ໄຟໄໝ້ ອາຄານຫຼັງໜຶ່ງ ຂອງກະຊວງເຕັກໂນໂລຊີ ການສື່ສານ
2024.06.25

ເມື່ອເວລາປະມານ 12 ໂມງເຄິ່ງ ຕອນທ່ຽງ ຂອງວັນທີ 24 ມິຖຸນາ ທີ່ຜ່ານມານີ້, ໄດ້ເກີດເຫດການໄຟໄໝ້ ຢູ່ຫ້ອງປະຊຸມຊັ້ນ 2 ແລະ ຊັ້ນ 3 ຂອງອາຄານ ທີ່ເປັນສ່ວນໜຶ່ງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຮົ້ວ ສຳນັກງານນາຍົກລັດຖະມົນຕີ ໃນນະຄອນຫຼວງວຽງຈັນ, ເຊິ່ງໄຟໄດ້ໄໝ້ ເປັນເວລາດົນ ພໍສົມຄວນ ກ່ອນທີ່ເຈົ້າໜ້າທີ່ດັບເພີງ ຈະມາດັບ ແລະ ຄວບຄຸມໄຟໄໝ້ໄວ້ໄດ້. ໂຊກດີ ທີ່ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ ຈາກເຫດການນີ້ ແລະ ໃນເບື້ອງຕົ້ນ ມີການຊີ້ແຈງ ແບບບໍ່ເປັນທາງການວ່າ ສາເຫດຂອງໄຟໄໝ້ ເກີດຍ້ອນຄອມເພສເຊີ້ ຫຼືລະບົບພັດລົມ ຂອງແອ ໄດ້ລະເບີດຂຶ້ນ.
ດັ່ງເຈົ້າໜ້າທີ່ ອາສາສະໝັກກູ້ໄພ ທ່ານໜຶ່ງ ທີ່ຮູ້ເຫດການນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມິຖຸນາ ນີ້ວ່າ:
“ກູ້ໄພນະຄອນຫຼວງ, ກູ້ໄພມູນນິທິຈີນ ນ່າ ເພິ່ນໄປເດີ້. ເຫັນເພິ່ນແຈ້ງວ່າ ແອລະເບີດ ຢູ່ໃນຫັ້ນ ມັນມີຫຼາຍກະຊວງ ຫຼາຍທະບວງຢູ່ໃນຫັ້ນ. ມີແຕ່ກະຊວງທີ່ໄຟໄໝ້ຫັ້ນແຫຼະ.”
ໃນຂະນະທີ່ ຊາວບ້ານ ທ່ານໜຶ່ງ ທີ່ເຫັນເຫດການດັ່ງກ່າວ ໃນລະຫວ່າງທີ່ຂັບລົດ ຜ່ານອາຄານ ທີ່ເກີດເຫດ ກ່າວວ່າ ໃນເວລາປະມານ 12 ເຄິ່ງ ລາວໄດ້ຂັບລົດຜ່ານ ເຂດດັ່ງກ່າວ ແລ້ວເຫັນຄວັນໄຟ ປິວອອກມາ ຈາກຊັ້ນ 2 ຂອງອາຄານດັ່ງກ່າວ ຈຶ່ງຈອດລົດ ລົງໄປເບິ່ງເຫດການ ພ້ອມກັບເຫັນພະນັກງານ ຫຼາຍຄົນ ພາກັນແລ່ນໜີຕາຍ ອອກມາຈາກຕຶກ, ເຊິ່ງລາວກໍໄດ້ເຂົ້າໄປສອບຖາມ ໃນເບື້ອງຕົ້ນ ກໍໄດ້ຮູ້ວ່າ ສາເຫດທີ່ເກີດໄຟໄໝ້ ແມ່ນຍ້ອນຄອມເພສເຊີ້ ຂອງແອ ໄດ້ເກີດໄຟຟ້າ ລັດລົງຈອນ ແລ້ວລະເບີດຂຶ້ນ ຈົນເກີດໄຟໄໝ້ ແລະ ໃນຫ້ອງດັ່ງກ່າວ ກໍມີວັດຖຸ ທີ່ສາມາດ ກາຍເປັນເຊື້ອເພີງໄດ້ງ່າຍ ຈຶ່ງເກີດໄຟໄໝ້ ລຸກລາມຂຶ້ນ.
ດັ່ງທ່ານກ່າວ ເປັນພາສາໄທຍ ວ່າ:
“ມີຄວັນພຸ່ງອອກມາ ຈາກຊັ້ນ 2 ຂອງຕຶກດັ່ງກ່າວ. ພະນັກງານທີ່ພາກັນແລ່ນອອກມາ ໄດ້ບອກວ່າ ສາຍໄຟ ຂອງແອ ໄດ້ເປ່ເພ ຄືລັກສະນະແອຊ໋ອດ ແລະ ໃນຫ້ອງປະຊຸມດັ່ງກ່າວ ແມ່ນມີພົມປູພື້ນ ແລະ ມີໂຕະໄມ້ ມັນກໍເລີຍເກີດໄຟໄໝ້ແຮງ, ແຕ່ຄັນເວົ້າເຖິງລົດດັບເພີງ ແມ່ນກໍມາຊ້າ.”
ທາງດ້ານພະນັກງານ ປະຈຳກະຊວງເຕັກໂນໂລຊີ ແລະ ການສື່ສານ ນາງໜຶ່ງ ກ່າວວ່າ ປັດຈຸບັນ, ທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງເປີດຫ້ອງການ ແລະ ເຮັດວຽກ ຕາມປົກກະຕິ ຍ້ອນສຳນັກງານຫຼັກ ຂອງກະຊວງ ແມ່ນຢູ່ຄົນລະບ່ອນ ກັບຄານທີ່ໄຟໄໝ້. ຫ້ອງປະຊຸມ ໃນອາຄານທີ່ຖືກໄຟໄໝ້ນັ້ນ, ແມ່ນເຄີຍເປັນອາຄານເກົ່າ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ແຕ່ຕອນນີ້ ໄດ້ກາຍເປັນສ່ວນໜຶ່ງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນປັດຈຸບັນ.
ດັ່ງຍານາງກ່າວວ່າ:
“ເປີດປົກກະຕິ. ຕຶກອັນນັ້ນ ມັນເປັນຕຶກເກົ່າ ຂອງກະຊວງວິທະຍາສາດ ເພາະວ່າ ຕຶກຫຼັກເຮົາ ຈະແມ່ນຢູ່ສີສະເກດ, ຄົນລະຕຶກກັນ.”
ສ່ວນເຈົ້າໜ້າທີ່ ປະຈຳສຳນັກງານນາຍົກລັດຖະມົນຕີ ນາງໜຶ່ງ ກ່າວວ່າ ອາຄານທີ່ຖືກໄຟໄໝ້ນັ້ນ ແມ່ນອາຄານ ທີ່ຢູ່ໃນບໍລິເວນ ຮົ້ວດຽວກັນກັບຕຶກ ຂອງສຳນັກງານນາຍົກລັດຖະມົນຕີ ແລະ ໄຟໄໝ້ດັ່ງກ່າວ ກໍບໍ່ໄດ້ລຸກລາມ ມາຮອດອາຄານ ຂອງສຳນັກງານນາຍົກລັດຖະມົນຕີ ແຕ່ຢ່າງໃດ ຈຶ່ງບໍ່ໄດ້ສົ່ງຜົນກະທົບ ແລະ ກໍເປີດເຂົ້າການ ຕາມປົກກະຕິ. ສ່ວນສາເຫດ ຂອງເຫດການໄຟໄໝ້ ດັ່ງກ່າວນັ້ນ, ຄາດວ່າ ຈະມີພາກສ່ວນ ທີ່ກ່ຽວຂ້ອງ ຖະແຫຼງຂ່າວ ໃຫ້ຊາບອີກເທື່ອໜຶ່ງ.
ດັ່ງຍານາງ ກ່າວວ່າ:
“ປົກກະຕິ, ເຂົ້າການປົກກະຕິ. ສຳນັກງານນາຍົກ ເປີດປົກກະຕິ, ບໍ່ແມ່ນໄຟໄໝ້. ຮົ້ວດຽວກັນ, ແຕ່ວ່າໄກກັນຫຼາຍ ບໍ່ແມ່ນຕຶກດຽວກັນ ຄົນລະຕຶກ ຄົນລະກະຊວງ ຄົນລະພາກສ່ວນ. ເພິ່ນຊິມີຊີ້ແຈງຕື່ມ.”
ເຖິງຢ່າງໃດກໍຕາມ, ຊາວລາວຫຼາຍຄົນ ທີ່ຮັບຮູ້ຂ່າວນີ້ ຜ່ານທາງສື່ສັງຄົມອອນລາຍ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ອອກມາຖະແຫຼງການ, ຊີ້ແຈງ ກ່ຽວກັບເຫດໄຟໄໝ້ ຄັ້ງດັ່ງກ່າວ ຢ່າງຄັກແນ່ ເພື່ອຕອບຄຳຖາມ ທີ່ສັງຄົມສົງໄສວ່າ ເປັນຍ້ອນຫຍັງ ຕຶກສຳນັກງານ ຂອງທາງການລາວ ຈຶ່ງຖືກໄຟໄໝ້ໄດ້ງ່າຍ ແລະ ຢາກຮູ້ວ່າ ມີລະບົບປ້ອງກັນໄຟໄໝ້ ຫຼືປ້ອງກັນຄວາມປອດໄພ ແນວໃດແທ້ ຫຼືບໍ່ມີເລີຍ.
ດັ່ງຊາວລາວ ທ່ານໜຶ່ງ ກ່າວວ່າ:
“ແນ່ນອນແຫຼະ ເລື້ອງນັ້ນ ໃຜກໍຢາກໃຫ້ອອກມາຊີ້ແຈງເນາະ ວ່າສາເຫດຍ້ອນຫຍັງ ມັນເກີດສາເຫດຫຍັງ. ສຳນັກງານໃຫຍ່ປານນັ້ນ, ຫັ້ນນ່າ ຈຶ່ງໄໝ້ໄດ້. ຕ້ອງມີລະບົບດັບເພີງ ປ້ອງກັນເນາະ ອັນນີ້ບໍ່ມີອີ່ຫຍັງຫັ້ນນ່າ. ໄຟຟ້າລັດລົງຈອນເບາະ ເປີດແອເບາະ ອີ່ຫຍັງນີ້ແຫຼະ.”
ເພື່ອຂໍຮູ້ຄວາມຄືບໜ້າເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງກະຊວງປ້ອງກັນຄວາມສະຫງົບ ເພື່ອສອບຖາມ ລາຍລະອຽດເພີ່ມຕື່ມ, ແຕ່ທາງເຈົ້າໜ້າທີ່ ຜູ້ຮັບຜິດຊອບ ຍັງບໍ່ສາມາດ ໃຫ້ລາຍລະອຽດ ເພີ່ມຕື່ມໄດ້.
ມີລາຍງານຕື່ມ ໃນສື່ສັງຄົມອອນລາຍນ໌ວ່າ ໃນເວລາທີ່ເກີດເຫດ ໄຟໄໝ້ດັ່ງກ່າວ ພະນັກງານ ທີ່ຢູ່ໃນອາຄານ ພະຍາຍາມ ໃຊ້ເຄື່ອງດັບເພີງ ພົ່ນໃສ່ເປວໄຟ ພ້ອມກັບໄດ້ໂທລະສັບແຈ້ງ ເຈົ້າໜ້າທີ່ດັບເພີງ ໃຫ້ມາຊ່ອຍ. ຈາກນັ້ນ, ກໍມີລົດດັບເພີງ 5 ຄັນ ມາຍັງບ່ອນເກີດເຫດ, ໂດຍໃຊ້ເວລາ ປະມານ 1 ຊົ່ວໂມງ ຈຶ່ງຈະສາມາດດັບເພີງ ແລະ ຄວບຄຸມສະຖານະການໄວ້ໄດ້.
ຕໍ່ເຫດການດັ່ງກ່າວ ກໍໄດ້ມີຊາວບ້ານ ຈຳນວນໜຶ່ງ ໄດ້ຖ່າຍວີດິໂອ ເຫດການດັ່ງກ່າວ ແລ້ວເຜີຍແຜ່ ທາງສື່ສັງຄົມອອນລາຍນ໌ ຈົນກາຍເປັນຂ່າວດັງ ພາຍໃນເວລາບໍ່ດົນ ແລະ ກໍກາຍເປັນຈຸດສົນໃຈ ຂອງຊາວລາວ ຈຳນວນຫຼາຍ ພ້ອມພາກັນຕັ້ງຄຳຖາມວ່າ ເປັນຍ້ອນຫຍັງ ຈຶ່ງເກີດໄຟໄໝ້ ພາຍໃນອາຄານດັ່ງກ່າວ ແລະ ອີກຈຳນວນໜຶ່ງ ກໍໄດ້ຕຳນິ ການເຮັດວຽກ ຂອງເຈົ້າໜ້າທີ່ດັບເພີງ, ເຊິ່ງເດີນທາງມາຍັງບ່ອນເກີດເຫດ ຂ້ອນຂ້າງບໍ່ທັນການ ແລະ ໃຊ້ເວລາດົນ ພໍສົມຄວນ ກ່ອນຈະຄວບຄຸມ ເຫດໄຟໄໝ້ໄວ້ໄດ້.