ນາຍົກລັດຖະມົນຕີລາວ-ໄທ ຫາລືຄວາມຮ່ວມມື ປາບປາມ ແກ້ງຄອນເຊັນເຕີ

ສຸພັດຕາ/ເພັດສະຫຍາມ
2025.02.21
ນາຍົກລັດຖະມົນຕີລາວ-ໄທ ຫາລືຄວາມຮ່ວມມື ປາບປາມ ແກ້ງຄອນເຊັນເຕີ ຮູບພາບປະກອບ: ທ່ານ ສອນໄຊ ສີພັນດອນ ໄປຢ້ຽມຢາມ ນາຍົນລັດຖະມົນຕີໄທ ທ່ານ ນາງ ແພທອງທານ ຊິນນະວັດ. ວັນທີ 20 ເດືອນກຸມພາ ປີ 2025.
RFA

ວັນທີ 20 ກຸມພາ 2025 ທີ່ຜ່ານມາ ຢູ່ທໍານຽບລັດຖະບານໄທ ທ່ານ ນາງ ແພທອງທານ  ຊິນນະວັດ ນາຍົກລັດຖະມົນຕີໄທ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ຫາລືຮ່ວມກັນ ເພື່ອປາບປາມແກ້ງຄອນເຊັນເຕີ ແລະ ເອົາຜິດ ກັບຜູ້ທີ່ຢູ່ເບື້ອງຫຼັງ ໂດຍນາຍົກລັດຖະມົນຕີໄທ ໄດ້ຊົມເຊີຍລັດຖະບານລາວ ທີ່ໄດ້ດໍາເນີນການປາບປາມ ກຸ່ມອາດຊະຍາກໍາ ແກ້ງຄອນເຊັນເຕີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນໍາດ້ວຍ.

ຂະນະທີ່ ກະຊວງປ້ອງກັນຄວາມສະຫງົບ ຂອງລາວ ເຊິ່ງເປັນໜ່ວຍງານສໍາຄັນ ໃນການດໍາເນີນການ ປາບປາມແກ້ງຄອນເຊັນເຕີ ກໍພ້ອມໃຫ້ຮ່ວມມື ໃນການປາບປາມບັນຫານີ້, ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ຂອງລາວ ທ່ານໜຶ່ງ ກ່າວວ່າ:

“ຖ້າໄດ້ຮັບການເຫັນດີຈາກຂັ້ນເທິງ ກໍໜ້າເຊື່ອ ເຮົາກໍພ້ອມເນາະ ຕ້ອງໄດ້ລົມ ລາຍລະອຽດຕື່ມ ກັບພາກສ່ວນທີ່ກ່ຽວຂ້ອງ ແລະຈຸດປະສານງານ ຂອງຫ້ອງວ່າການ ຕື່ມເນາະເຈົ້າ ວ່າຂະເຈົ້າ ແມ່ນພາກສ່ວນໃດ ຕິດຕາມເພິ່ນໄປ ແລ້ວເພິ່ນມີການຕົກລົງກັນແນວໃດ ຕື່ມນ່າເຈົ້າ.”

ການປາບປາມແກ້ງຄອນເຊັນເຕີ ຈັດຢູ່ໃນປະເດັນສໍາຄັນ ທີ່ຝ່າຍໄທ ແລະລາວ ຕ້ອງຮ່ວມມືກັນແກ້ໄຂ ຢ່າງໃກ້ຊິດຍິ່ງຂຶ້ນ ໂດຍຖືເປັນບັນຫາຮ່ວມກັນ ໃນພູມມິພາກ ເຊິ່ງໄທ ໄດ້ສະເໜີໃຊ້ປະໂຫຍດ ຈາກກອບຄວາມຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ໄທ ເປັນປະທານໃນປີນີ້ ເພື່ອຜັກດັນໃຫ້ເກີດຄວາມຮ່ວມມືນີ້ ຢ່າງຈິງຈັງ.

ທາງດ້ານຜູ້ເປັນແມ່ ຂອງເຍົາວະຊົນລາວ ອາຍຸຕໍ່າກວ່າ 18 ປີ ທີ່ຕົກເປັນຜູ້ຖືກເຄາະຮ້າຍ ຈາການຄ້າມະນຸດ ຖືກຕົວະໄປເຮັດວຽກຕອບແຊັດ ຫຼື ສະແກມເມີ້ ຢູ່ປະເທດມຽນມາ ໄດ້ກ່າວພາຍຫຼັງຮູ້ຂ່າວ ທີ່ລັດຖະບານລາວ ແລະໄທ ຫາລືຮ່ວມກັນ ປາບປາມແກ້ງຄອນເຊັນເຕີ ວ່າ:

“ຜູ້ທີ່ບໍ່ຮູ້ ກໍຍັງໄດ້ ຜູ້ທີ່ບໍ່ຮູ້ ກໍຢາກໄປ ເຫັນໃຜໄປ ກໍ່ປຫັ້ນນ່າ ຢາກຂໍຄວາມຊ່ອຍເຫຼືອ ໃຫ້ຊ່ອຍນ້ອງຊ່ອຍໜຸ່ມ ລ່ວງໜ້ານີ້ແຫຼະ ບໍ່ໃຫ້ເກີດ ບໍ່ໃຫ້ມີ ບໍ່ໃຫ້ເປັນຄືເກົ່ານີ້.”

ນາງກ່າວວ່າ ລູກຂອງຕົນເອງ ຖືກແກ້ງຄອນເຊັນເຕີຈີນ ຫຼອກໃຫ້ມາເຮັດວຽກ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ຈາກນັ້ນ ໃຊ້ປືນຂົ່ມຂູ່ ບັງຄັບໃຫ້ຂຶ້ນເຮືອ ຕອນກາງຄືນ ເພື່ອພາຂ້າມໄປມຽນມາ ແລ້ວເອົາໄປຕໍ່ ໃຫ້ບໍລິສັດ ສະແກມເມີ້ ຂອງຈີນ ຈົນເວລາຜ່ານໄປ ປະມານ 1 ປີ ລູກຕົນເອງ ຈຶ່ງຖືກປ່ອຍໂຕ ອອກຈາກບໍລິສັດ ສະແກມເມີ້ຈີນ ແຕ່ປັດຈຸບັນ ມີສະພາບຮ່າງກາຍ ບໍ່ແຂງແຮງ ອັນເປັນຜົນກະທົບ ຈາກການຖືກທໍາຮ້າຍຮ່າງກາຍ ຂະນະທີ່ ຖືກບັງຄັບ ໃຫ້ເຮັດວຽກສະແກມເມີ້:

" ໄປຮອດພຸ້ນແລ້ວ ໂອ້ຍ ຄົນຄືວ່າແປກໜ້າ ນຸ່ງສີ້ນ ແລ້ວກໍມີຕຸ້ມຫູແດ່ ຈຶ່ງຮູ້ວ່າ ໄປບໍລິສັດນີ້ ບໍ່ຢູ່ດີ ບໍ່ມີແຮງ ກໍອ່ອນເພຍ ຍ້ອນເຂົາເອົາໄຟຟ້າຊ໋ອດ ເອົານໍ້າໃສ່ ຢູ່ກະຕຸກ 50 ລິດ ແລ້ວໃຫ້ເຂົາເປ້ ໂອ...ລູກກໍທໍລະມານສຸດຂີດແຫຼະ ລູກເອີ່ຍ.”


ຂ່າວ ກ່ຽວກັນ

ພາຍຫຼັງທີ່ ໄທ ຕັດໄຟຟ້າ ທີ່ສົ່ງໄປມຽນມາ ເຮັດໃຫ້ມີແມ່ຍິງລາວ 3 ຄົນ ໜີເຂົ້າປະເທດ ແລະຖືກຈັບ

ທາງການລາວ ກວດສອບສາຍອິນເຕີເນັດ ຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 1

ທາງການລາວ ຮູ້ວ່າຊາວລາວ ຜູ້ເຄາະຮ້າຍ 6 ຄົນ ໄດ້ຖືກຊ່ວຍອອກ ຈາກສູນສະແກມເມີ້ ຢູ່ມຽນມາ ແລະ ຈະຊ່ວຍ ໃຫ້ໄດ້ກັບບ້ານ


ຕໍ່ຄໍາຖາມທີ່ວ່າ ເປັນຍ້ອນຝ່າຍຈີນ ໄດ້ເຂົ້າຄວບຄຸມ ການປາບປາມແກ້ງຄອນເຊັນເຕີ ຂອງຝ່າຍລາວ ແລະໄທ ຫຼື ບໍ່ ຈຶ່ງເຮັດໃຫ້ເກີດການປາບປາມຈິງຈັງ ນັ້ນ ກໍບໍ່ມີເຈົ້າໜ້າທີ່ຄົນໃດ ສາມາດເວົ້າໄດ້ ໂດຍເຈົ້າໜ້າທີ່ຄະນະສະເພາະກິດ ມ້າງບໍລິສັດສໍ້ໂກງ ທາງໂທລະຄົມ ທ່ານໜຶ່ງ ສາມາດຕອບໄດ້ ພຽງແຕ່ວ່າ ຕໍາຫຼວດແຂວງບໍ່ແກ້ວ ໄດ້ຮ່ວມມື ກັບຕໍາຫຼວດຈີນ ເພື່ອລົບລ້າງ ກຸ່ມແກ້ງສໍ້ໂກງ ທາງໂທລະຄົມ ຂ້າມຊາດ ໂດຍໄດ້ຮັບຄໍາສັ່ງ ຈາກສູນກາງ ລັດຖະບານລາວ ທີ່ມີການເຈລະຈາ ຮ່ວມມືກັບຝ່າຍຈີນ, ດັ່ງທ່ານກ່າວວ່າ:

“ ເພາະວ່າ ບາງວຽກ ກໍສ່ວນຫຼາຍ ອາດຈະເປັນຄໍາສັ່ງ ມາຈາກ ຂັ້ນສູນກາງເນາະ ຈາກຂັ້ນລັດຖະບານເລີຍຫັ້ນນ່າ ໂຕນີ້ນິ່ ຄືເຮົາເປັນຜູ້ຊ່ອຍວຽກຢູ່ ບາງຄັ້ງ ບາງອັນ ເຮົາອາດຈະບໍ່ຮູ້ຫັ້ນນ່າ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.