ທາງການລາວ ກວດສອບສາຍອິນເຕີເນັດ ຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 1
2025.02.18
ມາຮອດປັດຈຸບັນ ຊາວລາວຫຼາຍຄົນ ເຫັນວ່າ ແກ້ງຄອນເຊັນເຕີ ຍັງເປັນບັນຫາຂ້າມຊາດ ໃນພາກພື້່ນອາຊຽນ ທີ່ສົ່ງຜົນກະທົບ ຕໍ່ປະຊາຊົນຫຼາຍປະເທດ ເປັນວົງກ້ວາງ ແລະ ປັດຈຸບັນ ຫຼາຍປະເທດ ກໍໄດ້ຮ່ວມມືກັນ ກວາດລ້າງແກ້ງຄອນເຊັນເຕີ ບໍ່ວ່າຈະເປັນໄທ ຈີນ ກອງກໍາລັງ DKBA ໂດຍສະເພາະທາງການໄທ ທີ່ໄດ້ຕັດໄຟຟ້າ ຕັດອິນເຕີເນັດ ແລະ ຕັດການສົ່ງນໍ້າມັນ ໃຫ້ເມືອງເມຍວະດີ ແລະ ເມືອງທ່າຂີ້ເຫຼັກ ຂອງພະມ້າ.
ສະນັ້ນ ທາງການລາວ ຈຶ່ງຕ້ອງໄດ້ມີສ່ວນຮ່ວມນໍາ ແລະ ຫຼ້າສຸດ ໄດ້ມີການລົງກວດກາ ສາຍອິນເຕີເນັດ ຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 1 ວຽງຈັນ-ໜອງຄາຍ ໃນວັນທີ 7 ກຸມພາ 2025 ນີ້ ແຕ່ກໍບໍ່ໄດ້ລາຍງານວ່າ ພົບສາຍອິນເຕີເນັດຜິດກົດໝາຍ ຫຼືບໍ່ ແຕ່ຊາວລາວເຊື່ອວ່າ ໃນລາວ ກໍຍັງມີພວກແກ້ງຄອນເຊັນເຕີຫຼາຍ ໂດຍສະເພາະ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ດັ່ງຊາວລາວທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ກຸມພາ ນີ້ວ່າ:
“ຈັ່ງວ່າ ບໍ່ເຮັດກະບໍ່ໄດ້ນໍ ມັນກໍຊິແມ່ນໄຟລົນຕູດຫັ້ນແຫຼະ ຄັນຈີນບໍ່ຮ້ອງຂໍນີ້ ລາວກໍຄືຈະບໍ່ເຮັດດອກ ຄັນໄທບໍ່ເຮັດແນວນັ້ນ ເຂົາກໍຈະບໍ່ເຮັດ ບໍ່ເຮັດກໍບໍ່ໄດ້ຢູ່ໃນກຸ່ມອາຊຽນ ໂອ້ມັນຍັງ ຍັງຫຼາຍຢູ່ດອກ ສາມຫຼ່ຽມນັ້ນແຫຼະ ຕອບແຊັດ ເຂົາກໍຕົວະໄປຊັ້ນແຫຼະ ຂາຍຕໍ່ອີກ ຄ້າຂາຍມະນຸດ.”
ທີ່ຜ່ານມາ ທາງການລາວ ບໍ່ໄດ້ລົງກວດກາ ຕິດຕາມສາຍເຊື່ອມຕໍ່ອິນເຕີເນັດ ທີ່ຜິດກົດໝາຍ ຢູ່ບໍລິເວນຂົວມິດຕະພາບລາວ-ໄທ ຢ່າງຈິງຈັງ, ຖ້າບໍ່ຖືກກົດດັນຈາກຈີນ ແລະ ຫຼາຍປະເທດ ເພື່ອໃຫ້ຮ່ວມກວດລ້າງ ພວກແກ້ງຄອນເຊັນເຕີ.
ກ່ອນໜ້ານີ້ ໃນເດືອນຕຸລາ 2024 ທາງການໄທ ກໍກວດພົບເຫັນ ສາຍອິນເຕີເນັດຜິດກົດໝາຍ ຢູ່ບໍລິເວນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ມຸກດາຫານ-ສະຫວັນນະເຂດ ທີ່ເຊື່ອມຕໍ່ຈາກໄທຫາລາວ, ໄດ້ຕັດສາຍສັນຍານ ເຊິ່ງສົງໄສວ່າ ອາດເປັນສາຍອິນເຕີເນັດ ສໍາລັບໃຊ້ໃນການກໍ່ອາດຊະຍາກໍາທາງອິນເຕີເນັດ ຂອງແກ້ງຄອນເຊັນເຕີ ທີ່ເຄື່ອນໄຫວຢູ່ລາວ.
ແລະ ເດືອນກໍລະກົດ 2024 ທາງການໄທ ກໍໄດ້ກວດພົບສັນຍານອິນເຕີເນັດຂ້າມປະເທດ ຈາກຊາຍແດນເມືອງແມ່ຈັນ ແຂວງຊຽງຮາຍ ທີ່ເຊື່ອມໄປຍັງພື້ນທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ.
ຂະນະທີ່ຊາວລາວທ່ານໜຶ່ງ ກ່າວວ່າ ຫາກທາງການລາວ ໄດ້ກວດກາ ສາຍເຊື່ອມຕໍ່ອິນເຕີເນັດຜິດກົດໝາຍ ໃນລັກສະນະທີ່ວ່ານັ້ນ ກໍເຊື່ອວ່າ ອາດມີການໃຊ້ອິນເຕີເນັດຜິດກົດໝາຍ ໃນລາວ ກໍ່ອາດຊະຍາກໍາ ເຊັ່ນກັນ.
“ອັນນີ້ ໜ້າຈະກວດສອບຊື່ໆຕີ ຖ້າວ່າກວດພໍ້ ຜິດເບາະ ມັນກໍຕ້ອງມີການແທັກ ການເຊື່ອມຕໍ່ສາຍຕົ້ນທາງ ປາຍທາງ ມັນຕ້ອງຮູ້ເດຈັບປາຍໄດ້.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານໜຶ່ງ ກໍກ່າວວ່າ ທາງການລາວ ກໍມີການກວດກາ ສາຍອິນເຕີເນັດ ເພື່ອປ້ອງກັນ ບໍ່ໃຫ້ກຸ່ມແກ້ງຄອນເຊັນເຕີ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຊ້ແບບຜິດກົດໝາຍ.
“ເຮົາກໍກວດລ້າງຄືກັນ ສ່ວນຫຼາຍ ມັນຈະຂຶ້ນໄປທາງເໜືອຂອງລາວ ຄືສາມຫຼ່ຽມຫັ້ນນ່າ ກຸ່ມບໍ່ແກ້ງ ກຸ່ມສີເທົາຫັ້ນນ່າ ແລະ ຄົນລາວຈະໄປພຸ້ນຫຼາຍ ຄົນລາວ ຄົນໄທ ຄົນພະມ້າ ຢູ່ຫັ້ນນ່າໝົດ.”
ທ່ານກ່າວຕື່ມວ່າ ສໍາລັບໃນນະຄອນຫຼວງວຽງຈັນ ໃຊ້ລະບົບອິນເຕີເນັດ ທີ່ທາງການອະນຸຍາດເທົ່ານັ້ນ, ບໍ່ໃຫ້ໃຊ້ອິນເຕີເນັດ ທີ່ເຊື່ອມສັນຍານຈາກຕ່າງປະເທດ ທີ່ບໍ່ຖືກຕ້ອງ.
“ເບື້ອງນະຄອນຫຼວງ ມັນຕ້ອງໃຊ້ອິນເຕີເນັດຂອງເບື້ອງລາວ ລາວໂທລະຄົມອະນຸຍາດ ຄ່ອຍໃຊ້ໄດ້ ຄັນວ່າລັດຖະບານເຮັດໂຕນີ້ ຕ້ອງໄດ້ຮູ້ນໍາເບື້ອງສົ້ນຂົວເບາະ ແຕ່ລະສົ້ນ ເຂົາເຈົ້າຈະມີບ່ອນຖືກກົດໝາຍ ບໍ່ໃຫ້ອອກໄປນອກພື້ນທີ່.”
ຢ່າງໃດກໍຕາມ ໃນວັນທີ 12 ມັງກອນ 2025 ນີ້, ເຈົ້າໜ້າທີ່ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ ຮ່ວມກັບເຈົ້າໜ້າທີ່ ຕໍາຫຼວດຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບກຸ່ມແກ້ງສໍ້ໂກງ ທາງໂທລະຄົມ ຈໍານວນ 41 ຄົນ ທັງໝົດເປັນຄົນສັນຊາດຈີນ.
ຕັ້ງແຕ່ປີ 2022-2024, ທາງການລາວ ໄດ້ສົ່ງໂຕຜູ້ກ່ຽວຂ້ອງ ກັບກຸ່ມແກ້ງຄອນເຊັນເຕີ ໃຫ້ຕໍາຫຼວດຈີນ 9 ຄັ້ງ ລວມມີ 1,394 ຄົນ. ໃນນັ້ນ ເປັນຍິງ 73 ຄົນ, ອີງຕາມລາຍງານຈາກກອງປະຊຸມ ປະເມີນຜົນການແກ້ໄຂ ການສໍ້ໂກງຊັບທາງໂທລະຄົມ ທີ່ເຜີຍແຜ່ ໃນມື້ວັນທີ 7 ມັງກອນ 2025 ນີ້.