ແມ່ຍິງລາວ 17 ຄົນ ທີ່ລັກລອບເຮັດວຽກ ຢູ່ແຂວງຊົນບຸຣີ ຖືກຈັບ
2024.06.28

ຕໍາຫຼວດກວດຄົນເຂົ້າເມືອງ ແຂວງຊົນບຸຣີ ຂອງໄທ ໄດ້ກວດບັນດາຮ້ານອາຫານ ແລະຮ້ານຄາຣາໂອເກະ ຢູ່ເຂດແຫຼມສະບັງ ເມືອງສີຣາຊາ ແຂວງຊົນບຸຣີ ໃນມື້ວັນທີ 27 ມິຖຸນານີ້ ແລະໄດ້ຈັບແມ່ຍິງລາວ 17 ຄົນ ທີ່ລັກເຂົ້າເມືອງ ແລະເຮັດວຽກ ແບບບໍ່ມີໃບອະນຸຍາດ ແລະທັງຈັບນາຍຈ້າງໄທ 2 ຄົນ.
ຈາກການສອບຖາມຂອງເຈົ້າໜ້າທີ່ຕໍາຫຼວດ ຮູ້ວ່າ ໃນຈໍານວນແມ່ຍິງລາວ 17 ຄົນນັ້ນ ມີ 14 ຄົນ ບໍ່ມີໃບອະນຸຍາດເຮັດວຽກ ທີ່ຖືກຕ້ອງ ແລະລັກເຂົ້າເມືອງ, 2 ຄົນ ບໍ່ມີໃບອະນຸ ຍາດເຮັດວຽກ ແລະ 1 ຄົນ ບໍ່ໄດ້ແຈ້ງຊື່ ແລະສະຖານທີ່ເຮັດວຽກ ຂອງນາຍຈ້າງ ແລະລັກສະນະງານ ທີ່ເຮັດພາຍໃນ 15 ມື້. ພວກເຂົາເຈົ້າ ຈະຖືກປັບໄໝ ຄົນລະ 5,000 ບາດ ແລະເມື່ອຊໍາລະຄ່າປັບແລ້ວ ກໍຈະຖືກສົ່ງກັບປະເທດລາວ.
ສ່ວນນາຍຈ້າງໄທ 2 ຄົນນັ້ນ ຖືກຕັ້ງຂໍ້ຫາ ຊ່ວຍເຫລືອ ຊຸກເຊື່ອງ ໃຫ້ທີ່ພັກເຊົາ ແກ່ຄົນຕ່າງດ້າວຜິດກົດໝາຍ ພົ້ນການຈັບກຸມ ແລະຮັບຄົນຕ່າງດ້າວ ທີ່ບໍ່ມີໃບອະນຸຍາດເຮັດວຽກ ຊຶ່ງອາດຈະມີໂທດ ຖືກປັບໄໝ ແຕ່ 10,000 ບາດ ເຖິງ 100,000 ບາດຕໍ່ຄົນງານຕ່າງດ້າວ 1 ຄົນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຫລວດ ປະຈໍາສະຖານີຕໍາຫຼວດພູທອນ ແຫຼມສະບັງ ເມືອງສີຣາຊາ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ມິຖຸນານີ້.
(ພາສາໄທ) “ໜ້າຈະປຽບທຽບປັບ ໄດ້ຕາມເງື່ອນໄຂ ເສຽຄ່າປັບກ່ອນແລ້ວ ກໍເຮັດເລື້ອງຜັກດັນກັບປະເທດ ກໍຖືກປັບ 5,000 ບາດ, ຜູ້ຕ້ອງຫາຍິນຍອມ ທີ່ຈະກັບປະເທດ ເຖິງຈະປັບໄດ້. ສ່ວນນາຍຈ້າງ ກໍຕ້ອງ ດໍາເນີນການອີກຂັ້ນຕອນນຶ່ງ.”
ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງ ກໍໄດ້ກວດຮ້ານອາຫານ, ຮ້ານຄາຣາໂອເກະ, ຕະຫຼາດ, ແຄັມກໍ່ສ້າງ ທີ່ເມືອງສີຣາຊາ ຢູ່ເລື້ອຍໆ ແລະໄດ້ຈັບຄົນງານລາວ ທີ່ເຮັດວຽກຜິດກົດໝາຍ ເທື່ອລະຄົນສອງຄົນ. ແຕ່ການຈັບຄັ້ງນີ້ ຖືວ່າໄດ້ຫຼາຍກວ່າທີ່ຜ່ານໆມາ.
ຄົນງານລາວ ທີ່ຖືກຈັບໃນເທື່ອນີ້ ເຈົ້າໜ້າທີ່ຕໍາຣວດເມືອງສີຣາຊາອີກຜູ້ນຶ່ງ ບອກວ່າ ຢູ່ຮ້ານອາຫານ ແລະຮ້ານຄາຣາໂອເກະ 4 ຮ້ານ ຊຶ່ງໃນນັ້ນ 3 ຮ້ານແມ່ນຄົນດຽວກັນເປັນເຈົ້າຂອງ, ແລະແມ່ຍິງລາວ ທີ່ຈັບໄດ້ ທັງໝົດ ມີອາຍຸເກີນ 18 ປີ.
(ພາສາໄທ) “ອາຍຸ ບັນລຸນິຕິພາວະເບິດແລ້ວ ສ່ວນຫຼາຍກວດພົບຄົນສອງຄົນ ເທື່ອນີ້ຖືວ່າຫລາຍ 10 ປາຍຄົນ. ສ່ວນຢູ່ຮ້ານຄາຣາໂອເກະ ບໍ່ຄ່ອຍຫຼາຍດອກ, ສ່ວນຫລາຍ ກໍເປັນບ່ອນອື່ນໆ ທົ່ວໄປ ຕາມສະຖານທີ່ກໍ່ສ້າງແດ່ ຕາມຕະຫຼາດແດ່ ຊຶ່ງສ່ວນຫຼາຍກໍເປັນຄົນໃຊ້ແຮງງານ, ບໍ່ຫຼາຍດອກ ເພາະວ່າ ສ່ວນຫລາຍ ກໍມີການຂຶ້ນທະບຽນ ແຮງງານຕ່າງດ້າວ ຫລືວ່າເປັນ MOU ເບິດແລ້ວ, ໜ້ອຍຫລາຍ ທີ່ເຂົາມາທີຫລັງ ແລ້ວເຂົາເຮັດ MOU ບໍ່ໄດ້ຫລືຍັງເຮັດບໍ່ແລ້ວ.”
ເລື່ອງການຈັບແມ່ຍິງລາວຄັ້ງນີ້ ປະຊາຊົນໃນພື້ນທີ່ແຫຼມສະບັງ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິຖຸນານີ້ວ່າ ຍັງບໍ່ຮູ້ຂ່າວເທື່ອ ແຕ່ໃນຍ່ານແຫຼມສະບັງນີ້ ມີຄົນງານລາວ ເຂົ້າມາເຮັດວຽກ ຢູ່ຮ້ານອາຫານ ແລະຮ້ານຄາຣາໂອເກະ ຫຼາຍແທ້ ແລະຄາດວ່າ ສ່ວນນຶ່ງ ກໍອາດຈະເຂົ້າມາ ໂດຍໃຊ້ວີຊາທ່ອງທ່ຽວ. ແລະວ່າ ຕາມປົກກະຕິ ເຈົ້າໜ້າທີ່ຕໍາຫຼວດ ຈະກວດກາພື້ນທີ່ຢູ່ເລື້ອຍໆ. ຫາກຮ້ານໃດ ຖືກກວດກາເລື້ອຍ ກໍອາດຈະເປັນຍ້ອນ ເຈົ້າຂອງຮ້ານ ບໍ່ໄດ້ຈ່າຍເງິນກ້ອງໂຕະ.
(ພາສາໄທ) “ອັນນີ້ບໍ່ຮູ້ເດ໋ ຕາມຮ້ານອາຫານແມ່ນບໍ່ ສ່ວນຫຼາຍກໍຫຼາຍຢູ່ ສ່ວນຫຼາຍ ຈະມາແບບມີແພສ ພອດທ່ອງທ່ຽວ, ບໍ່ເລື້ອຍປານໃດ ມັນເປັນຊ້ວງໆ ມັນຂຶ້ນຢູ່ກັບຮ້ານນໍາດ້ວຍ ຮ້ານເຂົາເຄີຍພື້ນທີ່ ຫລືບໍ່.”
ແຂວງຊົນບຸຣີ ເປັນແຂວງນຶ່ງ ທີ່ມີຄົນງານຕ່າງດ້າວ ຮວມທັງຄົນງານລາວເຂົ້າໄປເຮັດວຽກຢູ່ຫຼາຍ ຍ້ອນເປັນແຂວງ ທີ່ມີທຸລະກິດຫລາຍປະເພດ ເປັນຕົ້ນ ໂຮງແຮມ, ຮ້ານອາຫານ. ນອກຈາກແຂວງນີ້ແລ້ວ ໃນເຂດເມືອງພັດທະຍາ ແຂວງຈັນທະບຸຣີ ແລະຣະຍອງ ກໍຍັງມີຄົນງານລາວ ໄປເຮັດວຽກຫລາຍ ດັ່ງພະນັກງານ ບໍລິສັດຈັດຫາຄົນງານລາວ ໄປເຮັດວຽກຢູ່ໄທ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ຫລາຍ ເຈົ້າ ແມ່ນແລ້ວ ຊົນບຸຣີ ພັດທະຍາ ງານສວນ ໂຮງແຮມ ປໍ້ານໍ້າມັນ ຂາຍເຄື່ອງໜ້າຮ້ານ ມັນມີຫລາຍ ມັນຫລາຍກວ່າໝູ່ຈະເປັນຮ້ານອາຫານຕົວນີ້ ສ່ວນໂຮງແຮມຈະມີຢູ່ພັດທະຍາແຄມທະເລ ເທົ່ານັ້ນແຫລະ.”
ໃນລະຫວ່າງວັນທີ 5 ຫາວັນທີ 12 ມິຖຸນານິີ້ ກົມການຈັດຫາງານຂອງໄທ ໄດ້ປະຕິບັດນະໂຍບາຍ ປາບປາມຄົນງານ ຜິດກົດໝາຍ ໃນ 120 ວັນ ແລະໄດ້ຈັບຄົນງານລາວ ທີ່ເຂົ້າມາເຮັດວຽກຢູ່ໄທແບບບໍ່ຖືກກົດໝາຍ 1,659 ຄົນ, ອີງຕາມ ການລາຍງານຂອງທ່ານ ສົມຊາຍ ມໍລະກົດສີວັນ ອະທິບໍດີກົມການຈັດຫາງານ ກະຊວງແຮງງານຂອງໄທ ໃນມື້ວັນທີ 13 ມິຖຸນານິີ້.
ສຳລັບສາເຫດ ທີ່ເຮັດໃຫ້ກົມການຈັດຫາງານຂອງໄທ ດຳເນີນການປາບປາມ ຄົນງານຂ້າມຊາດ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບຜິດກົດໝາຍ ທີ່ວ່ານັ້ນ, ສ່ວນ
ໜຶ່ງ ກໍເປັນຍ້ອນມີຜູ້ຮ້ອງຮຽນໄປຫາຫລາຍ ແລະກໍຄາດກັນວ່າ ທາງການໄທ ອາດຈະເປີດໃຫ້ມີການຈົດທະບຽນ ຄົນງານຂ້າມຊາດ ຮອບໃໝ່ ໃນໄລຍະມໍ່ໆນີ້.