ວັນຕ້ານເອດສ໌ໂລກ ລາວຍັງມີ ຜູ້ຕິດເຊຶ້ອ ເພີ່ມຂຶ້ນ
ຢູ່ປະເທດລາວ ວຽກງານຕ້ານ HIV/AIDS ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຮວມ ທັງຣັຖບານ ບໍ່ມີທຶນຮອນພຽງພໍ, ບຸກຄະລາກອນການແພດ ບໍຣິການບໍ່ທົ່ວເຖິງ ໃນຂະນະທີ່ ການບໍຣິການທາງເພດ ແບບບໍ່ໄດ້ປ້ອງກັນ ມີຢູ່ທົ່ວໄປ. ໃນ 2 ປີມານີ້ ກໍມີການຣະບາດຂອງເຊື້ອໂຄວິດ-19, ມີການປິດບ້ານ, ປິດເມືອງ, ປິດ ແຂວງບໍ່ໃຫ້ຄົນເຂົ້າ-ອອກ, ສູນປິ່ນປົວ ກໍບໍ່ສາມາດເປີດໃຫ້ບໍຣິການ ໄດ້ປົກກະຕິ, ເຮັດໃຫ້ ການບໍຣິການຄົນຕິດເຊື້ອ HIV, ຄົນເປັນ AIDS ແລະກຸ່ມສ່ຽງບໍ່ໄດ້ເທົ່າທີ່ຄວນ ດັ່ງເຈົ້າ ໜ້າທີ່ UNAIDS ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ທັນວານີ້ວ່າ:
“ການເຂົ້າເຖິງກຸ່ມສ່ຽງນີ້ນ່າ ມັນກໍເຂົ້າບໍ່ໄດ້ ເພາະວ່າສະຖານບໍຣິການກໍປິດ ແລ້ເວເຂົາເຈົ້າຈະໄປຢູ່ໃສ ເຮົາກໍບໍ່ຮູ້ ການເຂົ້າເຖິງີບັນຫາ ປີນີ້ເນາະ.”
ທ່ານກ່າວຕື່ມວ່າ ສໍາລັບກຸ່ມສ່ຽງຕໍ່ການທີ່ຈະຕິດເຊື້ອ HIV ແລະເປັນ AIDS ໃນປີ 2021 ນີ້ ກຸ່ມທີ່ເປັນຫຼາຍ ກໍແມ່ນເປັນກຸ່ມ ຮັກຮ່ວມເພດ-ຊາຍຮັກຊາຍ ໂດຍທີ່ບໍ່ມີຄວາມຮູ້ໃນການ ປ້ອງກັນຕົວເອງ, ຮອງລົງມາກໍແມ່ນສາວ ບໍຣິການທາງເພດ, ແມ່ເຮືອນ, ແລະຄົນງານ-ກໍາ ມະກອນຢູ່ແຂວງຕ່າງໆ ທັງຢູ່ພາຍໃນແລະຕ່າງປະເທດ ທີ່ມີຄູ່ນອນຫຼາຍຄົນ, ບໍ່ມີຄວາມຮູ້ ເຣື່ອງການປ້ອງກັນ, ບໍ່ໃສ່ຖົງຢາງ ອະນາມັຍ ແລະກ່ອນແຕ່ງດອງບໍ່ໄດ້ກວດເລືອດ. ໃນຂະນະດຽວກັນ ວຽກງານໂຄສະນາ ໃຫ້ຄວາມຮູ້ແກ່ ປະຊາຊົນຕາມບ້ານ ກໍຕ້ອງໄດ້ຢຸດ ສະງັກ ຍ້ອນການຣະບາດຂອງເຊື້ອໂຄວິດ-19 ທີ່ທາງການຫ້າມບໍ່ໃຫ້ ຊຸມນຸມກັນຫຼາຍຄົນ ເຮັດໃຫ້ຄວາມຮູ້ທີ່ສໍາຄັນ ກ່ຽວກັບພຶດຕິກໍາ ແລະຄວາມສ່ຽງທີ່ຈະຕິດເຊື້ອ HIV ແລະເປັນ AIDS ບໍ່ໄດ້ເຂົ້າເຖິງປະຊາຊົນ ເປັນຈໍານວນຫລວງຫຼາຍ ດັ່ງເຈົ້າໜ້າທີ່ສູນປິ່ນປົວຄົນຕິດ ເຊື້ອ HIV ແລະເປັນ AIDS ຢູ່ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ກໍສິລົງໂຄສະນາ ເພິ່ນກໍບໍ່ໃຫ້ລົງ ເພາະວ່າມັນມີການຊຸມຊົນເດ໋ ເພາະວ່າບາງ ເທື່ອ ເຂົາກໍບໍ່ເຂົ້າໃຈ ກໍນັ້ນໄປ ຊົ່ວວ່າໂຕເອງຈິຮູ້ ມັນກໍຫຼາຍປີເດ໋ ມັນບໍ່ຄືອັນອື່ນເດ໋ ມັນຄືກັບໂຄວິດເດ໋ ໂຄວິດຕິດປຶບມັນຮູ້ປັບເນາະ ອັນນີ້ຫຼາຍປີມັນຈັ່ງຮູ້ ຊົ່ວສິເປັນເອດສ໌ສຫັ້ນ ມັນແຜ່ໄປຈັກຄົນແລ້ວ ເຮົາກໍບໍ່ຮູ້ ຈາກຜູ້ນຶ່ງັນເປັນ 10 ເປັນ 20 ໄປ.”
ນາງກ່າວຕື່ມວ່າ ກຸ່ມຄົນທີ່ຕື່ນຕົວ ກ່ຽວກັບການປ້ອງກັນຕົວເອງຈາກການຕິດເຊື້ອ HIV ແລະເປັນ AIDS ນີ້ ເປັນກຸ່ມຄົນທີ່ເຂົ້າເຖິງຂໍ້ມູນຂ່າວສານ ໂດຍສະເພາະຄົນທີ່ຢູ່ໃນຕົວ ເມືອງ, ສ່ວນຜູ້ທີ່ຢູ່ນອກຕົວເມືອງ ທີ່ບໍ່ສາມາດເຂົາເຖິງຂໍ້ມູນຂ່າວສານນັ້ນ ຈະບໍ່ຕື່ນຕົວ ປານໃດ ດັ່ງນັ້ນວຽກງານໂຄສະນາ ໃຫ້ຄວາມຮູ້ ກ່ຽວກັບເຣື່ຶອງທີ່ວ່ານີ້ ຈຶ່ງມີຄວາມຈໍາເປັນ. ແຕ່ໃນປັດຈຸບັນນີ້ ງົບປະມານຈາກໂຄງການສາກົນ ທີ່ຊ່ອຍເຫລືອ ໃນການປະຕິບັດງານ ດັ່ງກ່າວ ກໍບໍ່ຄ່ອຍຈະມີມາແລ້ວ. ຢູ່ນະຄອນຫລວງວຽງຈັນ ດຣ. ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດສ໌ ແລະ ພະຍາດ ຕິດຕໍ່ທາງເພດສໍາພັນ ກະຊວງສາທາຣະນະສຸຂ ໄດ້ຣາຍງານວ່າ ນະຄອນຫລວງວຽງຈັນ ເປັນພື້ນທີ່ທີ່ປະຊາຊົນລາວ ຕິດເຊື້ອ HIV ແລະເປັນ AIDS ອັນດັບນຶ່ງຂອງປະເທດໃນ ປີ 2020.
ໃນປີ 2021 ນີ້ ມີການລ໊ອກດາວ ນະຄອນຫຼວງວຽງຈັນ ເຮັດໃຫ້ກຸ່ມຊາຍຮັກຊາຍ ທີ່ບໍ່ ມີຄວາມຮູ້ເຣື່ອງ HIV/AIDS, ບໍ່ໃສ່ຖົງຢາງອະນາມັຍ ຂະນະທີ່ມີເພດສໍາພັນ ຊຶ່ງເປັນກຸ່ມ ສ່ຽງທີ່ສຸດນັ້ນ ບໍ່ສາມາດໄປກວດເລືອດຫາເຊື້ອ HIV ໄດ້ ຊຶ່ງອາຈເຮັດໃຫ້ການຕິດເຊື້ອ HIV ແລະເປັນ AIDS ໃນປີນີ້ເພິ່ມຂຶ້ນ ດັ່ງປະຊາຊົນຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ທັນວານີ້ວ່າ:
“ເຂົາມີເພດສັມພັນທີ່ວ່າ ບໍ່ໄດ້ໃສ່ຖົງຢາງ ບາງຄົນທີ່ວ່າເຂົາມີຂໍ້ມູນແລ້ວ ເຂົາກໍຢາກໄປກວດເລືອດ ຖ້າວ່າມັນຖືກລັອກດາວຈັ່ງຊີ້ ການແຜ່ຣະບາດຂອງເຊື້ອ HIV ມັນຈະີຄວາມສ່ຽງສູງ ທີ່ຈະອັນສາມາດແຜ່ເນາະ ກຸ່ມກະເທີຍກັບເກ ກັບຜູ້ຊາຍອິຫຍັງ ປະມານນີ້ ເພາະວ່າມັນບໍ່ມີຊ່ອງຄອດເນາະ ເຂົາວ່າມັນມີການສອດໃສ່ທາງທະວານ ໜັກ ບາງເທື່ອ ມັນມີການສີກຂາດຂອງທະວານໜັກ ເຮັກໃຫ້ມີບາດແຜ ຖ້າວ່າບໍ່ໄດ້ໃຊ້ຖົງຢາງ ມັນຈະມີ ຄວາມສ່ຽງສູງ.”
ທ່ານເວົ້າວ່າ ເວົ້າເຖິງສະພາບຕົວຈິງໃນປັດຈຸບັນ ຄົນລາວສ່ວນໃຫຍ່ຢູ່ນະຄອນຫລວງວຽງ ຈັນ ມີໂທຣະສັບມືຖືເພື່ອໄວ້ສື່ສານ ທີ່ສາມາດດາວໂຫລດ ແອຟພລິເຄຊັນ ຫາຄູ່ມາສັງສັນ ເປັນຕົ້ນໃນໄລຍະທີ່ມີການຣະບາດຂອງເຊື້ອໂຄວິດ-19 ຢູ່ນີ້ ເນຶື່ອງຈາກບາງບ້ານ ບໍ່ໄດ້ປະ ກາດໃຫ້ປິດ ກໍເຮັດໃຫ້ຊາຍຮັກຊາຍຈໍານວນນຶ່ງ ສາມາດມາມີເພດສໍາພັນແບບບໍ່ໄດ້ປ້ອງກັນ ນັ້ນໄດ້ ຊຶ່ງມີຄວາມສ່ຽງທີ່ເຊື້ອນັ້ນຈະຕາມມາ. ປັດຈຸບັນ ຢູ່ປະເທດລາວ ມີສູນປິ່ນປົວຄົນຕິດເຊື້ອ HIV ແລະເປັນເອດສ໌ ທັງໝົດ 11 ແຫ່ງ ແລະມີບ່ອນບໍຣິການແຈກຢາຕ້ານເຊື້ອເອດສ໌ ແລະປິ່ນປົວທັງໝົດ 4 ແຫ່ງ ສໍາລັບໃຫ້ປະຊາ ຊົນໃຊ້ບໍຣິ ການ ດັ່ງເຈົ້າໜ້າທີ່ສູນຕ້ານເອດສ໌ ແລະພະຍາດຕິດຕໍ່ທາງເພດສໍາພັນ ກະຊວງ ສາທາຣະນະສຸຂ ກ່າວໃນມື້ດຽວກັນນີ້ວ່າ:
“ດຽວນີ້ສູນປິ່ນປົວຜູ້ຕິດເຊື້ອ HIV ແລະພະ ຍາດເອດສ໌ສ ກໍຍັງ 11 ແຫ່ງຄືເກົ່າຫັ້ນແຫລະ. ແຕ່ວ່າຈຸດບໍຣິການເອົາຢາຢູ່ 4 ແຫ່ງ ໄປຕໍ່ຢາ ພວກທີ່ບໍ່ ມີອາການພະຍາດແຊກຊ້ອນເດ້ ແທນທີ່ຈະເຂົ້າຢູ່ສູນຫັ້ນ ກໍເລີຍຂຍາຍໄປບ່ອນຈຸດຕໍ່ຢາເພື່ອ ເອົາຢາງ່າຍ ຂຶ້ນ ບໍ່ຕ້ອງເດີນທາງໄປໄກ ຂຍາຍໄປຫາເມືອງ ໄປໂຮງໝໍອື່ນ ທີ່ວ່າມີເງື່ອນໄຂເຮັດໄດ້ແນວ ນັ້ນ.”
ທ່ານກ່າວຕື່ມວ່າ ອີງຕາມແຜນການໃນຕໍ່ໜ້າ ພາກສ່ວນທີ່ກ່ຽວຂ້ອງຈະເພິ່ມບ່ອນບໍຣິການ ແຈກຢາຍຢາຕ້ານເຊື້ອເອດສ໌ ແລະຢາປິ່ນປົວຄົນຕິດເຊື້ອ HIV ແລະຄົນເປັນເອດສ໌ເພິ່ມອີກ 4 ແຫ່ງ ເປັນຕົ້ນຢູ່ແຂວງບໍຣິຄໍາໄຊ, ຊຽງຂວາງ ແລະແຂວງອັດຕະປື ເນື່ອງຈາກແຂວງດັ່ງ ກ່າວ ຄົນຕິດເຊື້ອ HIV ແລະຄົນເປັນ AIDS ມີແນວໂນ້ມທີ່ຈະເພິ່ມຂຶ້ນ.
ວັນທີ 1 ທັນວາ ເປັນວັນຕ້ານເອດສ໌ໂລກ, ທຸກໆປີ ແຕ່ລະປະເທດລະດົມໃຫ້ຄົນເຂົ້າໃຈ ເຖິງຄວາມສໍາຄັນຂອງການໃສ່ຖົງຢາງອະນາມັຍທຸກຄັ້ງທີ່ມີເພດສໍາພັນ ແລະກວດເລືອດ ທຸກຄັ້ງເມື່ອຮູ້ສຶກຕົວວ່າ ຕົນຢູ່ໃນກຸ່ມສ່ຽງຕໍ່ການທີ່ຈະຕິດເຊື້ອ HIV ເພື່ອປ້ອງກັນບໍ່ໃຫ້ເປັນ ເອດສ໌. ສໍາລັບຢູ່ປະເທດລາວ ໃນປີນີ້ກໍໄດ້ມີກິຈກໍາຄືດັ່ງກ່າວ ແຕ່ໄດ້ໂຄສະນາທາງສື່ສັງ ຄົມອອນລາຍເປັນສ່ວນໃຫຍ່, ບໍ່ໄດ້ຈັດເປັນຂະບວນຄືແຕ່ກ່ອນ ດັ່ງເຈົ້າໜ້າທີ່ສູນຕ້ານເອດສ໌ ແລະພະຍາດຕິດຕໍ່ທາງເພດສໍາພັນ ກະຊວງສາທາຣະນະສຸຂ ກ່າວຕໍ່ວິທຍຸເອເຊັຽເສຣີໃນ ມື້ວັນທີ 1 ທັນວານີ້ວ່າ:
“ບໍ່ ບໍ່ໄດ້ຈັດງານໃຫຍ່ ມີແຕ່ວ່າຕາງໜ້າຂອງບັນດາ ແຕ່ລະອົງການ ເຂົາເຈົ້າຈະເຮັດແບບ message ອອກທາງ page ທາງເຟສເອົາ ເຂົາຈະລິ້ງຫາຂອງ ໃຜຜູ້ນຶ່ງທີ່ວ່າ ມີຄົນຕິດຕາມໄດ້.”
ຢູ່ປະເທດລາວ ຄົນຕິດເຊື້ອ HIV ຜູ້ທໍາອິດປີ 1990 ແລະຄົນເປັນ AIDS ຜູ້ທໍາອິດປີ 1992. ອີງຕາມຂໍ້ມູນຈາກ ກະຊວງສາທາຣະນະສຸຂ ແລະເວັບໄຊ ຂອງສຸນຕ້ານເອດສ໌ ແລະພະຍາດ ຕິດຕໍ່ທາງເພດສໍາພັນຂອງລາວ, ປີ 2019 ມີຄົນຕິດເຊື້ອ HIV/AIDS ປະມານ 12,000 ຄົນ ຄືມີໜ້ອຍກວ່າປີ 2020 ທີ່ມີຄົນຕິດປະມານ 20,000 ຄົນ. ໃນນັ້ນມີຜູ້ເສັຍຊີວິດທັງ ໝົດ 9,000 ຄົນ. ສໍາລັບປີ 2021 ນີ້ ຍັງບໍ່ທັນມີຣາຍງານກ່ຽວກັບຂໍ້ມູນຄົນຕິດເຊື້ອ HIV, ຄົນເປັນ AIDS ແລະຄົນເສັຍຊີວິດ ຈາກທາງການອອກມາເທື່ອ. ຄາດວ່າ ປະມານຕົ້ນປີ ໜ້າ ຂໍ້ມູນນັ້ນ ຈະຖືກເປີດເຜີຍໃຫ້ປະຊາຊົນຊາບ, ອີງຕາມຂໍ້ມູນຈາກສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ກະຊວງສາທາຣະນະສຸຂຂອງລາວ.