ເຮັສໄອວີ/ເອສ ຍັງຄຸກຄາມ ຢູ່ລາວ
2020.12.01

ເຊື້ອເຮັສໄອວີ ແລະ ພຍາດເອສເປັນພັຍມືດ ທີ່ຄຸກຄາມຄົນລາວ ແບບບໍ່ຮູ້ໂຕມາ 30 ປີ ແລ້ວ. ເມື່ອທຽບໃສ່ກັບ ພຍາດໂຄວິດ-19, ໄຂ້ເລືອດອອກ, ເສັຍຊີວິດຍ້ອນອຸບັດຕິເຫດ ເຮັສໄອວີ-ເອສ ກໍແມ່ນນຶ່ງໃນພຍາດຣະບາດທີ່ຂ້າຄົນລາວມາຕລອດ 30 ປີ. ພ້ອມນີ້ ຖ້າຜູ້ໃດຕິດເຊື້ອເຮັສໄອວີ ແລະ ເປັນເອສແລ້ວ ສັງຄົມຈະລັງກຽດ. ດັ່ງຜູ້ຕິດເຊື້ອ ເຮັສໄອວີ ທີ່ ເຂົ້າມາປີ່ນປົວໃນໂຮງໝໍ ໄດ້ກ່າວເຖິງຄວາມລຳບາກ ຂອງຕົນຕໍ່ RFA ເມື່ອ ວັນທີ 29 ພຶສຈິກາ ວ່າ:
"ເພາະປັຈຈຸບັນການຈຳແນກການລັງກຽດ ໃນບ້ານເຮົາກໍຍັງມີເນາະ, ບ້ານເຮົາກາຍັງມີ ສູງຢູ່. ສົມມຸດຮູ້ວ່າຕິດເອສ ໄປສມັກງານ ໄປສມັກເປັນ ລປພ ເຂົາຕັດ ຊຸດຕັດເຄື່ອງນຸ່ງ ຮຽບຮ້ອຍແລ້ວ ມາຮູ້ທີ່ຫຼັງວ່າຕິດເຊື້ອ ກາມາຍົກເລີກ ໂຕນີ້ກາເຮົາເຫັນວ່າ ບັນຫາສັງຄົມ ຍັງບໍ່ເຂົ້າໃຈໂຕນີ້."
ນັບແຕ່ປີ 1990 ເປັນຕົ້ນມາ ໃນລາວ ໄດ້ຄົ້ນພົບຜູ້ຕິດເຊື້ອເຮັສໄອວີ ແລະ ຄົ້ນພົບຜູ້ເປັນ ເອສ ໃນປີ 1992. ນັບຈາກນັ້ນມາ ສະຖິຕິກໍ່ເພີ່ມຂຶ້ນເລື້ອຍໆ ຈົນກາຍເປັນບັນຫາ ຣະດັບຊາດ. ແຕ່ທີ່ສຳຄັນຜູ້ຕິດເຊື້ອນັ້ນ ສະແດງອອກບໍ່ໄດ້ຕ້ອງ ໄດ້ປິດບັງຕົນເອງ ເພາະຖ້າ ຖືກເປີດເຜີຍ ຈະໃຊ້ຊີວິດລຳບາກ.
ອີກຢ່າງສ່ວນຫຼາຍ ກຸ່ມທີ່ຕິດເຊື້ອຕ້ອງໄດ້ຮັບການຊ່ອຍເຫຼືອ ພິເສດ ໃນການປີ່ນປົວ ເພາະເປັນກຸ່ມຄົນບໍ່ມີເງິນ ປີ່ນປົວຕົນເອງ. ດັ່ງເຈົ້າໜ້າທີ່ ສູນແນະນຳ ການປີ່ນປົວ ໄດ້ກ່າວວ່າ:
"ເຂົາເຈົ້າຍັງບໍ່ທັນມີອາການເທື່ອເນາະ ການປີ່ນປົວ ຖ້າໄດ້ກິນຢາເກືອບວ່າ 100% ທຸກຄົນກາປອດພັຍຫັ້ນນ່າ ເປັນເຮັສໄອວີ ນີ້ບໍ່ດີແຕ່ເປັນເອສ ນີ້ດີ. ເຮັສໄອວີ ນີ້ ມັນເປັນໄວຣັສ ຖ້າຕິດແລ້ວ ມັນຈະຢູ່ໃນກະແສເລືອດ ແຕ່ວ່າສາມາດກິນຢາ ຄວບຄຸມບໍ່ໃຫ້ມັນຂຍາຍເຊື້ອ ຫາຜູ້ອື່ນໄດ້, ແຕ່ເອສ ມັນເປັນພຍາດແຊກຊ້ອນ ຈາກໂຕອື່ນໂຕຢ່າງວ່າເຈັບ ຕັບເຈັບໄຕ ເປັນໄຂ້ ເປັນໄອ ຖອກທ້ອງແມ່ນຫຍັງ ໂຕນີ້ເນາະ ອັນນີ້ເຂົາຮ້ອງວ່າເປັນເອສ. ສະຖິຕິປີກາຍນີ້ 80%-90% ນີ້ລະ ຖ້າທຸກຄົນເຂົ້າເຖິງການບໍຣິການ."
ທ່ານໄດ້ກ່າວຕື່ມວ່າ ເມື່ອຕິດເຊື້ອເຮັສໄອວີ ແລ້ວສາມາດກິນຢາ ຄວບຄຸມບໍ່ໃຫ້ມັນຂຍາຍ ເຊື້ອຫາຜູ່ອື່ນໄດ້, ແຕ່ພຍາດເອສ ມັນເປັນພຍາດແຊກຊ້ອນ ດັ່ງເຈັບຕັບ, ເປັນໄຂ້, ໄອ ແລະ ຖອກທ້ອງເປັນຕົ້ນ.
ສຳລັບໂຮງໝໍປີ່ນປົວໃຫ້ຢາຮັກສາ ຜູ້ຕິດເຊື້ອເຮັສໄອວີ ຫຼື AVR ສະມາຄົມ ຜູ້ຕິດເຊື້ອ ເຮັສໄອວີ ກ່າວວ່າມີຢູ່ 11 ແຫ່ງ ເຊັ່ນ, ນະຄອນຫຼວງວຽງຈັນ ແມ່ນໂຮງໝໍ ມະໂຫສົດ, ເສຖາທິຣາດ, ມີຕພາບ 150 ຕຽງ, ພາກກາງ ໂຮງໝໍແຂວງຄຳມ່ວນ, ສວັນນະເຂດ, ພາກເໜືອ ໂຮງໝໍແຂວງຫຼວງພຣະບາງ, ຫົວພັນ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ພາກໃຕ້ ແຂວງຈຳປາສັກ.
ເຖິງວ່າຈະມີການເຄື່ອນໄຫວ ໂຄສະນາປະຊາສັມພັນມາໂດຍຕລອດ ແຕ່ກໍຍັງມີຜູ້ຕິດ ເຊື້ອເພີ່ມຂຶ້ນ. ໃນແຕ່ລະປີ ຕາມການຄາດການຂອງສູນຕ້ານເອສ ກະຊວງສາທາຣະນະສຸກນັ້ນ ຢ່າງຕໍ່າມີຜູ້ຕິດເຊື້ອ ປະມານ 1 ພັນຄົນ. ນອກຈາກນີ້ ມີພຽງ 64% ຈາກຜູ້ຕິດເຊື້ອ ເຮັສໄອວີ 14 ພັນປາຍຄົນ ຮູ້ວ່າຕົນເອງຕິດເຊື້ອ ແລະ ເຂົ້າຮັບການປິ່ນປົວ. ສ່ວນທີເຫຼືອຍັງບໍ່ ເຂົ້າສູ່ການປີ່ນປົວ ເຊິ່ງມັນເປັນນຶ່ງ ໃນສາເຫດທີ່ມີການແຜ່ເຊື້ອຕໍ່ ໃນສັງຄົມລາວ. ດັ່ງເຈົ້າໜ້າ ທີ່ໜ່ວຍງານໂຄສະນາ ປະຊາສັມພັນກ່າວວ່າ.
ທ່ານໄດ້ກ່າວຕື່ມວ່າ ລາວຍັງບໍ່ສາມາດ ປະຕິບັດຕາມຄາດໝາຍ ຂອງອົງການສະຫະປະຊາຊາດ ຕ້ານເອສ ກໍຄືໃຫ້ຫຼຸດ ຜູ້ຕິດເຊື້ອລົງ ໃຫ້ໄດ້ 90% ໃນປີ 2020 ແລະ ໃນປີ 2030 ໃຫ້ ເປັນສູນ.
ໃນສອງປີຜ່ານມາກໍຄື ປີ 2019-2020 ນັ້ນ ສະຫຼຸບແລ້ວ ມີຜູ້ຕິດເຊື້ອ ເຮັສໄອວີ ປະມານ 1,922 ຄົນ ເສັຽຊີວິດ 192 ຄົນ. ດັ່ງເຈົ້າໜ້າທີ່ສູນຕ້ານເອສ ກະຊວງສາທາຣະນະສຸກ ໄດ້ກ່າວວ່າ:
"ມີການເພີ່ມຂຶ້ນ ບໍ່ໄດ້ຢູ່ຕົງໂຕ 2020 ຕັ້ງແຕ່ 6 ເດືອນ ຕົ້ນປີ 722 ຄົນ ເນາະ ເສັຽຊີວິດ 71 ຄົນ ແຕ່ວ່າໝົດປີນີ້ ຍັງບໍ່ຮູ້ເນາະ. ແຕ່ປີ 2019, ມີປະມານ 1,200 ຄົນ ເສັຍຊີວິດ 121 ຄົນ ໂຕເລກສະສົມທັງໝົດມີ 14 ພັນຄົນ ມັນເຣີ້ມແຕ່ປີ 1990 ແຕ່ກໍມີຜູ້ເສັຽຊີວິດນຳ."
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ສະເພາະສອງປີ ຜ່ານມານີ້ກຸ່ມທີ່ຕິດເຊື້ອ ຫຼາຍກວ່າໝູ່ແມ່ນ ກຸ່ມຊາຍ ຫຼາກຫຼາຍທາງເພດ ຫຼື ກຸ່ມຊາຍຮັກຊາຍ.
ກອງປະຊຸມຂອງຄະນະກັມມະການ ແຫ່ງຊາດ ຕ້ານເອສ ປະຈຳປີ 2020 ເມື່ອວັນທີ 27 ສິງຫາ ຜ່ານມາ ຣັຖມົນຕຼີ ກະຊວງສາທາຣະນະສຸກ ທ່ານ ບຸນກອງ ສີຫາວົງ ຣາຍງານ ບາງຕອນວ່າ ຕໍ່ກັບວຽກງານ ການຕ້ານເອສ ອົງການຈັດຕັ້ງສາກົລ ຜູ້ໃຫ້ທຶນ ນັບມື້ນັບຫຼຸດລົງ. ລາວປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານ.
ດ້ານການປ້ອງກັນເຊື້ອເຮັສໄອວີ ແລະ ພຍາດເອສ ກໍຍັງຫຍຸ້ງຍາກ ເນື່ອງຈາກມີ ແຮງງານ ເຄື່ອນຍ້າຍ, ຍັງມີຜູ້ຕິດເຊື້ອ 1 ພັນຄົນຕໍ່ປີ. ຜູ້ຊາຍມີເພດສັມພັນກັບຊາຍ ຍັງຕິດເຊື້ອສູງ, ການສົ່ງເຊື້ອ ຈາກ ແມ່ຫາລູກກໍຍັງສູງ, ນໍ້າຢາກວດເລືອດ ຊອກຫາເຊື້ອເຮັສໄອວີ ຍັງບໍ່ພຽງພໍ, ຜູ້ຕິດເຊື້ອ ເຮັສໄອວີ ແລະ ພຍາດເອສ ຍັງຂາດການຕິດຕາມ ແລະ ການກິນຢາ ກໍບໍ່ຕໍ່ເນື່ອງ ແລະ ໃນແຕ່ລະປີ ມີຜູ້ຕ້ອງການປີ່ນປົວ ດ້ວຍຢາ AVR ເຖິງ 7 ພັນຄົນ.
ວິຊາການລາວ ທີ່ເຮັດວຽກດ້ານນີ້ ມາເປັນເວລາ 20 ປີ ໄດ້ຣະບຸວ່າ ຍັງມີຫຼາຍປັດຈັຍ ທີ່ ເຊື້ອເຮັສໄອວີ ຈະຣະບາດ ແລະ ຝັງຢູ່ໃນສັງຄົມລາວ ເປັນເວລາອັນຍາວນານ. ຍ້ອນວ່າ ປັຈຈຸບັນ ລາວ ເປັນທາງຜ່ານກຳລັງ ເລັ່ງກໍ່ສ້າງ ພື້ນຖານໂຄງຮ່າງ ຖນົນຫົນທາງ, ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສວນກ້ວຍ, ສວນຢາງພາລາ ແລະ ອື່ນໆ ອັນເປັນສາເຫດ ເຮັດໃຫ້ ກຸ່ມຄົນເຄື່ອນຍ້າຍ, ແຮງງານເຄື່ອນຍ້າຍ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນ ເປັນຈຳນວນຫຼາຍ.
ທັງນີ້ມາຕການການຕອບໂຕ້ ຍັງອ່ອນແອ ໂດຍສະເພາະ ການສ້າງຄວາມເຂົ້າໃຈ ໃຫ້ກັບຊຸມຊົນ ກ່ຽວກັບເຣື່ອງນີ້ ຍັງບໍ່ທົ່ວເຖິງ. ໂດຍສະເພາະ ຜູ້ມີຣາຍໄດ້ນ້ອຍ ຫຼືວ່າກຸ່ມຄົນຖານະທຸກຍາກ ຈະມີຄວາມສ່ຽງ ຍ້ອນຂາດປັດຈັຍຣາຍໄດ້ ເຊິ່ງເຮັດໃຫ້ກຸ່ມເລົ່ານີ້ ເຂົ້າບໍ່ເຖິງການປ້ອງກັນ.
ເນື່ອງໃນໂອກາດວັນສາກົລ ຕ້ານເອດສ ວັນທີ 01 ທັນວາ 2020 ສູນຕ້ານເອສ ກະຊວງສາທາຣະນະສຸກ ໄດ້ຣາຍງານວ່າ ຈຳນວນສະສົມ ຜູ້ຕິດເຊື້ອເຮັສໄອວີ ແລະ ພຍາດເອສ ນັບແຕ່ປີ 1990-2020 ນັ້ນ ຈຳນວນໂຕຢ່າງ ທີ່ໄດ້ກວດເລືອດ 1,011,241 ຄົນ ມີຜູ້ຕິດເຊື້ອ ເຮັສໄອວີ 14,457 ຄົນ, ເປັນພຍາດເອສ 6,014 ຄົນ , ເສັຽຊີວິດຍ້ອນ ພຍາດເອສ 4,801 ຄົນ ແລະ ຜູ້ຕິດເຊື້ອເຮັສໄອວີ ຍັງມີຊີວິດ 10,117 ຄົນ.