ໂຮງງານຜະລິດ ແປ້ງມັນຕົ້ນ ຂອງຫວຽດນາມ ປ່ອຍນໍ້າເສຍ ລົງຫ້ວຍນໍ້າທຽບ ແຂວງບໍລິຄໍາໄຊ

ຈຳປາທອງ
2025.02.25
ໂຮງງານຜະລິດ ແປ້ງມັນຕົ້ນ ຂອງຫວຽດນາມ ປ່ອຍນໍ້າເສຍ ລົງຫ້ວຍນໍ້າທຽບ ແຂວງບໍລິຄໍາໄຊ ຜົນກະທົບ ພາຍຫຼັງໂຮງງານຜະລິດ ແປ້ງມັນຕົ້ນ ປ່ອຍນ້ຳເສຍ ຢູ່ແຂວງບໍລິຄຳໄຊ. ວັນທີ 20 ເດືອນກຸມພາ ປີ 2025.
ເພຈ FB ຫຼັກຊາວ-Luk20

ປະຊາຊົນ ໃນເຂດບ້ານໂພນທອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບຮຸນແຮງ ຈາກໂຮງງານຜະລິດແປ້ງມັນຕົ້ນ ຂອງບໍລິສັດ ລົງທຶນສາກົນລາວ-ຫວຽດ ຈໍາກັດ ຂອງນັກທຸລະກິດຫວຽດນາມ ທີ່ຕັ້ງຢູ່ບ້ານສົບພວນ ເມືອງຄໍາເກີດ ຊຶ່ງປ່ອຍນໍ້າເປິເປື້ອນ-ນໍ້າເສຍ ອອກຈາກໂຮງງານ ລົງໃສ່ຫ້ວຍນໍ້າທຽບ ເຮັດໃຫ້ນໍ້າເນົ່າ ເໝັນ ແລະສັດນໍ້າຕາຍ. ຊາວບ້ານ ບໍ່ສາມາດນໍາໃຊ້ນໍ້ານັ້ນ ປູກຝັງ ແລະ ລ້ຽງສັດ ໄດ້ຄືເກົ່າ. ປະຊາຊົນ ຊອກຢູ່ຊອກກິນ ຕາມຫ້ວຍ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານໂພນທອງ ຜູ້ໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກຸມພາ ນີ້:

“ເຂົາຊອກຢູ່ຊອກກິນເດີ, ນໍ້າທຽບ ເປັນຫ້ວຍນ້ອຍ ນໍ້າໄຫຼບໍ່ຂາດ. ມັນມີທຸກລະດູ, ຊາວບ້ານ ປະຊາຊົນ ທີ່ວ່າເຮັດສວນ ເຮັດໄຮ່ ຢູ່ເຂດນັ້ນ ມັນຢູ່ບໍ່ໄດ້ຫັ້ນນ່າ. ມັນສົ່ງກິ່ນເໝັນ ແລ້ວຢູ່ບໍ່ໄດ້ ຊິນ່າ. ບໍາບັດໄດ້ ມື້ໃດພຸ້ນຫຼະ ຝົນຕົກພຸ້ນແຫຼະ ຈົນຊິລ້າງຫັ້ນແຫຼະ.”

ແລະປະຊາຊົນ ຢູ່ເມືອງຄໍາເກີດນາງໜຶ່ງ ກໍເວົ້າວ່າ ໂຮງງານຜະລິດແປ້ງມັນຕົ້ນ ຂອງຫວຽດນາມ ທີ່ວ່ານັ້ນ ໄດ້ປ່ອຍນໍ້າເສຍ ເນົ່າເໝັນ ມາໄດ້ປະມານ 2-3 ເດືອນແລ້ວ, ມາເຖິງປັດຈຸບັນ ພວກຊາວບ້ານ ບໍ່ສາມາດທົນກິ່ນເນົ່າເໝັນ ນັ້ນ ໄດ້ຕໍ່ໄປອີກ. ດັ່ງນັ້ນ ຈຶ່ງພາກັນອອກມາຮ້ອງຮຽນ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຊ່ວຍແກ້ໄຂ ຍ້ອນວ່າ ນໍ້າໃນຫ້ວຍນັ້ນ ເປັນນໍ້າທີ່ຊາວບ້ານ ນອກຈາກຈະໄດ້ນໍາໃຊ້ປູກຝັງ ລ້ຽງສັດແລ້ວ ຊາວບ້ານ ຈໍານວນໜຶ່ງ ກໍຍັງໄດ້ຫາປູຫາປາ ເປັນອາຫານລ້ຽງຊີບອີກ ແລະວ່າ ການທີ່ທາງໂຮງງານ ປ່ອຍນໍ້າເສຍ ລົງໃສ່ຫ້ວຍນັ້ນ ກໍຍ້ອນວ່າ ອ່າງທີ່ຂຸດໄວ້ ສໍາລັບນໍ້າເສຍ ບໍ່ພຽງພໍ, ດັ່ງທີ່ນາງເວົ້າວ່າ:

“ເຂົາເຈົ້າ ຂຸດອ່າງນໍ້າເສຍ ແລ້ວມັນບໍ່ພໍຫັ້ນນ່າ. ເຂົາເຈົ້າ ເລີຍປ່ອຍລົງຫັ້ນ ມັນເລີຍກິ່ນເໝັນ. ປະຊາຊົນລໍາບາກ ປະຊາຊົນ ບ້ານໂພນທອງ. ແລ້ວອີກຢ່າງ ໃນນໍ້າຫັ້ນ ມັນກໍເສຍເບິດ ນໍ້າຫັ້ນ ມັນໜ້າຈະເປັນມາດົນແລ້ວແຫຼະ ແຕ່ປະຊາຊົນໜ້າຈະອົດບໍ່ໄດ້ແລ້ວ. ເຂົາເຈົ້າ ເລີຍເອົາລົງວ່າຊັ້ນ. ສົມມຸດຊອກຢູ່ຫາກິນ ແບບຫາປູຫາປາຈັ່ງຊີ້ ເຂົາເຈົ້າ ກໍຊອກຢູ່ຫັ້ນ ປູປາຕາຍເບິດ ເຫັນເຂົາເຈົ້າວ່າແນວນັ້ນ.”

ໃນຂະນະດຽວກັນ ຊາວບ້ານໂພນທອງ ອີກຜູ້ໜຶ່ງ ກໍເວົ້າຄືກັນວ່າ ນໍ້າໃນຫ້ວຍນໍ້າທຽບ ໄດ້ກາຍເປັນສີດໍາ ສີຂຽວ ຈົນປູປາ ບໍ່ສາມາດ ມີສິດຢູ່ໄດ້ ແລະ ຊາວບ້ານ ກໍບໍ່ສາມາດ ທົນຕໍ່ກິ່ນເໝັນ ກິ່ນຂິວ ຈາກນໍ້າເນົ່ານັ້ນ ໄດ້ອີກຕໍ່ໄປ ແລະ ວ່າ ການປ່ອຍນໍ້າເສຍຄັ້ງນີ້ ເປັນຄັ້ງທີ 2 ທີ່ທາງໂຮງງານຜະລິດ ແປ້ງມັນຕົ້ນ ໄດ້ປ່ອຍລົງມາ ໃສ່ຫ້ວຍນີ້ ແຕ່ກໍບໍ່ເຫັນວ່າ ທາງການ ຈະລົງໂທດເຈົ້າຂອງໂຮງງານ ທີ່ເປັນຄົນຫວຽດນາມ ຢ່າງເດັດຂາດແນວໃດ, ດັ່ງທີ່ທ່ານກ່າວວ່າ:

“ເກີດຂຶ້ນມາຄັ້ງໜຶ່ງແລ້ວ ມາບາດນີ້ ຄັ້ງທີ 2, ແລ້ວນີ້ ປະມານປີຫຼັງ ສອງປີ ກໍເທື່ອໜຶ່ງນໍ. ເຂົາປ່ອຍລົງນໍ້າເທີນ ແລ້ວປາຕາຍນໍ ແມ່ນໆ ສີຂຽວ ດໍາຫັ້ນແຫຼະ ປາຢູ່ບໍ່ໄດ້ແລ້ວ ປາຫັ້ນນ່າ. ປະຊາຊົນເຂດນັ້ນ ເຂົາໄປໄຮ່ ໄປສວນ ເຂົາໄປນາ ຢູ່ບໍ່ໄດ້ແລ້ວ ມັນເໝັນ.”


ຂ່າວ ກ່ຽວກັນ

ການຂຸດຄົ້ນແຮ່ທາດ ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ

ທາງການ ສັ່ງຍຸຕິ ຂຸດຄົ້ນແຮ່ ຊົ່ວຄາວ ທີ່ເມືອງວຽງໄຊ ຍ້ອນສາຍນ້ຳ ຂຸ່ນແດງ

ຊາວບ້ານ ເມືອງໄຊທານີ ເດືອດຮ້ອນ ຍ້ອນໂຮງງານ ຊື້ໝໍ້ໄຟເກົ່າ ຂອງຈີນ ສົ່ງກິ່ນຂິວ


ເວົ້າເຖິງເລື່ອງ ການກວດກາໂຮງງານ ທີ່ປ່ອຍນໍ້າເສຍ ລົງໃສ່ຫ້ວຍນໍ້າທຽບ ຊຶ່ງເປັນຫ້ວຍນ້ອຍ ແຕ່ນໍ້າໄຫຼບໍ່ຂາດນັ້ນ ຈົນມາເຖິງປັດຈຸບັນ ທາງຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ລົງໄປກວດກາ ແລະ ພົບວ່າ ໂຮງງານຜະລິດ ແປ້ງມັນຕົ້ນ ໄດ້ປ່ອຍນໍ້າເສຍ ທີ່ຍັງບໍ່ທັນໄດ້ຮັບການບໍາບັດ ລົງໃສ່ຫ້ວຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂອງເມືອງຄໍາເກີດ ທີ່ຮັບຜິດຊອບ ແລະ ໄດ້ເຮັດບົດບັນທຶກ ໃຫ້ບໍລິສັດຫວຽດນາມນີ້ ປະຕິບັດຕາມຂັ້ນຕອນ, ແຕ່ບໍ່ໄດ້ສັ່ງ ໃຫ້ທາງໂຮງງານ ໂຈະການຜະລິດ ໂດຍເວົ້າວ່າ ຫາກປ່ອຍນໍ້າເສຍ ລົງມາຕື່ມອີກ ຈະສັ່ງໃຫ້ໂຮງງານໂຈະ. ກ່ອນໂຮງງານຈະປ່ອຍນໍ້າເສຍອອກ ຕ້ອງໄດ້ບອກ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄປກວດເບິ່ງວ່າ ປ່ອຍໄດ້ ຫຼື ບໍ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນມື້ວັນທີ 25 ກຸມພານີ້:

“ປົກກະຕິ ມັນກໍມີອ່າງນໍ້າເສຍ ອ່າງບໍາບັດນໍ ແຕ່ວ່າເວລາເຂົາເຈົ້າປ່ອຍ ເຂົາເຈົ້າ ບໍ່ໄດ້ຜ່ານຫ້ອງການຊັບຫັ້ນ່າ ເຂົາເຈົ້າ ປ່ອຍຕາມລໍາພັງເລີຍ ໂດຍທີ່ບໍ່ໄດ້ຜ່ານ ບໍ່ບໍາບັດ ກໍຜິດຕໍ່ລະບຽບ ສິ່ງແວດລ້ອມໄທເຮົາ ຫັ້ນນ່າ. ຄັນເວລາປ່ອຍ ມັນຕ້ອງໄດ້ປະສານສົມທົບ ກັນນໍ ກັບພາກສ່ວນກ່ຽວຂ້ອງ. ວິທີແກ້ໄຂ ຂອງຫ້ອງການຊັບ ກໍມີແຕ່ວ່າ ເວລາປ່ອຍນໍ້າຫັ້ນນ່າ ເຕັມນໍ ໄດ້ສົມທົບກັບຫ້ອງການຊັບ ເຮົາກໍຕ້ອງໄປກວດວ່າ ນໍ້ານີ້ ມັນບໍ່ມີສິ່ງແວດລ້ອມ ແລ້ວປ່ອຍໄດ້.”

ເມື່ອກ່ອນໜ້ານີ້ ຄືໃນປີ 2024 ທີ່ຜ່ານມາ ໂຮງງານຜະລິດ ແປ້ງມັນຕົ້ນ ຂອງນັກລົງທຶນຈີນ ຢູ່ບ້ານນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ປ່ອຍນໍ້າເສຍ-ນໍ້າເປື້ອນ ອອກຈາກໂຮງງານ ລົງໃສ່ແມ່ນໍ້າຂອງ ເຮັດໃຫ້ນໍ້າໃນບໍລິເວນນັ້ນ ຂຸ່ນຜິດປົກກະຕິ ແລະມີກິ່ນເໝັນ ເຮັດໃຫ້ຊາວ ບ້ານເດືອດຮ້ອນ ເພາະບໍ່ສາມາດໃຊ້ນໍ້າ ໃນເຂດນັ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.