ທາງການລາວ ຮູ້ວ່າຊາວລາວ ຜູ້ເຄາະຮ້າຍ 6 ຄົນ ໄດ້ຖືກຊ່ວຍອອກ ຈາກສູນສະແກມເມີ້ ຢູ່ມຽນມາ ແລະ ຈະຊ່ວຍ ໃຫ້ໄດ້ກັບບ້ານ
2025.02.13

ທາງການໄທ ໄດ້ຮັບການປະສານງານ ຈາກກອງກໍາລັງກະຫຼ່ຽງ ພຸດ ປະຊາທິປະໄຕ (Democratic Karen Buddhist Army–DKBA) ໃນມື້ວັນທີ 12 ກຸມພາ 2025 ກ່ຽວກັບການສົ່ງມອບ ພວກທີ່ຖືກຄ້າມະນຸດ ຊຶ່ງຖືກຫຼອກລວງ ໄປເຮັດວຽກ ນໍາບໍລິສັດສະແກມເມີ້ ໃນເຂດເມືອງເມຍວະດີ ປະເທດມຽນມາ ທັງໝົດ 260 ຄົນ, ເປັນຄົນ 20 ສັນຊາດ, ຊຶ່ງໃນຈໍານວນນັ້ນ ເປັນຄົນສັນຊາດລາວ 6 ຄົນ.
ແຕ່ມາເຖິງປັດຈຸບັນ ທາງການໄທ ກໍຍັງບໍ່ທັນໄດ້ປະສານງານ ຢ່າງເປັນທາງການ ໃຫ້ທາງການລາວ ຮູ້ເທື່ອ, ແຕ່ທາງການລາວ ກໍເວົ້າວ່າ ຂ່າວນີ້ ໄດ້ຮັບຢູ່ ແລະ ກໍຢືນຢັນວ່າ ຫາກພວກເຂົາເຈົ້າ ເປັນພົນລະເມືອງລາວ ທີ່ເຂົ້າຂ່າຍເປັນເຫຍື່ອ ຂອງການຄ້າມະນຸດ ກໍຈະໃຫ້ຄວາມຊ່ວຍເຫຼືອ ສົ່ງກັບປະເທດລາວ ໃນຂັ້ນຕອນຕໍ່ໄປ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດໄທ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກຸມພາ 2025 ນີ້:
“ເຮົາກໍໄດ້ຮັບຂ່າວ ແຕ່ຂໍ້ມູນ ລາຍລະອຽດທາງການ ທີ່ວ່າເຂົາເຈົ້າ ຍັງບໍ່ທັນໄດ້ເຮັດແຈ້ງມານໍ ຊິຕິດຕໍ່ປະສານງານ ກັບທາງໄທຕື່ມ, ຍັງບໍ່ຮູ້ວ່າ ເພິ່ນຊິດໍາເນີນການແນວໃດ ແຈ້ງແນວໃດນໍ. ແຕ່ທີ່ແນ່ໆ ຫັ້ນ ກໍຖ້າເຂົ້າເປັນຂະບວນການ ຂອງການຄ້າມະນຸດ ກໍສິແມ່ນ ມີການຊ່ວຍເຫຼືອ ສົ່ງກັບຫັ້ນແຫຼະ, ກໍສິບໍ່ໄດ້ຖືກດໍາເນີນຄະດີດອກ ຄົນເຮົາ.”
ແລະເຈົ້າໜ້າທີ່ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະເດັກນ້ອຍ ທີ່ນະຄອນຫຼວງວຽງຈັນ ກໍກ່າວໃນມື້ດຽວກັນນີ້ ວ່າ ຄັນຖ້າໄດ້ຮັບການປະສານງານ ຈາກທາງການໄທ ຜ່ານ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທາງສູນນີ້ ກໍຈະໃຫ້ຄວາມຊ່ວຍເຫຼືອ ເພື່ອໃຫ້ພວກເຂົາເຈົ້າ ໄດ້ກັບຄືນ ສູ່ຄອບຄົວ, ດັ່ງທີ່ທ່ານກ່າວວ່າ:
“ແຕ່ວ່າເຮົາສົ່ງເຄສສາມ ເປັນທາງການ ແມ່ນເອົາເຂົ້າສູນກ່ອນເດີ ກໍມີແຕ່ໃຫ້ເຂົ້າສູນຂອງໄທກ່ອນນໍ ແລ້ວທາງການໄທ ຈຶ່ງເຮັດໜັງສືຜ່ານກະ ຊວງການຕ່າງປະເທດ ຂອງລາວ ແລ້ວຜ່ານຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລ້ວຈຶ່ງມາຝາກເຂົ້າສູນຂອງເຮົາ ແລ້ວເຮົາຈຶ່ງດໍາເນີນຂັ້ນຕອນ ເພາະວ່າ ເຮົາຈະໄດ້ປະຕິບັດ ຕາມບົດບັນທຶກ ລະຫວ່າງລາວ-ໄທ ແລະສົ່ງຄືນຄອບຄົວ ແລະສັງຄົມ.”
ປັດຈຸບັນ ຜູ້ຖືກເຄາະຮ້າຍທັງໝົດ 260 ຄົນ ຍັງຢູ່ແຂວງຕາກ ປະເທດໄທ, ຈະຖືກດໍາເນີນການຕາມຂັ້ນຕອນ ເພື່ອຫາຂໍ້ບົ່ງຊີ້ວ່າ ຖືກຄ້າມະນຸດ ແລະ ຖືກບັງຄັບ ໃຊ້ແຮງງານ ຫຼື ຕາມກົນໄກ ການສົ່ງຕໍ່ລະດັບຊາດ (National Referral Mechanism: NRM) ພາຍໃຕ້ການດູແລ ຂອງສໍານັກງານ ພັດທະນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດ ແຂວງຕາກ, ດັ່ງເຈົ້າໜ້າທີ່ ປະຈໍາໜ່ວຍສະເພາະກິດ ຣາຊະມະນູ ກອງກໍາລັງ ນະເຣສວນ ທີ່ເປັນໜ່ວຍງານຮັບຜິດຊອບ ການຮັບຕົວ ພວກເຄາະຮ້າຍທັງໝົດນັ້ນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກຸມພານີ້ ວ່າ:
“ທ່ານກ່າວວ່າ “ຍັງ ຍັງຢູ່ໃນປະເທດໄທ ທີ່ແຂວງຕາກ ນີ້ແຫຼະ ຕໍ່ໄປຈະເປັນຂະບວນການຄັດກອງ NRM ການສົ່ງຕໍ່ລະດັບຊາດ ໂດຍທິມສະຫະວິຊາຊີບ.”
ເມື່ອກ່ອນນີ້ ພັນເອກ ນັດຖະກອນ ເຣືອນຕິ໊ບ ຜູ້ບັງຄັບການ ໜ່ວຍງານສະເພາະກິດ ຣາຊະມະນູ ກໍໄດ້ກ່າວຕໍ່ສື່ມວນຊົນ ໃນມື້ວັນທີ 12 ກຸມພານີ້ ວ່າ ປັດຈຸບັນ ຍັງມີເຫຍື່ອ ທີ່ຍັງຕິດຄ້າງ ໃນເຂດກາສິໂນ ຢູ່ເມືອງເມຍວະດີ ອີກປະມານ 15,000 ຄົນ ຊຶ່ງໃນນັ້ນ ເປັນຄົນຈີນປະມານ 10,000 ຄົນ ແລະ ຄົນສັນຊາດອື່ນໆ ອີກປະມານ 5,000 ຄົນ.
ຂ່າວ ກ່ຽວກັນ
ລັດວິສາຫະກິດໄຟຟ້າລາວ ອອກມາຊີ້ແຈງ ກ່ຽວກັບການສະໜອງໄຟຟ້າ ໃຫ້ກຸ່ມຄອນເຊັນເຕີຢູ່ມຽນມາ ຫຼືບໍ່?
ໃນຮອບ 6 ເດືອນ ຕໍາຫຼວດໄທ ຈັບຄົນງານລາວ ທີ່ຜິດກົດໝາຍ 500 ປາຍຄົນ
ແກ໊ງຄອລເຊັນເຕີ້ຈີນ 267 ສູນ ໃນເຂດ 3 ຫຼ່ຽມຄໍາ ຖືກປາບປາມ
ແລະຜູ້ປົກຄອງ ຂອງຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ທີ່ໄດ້ຮັບການຊ່ວຍເຫຼືອ ອອກມາໄດ້ແລ້ວ ຢູ່ແຂວງຫຼວງນໍ້າທາ ຜູ້ໜຶ່ງ ກໍເວົ້າວ່າ ປັດຈຸບັນ ຍັງມີແມ່ຍິງລາວ ຊາວເມືອງວຽງພູຄາ ອີກຄົນໜຶ່ງ ທີ່ຍັງຕິດຄ້າງ ຢູ່ເຂດກາສິໂນ ໃນປະເທດມຽນມາ ແລະ ຍັງລໍຖ້າການຊ່ວຍເຫຼືອ ຈາກທາງການຢູ່.
“ຄົນພູຄາ ຍັງມີຜູ້ໜຶ່ງຫັ້ນນ່າ ຜູ້ຍິງແດ່ ເຮັດແນວໃດບໍ່ຮູ້ຫັ້ນນ່າ ມັນໂທຫາພໍ່ແມ່ ແລ້ວເຂົາຕີ ຕີແລ້ວແນວໃດບໍ່ຮູ້ ແລ້ວກໍສະຫຼົບໄປຕິ ສະຫຼົບໄປແລ້ວ ເຂົາເອົາອອກໄປຂາຍຕໍ່ ໃຫ້ບ່ອນອື່ນຫັ້ນນ່າ ຕາມທີ່ລູກເວົ້າຫັ້ນນ່າ ຕົວກາສິໂນເມຍວະດີຫັ້ນ ກາສິໂນໂກໄຊ ອອກຈາກຫັ້ນໄປແລ້ວ ໄປຢູ່ກາສິໂນບ່ອນອື່ນ.”
ໃນຈໍານວນຜູ້ຖືກເຄາະຮ້າຍ 260 ຄົນ ທີ່ໄດ້ຮັບການຊ່ວຍເຫຼືອໃນເທື່ອນີ້ ເປັນຜູ້ຊາຍ 221 ຄົນ ແລະ ແມ່ຍິງ 39 ຄົນ. ຫຼາຍກວ່າໝູ່ ແມ່ນຄົນສັນຊາດ ເອທິໂອເປຍ ຄືມີເຖິງ 138 ຄົນ, ຮອງລົງມາ ກໍແມ່ນຄົນສັນຊາດເຄນຢາ 23 ຄົນ, ຟິລິປິນ 16 ຄົນ, ມາເລເຊຍ 15 ຄົນ, ປາກິດສະຖານ 12 ຄົນ, ຈີນ 18 ຄົນ, ລາວ 6 ຄົນ ແລະຄົນສັນຊາດອື່ນໆ ຮວມທັງກໍາປູເຈຍ, ສີລັງກາ,ບັງຄະລາເທດ, ອິນເດຍ ແລະຈາກທະວີບ ອາຟຣິກາ ອີກຫຼາຍປະເທດ.