ສາວລາວ ທີ່ຂາຍບໍລິການທາງເພດ ຢູ່ເຂດສາມຫຼ່ຽມຄຳ ຕິດເຊື້ອ HIV/ເອດ

ພອນ ພູມມີທອນ
2025.03.18
ສາວລາວ ທີ່ຂາຍບໍລິການທາງເພດ ຢູ່ເຂດສາມຫຼ່ຽມຄຳ ຕິດເຊື້ອ HIV/ເອດ ຮູບພາບປະກອບ: ຕຶກຕັ້ງທີ່ໃຈກາງເມືອງ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຕັດແຕ່ງດ້ວຍ Canva. ເດືອນພະຈິກ ປີ 2023.
RFA/Canva

ສາວລາວ ທີ່ຂາຍບໍລິການທາງເພດ ທີ່ໄປຮັບແຂກຊາວຈີນ ຢູ່ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະເຂດອ້ອມຂ້າງ ໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ ໂປຕາສ ຈຳກັດ ຈາກປະເທດຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຕິດເຊື້ອ HIV/AIDS ຈຳນວນໜຶ່ງ ຍ້ອນ ບໍ່ໃສ່ຖົງຢາງອະນາໄມ ແລະ ມີການມົ່ວສຸມ ທາງເພດສຳພັນ. ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ເຮັດວຽກກ່ຽວກັບ HIV/ເອດ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 18 ມີນາ ນີ້ວ່າ:

"ກໍມີສາວບໍລິການ ທີ່ວ່າ ເຮັດວຽກຢູ່ ເຂດສາມຫຼ່ຽມທອງຄຳຫັ້ນ ໂດຍສະເພາະ ຄົນຈີນ ທີ່ວ່າ ເຂົາເຈົ້າ ບໍ່ໄດ້ນິຍົມໃຊ້ ຖົງຢາງອະນາໄມປານໃດ, ຈະເປັນລູກຄ້າ, ໂຮງງານເກືອກາລີຂອງຈີນ ຢູ່ຫັ້ນ ກໍມີສ່ວນ ແບບ ເຂົາບໍ່ມັກໃສ່ຖົງຢາງ ຄື ຕົວຢ່າງ ເຂົາຊື້ບໍລິການ ເຂົາຊື້ໄປຜູ້ຍິງຄົນໜຶ່ງ ເຂົາເອົາໄປ ຈັ່ງຊີ້ ຜູ້ຊາຍ 10 ຄົນ ຈັ່ງຊີ້ ຫັ້ນນາ ປ່ຽນກັນ."

ຈຳນວນຄົນ ທີ່ຕິດເຊື້ອ HIV/ເອດ

ເມື່ອເດືອນ ພຶດສະພາ ປີ 2024 ພົບເຫັນແມ່ຍິງລາວ ຈໍານວນບໍ່ໜ້ອຍ ເຂົ້າໄປເຮັດວຽກ ຂາຍບໍລິການທາງເພດ ໃຫ້ແກ່ຄົນຈີນ ທີ່ເຂົ້າມາເຮັດວຽກ ຢູ່ເຂດໂຄງການຂຸດຄົ້ນ ບໍ່ເກືອກາລີຂະນະທີ່ ຜ່ານມາ ພຽງ 3 ເດືອນທຳອິດຂອງປີ 2025 ມີຄົນມາກວດ ເຊື້ອ HIV/ເອດ ທັງໝົດ 28,341 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອຫຼາຍເຖິງ 360 ຄົນ ແບ່ງເປັນເພດຊາຍ 219 ຄົນ ເພດຍິງ 141 ຄົນ.

ການໂຄສະນາ ໃຫ້ຄວາມຮູ້ເລື່ອງການປ້ອງກັນ HIV/AIDS ແກ່ປະຊາຊົນ ຕາມເຂດຊົນນະບົດ ຍັງບໍ່ທົ່ວເຖິງ ເຊິ່ງລວມທັງພື້ນທີ່ ທີ່ມີໂຄງການຂຸດຄົ້ນບໍ່ແຮ່ ແລະກໍ່ສ້າງເຂື່ອນໄຟຟ້າ ໃນຫຼາຍແຂວງດ້ວຍນັ້ນ, ຈຶ່ງເຮັດໃຫ້ ກຸ່ມໄວໜຸ່ມລາວ ຕິດເຊື້ອ HIV/AIDS ຈາກການມີເພດສຳພັນ ແບບບໍ່ປ້ອງກັນ, ດັ່ງ ເຈົ້າໜ້າທີ່ ເຮັດວຽກກ່ຽວກັບ HIV/ເອດ ຂອງປະເທດລາວ ຜູ້ດຽວກັບຂ້າງເທິງ ກ່າວວ່າ:

"ຖືກລືມໄປແລ້ວ ຫັ້ນນາວ່າ ເອີ ມັນມີ HIV/AIDS ງົບໃນການໂຄສະນາ ກໍບໍ່ມີຫຼາຍເນາະ ອາໄສແຕ່ໂຊເຊີ້ຍວມີເດຍ. ບາງຄົນ ກໍບໍ່ສາມາດເຂົ້າເຖິງ ໂດຍສະເພາະ ເດັກນ້ອຍ ແມ່ຍິງ ຈາກເຂດຊົນນະບົດ ແລ້ວມັນມີໂຮງງານ ມີຂຸດຄົ້ນບໍ່ແຮ່ ຂຸດຄົ້ນເຮັດເຂື່ອນ ມັນມີອັນ ພວກບໍລິສັດຈີນ ຈັ່ງຊີ້ ລົງໄປ ແລ້ວເດັກນ້ອຍພວກນັ້ນ ເຂົາເຈົ້າກໍບໍ່ໄດ້ຮູ້ເລື່ອງ HIV/AIDS ປານໃດ."

ກຸ່ມແມ່ເຮືອນ ກໍເປັນອີກກຸ່ມໜຶ່ງ ທີ່ມີສັດສ່ວນການຕິດເຊື້ອ HIV/AIDS ເນື່ອງຈາກ ຜົວໄປມີເພດສຳພັນ ກັບຜູ້ຍິງອື່ນ ແບບບໍ່ໄດ້ໃສ່ຖົງຢາງອະນາໄມ ແລ້ວກໍນຳເຊື້ອ HIV/ AIDS ມາຕິດແປດເມຍ, ລວມໄປເຖິງ ກຸ່ມຊາຍຮັກຊາຍ ກໍມີສັດສ່ວນ ການຕິດເຊື້ອ HIV/AIDS ຍ້ອນ ມີເພດສຳພັນ ແບບບໍ່ປ້ອງກັນ ແລະຕິດເຊື້ອ HIV/AIDS ແບບບໍ່ຮູ້ຕົວ ຈຶ່ງໄປແພ່ເຊື້ອ ໃຫ້ຜູ້ອື່ນ ເຮັດໃຫ້ ຈຳນວນການຕິດເຊື້ອ ເພີ່ມຂຶ້ນ.

3 ປັດໃຈ ຂອງຄວາມສ່ຽງ ທີ່ອາດຈະຕິດເຊື້ອ HIV/AIDS

ຫາກປະຊາຊົນລາວ ຜູ້ໃດ ຮູ້ສຶກວ່າ ຕົນເອງມີ 3 ປັດໃຈ ຂອງຄວາມສ່ຽງ ທີ່ອາດຈະຕິດເຊື້ອ HIV/AIDS ສາມາດໄປໂຮງໝໍຂອງລັດ ແບບບໍ່ເສຍຄ່າໄດ້ ເພື່ອໃຫ້ທ່ານໝໍກວດເລືອດ ດັ່ງ ເຈົ້າໜ້າທີ່ ອົງການຈັດຕັ້ງສາກົນ ທີ່ເຮັດວຽກກ່ຽວກັບ HIV/ເອດ ທ່ານໜຶ່ງ ກ່າວວ່າ:

"ໜຶ່ງ ກໍຄື ເຮົາມີຄອບຄົວ ຈາກແມ່ສູ່ລູກ ທີ່ວ່າ ອັນ ຄອບຄົວ ທີ່ເປັນພໍ່ຫຼືແມ່ ຂອງເຮົາ ຫັ້ນນາ ມີເຊື້ອ HIV ບໍ່ເນາະ, ອັນທີສອງ ແມ່ນເຮົາ ໄດ້ມີການນຳໃຊ້ເຂັມສັກຢາ ຮ່ວມກັນບໍ່ເນາະ ອັນທີສາມ ແມ່ນ ເຮົາໄດ້ມີ ການມີເພດສັມພັນ ທີ່ບໍ່ໄດ້ມີການປ້ອງກັນ ແລ້ວເກີດການສີກຂາດບໍ່ ຫຼືວ່າ ບໍ່ເກີດການສີກຂາດກໍດີ. ການທີ່ວ່າ ເຮົາມີສານຄັດຫຼັ່ງ ເຂົ້າໄປຮ່າງກາຍ ຂອງອີກຄົນໜຶ່ງເນາະ ທີ່ອາດຈະຕິດເຊື້ອ ແຕ່ທັງນີ້ ທັງນັ້ນເນາະ ເຮົາຈະເຊື່ອໄດ້ກໍຕໍ່ເມື່ອ ເຮົາຫັ້ນ ໄປກວດ."


ຂ່າວ ກ່ຽວກັນ

ວັນຕ້ານເອດສ໌ໂລກ ລາວຍັງມີ ຜູ້ຕິດເຊຶ້ອ ເພີ່ມຂຶ້ນ

ເຮັສໄອວີ/ເອສ ຍັງຄຸກຄາມ ຢູ່ລາວ

ຜູ້ຕິດເຊື້ອ HIV ເພີ້ມຂຶ້ນ ທຸກປີ


ຂະນະດຽວກັນ ຜູ້ຕິດເຊື້ອ HIV/AIDS ໃນປະເທດລາວ ຍັງພົບພໍ້ອຸປະສັກ ຄື ການຖືກລັງກຽດ ຈາກສັງຄົມ ຈົນເຮັດໃຫ້ ຜູ້ຕິດເຊື້ອ ບໍ່ກ້າເຂົ້າຮັບການປິ່ນປົວ ແລະ ບໍ່ໄດ້ຮັບຢາປິ່ນປົວພະຍາດ ດັ່ງກ່າວ ຍ້ອນຮູ້ສຶກອັບອາຍ. ເຈົ້າໜ້າທີ່ ກະຊວງສາທາລະນະສຸກ ນາງໜຶ່ງ ກ່າວວ່າ:  

"ມີກຸ່ມຜູ້ຕິດເຊື້ອເຮົາມາ ຍ່າງກາຍໜ້າບ້ານນີ້ກໍ ຕົ້ມນ້ຳຮ້ອນລວກ ກໍໄລ່ ບໍ່ໃຫ້ມາໃກ້ ມີບາງເຄສຢູ່ ທີ່ວ່າ ໄປປຶກສາ ແບບຄົນໃກ້ຊິດ ເພິ່ນກໍຊ້ຳເຕີມ ໃຫ້ກັບກຸ່ມເຮົານີ້ຕື່ມ. ເພິ່ນກໍເຮັດໃຫ້ ເປັນໂລກຊຶມເສົ້າ ເຖິງຂັ້ນທີ່ປິດຊີວິດ ຕົນເອງ, ຖ້າວ່າເປັນແມ່ຄ້າຊາວຂາຍນີ້ ຄວາມລັບນີ້ ຖືກເຜີຍແຜ່ໄປ ສົ່ງຜົນໄປມາຄ້າຂາຍ ກໍບໍ່ໄດ້ ຖ້າເປັນພະນັກງານບໍລິສັດ ກໍຈະຖືກໂຍກຍ້າຍ ໄລ່ອອກ."

ນອກນັ້ນ ປະເທດລາວ ມີສະພາບການແຜ່ລະບາດຂອງເຊື້ອ HIV/AIDS ເພີ່ມຂຶ້ນ 3 ປີ ຕິດຕໍ່ກັນ ຄື ປີ 2022 ມີຜູ້ຕິດເຊື້ອ HIV/ເອດ ຈຳນວນ 1,748 ຄົນ, ປີ 2023 ມີຈຳນວນ 1,757 ຄົນ ແລະ ປີ 2024 ຕັ້ງແຕ່ເດືອນມັງກອນ ເຖິງ ເດືອນພະຈິກ ມີຈຳນວນ 1,896 ຄົນ.

ສ່ວນຈຳນວນ ສະສົມຄົນຕິດເຊື້ອ HIV/AIDS ກໍເພີ່ມຂຶ້ນຕິດຕໍ່ກັນ ຄືກັນ ແມ່ນ ປີ 2022 ມີຜູ້ຕິດເຊື້ອ HIV/AIDS ສະສົມ 18,599 ຄົນ, ປີ 2023 ມີ 20,688 ຄົນ ແລະຫຼ້າສຸດ ຍັງບໍ່ລະບຸວ່າ ຂອງ ປີ 2024 ຫຼື ປີ 2025 ແມ່ນ ມີ 22,584 ຄົນ, ອີງຕາມຂໍ້ມູນຈາກ ສູນຕ້ານເອດ ແລະ ພຕພ, ສະມາຄົມເຄືອຂ່າຍຜູ້ຕິດເຊື້ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.