ພາຍຫຼັງທີ່ ໄທ ຕັດໄຟຟ້າ ທີ່ສົ່ງໄປມຽນມາ ເຮັດໃຫ້ມີແມ່ຍິງລາວ 3 ຄົນ ໜີເຂົ້າປະເທດ ແລະຖືກຈັບ

ສຸພັດຕາ
2025.02.20
ພາຍຫຼັງທີ່ ໄທ ຕັດໄຟຟ້າ ທີ່ສົ່ງໄປມຽນມາ ເຮັດໃຫ້ມີແມ່ຍິງລາວ 3 ຄົນ ໜີເຂົ້າປະເທດ ແລະຖືກຈັບ ແມ່ຍິງລາວ 3 ຄົນ ແລະ ແມ່ຍິງໄທ 2 ຄົນ ຖືກທະຫານໄທຈັບ ຢູ່ເຂດຊາຍແດນໄທ-ພະມ້າ. ວັນທີ 18 ເດືອນກຸມພາ ປີ 2025.
ເພຈ FB ຂອງ ຊະວະລິດ ສຈ. ມໍໄຊຕ໌

ສືບເນື່ອງຈາກ ມາດຕະການຕັດໄຟຟ້າ ແລະລະງັບການສົ່ງນໍ້າມັນເຊື້ອໄຟ ໄປຍັງເຂດຊາຍແດນ ຂອງປະເທດມຽນມາ ເຮັດໃຫ້ແມ່ຍິງລາວ 3 ຄົນ ແລະແມ່ຍິງໄທ 2 ຄົນ ອາຍຸ ລະຫວ່າງ 20 ຫາ 27 ປີ ທີ່ເຮັດວຽກ ຢູ່ຮ້ານອາຫານ ແລະຮ້ານບັນເທີງ ໃນຄາຣາໂອເກະ KTV ຢູ່ປະເທດມຽນມາ ແມ່ນບໍ່ສາມາດຢູ່ປະເທດມຽນມາໄດ້ ອີກຕໍ່ໄປ, ອີກທັງ ບໍ່ສາມາດ ຕິດຕໍ່ຫາຍາດພີ່ນ້ອງ ທາງບ້ານໄດ້ ແລະ ມີຄວາມເປັນຢູ່ ຢ່າງລໍາບາກ ຈຶ່ງຊວນກັນ ລັກລອບເດີນທາງ ກັບບ້ານເກີດ ໂດຍໃຊ້ຊ່ອງທາງທໍາມະຊາດ ທ່າເງົາໄຜ່ ຕາແສງຊ່ອງແຄບ ເມືອງພົບພຣະ ແຂວງຕາກ ປະເທດໄທ.

ຕໍ່ມາ ວັນທີ 18 ກຸມພາ 2025 ທະຫານໄທ ທີີ່ອອກກວດກາລາດຕະເວນ ບໍລິເວນພື້ນທີ່ຊາຍແດນ ໄທ-ມຽນມາ ແຄມແມ່ນໍ້າເມີຍ ບ້ານເງົາໄຜ່ ໝູ່ 11 ຕາແສງຊ່ອງແຄບ ພົບເຫັນ ພວກເຂົາເຈົ້າ ຈຶ່ງໄດ້ຈັບໂຕ ສົ່ງໃຫ້ຕໍາຫຼວດໄທ ເພື່ອດໍາເນີນຄະດີ ໃນຂໍ້ຫາ ເຂົ້າ-ອອກປະເທດ ຜິດຊ່ອງທາງ ໂດຍແມ່ຍິງລາວ ທັງ 3 ຄົນ ຖືກປັບໃໝ ແລະ ຈະຖືກສົ່ງກັບປະເທດລາວ, ຕາມຄວາມເວົ້າ ຂອງຕໍາຫຼວດໄທ ສະຖານນີຕໍາຫຼວດພູທອນພົບພຣະ ທ່ານໜຶ່ງ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ກຸມພາ ນີ້ວ່າ:

“ກໍເສຍຄ່າປັບໃໝ ແລ້ວກໍສົ່ງກັບປະເທດ ຂໍ້ຫາ ເຂົ້າ-ອອກ ປະເທດໄທ ຜິດຊ່ອງທາງ ສານເຂົາຈະປັບໃໝຢູ່ແລ້ວ ຫຼົບໜີເຂົ້າເມືອງ ບໍ່ມີຈໍາຄຸກ ຈະຮູ້ພຽງວ່າ ຄືກັບເຂົາວ່າ ບໍ່ມີໄຟຟ້າ, ບໍ່ມີນໍ້າ ຄື ອິນເຕີເນັດ ຈະເອົາໄວ້ ໃຫ້ແຕ່ຄົນເຮັດວຽກ ກ່ຽວກັບຄອມ, ຖ້າຄົນເຮັດອາຫານ ເຮັດອາຊີບອື່ນ ບໍ່ໜ້າໄດ້.”

ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດພູທອນພົບພຣະ ໄດ້ສົ່ງໂຕແມ່ຍິງລາວທັງໝົດ ໄປໃຫ້ສານແຂວງ ຕັດສິນຄະດີ ເພື່ອໃຫ້ເນລະເທດ ອອກຈາກປະເທດໄທ ຕາມຂັ້ນຕອນ, ດັ່ງຕໍາຫຼວດໄທ ສະຖານນີຕໍາຫຼວດພູທອນພົບພຣະ ອີກທ່ານໜຶ່ງ ກ່າວວ່າ:

“ກໍຈັບເນລະເທດ ແຕ່ບໍ່ຮູ້ຈະແຈ້ງ ຂຶ້ນຢູ່ກັບສານ ຈັບສົ່ງຕໍາຫຼວດກວດຄົນເຂົ້າເມືອງ ແລ້ວຕໍາຫຼວດກວດຄົນເຂົ້າເມືອງ ຈະເຮັດແນວໃດຕໍ່ໄປ ສ່ວນເບື້ອງສະຖານນີຕໍາຫຼວດ ພູທອນພົບພຣະ ແມ່ນມີໜ້າທີ່ ສົ່ງໄປສານແລ້ວ ຂະນະທີ່ ປັດຈຸບັນ ເປັນໄລຍະຊຸນລະມຸນ ກ່ຽວກັບການ ສະກັດຄົນເຂົ້າ-ອອກເມືອງ ລະຫວ່າງຊາຍແດນ ອີກຫຼາຍຢ່າງ.”

ເຈົ້າໜ້າທີ່ ຕໍາຫຼວດກວດຄົນເຂົ້າເມືອງແມ່ສອດ ນາງໜຶ່ງ ເຊິ່ງເປັນໜ່ວຍງານ ທີ່ຕຳຫຼວດຈະສົ່ງແມ່ຍິງລາວ ເຂົ້າສູ່ຂະບວນການ ສົ່ງກັບປະເທດລາວ ນັ້ນ ກ່າວວ່າ ຕໍາຫຼວດກວດຄົນເຂົ້າເມືອງແມ່ສອດ ໄດ້ສົ່ງແມ່ຍິງລາວທັງໝົດ ໄປສູນກາງ ຕໍາຫຼວດກວດຄົນເຂົ້າເມືອງ  ເປັນອັນດັບຕໍ່ໄປ, ດັ່ງນາງກ່າວວ່າ:

“ຖ້າເກີດກໍລະນີ ທີ່ຄະດີສິ້ນສຸດ ຈາກ ສະຖານນີຕໍາຫຼວດພູທອນ ບ່ອນຕ່າງໆ ກໍຈະມາສົ່ງ ທີ່ຕໍາຫຼວດກວດຄົນເຂົ້າເມືອງ ແຂວງຕາກ ສໍາເລັດແລ້ວ ຕໍາຫຼວດກວດຄົນເຂົ້າເມືອງ ຈະສົ່ງໄປສູນກາງ ເພື່ອສົ່ງກັບປະເທດຕົ້ນທາງ.”

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ສູນກາງຕໍາຫຼວດກວດຄົນເຂົ້າເມືອງ ເພື່ອສອບຖາມວ່າ ແມ່ຍິງລາວທັງໝົດ ເຖິງປະເທດລາວ ແລ້ວ ຫຼື ບໍ່ ແຕ່ບໍ່ສາມາດຕິດຕໍ່ໄດ້.

ທາງດ້ານເຈົ້າໜ້າທີ່ທະຫານ ລາດຕະເວນຊາຍແດນລາວ-ໄທ ທ່ານໜຶ່ງ ໄດ້ແນະນໍາວ່າ ຫາກແມ່ຍິງລາວທັງໝົດ ຮອດປະເທດລາວແລ້ວ ກໍຈະຕ້ອງມີຜູ້ຢັ້ງຢືນວ່າ ແມ່ນພົນລະເມືອງລາວແທ້ ເພື່ອຈະໄດ້ກັບຄືນບ້ານເກີດ ຂອງພວກເຂົາເຈົ້າຕໍ່ໄປ, ດັ່ງທ່ານກ່າວວ່າ:

“ມີໂຕຢັ້ງຢືນໝົດຕິ ຄືຄັນມີໃບຢັ້ງຢືນນີ້ ຄົນລາວມີບ້ານ, ມີຫຍັງ, ມີໜັງສື ພາສປອດມິຫຍັງ ມີຢັ້ງຢືນຈາກບ້ານ ຄັນວ່າແມ່ນ ກໍຫາຜູ້ຄໍ້າປະກັນຫັ້ນແຫຼະ ວ່າແມ່ນແທ້ບໍ່ ລູກເຈົ້າ ລູກຂ້ອຍນ່າ.”

ແມ່ຍິງລາວ ແລະ ໄທ ຈໍານວນດັ່ງກ່າວ ໄດ້ໃຫ້ການ ນໍາຕໍາຫຼວດໄທ ຕື່ມວ່າ ພວກເຂົາເຈົ້າ ໄດ້ເຮັດວຽກ ໃນພື້ນທີ່ເສດຖະກິດຈີນ ໄທ່ສ່າງ (Tai Chang) ຝັ່ງກົງກັນຂ້າມ ກັບບ້ານ ຊ່ອງຂ້າມ ໝູ່ 1 ຕາແສງຊ່ອງແຄບ ເມືອງພົບພຣະ ແຂວງຕາກ ເຊິ່ງເປັນເຂດທີ່ຕັ້ງ ຂອງສະແກມເມີ້ ໄທ່ສ່າງ.

ນອກນັ້ນ ມາດຕະການລະງັບ ການຂາຍໄຟຟ້າ ແລະນໍ້າມັນເຊື້ອໄຟ ໄປຍັງເຂດຊາຍແດນ ຂອງປະເທດມຽນມາ ເກີດຂຶ້ນຕັ້ງແຕ່ວັນທີ 5 ກຸມພາ 2025 ທີ່ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຮ່ວມມືກັນ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ ເພື່ອໃຫ້ປະເທດໄທ ລະງັບການຂາຍໄຟຟ້າ ແລະ ນໍ້າມັນເຊື້ອໄຟ ໄປຍັງເຂດຊາຍແດນ ຂອງປະເທດມຽນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.