ນາຍົກ ອອກແຈ້ງການ ໃຫ້ຍຸຕິ ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ໃນທົ່ວປະເທດ

ສຸພັດຕາ
2025.03.17
ນາຍົກ ອອກແຈ້ງການ ໃຫ້ຍຸຕິ ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ໃນທົ່ວປະເທດ ຮູບພາບປະກອບ: ການຂຸດຄົ້ນ ແຮ່ຄຳຕົກຂ້ອນ ຂອງບໍລິສັດຈີນ ຢູ່ນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024.
ຮູບພາບຈາກ ວີດີໂອຂອງພົນລະເມືອງ

ທ່່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕິີ ອອກຄໍາສັ່ງ ເລກທີ 06/ນຍ ລົງວັນທີ 7 ມີນາ 2025 ໃຫ້ຍຸຕິຖາວອນ ການອອກໃບອະນຸຍາດ ໃຫ້ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບ ໃນຂອບເຂດ ທົ່ວປະເທດ.

ຂໍ້ຫ້າມຕ່າງໆ ໃນຄຳສັ່ງ ຂອງນະຍົກ

ຄໍາສັ່ງນີ້ ລະບຸວ່າ ຫ້າມກະຊວງທີ່ກ່ຽວຂ້ອງ ແລະອົງການປົກຄອງ ຂັ້ນທ້ອງຖິ່ນ ສ້າງເງື່ອນໄຂ ທີ່ເປັນຊ່ອງຫວ່າງ ໃນທຸກຮູບແບບ ໃຫ້ແກ່ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ລວມເຖິງ ໃຫ້ກວດກາ ແລະປະຕິບັດມາດຕາການ ຕໍ່ການລັກລອບຂຸດຄົ້ນ ແຮ່ຄໍາຕົກຂ້ອນ ການດູດຫີນແຮ່ ແລະຊາຍ ໃນທຸກກໍລະນີ ທີ່ເປັນການສວຍໂອກາດ ສະກັດເອົາແຮ່ຄໍາຕົກຂ້ອນ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ພະແນກພະລັງງານ ແລະບໍ່ແຮ່ ຢູ່ທາງແຂວງພາກເໜືອ ທ່ານໜຶ່ງ ກ່າວວ່າ ຄໍາສັ່ງນີ້ ຂອງນາຍົກລັດຖະມົນຕີ ມີຜົນທັນທີ, ດັ່ງນັ້ນ ຫາກບໍລິສັດ ທີ່ມີການຂຸດຄົ້ນຄໍາຕົກຂ້ອນ ຫຼືບໍລິສັດ ທີ່ດູດຫີນແຮ່ ແລະຊາຍ ແຕ່ສວຍໂອກາດ ຂຸດຄົ້ນຄໍາ ແລະບໍ່ເຊົາການຂຸດຄົ້ນ ກໍຈະຖືກດໍາເນີນການຕາມກົດໝາຍ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມີນາ 2025 ນີ້ວ່າ:

“ມີຜົນທັນທີ ເຊົາເລີຍແຫຼະ ຢ່າງສີ້ນເຊິງແຫຼະ ໂຈະເລີຍ ຫັ້ນແຫຼະ ເອົາຈັກອອກເລີຍຫັ້ນແຫຼະ ຄັນບໍ່ເອົາອອກ ຄັນບໍ່ເອົາກົນຈັກອອກ ຄະນະກໍາມະການຈະຂຶ້ນໄປ ພວກເຮົາຊິຍຶດ ຫັ້ນແຫຼະ ຍຶດຊັບ ຫັ້ນແຫຼະເນາະ.”

ສໍາລັບໂຄງການ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທີ່ໄດ້ຮັບອະນຸມັດໄປແລ້ວ ແລະກໍາລັງຂຸດຄົ້ນຢູ່ນັ້ນ ໃຫ້ພາກສ່ວນກ່ຽວຂ້ອງ ຂັ້ນທ້ອງຖິ່ນ ມີການເຈລະຈາ ກັບບໍລິສັດ ໃຫ້ເຊົາໂຄງການ ໂດຍບໍລິສັດ ຕ້ອງປັບປຸງ ປົວແປງ ສະພາບພື້ນທີ່ ແລະສິ່ງແວດລ້ອມ ດັ່ງກ່າວ ຄືນສູ່ສະພາບປົກກະຕິກ່ອນ.

ສ່ວນໂຄງການ ທີ່ໄດ້ຖອກເງິນ ຄ່າສິດສໍາປະທານ ແລະ ຄ່າຊັບພະຍາກອນ ທຳມະຊາດ ໃຫ້ລັດຖະບານລ່ວງໜ້າແລ້ວ ແຕ່ຍັງບໍ່ໄດ້ເຊັນສັນຍາ ກໍຈະບໍ່ອະນຸຍາດ ໃຫ້ເຊັນສັນຍາຕື່ມອີກ ໂດຍຈະໃຫ້ພາກສ່ວນກ່ຽວຂ້ອງ ກວດກາ ແລະ ຄືນພັນທະຕ່າງໆ ໃຫ້ແກ່ບໍລິສັດຕາມສັນຍາ.

ຜົນກະທົບ ການຂຸດຄົ້ນ ແຮ່ຄຳຕົກຂ້ອນ ຕໍ່ປະຊາຊົນ

ທີ່ຜ່ານມາ ມີປະຊາຊົນ ຫຼາຍຄອບຄົວ ໃນຫຼາຍເມືອງ ຫຼາຍແຂວງ ທີ່ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນ ແຮ່ຄໍາຕົກຂ້ອນ, ເປັນຕົ້ນ ຢູ່ສາຍນໍ້າເຊືອງ-ສາຍນໍ້າແຊງ ເຊິ່ງໄຫຼຜ່ານ ເມືອງປາກແຊງ ແລະເມືອງວຽງຄໍາ ແຂວງຫຼວງພຣະບາງ ກໍມີບໍລິສັດ ຂອງນັກລົງທຶນຫວຽດນາມ ເຂົ້າມາຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຕັ້ງແຕ່ປີ 2024 ເຮັດໃຫ້ສາຍນໍ້າເຊືອງ ເຊິ່ງເປັນສາຍນໍ້າໃຫຍ່ ທີ່ໄຫຼຜ່ານ 10 ປາຍບ້ານ ຂຸ່ນ ເປັນຂີ້ຕົມ ຈົນຊາວບ້ານ ບໍ່ສາມາດນໍາໃຊ້ນໍ້ານັ້ນ ໄດ້ຄືເກົ່າ, ດັ່ງຊາວບ້ານ ຢູ່ເມືອງປາກແຊງ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ:

“ບໍລິສັດຄົນຫວຽດນ່າ ດົນແລ້ວ ເຂົ້າມາແຕ່ປີກາຍພຸ້ນນ່າ ຍັງບໍ່ໄດ້ອອກເທື່ອ ຍັງຂຸ່ນຢູ່ ຂຸ່ນກະແນວເຮົາຈົກແຄມນໍ້າ ຫັ້ນແຫຼະ. ເຮົາຈົກແຄມນໍ້າ ກະເຮັດໃຫ້ນໍ້າມັນຂຸ່ນ ມັນນັ້ນ ໂອ້...ສາຍນໍ້າ ກະສາຍນໍ້າຫຼັກເນາະ ເຮົາຊອກປູຊອກ ປາກກິນກໍໄດ້ ກໍໄດ້ປູໄດ້ປາມາກິນ ລ້ຽງຊີບ. ດຽວນີ້ ຊອກປາໂຕໜຶ່ງ ກໍບໍ່ມີແລ້ວ ຊອກປາກິນ ເຊົ້າກິນແລງ ກໍຍັງບໍ່ໄດ້ແລ້ວ.”

ຂະນະທີ່ ຊາວບ້ານ ຢູ່ບ້ານນໍ້າພູນ (ສຸວັນນະພູມ) ເມືອງປາກລາຍ ແຂວງໄຊຍະບູລີ ນາງໜຶ່ງ ກ່າວວ່າ ຢູ່ກາງສາຍນໍ້າພູນ ມີບໍລິສັດ ຂອງນັກລົງທຶນ ຊາວຈີນ ເຂົ້າມາຂຸດຄົ້ນ ແຮ່ຄໍາຕົກຂ້ອນ ໄດ້ປະມານ 2 ຫາ 3 ປີ ແລ້ວ. ການຂຸດຄົ້ນ ເຮັດໃຫ້ສາຍນໍ້າຂຸ່ນ ຕະຫຼອດເວລາ ເຮັດໃຫ້ຊາວບ້ານ ບໍ່ສາມາດຫາປູຫາປາ ແລະກໍເກັບໄຄບໍ່ໄດ້.


ຂ່າວ ກ່ຽວກັນ

ຊາວບ້ານ ຫຼາຍບ້ານ ຢູ່ເມືອງຫມື່ນ ຍັງໄດ້ຮັບຜົນກະທົບ ຈາກການຂຸດຄຳຕົກຂ້ອນ

ຫຼາຍແຂວງໃນລາວ ຍັງມີການຂຸດ ແຮ່ຄຳຕົກຂ້ອນ

ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ຍັງດຳເນີນຢູ່ ຢ່າງຄຶກຄື້ນ


ນອກຈາກນີ້ ນໍ້າປະປາໃນເຂດບ້ານ ເຊິ່ງໃຊ້ນໍ້າຈາກສາຍນໍ້າພູນ ໃນການຜະລິດ ກໍມີສະພາບຂຸ່ນຄືກັນ ແລະທີ່ຜ່ານມາ ຊາວບ້ານ ໄດ້ຮຽກຮ້ອງໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ແຕ່ຍັງບໍ່ໄດ້ຮັບການແກ້ໄຂ, ດັ່ງນາງກ່າວວ່າ:

“ມີພວກບໍລິສັດຈີນເດ້ ມາຂຸດຄົ້ນຄໍາ ນໍ້າກໍຂຸ່ນຢູ່ນີ້ແຫຼະ ແມ່ນແລ້ວ ຕອນນີ້ ນິ່ແຫຼະ ຂັ້ນເທິງ ເຂົາໃຫ້ມາຂຸດຄົ້ນຄໍາເດ້ ຂຸ່ນເປັນຂີ້ຕົມ ປະຊາຊົນ ກໍໃຊ້ນໍ້າບໍ່ໄດ້ເລີຍ ປູປາສັດນໍ້າ ອີຫຍັງກໍບໍ່ໄດ້ກິນ ຫາປູປາອີຫຍັງ ກໍລໍາບາກ ແຕ່ກ່ອນນໍ້າໃສ, ດຽວນີ້ ນໍ້າຂຸ່ນໝົດຫັ້ນນ່າ ຂຸ່ນຕະຫຼອດເວລາ ຂຸ່ນຄືນໍ້າໜອງ ຄືນໍ້າປ່າເລີຍນ່າ ດຽວນີ້ ແທບລົງບໍ່ໄດ້ ລະອາບນໍ້າກໍບໍ່ໄດ້ ໃຊ້ກະບໍ່ໄດ້.”

ນອກຈາກນີ້ ສາຍນໍ້າມາ ຢູ່ເມືອງຊຽງຄໍ້ ແຂວງຫົວພັນ ທີ່ໄຫຼຜ່ານ 10 ປາຍບ້ານ ເປັນຕົ້ນ ບ້ານຊຽງຄໍ້, ບ້ານນາເມືອງ, ບ້ານສົບມອນ, ບ້ານຮັບ ແລະບ້ານຕະອອນໃຕ້ ກໍມີສະພາບຂຸ່ນ ຍ້ອນມີບໍລິສັດຂຸດຄົ້ນ ຂອງນັກລົງທຶນຫວຽດນາມ ແລະຈີນ ມາຂຸດຄົ້ນຄໍາ ຢູ່ແຄມນໍ້າມາ ແຕ່ເດືອນທັນ ປີ 2024 ເປັນຕົ້ນມາ ເຮັດໃຫ້ປັດຈຸບັນ ຊາວບ້ານ ຢ້ານ ບໍ່ກ້າໃຊ້ນໍ້າມາ ຍ້ອນເປັນສີຂຸ່ນ ແລະອາດມີສານເຄມີ ທີ່ໃຊ້ໃນການຂຸດຄົ້ນຄໍາ ເປື້ອນຢູ່ໃນນໍ້າ, ດັ່ງຊາວບ້ານ ຢູ່ເມືອງຊຽງຄໍ້ ທ່ານໜຶ່ງ ກ່າວວ່າ:

“ຫຼາຍໆ ຢູ່ແຖວນໍ້າມາ ມັນເກືອບເປັນທຸກບ້ານເລີຍ ຫຼາຍບໍລິສັດເຈົ້າ ບໍລິສັດຈີນ ທຶນຫວຽດນາມ ລົງມາໝົດທຸກບ້ານ ແມ່ນ ມັນກະທົບຫຼາຍຢ່າງເນາະ ສັດນໍ້າແຕ່ລະຢ່າງກະບໍ່ມີ ກໍຫົດໄດ້ຢູ່ (ນໍ້າຫົດຜັກ) ແຕ່ວ່າ ກະຄືວ່າຫັ້ນແຫຼະ ມັນມີສານເຄມີເຈືອປົນ ບາງເທື່ອເຮົາກໍບໍ່ຢາກລົງນໍ້າ ເລີຍນ່າ.”

ຄໍາສັ່ງດັ່ງກ່າວນີ້ ອອກມາ ພາຍຫຼັງຈາກ ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 26 ພະຈິກ 2024 ວ່າ ຈະຍຸຕິຖາວອນ ໂຄງການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ແລະຍຸດ ການອະນຸມັດ ໂຄງການແຮ່ທາດ ແບບທົດລອງ ແລະ ໃຫ້ບັນດາໂຄງການທົດລອງ ທີ່ໄດ້ຮັບອະນຸມັດໄປແລ້ວ ເຂົ້າສູ່ການປະຕິບັດ ຕາມກົນໄກປົກກະຕິ ຕາມຂັ້ນຕອນກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.