ນະໂຍບາຍຮຽນຟຣີ ຂອງໂຮງຮຽນລັດ ພາກ 2: ພໍ່ແມ່ ຜູ້ປົກຄອງ ສ້າງບ່ອນພັກ ໃຫ້ນັກຮຽນ

ສຸພັດຕາ
2025.03.06
ນະໂຍບາຍຮຽນຟຣີ ຂອງໂຮງຮຽນລັດ ພາກ 2: ພໍ່ແມ່ ຜູ້ປົກຄອງ ສ້າງບ່ອນພັກ ໃຫ້ນັກຮຽນ ຮູບພາບປະກອບ: ນັກຮຽນ ພາກັນຍ່າງຫຼິ້ນ ຕາມເສັນທາງ ພາຍໃນເມືອງ ແຫ່ງໜຶ່ງ ຢູ່ແຂວງສະຫວັນນະເຂດ. ເດືອນພະຈິກ ປີ 2023.
RFA

ນະໂຍບາຍຮຽນຟຣີ ແຕ່ ປັດຈຸບັນ ພໍ່ແມ່ ຜູ້ປົກຄອງ, ໂຮງຮຽນ ແລະບ້ານ ຕ້ອງໄດ້ປະກອບສ່ວນ ສ້າງຫໍພັກ ໃຫ້ນັກຮຽນ ໄດ້ຢູ່ອາໄສ ໂດຍປະກົດໃຫ້ເຫັນ ທັງໃນເຂດເທດສະບານ ແລະເຂດຫ່າງໄກສອກຫຼີກ ໃນຫຼາຍແຂວງ ຂອງລາວ, ເປັນຕົ້ນ ພໍ່ແມ່ ຜູ້ປົກຄອງນັກຮຽນ ຢູ່ບ້ານໂຮມຈະເລີນ ເມືອງນາແລ ແຂວງຫຼວງນໍ້າທາ ຕ້ອງໄດ້ອອກເງິນ ສ້າງຕູບ ເປັນຫໍພັກ ໃນເຂດບ້ານ ເພື່ອໃຫ້ລູກ-ຫຼານ ຂອງຕົນເອງ ພັກອາໄສ ເນື່ອງຈາກໂຮງຮຽນປະຖົມ ບ້ານໂຮມຈະເລີນ ແລະໂຮງຮຽນ ມ.ສ ບ້ານໜອງຄໍາ ບໍ່ມີຫໍພັກ ໃຫ້ນັກຮຽນ. ປັດຈຸບັນ ນັກຮຽນ ຊັ້ນປະຖົມ ແລະມັດທະຍົມຕອນຕົ້ນ ຕ້ອງໄດ້ນອນນໍາກັນ 6-7 ຄົນ. ໃນນັ້ນ ເປັນນັກຮຽນປະຖົມ 2 ຄົນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານໜຶ່ງ ກ່າວວ່າ:

“ນັກຮຽນນີ້ ມັນບໍ່ມີໝ້ອງຢູ່ ພໍ່ແມ່ມາຕັ້ງຫໍພັກໃຫ້ລູກ ແຕ່ວ່າ ພໍ່ແມ່ ຢູ່ປາງພຸ້ນ. ມັນບໍ່ໄດ້ ມາບ້ານໃໝ່, ເຂົາຍັງຢູ່ບ້ານເກົ່າ ເປັນຫໍພັກຕັ້ງຢູ່ບ້ານເດ້. ຫໍພັກຫັ້ນນ່າ ບໍ່ຕັ້ງຢູ່ໂຮງຮຽນ ບໍ່ປອດໄພ ເປັນໄມ້ຝາໄມ້ເຮ້ຍ, ສ່ຽງເກີດເນາະ ອັກຄີໄພບໍ ມິຫຍັງຕ່າງໆ ຫັ້ນແຫຼະ. ເອີ່ ເດັກນ້ອຍ ຢູ່ຮ່ວມກັນເດ້.”

ທ່ານກ່າວຕື່ມວ່າ ທຸກວັນເສົາ-ອາທິດ ພໍ່ແມ່ຜູ້ປົກຄອງ ກໍຈະມາຮັບ ເອົານັກຮຽນກັບບ້ານ ເພື່ອໃຫ້ນັກຮຽນ ໄປເອົາເຂົ້າມາໄວ້ກິນ ໃນມື້ທີ່ເຂົ້າໂຮງຮຽນ ໂດຍໄລຍະທາງ ລະຫວ່າງບ້ານ ໄປຫາໂຮງຮຽນ ໄກປະມານ 6-7 ກິໂລແມັດ.

ສະພາບບ່ອນພັກ ຂອງນັກຮຽນ

ປະມານ ປີ 2023 ຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ບ້ານແກ່ວ ເມືອງງາ ແຂວງໄຊຍະບູລີ ທາງການ ໄດ້ສ້າງຫໍພັກ ຈໍານວນ 1 ຫຼັງ ເພື່ອໃຫ້ນັກຮຽນເພດຍິງ ໄດ້ໃຊ້ຫຼັບນອນ. ສ່ວນນັກຮຽນເພດຊາຍ ປະມານ 10 ປາຍຄົນ ຕ້ອງໄດ້ຢູ່ຫໍພັກ ແບບປະຖົມປະຖານ ບໍ່ມີຕຽງ, ບໍ່ມີພັດລົມ, ບໍ່ມີວິດຖ່າຍ. ຕ້ອງໄດ້ຍ່າງໄປໃຊ້ວິດຖ່າຍ ຂອງໂຮງຮຽນປະຖົມ ແລະທຸກປີ ໂຮງຮຽນ, ຊຸມຊົນ ແລະພໍ່ແມ່ ຜູ້ປົກຄອງ ຂອງນັກຮຽນ ຕ້ອງໄດ້ປະກອບສ່ວນ ເພື່ອສ້ອມແປງຫໍພັກ ໃຫ້ນັກຮຽນນໍາດ້ວຍ, ດັ່ງຊາວບ້ານ ບ້ານແກ່ວ ທ່ານໜຶ່ງ ກ່າວວ່າ:

“ແມ່ນແລ້ວ ເຮັດປະຖົມປະຖານ ຫັ້ນແຫຼະ. ບໍ່ມີຕຽງ, ບໍ່ມີຫຍັງ ເອົາໄມ້ເຮ້ຍ ຫັ້ນແຫຼະ ແອ້ມ ຫັ້ນນ່າ. ພື້ນນີ້ ເຮົາປູແປ້ນເລີຍ ເຮົາເຮັດແບບເຮືອນສູງ ຫັ້ນແຫຼະ. ມີແຕ່ໄຟ, ວິດຖ່າຍບໍ່ມີ ຖ່າຍລວມປະຖົມ ສຸດຄວາມຢາກໄດ້ ຫັ້ນໂອ້..ປີໃດ ໄດ້ຊ່ວຍປຸກ ປີໜຶ່ງ ແລ້ວກໍ ມັນພາກັນ ແຕ່ລະປີ ນີ້ແຫຼະ. ໂຮງຮຽນນີ້ນ່າ ມັນເພແລ້ວ ກະສ້ອມແປງ.”

ຢູ່ໂຮງຮຽນ ມ.ສ ບ້ານນາມອນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ມີນັກຮຽນ ຍິງ ແລະຊາຍ ລວມທັງໝົດ 40 ປາຍຄົນ ໃນສົກຮຽນປີ 2024-2025 ນີ້ ທີ່ຕ້ອງໄດ້ນອນຫໍພັກ ທີ່ມີລັກສະນະເປັນຕູບ ຈໍານວນ 20 ຫຼັງ ບໍ່ມີພັດລົມ ແລະບໍ່ມີວິດຖ່າຍ, ດັ່ງຊາວບ້ານ ບ້ານນາມອນ ທ່ານໜຶ່ງ ກ່າວວ່າ:

“ ພໍ່ແມ່ ເຂົາເຈົ້າມາປຸກໃຫ້ ແບບເຮືອນຄົວ ລົກເປັດ-ລົກໄກ່ ຈັ່ງຊີ້ນ່າ ລະລ໋ອບຈ໋ອບແຈ໋ບ ເປັນຕູບ ກະຕ໋ອບ ແກະແຕ໋ບ ໄປຈັ່ງຊີ້ ນີ້ແຫຼະ, ມຸງສັງກະສີ 10 ປາຍແຜ່ນ ບໍ່ມີພັດລົມ. ຝົນຕົກຝົນລິນ ມັນກໍໄດ້ຢູ່ແບບນັັ້ນ ແຫຼະ. ຝົນ ກະບໍ່ຮົ່ວ ບໍ່ຫຍັງດອກ ແຕ່ມັນແອອັດ ໜຶ່ງມາ ລະຫ້ອງນໍ້າ ຫ້ອງຫຍັງ ຫັ້ນເນາະ ກະບໍ່ມີ, ມາຖ່າຍໜັກ-ຖ່າຍເບົາ ຍ່າງມາອາຄານ ຂອງໂຮງຮຽນພີ້ ປະມານໝ້ອງ 50-60 ແມັດ ນີ້ແຫຼະ.”

ຊາວບ້ານ ບ້ານແກ່ວ ແລະບ້ານນາມອນ ກ່າວຄືກັນວ່າ ຄອບຄົວ ຂອງນັກຮຽນ ບໍ່ມີເງິນຊື້ລົດຈັກ ໃຫ້ລູກ ຂີ່ໄປໂຮງຮຽນ ແລະຂີ່ກັບບ້ານ ຈຶ່ງເຮັດໃຫ້ນັກຮຽນ ຕ້ອງໄດ້ຍ່າງມາໂຮງຮຽນ, ແຕ່ການຍ່າງມາໂຮງຮຽນ ໂດຍນັບໄລຍະທາງ ຈາກບ້ານ ມາຫາໂຮງຮຽນ ປະມານ 3-10 ກິໂລແມັດ ກໍຖືວ່າລໍາບາກ ແລະ ອາດເຮັດໃຫ້ເດັກນ້ອຍ ບໍ່ມີຄວາມປອດໄພ. ຍ້ອນສາເຫດນີ້ ທາງນາຍຄູ ຈຶ່ງໃຫ້ນັກຮຽນ ມານອນຫໍພັກຂອງໂຮງຮຽນ ແຕ່ຄືນວັນຈັນ ເຖິງວັນສຸກ ຈົນກວ່າ ຈະຈົບພາກຮຽນ.

ຄວາມຊ່ວຍເຫຼືອ ຈາກອົງການຢູນິເຊບ

ຊາວບ້ານ ທ່ານໜຶ່ງ ກ່າວຕື່ມວ່າ ປະມານ 10 ປາຍປີ ທີ່ຜ່ານມາ ອົງການຢູນິເຊບ ປະຈໍາປະເທດລາວ ບໍ່ເຄີຍໄດ້ຊ່ວຍເຫຼືອທາງການ ດ້ວຍການສ້າງ ຫໍພັກນັກຮຽນ ແຕ່ຈະຊ່ວຍເຫຼືອ ກ່ຽວກັບ ລະບົບສຸຂາພິບານ ໃຫ້ໂຮງຮຽນ ແລະຊຸມຊົນ:

“ຜ່ານມາ ມີແຕ່ວ່າ ຢູ່ບ້ານເຮົານີ້ ບໍ່ເຄີຍມີນ່າ ເລື່ອງຫໍພັກນ່າ ມີແຕ່ວ່າ ຫ້ອງນໍ້າໂຮງຮຽນຫັ້ນ ມີຢູ່ເນາະ ມີແຕ່ນໍ້າ ແລະສຸຂາພິບານນີ້ເນາະ. ຂອງໂຮງຮຽນ ກັບຂອງຊຸມຊົນ ຄົບຊຸດເລີຍແຫຼະ. ເຂົາຊ່ວຍນ່າ ແຕ່ອ້າຍປະສານງານນໍາເຂົ້າ ກະບໍ່ເຄີຍເຫັນ ບໍ່ໄດ້ຍິນວ່າ ເຂົາເຮັດຫໍພັກ ຂອງຢູນິເຊບນ່າ.”


ຂ່າວ ກ໋ຽວກັນ

ຄ່າຮຽນ ໂຮງຮຽນລັດ: ເມື່ອຄວາມເປັນຈິງ ບໍ່ກົງກັບນະໂຍບາຍ

ຜູ້ສົນໃຈ ສອບເສັງເຂົ້າຮຽນຕໍ່ ມະຫາວິທະຍາໄລແຫ່ງຊາດ ຫຼຸດລົງຫຼາຍ

ຣັຖບານ ຕັ້ງເປົ້າ ໃຫ້ເດັກນ້ອຍທຸກຄົນ ເຂົ້າເຖິງການສຶກສາ


ກ່ອນໜ້ານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຕາງໜ້າສູນກາງພັກ ລັດຖະບານ ໄດ້ກ່າວຕໍ່ສາທາລະນະຊົນ ເນື່ອງໃນໂອກາດ ໄຂສົກຮຽນໃໝ່ ຂອງສົກຮຽນ ປີ 2024-2025 ວ່າ ຕ້ອງລະດົມລູກ-ຫຼານ ເຂົ້າໂຮງຮຽນ ຢ່າງໜ້ອຍ ໃຫ້ຈົບການສຶກສາ ພາກບັງຄັບ:

“ພໍ່ແມ່ ຜູ້ປົກຄອງ ຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນ ສຶກສາອົບຮົມ ປຸກລະດົມຂົນຂວາຍ ລູກ-ຫຼານ ຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າ ສືບຕໍ່ຮຽນ ຢ່າງໜ້ອຍ ໃຫ້ຈົບສຶກສາ ພາກບັງຄັບ ແລະ ສືບຕໍ່ຮຽນ ໃນລະດັບທີ່ສູງຂຶ້ນ.”

ການສຶກສາ ພາກບັງຄັບ ຂອງປະເທດລາວ ຄື 12 ປີ ນັບແຕ່ ປ.1 ຫາ ມ.7, ອີງຕາມຂໍ້ມູນ ຈາກຫ້ອງການສຶກສາ ເມືອງນາແລ ແຂວງຫຼວງນໍ້າທາ.

ນອກນັ້ນ ປະເທດລາວ ເປັນ 1 ໃນ 193 ປະເທດ ທີ່ໄດ້ຮັບການ ຮັບຮອງຈາກອົງການ ສະຫະປະຊາຊາດ ແຕ່ວັນທີ 25 ເດືອນກັນຍາ ປີ 2015 ໃຫ້ດໍາເນີນການ ຕາມເປົ້າໝາຍ ການພັດທະນາແບບຍືນຍົງ ຫຼື (Sustainable Development Goals: SDGs) ທັງໝົດ 17 ເປົ້າໝາຍ ເຊິ່ງເປົ້າໝາຍ ການພັດທະນາ ແບບຍືນຍົງ ສໍາລັບຂະແໜງການສຶກສາ ທີ 4 ຫຼື SDG4 ແມ່ນມີເນື້ອໃນຕົ້ນຕໍ ຄື: ຮອດປີ 2030 ທຸກຄົນ ສໍາເລັດການສຶກສາ ຊັ້ນປະຖົມ ແລະມັດທະຍົມ ທີ່ມີຄຸນນະພາບ ໂດຍບໍ່ເສຍຄ່າຮຽນ ແລະ ມີມາດຕາການ ທີ່ສໍາຄັນ ຄື: ມີແວດລ້ອມການຮຽນ ທີ່ປອດໄພ ແລະ ເອື້ອອໍານວຍ ໃນການຮຽນຮ່ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.