ຮ້ານບັນເທີງ ບາງແຫ່ງ ໃນນະຄອນຫຼວງ ລັກຄ້າປະເວນີ
2022.08.19
ປັດຈຸບັນ ຕາມຮ້ານບັນເທີງ ຫຼື ຮ້ານກິນດື່ມ ໃນນະຄອນຫຼວງວຽງຈັນ ບາງແຫ່ງກໍຍັງມີການລັກລອບ ເປີດຂາຍບໍຣິການກັນຢູ່ ຊຶ່ງໃນວັນທີ 17 ສິງຫາ 2022 ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນໄດ້ລົງກວດກາ ຮ້ານກິນດື່ມແຫ່ງນຶ່ງ ຢູ່ເຂດບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍພົບສາວຈຳນວນນຶ່ງ ເຮັດວຽກເປັນສາວບໍຣິການ ຢູ່ພາຍໃນ ສ່ວນໃຫຍ່ເປັນແມ່ຍິງຕ່າງແຂວງ ເບື້ອງຕົ້ນເຈົ້າໜ້າທີ່ ກໍດຳເນີນການສຶກສາອົບຮົມ ແມ່ຍິງດັ່ງກ່າວຕາມກົດໝາຽ ແລະ ສົ່ງກັບພູມລຳເນົາ ບ້ານເກີດ. ສ່ວນເຈົ້າຂອງຮ້ານ ຫຼື ຜູ້ນຳພາ ກໍຈະຖືກໂທດໜັກກ່ວາ ສາວບໍຣິການ.
ດັ່ງເຈົ້າໜ້າທີ່ຕຳຣວດ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະຕຳແໜ່ງ ໄດ້ກ່າວໃນວັນທີ 19 ສິງຫານີ້ວ່າ:
“ເປີດຮ້ານກິນດື່ມ, ຮ້ານບໍຣິການ ຖ້າວ່າບໍຣິການຕາມກົດໝາຽ ທີ່ກຳນົດກາອະນຸຍາດ ແຕ່ວ່າຂາຍບໍຣິການທາງເພດ ນີ້ກາຊິຜິດກົດໝາຽ ກະລັກລອບເຈົ້າໜ້າທີ່ ບໍ່ເຫັນກາມີກ່ຽວກັບບັນຫານີ້ກົດໝາຽ ກໍໄດ້ກຳນົດບຸກຄົນທີ່ຂາຍໂສເພນີຫັ້ນ ສຶກສາອົບຮົມ. ປັບໃໝຕາມລະບຽບການສ່ວນຫຼາຍ ມັນກາເປັນຄົນຕ່າງແຂວງແຕ່ບຸກຄົນ ທີ່ເປັນການຄ້າຈັດຫາ ຊອກຫາຄົນກໍເພື່ອເອົາໄປຂາຍ ໃຫ້ຄົນອື່ນຫັ້ນນ່າ ມັນກໍຖືວ່າໂຕນັ້ນກໍໜັກກ່ວາ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ ປກສ ທີ່ກ່ຽວຂ້ອງໃນການຕ້ານການຄ້າມະນຸສ ກໍໄດ້ລົງກວດກາຢູ່ຕລອດເພື່ອບໍ່ໃຫ້ມີການຄ້າ ປະເວນີ ແລະການຄ້າມະນຸສ ຍ້ອນເປັນສິ່ງຜິດກົດໝາຽ ແຕ່ກໍຄາດວ່າອາຈຈະມີການລັກລອບກັນຢູ່ ແຕ່ຖ້າຫາກເຈົ້າໜ້າທີ່ພົບເຫັນ ກໍຈະດຳເນີນຕາມກົດໝາຽທັນທີ.
“ມັນກາກຳນົດບໍ່ທັນໄດ້, ມັນຈະມີຫຼາຍຫຼືບໍ່ມີເນາະ ແຕ່ວ່າຄວາມເປັນຈິງ ຜ່ານມາການກວດກາ ສະກັດກັ້ນແລະຕ້ານການຄ້າມະນຸສ ມັນກໍມີ 2-3 ພາກສ່ວນ. ເມືອງກໍມີ, ນະຄອນຫຼວງກາມີ, ກະຊວງກາມີ. ຮ້ານໃດທີ່ເພິ່ນຂາຍບໍຣິການ ໂຕນັ້ນມັນຜິດກົດໝາຽ ກໍຈະໄດ້ດຳເນີນຕາມຂັ້ນຕອນ.”
ຊາວລາວຜູ້ນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວວ່າຕາມຄວາມເປັນຈິງ ແມ່ຍິງສ່ວນຫຼາຍທີ່ມາເຮັດວຽກນີ້ ກໍມີຖານະທຸກຍາກ ບໍ່ມີທາງເລືອກຫຼາຍ ຍ້ອນຄວາມທຸກຍາກ ຈຶ່ງຈຳເປັນຕ້ອງມາເລືອກ ອາຊີພນີ້. ດັ່ງຍິງສາວຊາວລາວ ໄດ້ໃຫ້ຄຳເຫັນ ຕໍ່ກັບກໍຣະນີນີ້ວ່າ:
“ບາງຄົນກໍທຸກ ກໍເລືອກທີ່ຈະມາເຮັດ ບາງຄົນກໍໃຈມັກ. ຂຶ້ນກັບອັນຈິດໃຈ ຂອງບຸກຄົນ ແມ່ນມັນສະບາຍ ມັນຈະບໍ່ໄດ້ອອກເຫື່ອ ອອກແຮງ ຂຶ້ນກັບໜ້າຕາ ແລະເຂົາມີສະເນ່ແບບດຶງດູດແຂກ ແລ້ວກໍຈະໄດ້ແຂກຫຼາຍກໍໄດ້ເງິນຫຼາຍ.”
ສາວລາວອີກຄົນນຶ່ງ ກໍໄດ້ກ່າວໃນທຳນອງດຽວກັນ ການທີ່ມີການຄ້າປະເວນີ ທີ່ເກີດຂຶ້ນ ຊຶ່ງມັນກໍມີຫຼາຍກໍຣະນີ ທັງຖານະທຸກຍາກ, ສມັກໃຈ ແລະ ຕື່ນສັງຄົມ ຊຶ່ງບັນຫານີ້ ກໍປາບປາມໄດ້ຍາກ.
“ສາວຮ້ານນີ້ ມັນກໍບໍ່ໄດ້ເຮັດວຽກໜັກຫຍັງດອກ ສົມມຸດວ່າ ໄປນໍາແຂກ ຄັນມັນໄດ້ 2 ລ້ານສິເນາະ ຈະໄດ້ຈ່າຍໃຫ້ແມ່ລ້ຽງຫັ້ນ 1 ລ້ານ.”
ຕໍ່ກັບຮ້ານ ລັກລອບຂາຍບໍຣິການທາງເພດ ທາງເຈົ້າໜ້າທີ່ ກໍຍັງບໍ່ສາມາດສຣຸບໄດ້ເທື່ອວ່າ ຮ້ານທີ່ລັກລອບຄ້າປະເວພີ ມີຫຼາຍເທົ່າໃດ ແຕ່ເຈົ້າໜ້າທີ່ ຈະໄດ້ລົງຕິດຕາມກວດກາ ຢ່າງຕໍ່ເນື່ອງ.
ກ່ອນໜ້ານີ້ວັນທີ 13 ມົກຣາ 2022 ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໄດ້ລົງກວດກາຮ້ານກິນດື່ມ ທີ່ມີສາວບໍຣິການ 8 ຮ້ານ ທັງໝົດ 28 ຄົນທີ່ບໍ່ຖືກກົດໝາຽ ຄ້າປະເວນີ ແລະ ໄດ້ເຊີນຜູ້ປະກອບການ 6 ຄົນ ໄປສຶກສາອົບຮົມ ແລະ ບັນທຶກການເຄື່ອນໄຫວ.
ສ່ວນໃນປີ 2020 ຜ່ານມາຄະນະກັມການ ຕ້ານການຄ້າມະນຸສ ນະຄອນຫຼວງວຽງຈັນ ກໍໄດ້ກວດພົບຮ້ານທີ່ມີການລັກລອບ ຂາຍປະເວນີ 105 ຮ້ານ ມີທັງໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ ຊຶ່ງໃນນັ້ນມີຮ້ານອາຫານ ແລະຮ້ານກິນດື່ມ 80 ກ່ວາຮ້ານ ໃນຈຳນວນດັ່ງກ່າວ ມີຜູ້ຄ້າປະເວນີ 82 ຄົນ ເປັນຄົນວຽດນາມ 21 ຄົນ, ຜູ້ຂາຍປະເວນີ 357 ຄົນ ເປັນຄົນວຽດນາມ 36 ຄົນ ແລະ ມີຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອ ການຄ້າມະນຸສ 45 ຄົນ.
ອີງຕາມປະມວນກົດໝາຽ ອາຍາມາຕຣາທີ 260 ໄດ້ກຳນົດ ກ່ຽວກັບການຂາຍປະເວນີ ໃຫ້ເປັນສິ່ງຜິດກົດໝາຽ ໂດຍຜູ້ທີ່ກະທຳຜິດດັ່ງກ່າວນີ້ ຈະຖືກລົງໂທດຈຳຄຸກແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງ ໂດຍບໍ່ຈຳຄຸກ ແລະ ຖືກປັບໃໝແຕ່ 500,000-3,000,000 ກີບ.
ພ້ອມກັນນີ້ຂະບວນການອື່ນໆ ທີ່ກ່ຽວຂ້ອງກັບ ການຂາຍປະເວນີ ກໍມີຄວາມຜິດເຊັ່ນກັນ ບຸກຄົນໃດທີ່ໃຫ້ຄວາມຊ່ອຍເຫຼືອ ຫຼື ອຳນວຍຄວາມສະດວກ ໃຫ້ແກ່ການຂາຍປະເວນີ, ການບັງຄັບໃຫ້ເປັນໂສເພນີ, ການຄ້າປະເວນີ ຂອງບຸກຄົນອື່ນ (ຫາເງິນຈາກ ການຄ້າປະເວນີ ຂອງບຸກຄົນອື່ນໆ) ເຊັ່ນ ເປັນນາຍໜ້າຈັດຫາລູກຄ້າ ເປັນຕົ້ນ ຊຶ່ງແຕ່ລະກໍຣະນີ ທີ່ກ່າວມານີ້ມີການວາງໂທດ ທີ່ແຕກຕ່າງກັນ.