ຫຼາຍແຂວງໃນລາວ ຍັງມີການຂຸດ ແຮ່ຄຳຕົກຂ້ອນ

ພອນ ພູມ​ມີ​ທອນ
2025.01.22
ຫຼາຍແຂວງໃນລາວ ຍັງມີການຂຸດ ແຮ່ຄຳຕົກຂ້ອນ ໂຕຢ່າງ: ຊາວບ້ານ ໃຊ້ອຸປະກອນ ແບບທຳມະດາ ເພື່ອຫາແຮ່ຄຳ ແຄມແມ່ນ້ຳຂອງ ເຂດເມືອງໝື່ນ ແຂວງວຽງຈັນ. (TS) ເດືອນພຶດສະພາ 2024
RFA

ປັດຈຸບັນນີ້, ຫຼາຍແຂວງໃນລາວ ກໍຍັງມີ ການຂຸດຄຳຕົກຂ້ອນ ຫຼື ການຂຸດຄົ້ນຄຳ ຕາມສາຍນ້ຳ ເປັນຕົ້ນ ຢູ່ ເມືອງແມດ, ເມືອງເຟືອງ ແລະ ເມືອງຊະນະຄາມ ແຂວງວຽງຈັນ, ເມືອງສັງທອງ ນະຄອນຫຼວງວຽງຈັນ, ເມືອງປາກຊັນ, ເມືອງຄໍາເກີດ ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ, ແຂວງອັດຕະປື, ເຖິງແມ່ນວ່າ ສຳນັກງານ ນາຍົກລັດຖະມົນຕີ ເຄີຍສັ່ງໂຈະ ການຂຸດຄຳຕົກຂ້ອນ ໄປແລ້ວ ເມື່ອເດືອນພຶດສະພາ ປີ 2024 ແລະ ໃນກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ 2 ໄລຍະທ້າຍ ເດືອນທັນວາ ປີ 2024 ກໍມີການເນັ້ນຢ້ຳ ໃຫ້ເຈົ້າໜ້າທີ່ທ້ອງຖິ່ນ ທີ່ກ່ຽວຂ້ອງ ແກ້ໄຂເດັດຂາດ.

ອີກສາເຫດ ທີ່ການຂຸດຄຳຕົກຂ້ອນ ຍັງດຳເນີນການຢູ່ນັ້ນ, ຍ້ອນທາງເຈົ້າໜ້າທີ່ທ້ອງຖິ່ນ ທີ່ກ່ຽວຂ້ອງ ໄດ້ອະນຸຍາດ ໃຫ້ກຸ່ມບໍລິສັດ ເຂົ້າໄປຂຸດຄຳຕົກຂ້ອນ, ເຊິ່ງເຂົາເຈົ້າ ມີທັງລົດຈົກ ເຂົ້າໄປຂຸດດິນ ຕາມແຄມນ້ຳ ເຮັດໃຫ້ແມ່ນ້ຳ ຈາກທີ່ໃສ ມີສະພາບຂຸ່ນ ທຳການ ຫາປູ, ປາ ກໍຍາກ ແລະ ສ່ຽງຕໍ່ສານເຄມີ ນຳດ້ວຍ. ດັ່ງຊາວບ້ານ ເມືອງສັງທອງ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມັງກອນນີ້ວ່າ:

“ເຕັມໝົດ ດຽວນີ້ກຳລັງບຸກກັນແຫຼະ ຢູ່ເຂດນ້ຳສັງ ເປັນບໍລິສັດນີ້ແລ້ວ ກະນ້ຳແທ່ນ ທີ່ມັນເປັນນ້ຳໃສມາແລ້ວ ມັນເປັນນ້ຳຂຸ່ນເອ້ເລ້ເລີຍນີ້. ປູ, ປາ, ນາ, ນ້ຳ ຕາຍໝົດ. ການທຳມາຫາກິນ ຂອງພໍ່ແມ່ປະຊາຊົນ ກະຝືດເຄືອງແດ່ ຫັ້ນແຫຼະເນາະ. ຈັ່ງໜຶ່ງ ສານເຄມີ ກະຕົກເຮ່ຍ ຫັ້ນແຫຼະ. ມັນມີອ່າງ ແລ້ວເຂົາເຈົ້າ ເອົາໂຕແຮ່ ມາເທໃສ່ອ່າງ ມັນມີນ້ຳຍາເດ້.”

ພະນັກງານຄົນໜຶ່ງ ທີ່ຢູ່ໃນບໍລິສັດ ຂຸດຄົ້ນຄຳຕົກຂ້ອນ ທ່ານໜຶ່ງ ກ່າວວ່າ ຢູ່ເມືອງຄຳເກີດ ກໍຍັງມີ ບໍລິສັດ ຂຸດຄຳຕົກຂ້ອນ ຢູ່ເຊັ່ນກັນ ບໍ່ແມ່ນແຕ່ ສະເພາະຄົນລາວ ຍັງມີບໍລິສັດ ຂອງຄົນຫວຽດນາມ ແລະ ຈີນ ນຳດ້ວຍ, ເຊິ່ງສ່ວນໃຫຍ່ ເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງ ເປັນຜູ້ໃຫ້ສຳປະທານ ແລ ອະນຸຍາດ ໃຫ້ເຂົາເຈົ້າ ຂຸດຄົ້ນຄຳຕົກຂ້ອນໄດ້ ທັງທີ່ມີ ການສັ່ງໂຈະ ໄປແລ້ວກໍຕາມ.

“ແມ່ນໆ, ຍັງຂຸດຄົ້ນຢູ່ ມີບໍລິສັດຄົນຫວຽດ ກັບຄົນຈີນ. ເປັນດິນນາ, ດິນສວນ ແລະ ກະແຄມນ້ຳ. ໂຕເລື່ອງສັ່ງໂຈະ ເພິ່ນສັ່ງໂຈະແນ່ນອນ ຢູ່ແລ້ວ, ແຕ່ວ່າ ທາງເມືອງ ທາງແຂວງ ເພິ່ນອະນຸຍາດໃຫ້ໄດ້.”

ຂະນະດຽວກັນ, ພະນັກງານຄົນໜຶ່ງ ທີ່ຢູ່ໃນບໍລິສັດ ຂຸດຄົ້ນຄຳຕົກຂ້ອນ ທ່ານໜຶ່ງ ກ່າວວ່າ ທ່ານເອງ ກໍໄດ້ຮັບຮູ້ ແຈ້ງການດັ່ງກ່າວແລ້ວ ວ່າ ລັດຖະບານລາວ ສັ່ງໂຈະ ການຂຸດຄຳຕົກຂ້ອນ, ແຕ່ກໍຍັງເຫັນ ຫຼາຍບໍລິສັດ ທີ່ຕິດສັນຍາ ສຳປະທານຢູ່ ໄດ້ສືບຕໍ່ ການຂຸດຄົ້ນ ແຮ່ຄຳຕົກຂ້ອນ ຈົນກວ່າ ຈະໝົດສັນຍາ, ແຕ່ເມື່ອໝົດສັນຍາ ກໍຈະບໍ່ສາມາດ ໄປຕໍ່ສັນຍາໃໝ່ ໄດ້ອີກ.

“ຂຸດຄົ້ນຄຳຕົກຂ້ອນ ມັນກໍເວົ້າເລື່ອງ ສະພາບແວດລ້ອມ, ຫ້ວຍນ້ຳ ທີ່ປະຊາຊົນ ເຄີຍຫາຢູ່ຫາກິນໄດ້ ມັນກໍກາຍເປັນ ນ້ຳຂຸ່ນ, ນ້ຳເສຍ ໄປເດ້. ແມ່ນ, ເພິ່ນທີ່ມີ ໃບອະນຸຍາດເກົ່າ ເພິ່ນບໍ່ໃຫ້ອະນຸຍາດແລ້ວ ກະຕ້ອງໄດ້ໂຈະ, ຫັ້ນແຫຼະ. ພວກທີ່ມີ ສຳປະທານເກົ່າຢູ່ ຊິໄປໂຈະກາງຄັນ ບໍ່ໄດ້, ຕ້ອງໃຫ້ເພິ່ນເຮັດ  ເພາະວ່າ ເພິ່ນໄດ້ລົງທຶນ ໄປແລ້ວເດ້. ໃຫ້ມັນຈົບ, ຈົບແລ້ວ ເພິ່ນກໍຕ້ອງໃຫ້ຍົກເລີກ.”

ທາງດ້ານເຈົ້າໜ້າທີ່ ພະລັງງານ ແລະ ບໍ່ແຮ່ ທ່ານໜຶ່ງ ໄດ້ກ່າວວ່າ ສຳລັບບັນຫານີ້, ທາງລັດຖະບານ ກໍສັ່ງໂຈະແລ້ວ ແຕ່ປີ 2024, ແຕ່ບໍ່ຮູ້ຄັກແນ່ວ່າ ເປັນຍ້ອນຫຍັງ ຈຶ່ງຍັງມີການຂຸດຄົ້ນ ແຮ່ຄຳຕົກຂ້ອນຢູ່. ແຕ່ປັດຈຸບັນ, ໃຫ້ຄຸ້ມຄອງ ບັນດາບໍລິສັດ ຂຸດຄົ້ນແຮ່ຄຳຕົກຂ້ອນ ທີ່ໄດ້ຮັບອະນຸຍາດ ແບບຖືກຕ້ອງ ເພື່ອບໍ່ໃຫ້ ກະທົບຕໍ່ສິ່ງແວດລ້ອມ ແລະ ຊາວບ້ານ.

“ເພິ່ນໂຈະໝົດແລ້ວເດ້, ໝົດແລ້ວ ແຕ່ 2024 ພຸ້ນນ່າ. ເພິ່ນກໍບໍ່ຢາກໃຫ້ ມັນເປັນຂະບວນ ຄຸ້ມຄອງໂຕແຮ່ ທີ່ວ່າ ເພິ່ນໄດ້ຮັບອະນຸມັດ ທີ່ມີສັນຍາ ສົມບູນແບບ, ຫັ້ນນ່າ.”

ເມື່ອທ້າຍປີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ໂຄສົກລັດຖະບານ ຖະແຫຼງໃນໂອກາດ ສຳເລັດກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ II ປີ 2024 ວ່າ ລັດຖະບານ ເຫັນດີ ເດັດຂາດ ໂຈະຖາວອນ ການອະນຸຍາດ ໃຫ້ຂຸດຄົ້ນ ແຮ່ຄໍາຕົກຂ້ອນ. ທ້ອງຖິ່ນໃດ  ຫາກຍັງມີສະພາບ ການສວຍໃຊ້ ການຂຸດຄົ້ນ ຫີນແຮ່-ຊາຍ ເພື່ອຂຸດຄົ້ນຄໍາຕົກຂ້ອນ ແມ່ນໃຫ້ຮີບຮ້ອນແກ້ໄຂ ແລະ ດຳເນີນມາດຕະການ ທາງກົດໝາຍ ຢ່າງເດັດຂາດ. ພ້ອມທັງສຸມໃສ່ ກວດກາ ບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາ ເພື່ອບໍ່ໃຫ້ ມີຊ່ອງຫວ່າງລັກໂລບ ຫຼື ລາຍງານຂໍ້ມູນ ການຂຸດຄົ້ນ ບໍ່ຖືກຕ້ອງ.

ກ່ອນໜ້ານີ້, ໃນໄລຍະ ເດືອນພະຈິກ ປີ 2024 ຢູ່ເມືອງໝື່ນ ແຂວງວຽງຈັນ ກໍມີກຸ່ມບໍລິສັດ ແຫ່ງໜຶ່ງ ເອົາລົດຂຸດ, ລົດຈົກ ເຂົ້າໄປຂຸດຄົ້ນ ຄຳຕົກຂ້ອນ ກັນຢູ່ ຢ່າງຄຶກຄື້ນ ເປັນຂະບວນການ. ສັບປ່ຽນກັນເຂົ້າ-ອອກ ໂດຍສະເພາະ ບ້ານນາປ່າໄຜ່, ບ້ານໂພນງາມ, ບ້ານນ້ຳຮອນ ແລະ ບ້ານໂນນໄຮ ຈົນຊາວບ້ານ ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ໄປກວດກາ ຍ້ອນວ່າ ເຮັດໃຫ້ສາຍນ້ຳຮອນ ທີ່ເປັນສາຍຫຼັກ ຂອງເມືອງໝື່ນ ບໍ່ສາມາດ ນຳໃຊ້ນ້ຳໄດ້ ຍ້ອນນ້ຳຂຸ່ນ ມາໄດ້ 2-3 ປີ, ເຊິ່ງເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ ໃນການໃຊ້ຊີວິດປະຈຳວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.