນາກ, ໄຊທານີ ແລະ ເມືອງສີໂຄດຕະບອງ ທີ່ເຮັດໃຫ້ຊັບສິນ ຂອງປະຊາຊົນ ເສຍຫາຍຫຼາຍ.
ການທີ່ມີສາຍໄຟຟ້າໄໝ້ ແລະ ໄຟຟ້າລັດວົງຈອນ ຫຼາຍຄືທີ່ວ່ານີ້ ອີງຕາມຄໍາເວົ້າ ຂອງຊ່າງໄຟຟ້າ ຢູ່ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ເມື່ອເດືອນທີ່ແລ້ວ ນີ້ວ່າ ສາເຫດສ່ວນໜຶ່ງ ແມ່ນເປັນຍ້ອນນະຄອນຫຼວງວຽງຈັນ ມີຜູ້ຢູ່ອາໄສຫຼາຍຂຶ້ນ ເຮັດໃຫ້ຄວາມຕ້ອງການໃຊ້ໄຟຟ້າ ຫຼາຍຂຶ້ນ ຂະນະທີ່ສາຍໄຟຟ້າ ເປັນສາຍຂະໜາດນ້ອຍ ແລະ ຄ່ອຍໆ ເສື່ອມສະພາບ ແລະ ອຸປະກອນອີ່ຫຍັງ ກໍຊໍາລຸດໄປ ຂາດການບໍາລຸງ-ຮັກສາ.
“ອຸປະກອນ ມັນມີຄວາມຊໍາລຸດ ສະພາບມັນບໍ່…ໃຊ້ງານບໍ່ໄດ້ແລ້ວ, ແມ່ຫຍັງຈັ່ງຊີ້ນ່າ. ມັນກໍເຮັດໃຫ້ໄໝ້ໄດ້, ສ່ວນຫຼາຍ ກໍອຸປະກອນນີ້ແຫຼະ ອຸປະກອນ ມັນເກົ່າແມ່ນຫຍັງ ກໍຕ້ອງໄດ້ມີການປ່ຽນ ບໍາລຸງ-ຮັກສາ ແມ່ນຫຍັງຈັ່ງຊີ້ນ່າ. ກໍດົນໆ ຫັ້ນນ່າ, ບາງເຂດ ເພິ່ນກໍປ່ຽນໝໍ້ແປງ ໝໍ້ຫຍັງ ກໍມັກໄໝ້. ກໍຄົນສ່ວນກໍມີສ່ວນ ບໍ່ແປງ ເກົ່າບໍ່ແມ່ນຫຍັງ ຂາດການບໍາລຸງ-ຮັກສາ. ຄົນ ປະຊາກອນ ມັນເພີ່ມຂຶ້ນ ຄົນໃຊ້ໄຟ ມັນກໍເພີ່ມຂຶ້ນຊີ້ນ່າ.”
ປະຊາຊົນນຳກົງເຕີ້ ຂອງໂຕເອງ ຕິດເສົາໄຟຟ້າສາທາລະນະ
ໃນຂະນະດຽວກັນ ປະຊາຊົນ ຈໍານວນໜຶ່ງ ກໍນໍາກົງເຕີ້ໄຟຟ້າ ຂອງໂຕເອງ ມາຕິດຕັ້ງນໍາເສົາໄຟ ແລະ ຈໍານວນໜຶ່ງ ກໍນໍາໃຊ້ອຸປະກອນໄຟຟ້າ ທີ່ບໍ່ໄດ້ມາດຕະຖານ ຢູ່ໃນເຮືອນ ເຮັດໃຫ້ໄຟຟ້າ ລັດວົງຈອນ ດັ່ງເຈົ້າໜ້າທີ່ ລັດວິສາຫະກິດໄຟຟ້າລາວ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ
“ເພາະວ່າ ມັນມີຫຼາຍຈຸດນໍ ທີ່ວ່າມັນມີບັນຫາ ທີ່ວ່າໄຟໄໝ້ກົງຕອກ ກົງເຕີ້ ສາຍໄຟຂອກໄຟຂາດ ມີຫຼາຍຈຸດເດີ ກໍຊິໄດ້ແກ້ໄຂໄປ ແກ້ໄຂມາ ນີ້ຫັ້ນແຫຼະ ເພາະວ່າ ໜຶ່ງມາ ມັນມີໄຟຕົກ ໄຟມອດແດ່ ໂຕວຽກໂຕໜ້ອຍ ກໍຕ້ອງໄດ້ໄປນໍາຫຼັງ ເອົາວຽກໃຫຍ່ກ່ອນນໍ ແລ້ວກໍແກ້ວຽກນ້ອຍໄປຕາມຫຼັງ ກໍມີແຕ່ບອກໃຫ້ເພິ່ນລໍຖ້າ ຫັ້ນແຫຼະ ຕາມຄິວ ແມ່ນແລ້ວ. ໜຶ່ງມາ ມັນກ່ຽວກັບລົມພະຍຸນໍາ, ສອງມາ ເຄື່ອງໃຊ້ກະລອກກະລິດ ທີ່ວ່າເຂົາໜີບສາຍຫັ້ນ ມັນບໍ່ ແໜ້ນ ແລ້ວມັນເຮັດໃຫ້ມັນໄໝ້.”
ສະພາບອາກາດ ປ່ຽນແປງ, ມີໂອກາດໄຟໄໝ້ ເພີ່ມຂຶ້ນ
ທ່ານກ່າວຕື່ມວ່າ ອີກສາເຫດໜຶ່ງ ທີ່ເຮັດໃຫ້ສາຍໄຟຟ້າຊ໊ອດຢູ່ຫຼາຍບ່ອນ ໃນໄລຍະນີ້ ແມ່ນເປັນຍ້ອນການປ່ຽນແປງຂອງສະພາບອາກາດ ຮວມທັງລົມພະຍຸ ແລະ ກໍຄາດວ່າ ໃນໄລຍະລະດູຮ້ອນ ທີ່ກໍາລັງຈະມາເຖິງນີ້ ອາດຈະເກີດບັນຫາ ສາຍໄຟຟ້າຊ໊ອດ ຫຼາຍຂຶ້ນຕື່ມ ຍ້ອນຜູ້ຄົນຈະໃຊ້ໄຟຟ້າ ຫຼາຍຂຶ້ນ ໃນຂະນະທີ່ພະນັກງານ ທີ່ສາມາດສ້ອມແປງດ້ານນີ້ ມີຈໍານວນຈໍາກັດ.
ຂ່າວ ກ່ຽວກັນ
ເຫດການໄຟໄໝ້ ແລະ ລະເບີດ ກະທົບເຮືອນປະຊາຊົນ 142 ຫຼັງຄາເຮືອນ
ໄຟໄໝ້ ອາຄານຫຼັງໜຶ່ງ ຂອງກະຊວງເຕັກໂນໂລຊີ ການສື່ສານ
ເກີດເຫດໄຟໄໝ້ ຫໍບັງຄັບການບິນ ຢູ່ສນາມບິນຫ້ວຍຊາຍ ແຂວງບໍ່ແກ້ວ
ແລະປະຊາຊົນ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ທີ່ເຄີຍປະສົບກັບບັນຫາໄຟຟ້າຊ໊ອດ ຢູ່ຂ້າງບ້ານ ເວົ້າວ່າ ຍ້ອນພະນັກງານ ລັດວິສາ ຫະກິດໄຟຟ້າລາວ ມີຈໍານວນບໍ່ພຽງພໍ ຈຶ່ງເຮັດໃຫ້ການສ້ອມແປງ ສາຍໄຟຟ້າ ທີ່ເປ່ເພ ເປັນໄປຢ່າງຫຼ້າຊ້າ ເຮັດໃຫ້ໄຟຟ້າຊ໊ອດຢູ່ຫຼາຍບ່ອນ.
“ສາຍມັນຢູ່ເທິງ ແລ້ວບາດນີ້ ມັນຖືກຮ້ອນ ຖືກໜາວ ແລ້ວມາຖືກນໍ້າ ມື້ນັ້ນ ມັນກໍຄືຈັ່ງວ່າ ຝົນຕົກແນ່ ເຮົາໂທແລ້ວ ແລ້ວຂະເຈົ້າມັນຄາຫຼາຍບ່ອນບໍ? ແລ້ວເຂົາເຈົ້າມາຊ້າ. ເຮົາກໍສະລ່າໃຈບໍ່ໄດ້ນໍ ໄຟຊິໄໝ້ເຮືອນແດ່ ແລ້ວກໍເລີຍໄດ້ໂທຫາໝູ່ນ້ອງຊາຍ ມາຕັດໄຟຫັ້ນອອກຈາກເສົາໄຟ ບໍ່ໃຫ້ມັນເຂົ້າໄປຫາເຮືອນຫັ້ນກ່ອນ ມັນຂອງຫຼວງ ແຕ່ວ່າຫຼວງບໍ່ທັນມາ ເຮົາກໍຈັດການກ່ອນ.”
ໃນຂະນະດຽວກັນ ຊາວບ້ານ ທີ່ເປັນແມ່ຄ້າ ຜູ້ໄດ້ຮັບຜົນກະທົບ ຈາກສາຍໄຟຟ້າຊ໊ອດ ຈົນເຮືອນໄໝ້ໝົດຫຼັງ ຢູ່ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍເວົ້າວ່າ ສາຍໄຟຊ໊ອດ ຫຼື ໄຟຟ້າລັດວົງຈອນ ຢູ່ເມືອງຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ເຮັດໃຫ້ມີຄວາມເສຍຫາຍ ຫຼາຍນັ້ນ ອາດເປັນຍ້ອນການຊ່ວຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຫຼ້າຊ້າ.
“ໄໝ້ ມັນລາມໃສ່ເທິງອັນນ່າຫຼັງຄາເຮົາ ຫັ້ນນ່າ. ມັນຊິເປັນໄຟຍ້ອຍຕົກລົງມາ ໃສ່ລະບຽງ ທາງໜ້າເຮົາ. ມີເຄື່ອງພຸ້ນເດ ມັນໄໝ້ຢູ່ທາງເທິງ ທາງໜ້າ ຫັ້ນນ່າ. ເຮົາຍັງຂາຍເຄື່ອງຢູ່ດີໆ ຫັ້ນນ່າ. ຕອນສອງໂມງ ແລ້ວລູກຄ້າຈອດມາວ່າ ມີໄຟໄໝ້ ຢູ່ເທິງຫັ້ນ ກໍພາກັນແລ່ນຂຶ້ນໄປ ແລ່ນທາງໃນຄົວ ເອົາແຕ່ຫຼານຫັ້ນ ແລ້ວກໍເຄື່ອງເລັກໆ ໜ້ອຍໆ ເສື້ອຜ້າກໍບໍ່ໄດ້ດອກ ເບິດນ່າ. ຂອງເຮົາຫັ້ນ ເບິດໜ້າ ມີແຕ່ໂຕຂ້າງໆ ເພິ່ນກໍລຸແດ່ ລົມມັນຕີມາ ເບື້ອງວັດເດ. ຖ້າລົມຕີ ມາເບື້ອງເຮືອນເຂົາ ລະໂອຍ ແຮງເສຍຫຼາຍ.”
ເວົ້າເຖິງສາເຫດ ທີ່ເຮັດໃຫ້ເກີດໄຟໄໝ້ສາຍໄຟ ຢູ່ເສົາໄຟຟ້າສາທາລະນະ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ເປີດເຜີຍເມື່ອເດືອນກຸມພາ ທີ່ຫາກໍຜ່ານມານີ້ ວ່າ ສາເຫດຫຼັກ ແມ່ນເປັນຍ້ອນ ຕົ້ນເສົາໄຟຟ້າ ມີສາຍສື່ສານ ຈໍານວນຫຼວງຫຼາຍ ເກາະຫ້ອຍ, ມີກ່ອງຮັບສັນຍານ ຂອງສາຍສື່ສານ ແລະອຸປະກອນໄຟຟ້າ ຕິດຢູ່ນໍາ ຈໍານວນໜຶ່ງ, ເມື່ອເກີດກໍລະນີໄຟແຕກ, ສາຍໄຟຂາດ ສາຍໄຟຮ້ອນ ແລະ ສາຍໄຟເປື່ອຍ ຍ້ອນອາກາດຮ້ອນ, ການໃຊ້ກະແສໄຟຟ້າ ຫຼາຍຈົນເກີນກໍາລັງ ຮວມໄປເຖິງຜູ້ໃຊ້ໄຟຟ້າ ທີ່ໃຊ້ເຄື່ອງ ໃຊ້ໄຟຟ້າ ບໍ່ໄດ້ມາດຕະຖານ ກໍເປັນອີກສາເຫດໜຶ່ງ ທີ່ເຮັດໃຫ້ໄຟຟ້າ ລັດວົງຈອນ ແລະ ເກີດໄຟໄໝ້ສາຍໄຟ.