ຜູ້ສົນໃຈ ສອບເສັງເຂົ້າຮຽນຕໍ່ ມະຫາວິທະຍາໄລແຫ່ງຊາດ ຫຼຸດລົງຫຼາຍ
2024.08.14

ໃນສົກຮຽນປີ 2024-2025 ນີ້ ມີນັກຮຽນ ເສງເຂົ້າມະຫາວິທະຍາໄລແຫ່ງຊາດລາວ ພຽງ 5,457 ຄົນ ຊຶ່ງຕາມແຜນ ແມ່ນຈະຮັບເອົານັກຮຽນເຂົ້າຮຽນ 7,685 ຄົນ. ຜູ້ມາສອບເສງເຂົ້ານັ້ນ ສ່ວນໃຫຍ່ ສົນໃຈຮຽນຄະນະອັກສອນ ສາດ ສາຂາພາສາຈີນ, ອີງຕາມການລາຍງານ ຂອງມະຫາວິທະຍາໄລແຫ່ງຊາດລາວ ໃນມື້ວັນທີ 11 ສິງຫານີ້.
ນັກຮຽນ ທີ່ຈົບຊັ້ນ ມ.7 ຈາກແຂວງຊຽງຂວາງປີນີ້ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ສິງຫານີ້ວ່າ ຕົນບໍ່ໄດ້ມາສະໝັກສອບເສງເຂົ້າຮຽນຕໍ່ ມະ ຫາວິທະຍາໄລປີນີ້ ຍ້ອນຕ້ອງໄດ້ເຮັດວຽກຊ່ອຍແມ່ເຮັດໄຮ່ ເສຽດາຍຢູ່ ແລະກໍຕັດສິນໃຈຍາກ ເພາະມີໂຕຢ່າງໃຫ້ເຫັນ ຮຽນຈົບຊັ້ນສູງມາແລ້ວ ກໍຊອກວຽກເຮັດຍາກ ຫຼືບໍ່ມີວຽກເຮັດ.
“ຫຍຸ້ງຫລາຍນ່າ ບໍ່ທັນໄປນ່າ ເສັຽດາຍນ່າ ໄປຊ່ວຍວຽກແມ່ຢູ່ໄຮ່ຫັ້ນນ່າ ເພິ່ນກໍເປີດສະມັກໝົດແລ້ວ ເສັງ ມຊ ກໍເສັງໝົດແລ້ວ ນ້ອງບໍ່ທັນຮູ້ເທື່ອ ຕັດສິນໃຈຮຽນຕໍ່ຫລືວ່າບໍ່ໄປ ຍັງບໍ່ທັນຮູ້ເລີຍນ່າ ຕັດສິນໃຈຍາກຢູ່ ສົມມຸດວ່າເຮົາໄປຮຽນຕໍ່ມະຫາລັຍຫັ້ນນ່າ ເຮົາຮຽນຈົບມາແລ້ວ ເຮົາໄປຊອກວຽກເຮັດ ມັນກໍຍາກນະເອື້ອຍ.”
ແລະນັກຮຽນ ທີ່ຈົບຊັ້ນ ມ.7 ຢູ່ແຂວງໄຊຍະບູລີ ນາງນຶ່ງກໍເວົ້າວ່າ ເມື່ອຮຽນຈົບຊັ້ນ ມ.7 ແລ້ວ ນາງບໍ່ຮູ້ເລື່ອງຈະໄປສອບເສງ ເຂົ້າມະຫາວິທະຍາໄລດັ່ງນັ້ນ ນາງຈຶ່ງຄິດວ່າ ຈະໄປຊອກຫາເຮັດວຽກ ເອົາເງິນມາຊ່ອຍຄອບຄົວ.
“ເຮົາກໍບໍ່ຮູ້ເດ້ເນາະ ວ່າເຮົາຈົບແລ້ວ ເຮົາຊິໄປເສັງຢູ່ມຊ ເຮົາກໍຈົບແລ້ວວ່າ ເຮົາກໍຢູ່ບ້ານ ຢູ່ບ້ານແລ້ວກໍຄິດວ່າ ຊິໄປເຮັດວຽກເລີຍ ເອົາເງິນໄວ້ໃນຄອບຄົວ ບໍ່ມີແຜນຊິໄປຮຽນຕໍແຫລະ ກໍມີແຕ່ເຮັດວຽກ.”
ກ່ຽວກັບເລື່ອງທີ່ວ່ານີ້ ນັກຮຽນ ຈົບຊັ້ນ ມ.7 ຢູ່ແຂວງອັດຕະປືປີກາຍ ເວົ້າວ່າ ການຮຽນຕໍ່ມະຫາວິທະຍາໄລ ຕ້ອງໄດ້ໃຊ້ເງິນຫຼາຍ ທັງຄ່າຢູ່ ຄ່າກິນ ຄ່າຮຽນ ຄ່າລົດ ແຕ່ເມື່ອຮຽນຈົບຊັ້ນສູງມາແລ້ວ ກໍບໍ່ມີວຽກເຮັດ, ໄດ້ກັບຄືນມາບ້ານ ເຮັດໄຮ່ ໄຖນາ ຊ່ອຍພໍ່ແມ່ຄືເກົ່າ ຄືກັນກັບຜູ້ທີ່ບໍ່ໄດ້ໄປຮຽນຕໍ່ ເຮັດໃຫ້ຕົນບໍ່ໄປສອບເສງເຂົ້າຮຽນຕໍ່.
“ຄັນຊິຈ້າງລົດມາ ແຕ່ແຂວງຕົນເອງ ອິຫຍັງກໍແພງ ແລ້ວມາແຕ່ອັດຕະປື ເມືອວຽງກໍປະມານ 450,000 -500,000 ກີບ ຄ່າກິນຄ່າຢາກກໍເປັນ 600,000-700,000 ກີບ ໄປເສັຽຄ່າເທີມ ໄປຮຽນອີກມັນກໍເພີ້ມຂຶ້ນ ຈົບມາ ແຕ່ບໍ່ວ່າ ຢູ່ມະຫາລັຍອີ່ຫຍັງຕ່າງໆ ກໍມາເຮັດໄຮ່ໄຖນາຄືເກົ່າ ກໍສໍ່າກັນກັບຜູ້ບໍ່ໄປຮຽນນ່າ.”
ໃນຂະນະດຽວກັນ ອາຈານມະຫາວິທະຍາໄລແຫ່ງຊາດ ກໍກ່າວວ່າ ຄະນະອັກ ສອນສາດ ສາຂາພາສາຈີນ ເປັນສາຂາວິຊາ ທີ່ມີນັກຮຽນສະໝັກສອບເສງເຂົ້າຫຼາຍທີ່ສຸດ ຍ້ອນມີຄວາມຫວັງວ່າ ເມື່ອຮຽນຈົບໄປແລ້ວ ຈະໄດ້ເຮັດວຽກດີ, ໄດ້ເງິນເດືອນສູງ.
“ຈີນກໍຍັງສືບຕໍ່ທີ່ວ່າ ຈະເຂົ້າມາລົງທຶນລະ ລ້ວກໍເຂົ້າມາໃນຂົງເຂດບ້ານເຮົານີ້ ຂ້ອນຂ້າງຫລາຍສະນັ້ນຫລາຍຄົນ ທີ່ເຂົ້າມາເລືອກຮຽນພາສາຈີນ ຮຽນຈົບໄປກໍຕາມເປົ້າໝາຍຂອງເຂົາເຈົ້າກໍແມ່ນ ຫວັງ 1 ໄດ້ເຮັດວຽກດີ 2 ໄດ້ເງິນເດືອນສູງ.”
ທ່ານເວົ້າຕື່ມອີກວ່າ ປະເທດທີ່ມາທ່າແຮງ ເສດຖະກິດດີ ຈະມີທຶນການສຶກສາໃຫ້ນັກຮຽນ ມີໂອກາດໄດ້ຮຽນຕໍ່ຊັ້ນສູງຫຼາຍ ແລະວ່າ ຫາກພາກສ່ວນທີ່ກ່ຽວ ຂ້ອງ ມີທຶນການສຶກສາໃຫ້ນັກຮຽນ 20% ກໍຈະຊ່ອຍໃຫ້ນັກຮຽນສົນໃຈຮຽນຕໍ່ ມະຫາວິທະຍາໄລ ຫຼາຍຂື້ນ ແຕ່ໃນປັດຈຸບັນ ມີໜ້ອຍ ບໍ່ມີຮອດ 2%.
“ເຮົານີ້ແມ່ນທຶການສຶກສາ ນັກຮຽນນີ້ແມ່ນຂ້ອນຂ້າງມີໜ້ອຍ ເນາະມີບໍ່ຮອດ 2% ທີ່ວ່າໃຫ້ທຶນການສຶກສາເນາະ ຢ່າງເກັ່ງ 100% ມີ 20% ເປັນທຶນການສຶກສາ 80% ເປັນນັກສຶກສາເສັງເຂົ້າໂດຍທີ່ວ່າ ໄດ້ຈ່າຍທຶນຕົວເອງນີ້ກໍ໋ ມັນນ່າຈະເປັນຮູບແບບນຶ່ງທີ່ຮຽກຮ້ອງໃຫ້ນັກຮຽນ ສົນໃຈເຂົ້າມາ ເຂົ້າມາຢູ່ໃນວົງການສຶກສານີ້ຫລາຍຂຶ້ນ.”
ນັກຮຽນຈົບຊັ້ນ ມ.7 ທີ່ໄດ້ສອບເສງ ເຂົ້າມະຫາວິທະຍາໄລແຫ່ງຊາດລາວ ໃນສົກການສຶກສາ 2024-2025 ໃນມື້ວັນທີ 10 ສິງຫານີ້ ມີ 5,457 ຄົນ. ຂະ ນະນີ້ ຍັງລໍຖ້າເບິ່ງຜົນຂອງການສອບເສງວ່າ ຈະມີນັກຮຽນ ເສງເຂົ້າໄດ້ຈັກຄົນ.