ແມ່ຍິງລາວ ຖືກກຸ່ມຄົນຮ້າຍ ລຸມທໍາຮ້າຍ ພ້ອມ ປຸ້ນເອົາຊັບສິນ
2025.03.19
ເມື່ອວັນທີ 2 ກຸມພາ 2025 ທີ່ຜ່ານມາ ນາງ ແວວດາ ແມ່ຍິງລາວ ອາຍຸ 26 ປີ ທີ່ກຳລັງເດີນທາງ ໄປເຮັດວຽກ ເປັນແມ່ຄ້າຂາຍຊີ້ນ ຢູ່ຕະຫຼາດເທບປະສິດ ເຂດເມືອງພັດທະຍາ ແຂວງຊົນບຸຣີ ປະເທດໄທ ໄດ້ຖືກກຸ່ມຄົນຮ້າຍ ປະມານ 7 ຄົນ ສວມໃສ່ໝວກ ປິດບັງໃບໜ້າ ເປັນຊາຍ 6 ຄົນ, ຍິງ 1 ຄົນ ພາກັນລຸມທຳຮ້າຍຮ່າງກາຍ ແລະ ໃຊ້ມີດກີດໜ້າ ປຸ້ນຊັບສິນ. ຕາມຄວາມເວົ້າຂອງ ນາງ ແວວດາ ກ່າວເປັນພາສາໄທ ຕໍ່ ສື່ມວນຊົນໄທ ໃນວັນທີ 17 ມີນາ ທີ່ຜ່ານມາວ່າ:
"ເຮົາມາເຖິງປຸ໊ບ ໃຊ່ບໍ່ ແລ້ວພວກເຂົາເຈົ້າ ມາດັກລໍ ຢູ່ ຕົງນັ້ນ ຢູ່ແລ້ວ ບໍ່ຮູ້ດ້ວຍວ່າ ສາເຫດໃດ ມາເຖິງປຸ໊ບ ແລ້ວພວກເຂົາເຈົ້າ ກໍຖາມກັນວ່າ ແມ່ນຄົນນີ້ບໍ່ ແລ້ວເຂົາເຈົ້າ ກໍກີດໜ້າ ແລ້ວເອົາມີດ ເອົາປືນທຳມົ່ງນີ້ ຂອງນ້ອງ ແລ້ວເຮັດແນວນີ້ຂຶ້ນ ແລ້ວເຂົາເຈົ້າກີດ ແລ້ວນ້ອງມອງ. ເຂົາເຈົ້າ ເປັນຕົວຄົນໂຕສູງ ຈ່ອຍ ເອົາໂທລະສັບ ຕັງສົດ ກຸນແຈລົດ ພັດສະປອດໃນກະເປົ໋າ ຂອງນ້ອງ ໄປໝົດເລີຍ."
ເຈົ້າໜ້າທີ່ຕຳຫຼວດ ໄດ້ຈັບຄົນຮ້າຍ ຄົນໜຶ່ງ
ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດ ສາມາດຄຸມໂຕຄົນຮ້າຍ ທີ່ຮ່ວມກໍ່ເຫດ ໄດ້ຈຳນວນ 1 ຄົນ ເປັນເພດຍິງ ສ່ວນທີ່ເຫຼືອ ທີມງານຕຳຫຼວດ ກຳລັງສືບສວນ-ສອບສວນ ຊອກຕິດຕາມຢູ່, ດັ່ງ ທ່ານ ພັນຕໍາຫຼວດໂທ ພິທັກ ເງິນແສງ ຮອງຜູ້ກຳກັບການສອບສວນ ສະຖານີຕຳຫຼວດພູທອນ ເມືອງພັດທະຍາ ຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ມີນາ ນີ້ວ່າ:
"ມີທາງນ້ອງ ຜູ້ຊາຍໄທ ທີ່ເປັນຜົວ ແລະນ້ອງແມ່ຍິງລາວ ທີ່ເປັນເມຍ ຕິດຕໍ່ມາຫາຂ້ອຍ, ເຊິ່ງກຸ່ມນີ້ ກໍ່ເຫດ ໃນພື້ນທີ່ເມືອງພັດທະນາ ເປັນເຫດທີ່ໜ້າກົວ ໃສ່ໄອ້ໂມ້ງທຳຮ້າຍຄົນ, ຂ້ອຍກໍເວົ້ານຳ ນ້ອງແມ່ຍິງລາວວ່າ ໃຫ້ນ້ອງສະບາຍໃຈ ເພາະວ່າ ຂ້ອຍປະສານກັບທາງ ຜູ້ກຳກັບການ ເມື່ອເຊົ້າ ທາງຜູ້ການກໍເປັນຫ່ວງ."
ປັດຈຸບັນ ອອກໝາຍຈັບ ໄດ້ຄົນໜຶ່ງ ເປັນຜູ້ຍິງ ສ່ວນທີ່ເຫລືອ ສາຍສືບ ກໍາລັງທໍາການສືບສວນຢູ່.
"ປັດຈຸບັນ ອອກໝາຍຈັບໄດ້ ຄົນໜຶ່ງ ເປັນຜູ້ຍິງ ສ່ວນທີ່ເຫຼືອ ສາຍສືບກຳລັງທຳການສືບສວນຢູ່ ໄລ່ກ້ອງເພີ່ມຕື່ມ ວ່າ ຄົນຮ້າຍແມ່ນໃຜ."
ທາງດ້ານ ທ່ານ ອະເນກ ສະທອງຢູ່ ຜູ້ກຳກັບການ ສະຖານີຕຳຫຼວດພູທອນ ເມືອງພັດທະຍາ ຢັ້ງຢືນວ່າ ຈະສາມາດ ຈັບກຸ່ມຄົນຮ້າຍທັງໝົດ ໄວໄວນີ້ ແລະຢັ້ງຢືນວ່າ ກຸ່ມຄົນຮ້າຍ ແມ່ນຊາວອາຫຼັບ ແຕ່ຈະເປັນສັນຊາດໃດນັ້ນ ຍັງບໍ່ຂໍເປີດເຜີຍ ເນື່ອງຈາກ ຈະສົ່ງຜົນຕໍ່ຮູບຄະດີ.
ຂ່າວ ກ່ຽວກັນ
ຕໍາຫຼວດລາວ ກໍາລັງສືບສວນ-ສອບສວນ ຫາມືປືນໄທ ທີ່ຍິງຄົນລາວເສຍຊີວິດ ຢູ່ໜ້າຮ້ານບັນເທີງ
ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ
ໂຈນຈີນ 3 ຄົນ ປຸ້ນຮ້ານຄຳ ຄົນລາວ ທີ່ນະຄອນຫຼວງພຣະບາງ
ໃນຂະນະທີ່ ເຈົ້າໜ້າທີ່ ປະຈໍາສະຖານທູດລາວ ປະຈຳປະເທດໄທ ທ່ານໜຶ່ງ ທີ່ບໍ່ປະສົງ ອອກຊື່ແລະສຽງ ກ່າວວ່າ ໄດ້ເຫັນວ່າ ທີ່ນາງ ແວວດາ ພົນລະເມືອງລາວ ຖືກລຸມທຳຮ້າຍ ໃຊ້ມີດກີດໜ້າ ປຸ້ນຊັບສິນ ແລະ ຄະດີ ບໍ່ມີຄວາມຄືບໜ້າແລ້ວ ແລະ ຫາກພົນລະເມືອງລາວ ທີ່ເຮັດວຽກ ປະສົບເຫດແນວນີ້ ແລະ ຕ້ອງການຊ່ວຍເຫລືອ ກໍສາມາດພົວພົນ ມາຍັງສະຖານທູດລາວ ປະຈໍາໄທໄດ້.
ເຖິງຢ່າງໃດກໍຕາມ ນາງແວວດາ ບໍ່ໄດ້ຖືກຕັ້ງຂໍ້ຫາໃດໆ ໂດຍເຈົ້າໜ້າທີ່ໄທ ເນື່ອງຈາກ ຕຳຫຼວດໄດ້ກວດສອບແລ້ວ, ພົບວ່າ ນາງແວວດາ ຢູ່ ປະເທດໄທ ຢ່າງຖືກກົດໝາຍ.