ແມ່ຍິງລາວ 4 ຄົນ ຖືກຈັບ ຢູ່ໄທ
2025.02.28

ໃນວັນທີ 27 ກຸມພາ ທີ່ຜ່ານມາ ກອງບັງຄັບການ ປາບປາມການຄ້າມະນຸດ ຂອງໄທ ໄດ້ຈັບແມ່ຍິງລາວ ອາຍຸ ກາຍ 18 ປີ ຈໍານວນ 4 ຄົນ ທີ່ເຂົ້າມາເຮັດວຽກ ຢູ່ຮ້ານຄາຣາໂອເກະ ແຫ່ງໜຶ່ງ ໃນເມືອງກຸມພະວາປີ ແຂວງອຸດອນທານີ ແບບບໍ່ມີໃບອະນຸຍາດເຮັດວຽກ, ຕາມຄວາມເວົ້າ ຂອງທ່ານ ພັນຕໍາຫຼວດເອກ ສາລາວຸດ ຈັນຕະວົງ ຜູ້ກໍາກັບການ 3 ກອງບັງຄັບການ ປາບປາມການຄ້າມະນຸດ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:
“ເຮົາແຈ້ງຂໍ້ຫາ ເປັນບຸກຄົນຕ່າງດ້າວ ເຮັດວຽກ ໂດຍບໍ່ມີໃບອະນຸຍາດເຮັດວຽກ ໂດຍພຶດຕິການແລ້ວ ໃນນັ້ນ ບໍ່ໄດ້ຄ້າ-ຂາຍປະເວນີ, ມັນເປັນຄວາມຜິດ ທີ່ເຮົາຈັບ ສົ່ງຫ້ອງການຕໍາຫຼວດ ໃນພື້ນທີ່.”
ແມ່ຍິງລາວ ໄປຫາວຽກເຮັດ ຢູ່ໄທ
ໃນເບື້ອງຕົ້ນ ຕໍາຫຼວດກອງບັງຄັບການ ປາບປາມການຄ້າມະນຸດ ຂອງໄທ ຍັງບໍ່ທັນຂະຫຍາຍຜົນ ວ່າ ແມ່ຍິງລາວ ທັງໝົດນີ້ ຖືກຕົວະມາເຮັດວຽກ ຢູ່ຮ້ານຄາຣາໂອເກະ ຫຼື ບໍ່, ດັ່ງເຈົ້າໜ້າທີ່ ຕໍາຫຼວດຜູ້ດຽວກັນ ກັບຂ້າງເທິງນີ້ ກ່າວຕື່ມວ່າ:
“ເຮົາຍັງຂະຫຍາຍຜົນໄປບໍ່ເຖິງ ວ່າແມ່ຍິງລາວ ທັງໝົດນີ້ ຖືກຕົວະມາເຮັດວຽກ ຢູ່ຮ້ານຄາຣາໂອເກະ ຫຼືອບໍ່ ແຕ່ຢາກຊີ້ແຈງວ່າ ທາງເຮົາກໍເຊື່ອວ່າ ແມ່ຍິງລາວ ທັງໝົດ ກໍຕັ້ງໃຈ ເຂົ້າມາເຮັດວຽກ ຢູ່ປະເທດໄທ ອັນເນື່ອງມາຈາກ ສະພາບເສດຖະກິດ ຂອງປະເທດເຂົາເຈົ້າ.”
ຂ່າວ ກ່ຽວກັນ
ຮ້ານບັນເທີງ ບາງແຫ່ງ ໃນນະຄອນຫຼວງ ລັກຄ້າປະເວນີ
ເຈົ້າໜ້າທີ່ ຄວນປາບປາມ ບັນຫາຄ້າກາມ ຈິງຈັງ
ຍິງສາວ ຍັງເຂົ້າສູ່ການຄ້າ ປະເວນີ ຫຼາຍ
ພ້ອມດຽວກັນນີ້ ຕໍາຫຼວດກອງບັງຄັບການ ປາບປາມການຄ້າມະນຸດ ຂອງໄທ ຍັງໄດ້ຈັບເຈົ້າຂອງຮ້ານຄາຣາໂອເກະ ແຫ່ງດັ່ງກ່າວ ນໍາດ້ວຍ ເຊິ່ງເປັນຄົນໄທ ອາຍຸ 38 ປີ ໃນຂໍ້ຫາຄ້າມະນຸດ ໂດຍສະແຫວງຫາປະໂຫຍດ ໂດຍບໍ່ຊອບທໍາ ຈາກການຄ້າປະເວນີ ເດັກນ້ອຍແມ່ຍິງໄທ ອາຍຸຕໍ່າກວ່າ 18 ປີ ຈໍານວນໜຶ່ງຄົນ ນໍາດ້ວຍ ພ້ອມທັງ ມີຄວາມຜິດ ໃນຂໍ້ຫາ ຮັບຄົນຕ່າງດ້າວ ເຂົ້າມາເຮັດວຽກ ໂດຍບໍ່ມີໃບອະນຸຍາດເຮັດວຽກ ແລະ ຕັ້ງສະຖານບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ ນໍາອີກ, ດັ່ງເຈົ້າໜ້າທີ່ຕໍາຫຼວດ ຢູ່ສະຖານີຕໍາຫຼວດພູທອນ ກຸມພະວາປີ ແຂວງອຸດອນທານີ ທ່ານໜຶ່ງ ກ່າວວ່າ:
“ແມ່ຍິງລາວ ແລະ ເຈົ້າຂອງຮ້ານຄາຣາໂອເກະ ທີ່ຖືກຕັ້ງຂໍ້ຫາ ໄດ້ຖືກສົ່ງໂຕໄປສານ ເພື່ອລໍຖ້າບົດລົງໂທດ ຈາກຊັ້ນສານ ສ່ວນເຫຍື່ອຄ້າມະນຸດ ທີ່ເປັນເດັກນ້ອຍແມ່ຍິງໄທ ອາຍຸ ຕໍ່າກວ່າ 18 ປີ ໄດ້ສົ່ງໄປຄັດແຍກ ເພື່ອຟື້ນຟູຈິດໃຈ ແລະອື່ນໆ ຕາມຂັ້ນຕອນ.”
ການຕັດສິນ ຂອງສານໄທ
ໃນຂະນະທີ່ ສານແຂວງອຸດອນທານີ ໄດ້ຕັດສິນ ໃຫ້ແມ່ຍິງລາວ ທັງໝົດ ເສຍຄ່າປັບໃໝ ບໍ່ເກີນ 10,000 ບາດ ຕໍ່ຄົນ ແລະ ໄດ້ຜັກດັນ ໃຫ້ກັບໄປປະເທດລາວ ແລ້ວ, ດັ່ງເຈົ້າໜ້າທີ່ຕໍາຫຼວດ ທີ່ຮັບຜິດຊອບຄະດີນີ້ ທ່ານໜຶ່ງ ກ່າວວ່າ:
“ມື້ວານນີ້ ຂ້ອຍໂທຖາມສານ ພົບວ່າ ແມ່ຍິງລາວ ເຂົ້າມາຖືກຕ້ອງຕາມກົດໝາຍ ແຕ່ວ່າ ເຮັດວຽກແບບບໍ່ໄດ້ຮັບອະນຸຍາດ ຈາກທາງການໄທ ຈຶ່ງຖືກສານປັບໃໝ ບໍ່ເກີນ 10,000 ບາດ ແລ້ວກໍໄດ້ສົ່ງຜັກດັນ ກັບໄປປະເທດລາວ ແລ້ວ. ມີໂທດຈໍາຄຸກ ແຕ່ວ່າ ສານບໍ່ຕັດສັນ ໃຫ້ຈໍາຄຸກ. ສໍາລັບຮ້ານຄາຣາໂອເກະ ກໍມີແຕ່ມີຍິງລາວ ໜ້າຕາດີ ມາຢູ່ເປັນປະຈໍາ ແຕ່ແມ່ຍິງລາວ ທີ່ເຮັດວຽກ ຢູ່ຮ້ານຄາຣາໂອເກະ ບໍ່ໄດ້ຂາຍບໍລິການທາງເພດ ໝົດທຸກຄົນ.”
ປີ 2024 ທີ່ຜ່ານມາ ກອງບັງຄັບການ ປາບປາມການຄ້າມະນຸດ ຂອງໄທ ນໍາກໍາລັງຕໍາຫຼວດ ເຂົ້າຈັບທ້າວ ກຽດ ເປັນຄົນສັນຊາດໄທ ເຈົ້າຂອງຮ້ານຄາຣາໂອເກະ ແລະ ນາງ ນິສາກອນ ສັນຊາດລາວ ທີ່ເປັນທັງພະນັກງານເກັບເງິນ ຂອງຮ້ານ ແລະ ເປັນເມຍ ຂອງເຈົ້າຂ້ອງຮ້ານ ຄາຣາໂອເກະນໍາດ້ວຍ, ພ້ອມທັງ ແມ່ຍິງລາວ ອາຍຸລະຫວ່າງ 21 ຫາ 36 ປີ ອີກ 7 ຄົນ ຢູ່ຮ້ານຄາຣາໂອເກະ ແຫ່ງໜຶ່ງ ໃນພື້ນທີ່ໝູ່ 1 ຕາແສງ ບາງງົວ ເມືອງບາງປະກົງ ແຂວງສະເຊີງເຊົາ ພາຍຫຼັງ ຮ້ານຄາຣາໂອເກະດັ່ງກ່າວ ລັກລອບເປີດສະຖານບໍລິການບັນເທີງ ແລະ ມີການຂາຍບໍ່ທາງເພດ.