ຣັຖບານ ຕັ້ງເປົ້າ ໃຫ້ເດັກນ້ອຍທຸກຄົນ ເຂົ້າເຖິງການສຶກສາ

ຣັຖບານ ຈະຮັບປະກັນວ່າ ຈະເດັກນ້ອຍ ຍິງ-ຊາຍ ສຳເຣັດການສຶກສາ ຊັ້ນປະຖົມ ແລະມັທຍົມ ໂດຍບໍ່ເສັຍຄ່າຮຽນ, ມີຄວາມເທົ່າທຽມກັນ ແລະ ມີຄຸນນະພາບ ພາຍໃນປີ 2030, ແຕ່ປະຊາຊົນເຫັນວ່າ ເປັນເຣື່ອງຍາກ ເນື່ອງໃນປັດຈຸບັນ ມີນັກຮຽນປະລະການຮຽນ ເພີ່ມຂຶ້ນ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກ.
ໄຊຍາ
2023.06.22
ຣັຖບານ ຕັ້ງເປົ້າ ໃຫ້ເດັກນ້ອຍທຸກຄົນ ເຂົ້າເຖິງການສຶກສາ ຮູບເດັກນ້ອຍນັກຮຽນ ເມື່ອຫຼາຍປີກ່ອນ ຈາກຄອບຄົວທີ່ທຸກຍາກ ຢູ່ເມືອງປາກຊ່ອງ ຫລັງຈາກເລີກຮຽນ ຈະອອກໄປເກັບກາເຟ ເພື່ອຫາລາຍໄດ້ ຊ່ອຍຄອບຄົວ.
RFA

ເປົ້າໝາຍ ການພັທນາແບບຍືນຍົງທີ 4 ແມ່ນພາຍໃນປີ 2030 ຣັຖບານຈະຮັບປະກັນວ່າ ເດັກນ້ອຍຍິງ-ຊາຍ ທັງໝົດສຳເຣັດການສຶກສາ ຊັ້ນປະຖົມ ແລະມັທຍົມ ໂດຍບໍ່ເສັຍຄ່າ, ມີຄວາມເທົ່າທຽມກັນ ແລະມີຄຸນນະພາບ, ສະເພາະຢູ່ແຂວງຊຽງຂວາງ ສົກຮຽນ 2022-2023 ນັກຮຽນແຕ່ ປ.1-ມ.4 ຍັງບໍ່ສາມາດເຂົ້າຮຽນໄດ້ທຸກຄົນ ຕາມເປົ້າໝາຍດັ່ງກ່າວ ແລະຄາດວ່າຈະະບໍ່ບັນລຸເປົ້າໝາຍດັ່ງກ່າວໄດ້ 100% ໃນປີ 2030 ແຕ່ຈະເຮັດໃຫ້ໄດ້ປະມານ 95% ຍ້ອນຍັງມີນັກຮຽນ ຕາມເຂດຊົນນະບົດ ທີ່ມີຊາຍແດນຕິດຈອດກັບວຽດນາມ ເຊິ່ງບໍ່ໄດ້ຮັບການສຶກສາ ທີ່ມີຄຸນນະພາບ. ບໍ່ມີໂຮງຮຽນໃກ້ບ້ານ ຈຶ່ງເຮັດໃຫ້ມີການປະລະການຮຽນແຕ່ຍັງນ້ອຍ ໄລຍະທາງໄປໂຮງຮຽນ ຫ່າງໄກ ຕັ້ງແຕ່ 20-30 ກິໂລແມັດ ຄຽງຄູ່ກັນນັ້ນເຂົາເຈົ້າຈຳເປັນຕ້ອງອອກຮຽນ ມາຊ່ອຍພໍ່-ແມ່ ເຮັດການຜລິດນຳອີກ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຊຽງຂວາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນວັນທີ 21 ມິຖຸນານີ້ວ່າ:

ເຂົາມີເງິນເດ້ ຢູ່ບ້ານນອກ ແຕ່ວ່າເຂົາຈຳເປັນຕ້ອງມີແຮງງານເພີ່ມ ບໍ່ແມ່ນວ່າເຂົາທຸກ ພື້ນຖານການຜລິດເຂົາມີ ແຕ່ວ່າເຂົາຢູ່ຫ່າງໄກໂຮງຮຽນ ໄກບ້ານແດ່ບ່ອນຜລິດໄກເຮືອນ. ລູກຫຼານມີກຳລັງແຮງຂຶ້ນມາໜ້ອຍໜຶ່ງ, ໃຫຍ່ມາໜ້ອຍໜຶ່ງ ເຂົາກໍຕ້ອງເອົາອອກມາ ຊ່ອຍແຮງງານພໍ່-ແມ່ ຫັ້ນນ່າ ຄວາມໝາຍຈົບ ມ.1, ມ.2. ບາງເທື່ອເຂົາ ກໍປະລະການຮຽນໄປແລ້ວ ເພື່ອແກ້ບັນຫານີ້ ຣັຖບານແມ່ນຕ້ອງໄດ້ສ້າງ ໂຮງຮຽນກິນນອນ ເພາະວ່າ ເຕົ້າໂຮມບ້ານຫ່າງໄກ ໃຫ້ລູກຫຼານເຂົາສາມາດ ມານອນ. ໂຮງຮຽນເລົ່ານັ້ນ ຕ້ອງມີຄວາມປອດພັຍ ຮອບດ້ານ.

ທ່ານກ່າວຕື່ມວ່າ ປີນີ້ທົ່ວແຂວງຊຽງຂວາງ ມີນັກຮຽນແຕ່ ປ.1-ມ.4 ປະລະການຮຽນ 11% ແລ້ວ, ຖ້າຂັ້ນເທິງບໍ່ສາມາດສ້າງໂຮງຮຽນ ກິນນອນ ໃຫ້ນັກຮຽນໄດ້ ກໍຈະເຮັດໃຫ້ມີນັກຮຽນ ບໍ່ເຂົ້າເຖິງການສຶກສາ ພາກບັງຄັບແຕ່ ປ.1-ມ.4 ຄົບທຸກຄົນ.

ຂະນະທີ່ແຂວງຫົວພັນ ການທີ່ຈະບັນລຸເປົ້າໝາຍ ການພັທນາແບບຍືນຍົງທີ 4 ພາຍໃນປີ 2030 ເປັນໄປໄດ້ຍາກ ເມື່ອທຽບຄຽງກັບອັດຕຣາ ການປະລະການຮຽນ. ມັທຍົມຕົ້ນ ແຕ່ ມ.1 ຫາ ມ.4 ຂອງປີນີ້ ໜັກກວ່າທຸກຊັ້ນ ແລະມີຈຳນວນເພີ່ມຂຶ້ນ 0.5% ຈາກປີກາຍ ເນື່ອງຈາກນັກຮຽນ ແລະຜູ້ປົກຄອງ ພາກັນມີຄ່ານິຍົມວ່າ ຮຽນໄປກາບໍ່ມີວຽກເຮັດ ແລະມີຄວາມທຸກຍາກ ບໍ່ມີພື້ນທີ່ເຮັດການຜລິດ ນັກຮຽນຈຶ່ງຈຳເປັນຕ້ອງໄດ້ອອກໂຮງຮຽນ ໄປເຮັດວຽກ ຢູ່ຕ່າງແຂວງ ຫຼື ຕ່າງປະເທດ ແທນ.

ຄຽງຄູ່ກັນນັ້ນ ຄຸນນະພາບການສຶກສາ ຢູ່ໂຮງຮຽນໃນເຂດຊົນນະບົດ ບາງແຫ່ງພາຍໃນແຂວງຫົວພັນ ມີຄຣູສອນບໍ່ພຽງພໍ ແລະໂຮງຮຽນເປັນແບບປະຖົມ ປະຖານ ເຮັດໃຫ້ສະພາບແວດລ້ອມ ຂອງການຮຽນ-ການສອນ ບໍ່ຈຸງໃຈໃຫ້ນັກຮຽນ ໃຫ້ຢາກເຂົ້າຮຽນຄົບທຸກຄົນ ນຳດ້ວຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫົວພັນ ກ່າວໃນມື້ດຽວກັນວ່າ:

ຂາດຄຣູນີ້ ເຮັດໃຫ້ຄຣູນີ້ໄດ້ສອນຫຼາຍເນາະ ສອນຫ້ອງຄວບເນາະ ແລ້ວຄວບຄຸມຫ້ອງການ ແຕ່ງບົດສອນ ການກຽມບົດສອນນີ້ ຊິບໍ່ຄືກັບສອນຫ້ອງດຽວຫັ້ນແຫຼະ ຄືໂຮງຮຽນບໍ່ໄດ້ມາຕຖານນີ້ ກໍມັນກະທົບ ກ່ຽວກັບອັນນ່າຄວາມກະຕືລືລົ້ນ ຄວາມຢາກມາໂຮງຮຽນເນາະ ມາຮຽນແລ້ວ ສະພາບອາກາດ ຈັ່ງຊີ້ນ່າຝົນຮົ່ວ ຍາມໜາວນີ້ນໍ້າໝອກກຸ້ມໄປ ຍາມໜາວເສື້ອປຽກໝົດ.

ຢູ່ແຂວງຜົ້ງສາລີ ຄາດການວ່າ ແຂວງຈະບໍ່ສາມາດບັນລຸເປົ້າໝາຍ ການພັທນາແບບຍືນຍົງ ທີ 4 ໄດ້ເນື່ອງຈາກ ສະພາບປັດຈຸບັນ ທີ່ໂຕຊີ້ວັດຄຸນນະພາບ ການສຶກສາ ສົກຮຽນ 2022-2023 ມີທັງໝົດ 12 ຄາດໝາຍ ແຕ່ແຂວງຜົ້ງສາລີ ບັນລຸໂຕຊີ້ວັດພຽງ 4 ຄາດໝາຍ ເທົ່ານັ້ນ.

ເວົ້າສະເພາະຄຸນນະພາບ ຫຼັກສູດມັທຍົມຕົ້ນ ແຫ່ງຊາຕ ຕ້ອງໄດ້ຮັບການປັບປຸງ ເນື້ອໃນໃຫ້ສອດຄ່ອງ ກັບຫຼັກສູດປະຖົມ ແຫ່ງຊາຕ ສະບັບປັບປຸງຫຼ້າສຸດ ເນື່ອງຈາກປັດຈຸບັນ ຫຼັກສູດມັທຍົມຕົ້ນ ຍັງເປັນຫຼັກສູດເກົ່າ ແລະເປັນຫຼັກສູດທີ່ຮຽນທິດສະດີ ຫຼາຍຈົນມີເວລາຮຽນບໍ່ຄົບບົດຮຽນ. ຕາມຂໍ້ມູນຫຼ້າສຸດ, ກະຊວງສຶກສາທິການ ແລະກິລາ ມີແຜນຈະສືບຕໍ່ ປັບປຸງຫຼັກສູດມັທຍົມຕົ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

ອັນທີໜຶ່ງກໍຄືວ່າອັນນ່າ ເຮົາໄດ້ປັບປຸງຫຼັກສູດ ຊັ້ນປະຖົມແລ້ວເນາະ ສະນັ້ນແລ້ວ ການສະລັບຊັບຊ້ອນຂອງເນື້ອໃນຫັ້ນ ເຮົາຕ້ອງໄດ້ມີຄວາມຈຳເປັນ ຕ້ອງໄດ້ປັບປຸງ ໃຫ້ມັນຕໍ່ໃຫ້ຄວາມຮູ້ ມັນເຊື່ອມໂຍງ ກັບຊັ້ນປະຖົມ ອັນທີສອງມາ ກໍຄືວ່າຫຼັກສູດໂຕນັ້ນ ບົດຮຽນຫັ້ນ ຫຼາຍເຮັດໃຫ້ການປະຕິບັດໂຕຈິງ ຫັ້ນນ່າ ກັບທິດສະດີຫັ້ນ ຢາກເປັນທິດສະດີຫຼາຍ ແລ້ວເວລາມັນບໍ່ຢາກພໍ ຈັ່ງຊິນ່າ. ຄູ່ມື (ຂອງ) ຄຣູເຫັນວ່າ ມັນມີລັກສະນະ ແບບວ່າ ເຂົ້າໃຈຍາກນ່າ ສັບສົນ. ທາງກະຊວງ ເພິ່ນກໍມີແຜນ ຕ້ອງໄດ້ປັບປຸງໄປເລີຍນ່າ ກໍຄືປັບປຸງ ປະຖົມ ແລ້ວຕ້ອງໄດ້ ມ.ຕົ້ນ ໄປເລີຍ ຈັ່ງຊີ້ນ່າ, ເຮັດໃຫ້ມັນຕໍ່ເນື່ອງເລີຍ.

ດ້ານປະຊາຊົນ ຢູ່ຜາລ້ອມເມືອງປາກແບງ ແຂວງອຸດົມໄຊ ກ່າວວ່າ ພັກ-ຣັຖ ຈະປະຕິບັດຕາມເປົ້າໝາຍການພັທນາ ແບບຍືນຍົງທີ 4 ໄດ້ພຽງ 80-90% ເທົ່ານັ້ນ ຍ້ອນນັກຮຽນເຂດຫ່າງໄກ ສອກຫຼີກ ຍັງບໍ່ໄດ້ຮັບຄວາມເທົ່າທຽມ ດ້ານການສຶກສາ ເທົ່າກັບນັກຮຽນເຂດໃນເມືອງ ເປັນຕົ້ນອາຍຸຂອງນັກຮຽນ ເຂດຊົນນະບົດ ຫ່າງໄກສອກຫຼີກ ເຂົ້າຮຽນຊັ້ນ ປ.1 ຕອນອາຍຸ 9 ປີ ຫາ 10 ປີ, ຂະນະທີ່ ຕາມເກນອາຍຸຈະເຂົ້າຮຽນ ປ.1 ຕ້ອງເຂົ້າຮຽນ ແຕ່ອາຍຸ 6-7 ປີ. ການເຂົ້າຮຽນ ຂອງນັກຮຽນຊັ້ນປະຖົມ ປ.1 ຊ້າກ່ວາເກນອາຍຸ ທີ່ກໍານົດ ເຮັດໃຫ້ມີການຢຸດຕິ ການຮຽນເຖິງພຽງຊັ້ນ ປ.5 ແລ້ວບໍ່ສືບຕໍ່ເຂົ້າຮຽນຊັ້ນ ມ.1 ຍ້ອນເຂົາເຈົ້າ ອາຍໝູ່ທີ່ຮ່າງກາຍໃຫຍ່ກວ່າ ລຸ້ນດຽວກັນ ຈຶ່ງພາກັນໄປເຮັດວຽກ ຊ່ອຍຄອບຄົວ ຫາລາຍໄດ້.

ດັ່ງປະຊາຊົນ ຢູ່ບ້ານຜາລ້ອມ ກ່າວໃນມື້ດຽວກັນວ່າ:

ສ່ວນຫຼາຍເຂົາເຈົ້າ ເຮັດໄຮ່, ເຮັດສວນ ເນາະ ແລ້ວກໍມີລູກຫຼາຍຄົນແດ່ ແລ້ວກໍແບ່ງບາງຈຳນວນ ຮຽນສົມມຸດວ່າ ມີ 4-5 ຄົນ, ເຂົາເຈົ້າກໍໃຫ້ຮຽນ 2-3 ຄົນ ຈັ່ງຊິນີ້ ເພາະວ່າມັນບໍ່ມີຜູ້ໃດ ຊ່ອຍວຽກຄອບຄົວຈັ່ງຊັ້ນ ຈົບອັນນ່າ ປ.5 ນີ້ ກໍເລີຍບໍ່ຕໍ່ ມ.1 ເລີຍ ເພາະວ່າ ເຂົາເຈົ້າເຫັນອັນນ່າ ໝູ່ຄູ່ເຂົາເຈົ້າຊັກຊວນໄປສະມັກ ໄປເຮັດວຽກ ບ່ອນນີ້ ບ່ອນນັ້ນ ອີກຢ່າງເຂົາກໍເປັນຜູ້ເຂົ້າໂຮງຮຽນ ບໍ່ຖືກເກນວ່າຊັ້ນສະ. ຈົບ ປ.5 ແລ້ວ ເປັນຜູ້ໃຫຍ່, ເປັນແສ້-ເປັນສາວ, ເປັນບ່າວ ແນວນີ້ ຊິຮຽນໄປ ເຂົາກໍອາຍໝູ່ ອາຍຄຣູ ບາງຄົນເຂົາເຈົ້າກໍໄປຊອກເງິນ ຊອກຄຳ.

ຣັຖບານລາວ ມີນະໂຍບາຍສົ່ງເສີມ ໃຫ້ພົລເມືອງລາວທຸກຄົນ ຮຽນຟຣີ ບໍ່ເສັຍຄ່າແຕ່ຊັ້ນປະຖົມ ເຖິງ ມັທຍົມຕົ້ນ ແລະມີກົດໝາຍລາວ ລະບຸວ່າ ຫາກພໍ່ແມ່ຜູ້ປົກຄອງ ບໍ່ສົ່ງເສີມໃຫ້ລູກໄດ້ເຂົ້າຮຽນ ຈະມີຄວາມຜິດທາງກົດໝາຍ ສ່ວນສະພາບໂຕຈິງ ໃນທາງປະຕິບັດ ບໍ່ສາມາດໃຊ້ກົດໝາຍ ດຳເນີນການເອົາຜິດ ນຳພໍ່ແມ່ຜູ້ປົກຄອງ ທີ່ບໍ່ສົ່ງລູກຫຼານ ເຂົ້າຮຽນຊັ້ນ ມ.4 ໄດ້, ອີງຕາມຂໍ້ມູນ ຂອງຜແນກສຶກສາທິການ ແລະກິລາ ແຂວງຊຽງຂວາງ.

ສະເພາະສົກຮຽນປີ 2021-2022 ອັດຕຣາ ປະລະການຮຽນ ຊັ້ນປະຖົມສຶກສາ ແມ່ນ 4.9%, ມັທຍົມຕົ້ນ 11% ອີງຕາມການຣາຍງານ ຂອງ ທ່ານ ພຸດ ສິມມະລາວົງ, ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ໄດ້ກ່າວເນື່ອງໃນ ວັນຄົບຮອບ 57 ປີ ແຫ່ງການຮູ້ໜັງສື ສາກົລ ປະຈຳປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.