ຊາວບ້ານ ຫຼາຍບ້ານ ຢູ່ເມືອງຫມື່ນ ຍັງໄດ້ຮັບຜົນກະທົບ ຈາກການຂຸດຄຳຕົກຂ້ອນ
2025.02.26
ປັດຈຸບັນ ຍັງມີການຂຸດຄຳຕົກຂ້ອນ ຢູ່ເມືອງຫມື່ນ ແຂວງວຽງຈັນ ເຖິງແມ່ນວ່າ ຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 978/ຫສນຍ ລົງວັນທີ 22 ພຶດສະພາ 2024 ວ່າ ໃຫ້ຍຸດຕິ ການພິຈາລະນາ ອະນຸມັດໃຫມ່ ສຳລັບໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ການຂຸດຄົ້ນແຮ່ຊາຍ ທີ່ມີແຮ່ຕິດພັນ ຕາມສາຍນ້ຳຕ່າງໆ ແລ້ວກໍຕາມ.
ຕໍ່ເລື່ອງນີ້ ຊາວບ້ານ ບ້ານໂນນໄຮ ຢູ່ເມືອງຫມື່ນ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ກຸມພາ ນີ້ວ່າ ຜ່ານມາ ຊາວບ້ານຍັງໄດ້ຮັບຜົນກະທົບ ຈາກການຂຸດບໍ່ຄຳຕົກຂ້ອນຢູ່ ເພາະສາຍນ້ຳຮອນ ທີ່ເປັນສາຍນ້ຳຫຼັກ ຂອງເມືອງຫມື່ນ ຍັງມີສະພາບເປື້ອນຂຸ່ນ ບໍ່ສາມາດນຳໃຊ້ນ້ຳໄດ້ ເຮັດໃຫ້ປະຊາຊົນ ບໍ່ສາມາດເຮັດການກະເສດ ຢູ່ແຄມນ້ຳ, ດັ່ງຊາວບ້ານໂນນໄຮ ເມືອງຫມື່ນ ກ່າວວ່າ:
"ຖ້າວ່າຂຸ່ນໆ ຫຼືວ່າມີ ເປັນຂີ້ຕົມເຂົ້າມາ ກໍສະແດງວ່າເຂົາຍັງຂຸດຢູ່ ຫຼືວ່າອາດຈະຂຸດຢູ່ ໃນສາຍນ້ຳ. ເຮົານຳໃຊ້ນ້ຳບໍ່ໄດ້ເລີຍ. ຍົກຕົວຢ່າງ ຄັນເຮົາມີຫນອງປາ ຄັນວ່າປ່ອຍມາ ໃສ່ຫນອງ ກໍຖືວ່າ ປາກໍຕາຍເລີຍແຫຼະ. ມັນເປັນຕົມແບບວ່າ ເປັນວຸ່ນເລີຍນ່າ, ຫຼືວ່າປ່ອຍໃສ່ທົ່ງນາ ຈົນວ່າຫຍ້າບໍ່ຂຶ້ນ ເຂົ້າບໍ່ຂຶ້ນຫັ້ນແລ້ວ ຄັນຊິເວົ້າໄປແລ້ວ ມັນຕັກກິນບໍ່ໄດ້ ນ້ຳໃຊ້ບໍ່ເປັນເລີຍນ່າ."
ຂະນະທີ່ຊາວບ້ານ ຢູ່ເມືອງຫມື່ນ ແຂວງວຽງຈັນ ອີກທ່ານໜຶ່ງ ກ່າວວ່າ ຜ່ານມາ ຊາວບ້ານ ໄດ້ຮັບຜົນກະທົບ 2 ຮູບແບບ ຄື ອັນທີ 1 ແມ່ນບໍລິສັດ ໄດ້ໄປຂຸດຫາຄຳຕົກຂ້ອນ ຢູ່ໃນເຂດໄຮ່ນາ ຂອງຊາວບ້ານ ແລ້ວ ບໍ່ປັບສະພາບຫນ້າດິນ ຄືນໃຫ້ ເຊິ່ງການຂຸດຄຳ ໄດ້ຂຸດຫນ້າດິນເລິກ 1-2 ແມັດ ແລະ ອັນທີ 2 ເຮັດໃຫ້ສາຍນ້ຳຮອນ ມີສະພາບຂຸ່ນ, ຊາວບ້ານໃຊ້ນ້ຳບໍ່ໄດ້ ຫຼາຍບ້ານ ເປັນຕົ້ນ ບ້ານນາປ່າໄຜ່ ບ້ານໂພນງາມ ບ້ານສີວິໄລ:
"ມັນມີສອງແນວ ແນວທີ່ໜຶ່ງ ຕົ້ວະວ່າ ເຂົາຂຸດແລ້ວ ເຂົາຈະແປງນາຄືນ. ຂຸດໆ ໄດ້ໄລຍະໜຶ່ງ ຫນີແລ້ວ ເດືອດຮ້ອນ ອັນນັ້ນອັນໜຶ່ງ. ອັນສອງມາ ດຽວນີ້ ເຂົາຂຸດຄຳນີ້ ແລ້ວກໍເຈາະບໍ່ແດ່ ເຮັດໃຫ້ນ້ຳນີ້ ຮ້າຍກວ່າບວກຄວາຍພຸ້ນເດ້, 3 ບ້ານນີ້ ມັນມີບ້ານນາປ່າໄຜ່ ບ້ານໂພນງາມ ບ້ານສີວິໄລ."
ຊາວບ້ານທ່ານນີ້ ກ່າວຕື່ມວ່າ ຫຼາຍບໍລິສັດທີ່ຂຸດຄົ້ນ ຄຳຕົກຂ້ອນ. ສ່ວນໃຫຍ່ ເປັນບໍລິສັດຂອງຫວຽດນາມ ທີ່ຮ່ວມກັບຄົນລາວ ໂດຍຊາວບ້ານ ກໍຮ້ອງຮຽນ ໄປເຖິງຂັ້ນສະພາ ແລະ ເຈົ້າຫນ້າທີ່ ກໍລົງມາກວດກາແລ້ວ ແລະ ກໍມີຄຳສັ່ງຈາກລັດຖະບານ ໃຫ້ຍຸດຕິຂຸດຄົ້ນແລ້ວ ແຕ່ເຈົ້າຫນ້າທີ່ ຂັ້ນທ້ອງຖິ່ນ ບໍ່ໄດ້ແກ້ໄຂແນວໃດ.
ຂ່າວ ກ່ຽວກັນ
ໂຮງງານຜະລິດ ແປ້ງມັນຕົ້ນ ຂອງຫວຽດນາມ ປ່ອຍນໍ້າເສຍ ລົງຫ້ວຍນໍ້າທຽບ ແຂວງບໍລິຄໍາໄຊ
ຫຼາຍແຂວງໃນລາວ ຍັງມີການຂຸດ ແຮ່ຄຳຕົກຂ້ອນ
ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ຍັງດຳເນີນຢູ່ ຢ່າງຄຶກຄື້ນ
ພ້ອມດຽວກັນນີ້ ເຈົ້າຫນ້າທີ່ແຂວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕຳແຫນ່ງ ທ່ານຫນຶ່ງ ໃຫ້ຄວາມເຫັນຕໍ່ເລື່ອງນີ້ ວ່າ ທ່ານໄດ້ຮັບຮູ້ ເຖິງເລື່ອງການລັກຂຸດຄຳຕົກຂ້ອນ ດັ່ງກ່າວ ເຊິ່ງສ່ວນໜຶ່ງ ແມ່ນເຈົ້າຫນ້າທີ່ຂັ້ນທ້ອງຖິ່ນ ບາງຄົນ ຮູ້ເຫັນເປັນໃຈ ຮັບເງິນຈາກທາງບໍລິສັດ ຈຶ່ງປ່ອຍໃຫ້ບໍລິສັດ ເຂົ້າມາຂຸດຄຳຕົກຂ້ອນໄດ້ ທັງທີ່ເຈົ້າແຂວງວຽງຈັນ ສັ່ງຍຸດຕິທັງຫມົດແລ້ວ. ຕໍ່ເລື່ອງນີ້ ຊາວບ້ານ ຕ້ອງສົ່ງເລື່ອງ ໄປເຖິງຂັ້ນສະພາ ໃຫ້ຮັບຮູ້ຕື່ມອີກ ວ່າຍັງໄດ້ຮັບຄວາມເດືອດຮ້ອນຢູ່:
"ເຈົ້າແຂວງ ໃຫ້ລົບລ້າງຫມົດ ບໍ່ໃຫ້ຂຸດຄຳຕົກຂ້ອນແລ້ວ ແຕ່ວ່າ ເຂົາເຈົ້າ ກໍຍັງລັກເຮັດຢູ່ ແບບເຂົາ ກໍຮ່ວມກັນ ຫັ້ນນ່າ. ພື້ນຖານ ຍັງອຳນວຍຄວາມສະດວກ ໃຫ້ເຂົາຢູ່. ເຂົາຍັງຈ່າຍຢູ່ ວ່າຊັ້ນສາ, ຂັ້ນເທິງ ກໍມີສ່ວນຮ່ວມນຳ. ຫມາຍຄວາມວ່າ ແນວນັ້ນແຫຼະ ໄປສະພາພຸ້ນແຫຼະເນາະ ໄປສະເຫນີໄປສະພາ."
ຂະນະດຽວກັນ ທ່ານ ສອນໄຊ ຫຼວງອາໄພ ເຈົ້າເມືອງ ເມືອງຫມື່ນ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຜ່ານມາ ທາງລັດຖະບານ ກໍອອກແຈ້ງການ ໃຫ້ຍຸດຕິ ຂຸດຄຳຕົກຂ້ອນແລ້ວ ແຕ່ເລື່ອງຈະມີການລັກ ຂຸດຄຳຕົກຂ້ອນອີກ ຫຼືບໍ່ ນີ້ ກໍຈະມີການກວດກາ ເບິ່ງອີກ ເພາະບາງເທື່ອ ອາດຈະແມ່ນເຂົາເຈົ້າ ເຂົ້າໄປປັບຫນ້າດິນ ໃຫ້ຊາວບ້ານ ທີ່ເມື່ອກ່ອນເຂົ້າໄປຂຸດຄຳ ໃນເນື້ອທີ່ດິນນາ ຂອງຊາວບ້ານ ແລ້ວບໍ່ປັບຫນ້າດິນຄືນ ໃຫ້ຊາວບ້ານ:
"ຊຸດແລ້ວນີ້ ກໍມີຢູ່ ເຮົາວ່າເຮົາເອົາອອກຫມົດແລ້ວ. ຕອນນີ້ ເຮົາກໍໄດ້ກວດເບິ່ງກ່ອນ ເພາະວ່າຜ່ານມາ ແມ່ນແຈ້ງໃຫ້ມາແກ້ໄຂ ຖົມພື້ນທີ່ ໃຫ້ປະຊາຊົນ ທີ່ປະຊາຊົນ ເຂົາຮ້ອງໄປຫັ້ນນ່າ ປົວແປງພື້ນທີ່ ຄວາມຫມາຍໄປເນາະ."
ກ່ອນຫນ້ານີ້ ໃນປີ 2024 ຊາວບ້ານ ຫຼາຍບ້ານ ໃນເມືອງຫມື່ນ ແຂວງວຽງຈັນ ກໍໄດ້ຮັບຜົນກະທົບ ຈາກການຂຸດຄຳຕົກຂ້ອນ ເປັນຕົ້ນ ບ້ານນາປ່າໄຜ່, ບ້ານໂພນງາມ, ບ້ານນ້ຳຮອນ, ລວມໄປເຖິງບ້ານໂນນໄຮ. ບໍ່ສາມາດໃຊ້ນ້ຳ ໃນສາຍນ້ຳຮອນໄດ້ ເພາະເປື້ອນຂຸ່ນ ເຊິ່ງຊາວບ້ານ ກໍໄດ້ຮຽກຮ້ອງ ໃຫ້ຜະແນກທີ່ກ່ຽວຂ້ອງ ລົງໄປກວດກາ ໃນການຂຸດຄົ້ນແຮ່ຄຳຕົກຂ້ອນ ເພາະຊາວບ້ານໄດ້ຮັບຜົນກະທົບ ມາໄດ້ 2-3 ປີ ແລ້ວ ແລະ ມາຮອດປີ 2025 ນີ້ ກໍຍັງໄດ້ຮັບຜົນກະທົບ ຄືເກົ່າ.