ທາງການ ສັ່ງຍຸຕິ ຂຸດຄົ້ນແຮ່ ຊົ່ວຄາວ ທີ່ເມືອງວຽງໄຊ ຍ້ອນສາຍນ້ຳ ຂຸ່ນແດງ

ພອນ ພູມ​ມີ​ທອນ
2025.01.15
ທາງການ ສັ່ງຍຸຕິ ຂຸດຄົ້ນແຮ່ ຊົ່ວຄາວ ທີ່ເມືອງວຽງໄຊ ຍ້ອນສາຍນ້ຳ ຂຸ່ນແດງ ສາຍນ້ຳປູນ ທີ່ເມືອງວຽງໄຊ ແຂວງຫົວພັນ ກາຍເປັນສີແດງຂຸ່ນ ຍ້ອນບໍລິສັດ ຂຸດຄົ້ນແຮ່ເຫຼັກ ຈາກຫວຽດນາມ ລ້າງແຮ່ລົງ ໃສ່ສາຍນ້ຳ. ວັນທີ 12 ເດືອນມັງກອນ 2025
Credit photos: ຮູບພາບຈາກພົນລະເມືອງ

ເມື່ອວັນທີ 14 ມັງກອນ 2025, ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງວຽງໄຊ ແຂວງຫົວພັນ ສັ່ງໃຫ້ບໍລິສັດ ຕຽນຫ້ຽວກາວບັງ ຂອງນັກລົງທຶນຫວຽດນາມ ທີ່ເຂົ້າມາ ຂຸດຄົ້ນແຮ່ເຫຼັກ ຢູ່ເຂດບ້ານຟ້ອງຊ້າງ, ເມືອງວຽງໄຊ ຍຸຕິ ຂຸດຄົ້ນແຮ່ເຫຼັກ ຊົ່ວຄາວ ຫຼັງຈາກບໍລິສັດດັ່ງກ່າວ ໄດ້ປ່ອຍນ້ຳລ້າງແຮ່ ລົງສູ່ສາຍນ້ຳຊ້າງ ແລະ ສາຍນ້ຳປູນ ເຮັດໃຫ້ຊາວບ້ານ ແຄມນ້ຳທັງ 2 ໄດ້ຮັບຜົນກະທົບ ແລະ ສັ່ງໃຫ້ບໍລິສັດ ສ້ອມແປງອ່າງເກັບນ້ຳ ລ້າງແຮ່ເຫຼັກ ໃຫ້ກັບຄືນສູ່ປົກກະຕິ ລວມເຖິງ ໃຫ້ຮິບໂຮມຂໍ້ມູນ ສຳລັບການຊົດເຊີຍ ຕໍ່ໄປ.

ເພື່ອສອບຖາມຂໍ້ມູນ ເພີ່ມຕື່ມ ກ່ຽວກັບແນວທາງ ການແກ້ໄຂ ແລະ ການຊົດເຊີຍ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງວຽງໄຊ ແຂວງຫົວພັນ, ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບວຽກງານ ດັ່ງກ່າວ ໄດ້ລົງຕິດຕາມກວດກາ ສະພາບນ້ຳຊ້າງ ແລະ ນ້ຳປູນ ໃນມື້ນີ້ ແລະ ຍັງບໍ່ສາມາດ ໃຫ້ຄຳຕອບຫຼ້າສຸດໄດ້. ດັ່ງເຈົ້າໜ້າທີ່ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງວຽງໄຊ ນາງໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມັງກອນ 2025.

“ຕອບແນວນີ້ເລີຍເນາະ ດຽວນີ້ ເຂົາກຳລັງລົງເບິ່ງ ກວດສອບເບິ່ງອີກ, ຫັ້ນນ່າເນາະ. ທາງຫົວໜ້າ ກັບທີມງານ ກຳລັງລົງໄປອີກ, ມີແຕ່ວ່າ ເປັນມື້ອື່ນເນາະ ຈຶ່ງຄ່ອຍໂທມາອີກ.”

ນອກຈາກນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຍັງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ, ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດ ສະດວກໃຫ້ຂໍ້ມູນ ແລະ ໄດ້ພະຍາຍາມຕິດຕໍ່ ໄປຍັງກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່, ແຕ່ບໍ່ສາມາດ ຕິດຕໍ່ຫາຜູ້ຮັບຜິດຊອບ ວຽກງານນີ້ໄດ້ເທື່ອ.

ເຖິງຢ່າງໃດກໍຕາມ, ຊາວບ້ານ ຢູ່ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ກ່າວວ່າ ປັດຈຸບັນ ນ້ຳຊ້າງ ຍັງຄົງມີສະພາບຂຸ່ນ, ແຕ່ບໍລິສັດ ກໍໄດ້ເລີ່ມດຳເນີນການ ປັບປຸງອ່າງເກັບນ້ຳ ຕາມຄຳສັ່ງ ຂອງຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງວຽງໄຊ ແລ້ວ ແລະ ກໍໄດ້ເລີ່ມ ມີການຮິບໂຮມ ຂໍ້ມູນຄວາມເສຍຫາຍ ທີ່ເກີດຂຶ້ນ ໃນເຂດບ້ານ ທີ່ໄດ້ຮັບຜົນກະທົບ ຕັ້ງແຕ່ບ້ານພຽງໄຊ, ບ້ານຟ້ອງຊ້າງ, ບ້ານເມືອງປູນ, ບ້ານພູນໃໝ່, ບ້ານສົ້ມ, ບ້ານຊຽງ ແລະ ບ້ານເດີ, ໂດຍຈະໃຫ້ແລ້ວ ພາຍໃນສິ້ນເດືອນມັງກອນ ນີ້. ດັ່ງທ່ານ ກ່າວວ່າ:

“ເຂົາກຳລັງ ເຮັດອ່າງເກັບນ້ຳ ບ່ອນນ້ຳເປື້ອນ, ຫັ້ນນ່າ ກຳລັງເຮັດຢູ່ທຸກມື້ນີ້. ໜອງປູ-ໜອງປາ ເຂົາເຈົ້າເຂົ້າໄປ ມັນກໍຂຸ່ນເບິດ, ຂຸ່ນ ປາກໍຕາຍ. ເຂົາຂຽນບົດບັນທຶກ ກໍມີຢູ່ວັງສະຫງວນ ຂອງບ້ານເນາະ ຫຼາຍສິ່ງຫຼາຍຢ່າງ ເຂົາສະຫງວນເອົາໄວ້. ດຽວນີ້, ປາບໍ່ມີ ທາງບໍລິສັດ ຊົດເຊີຍຕິອັນນີ້. ແມ່ນໆ, ຊິເປັນເງິນຫັ້ນແຫຼະ ຕ້ອງເລີ່ມປະມູນ ຕັ້ງແຕ່ບ້ານເດີ ຂຶ້ນມາພຸ້ນແຫຼະ, ໃນວັນທີ 30 ໃຫ້ມັນແລ້ວ.”

ຂະນະທີ່ຊາວບ້ານ ຢູ່ເຂດບ້ານລ້ອງປູນ, ເມືອງວຽງໄຊ ນາງໜຶ່ງ ກ່າວວ່າ ປັດຈຸບັນ ນ້ຳປູນ ກໍຍັງຂຸ່ນຢູ່ຄືເກົ່າ ໃນຂະນະທີ່ຊາວບ້ານ ຕ້ອງໃຊ້ນ້ຳປູນ ໃນການເຮັດນາ ຍ້ອນເປັນແຫຼ່ງນ້ຳຫຼັກ ໃນເຂດບ້ານ. ສ່ວນເລື່ອງການຊົດເຊີຍນັ້ນ, ກໍຍັງບໍ່ຮູ້ ຄັກແນ່ວ່າ ຈະຮັບການຊົດເຊີຍແນວໃດ. ດັ່ງຍານາງ ກ່າວວ່າ:

“ໂອ, ມັນຂຸ່ນເນາະ ມັນຂຸ່ນໄດ້ 3 ມື້ແລ້ວເນາະ, ນ້ຳເນາະ. ຄືຊິວ່າ ຟ້ອງຊ້າງ ບໍ, ຕາມຂ່າວ ເຂົາລາຍງານ, ຫັ້ນນ່າ. ເຂົາກໍໃຊ້ນ້ຳ ແນວນີ້ແຫຼະ, ແຕ່ວ່າ ມັນກໍຂຸ່ນ ເຂົ້ານາ ເຫັນເຂົາເອົາລົງ ໂທລະສັບຢູ່ເນາະ ວ່າຊິຊົດເຊີຍ, ຫັ້ນນ່າ.”

ຜົນກະທົບ ທີ່ເກີດຂຶ້ນນີ້, ຍັງເຮັດໃຫ້ຊາວບ້ານ ຢູ່ແຄມນ້ຳຊ້າງ ແລະ ນ້ຳປູນ ບໍ່ສາມາດ ດຳເນີນຊີວິດ ແລະ ໃຊ້ນ້ຳໄດ້ ຕາມປົກກະຕິ, ບໍ່ສາມາດ ໃຊ້ນ້ຳເຮັດນາ ຫຼືປູກຝັງອື່ນໆໄດ້ ແລະ ນອກຈາກນີ້, ສັດລ້ຽງ ກໍຍັງໄດ້ຮັບຜົນກະທົບ ນຳດ້ວຍ ຍ້ອນນ້ຳປູນ ເປັນແຫຼ່ງນ້ຳຫຼັກ ທີ່ງົວ ແລະ ຄວາຍ ຢູ່ເຂດບ້ານ ໃຊ້ດໍາລົງຊີວິດ. ດັ່ງຊາວບ້ານ ຢູ່ບ້ານລ້ານສົ້ມ, ເມືອງວຽງໄຊ ແຂວງຫົວພັນ ທ່ານໜຶ່ງ ກ່າວວ່າ:

“ຢູ່ບ່ອນນີ້ ເພິ່ນເຮັດສວນຫຼາຍເດ້, ໄປຫົດຜັກ, ຜັກຕາຍເດ້. ຕອນນີ້, ມີແຕ່ຂີ້ຕົມ ເປັນສີຂຸ່ນໆ ແລ້ວຜົນກະທົບ ຕໍ່ສັດ ເປັນຕົ້ນແມ່ນ ສັດລ້ຽງ ງົວ, ຄວາຍ ເພາະວ່າ ມັນໄດ້ກິນນ້ຳສາຍນີ້ເດ້. ມັນຢູ່ຕາມ ແຄມນ້ຳໂຕນີ້ ມັນກໍກິນສາຍນ້ຳພູນ (ນ້ຳປູນ) ນີ້ເດ້ ເພາະມັນຢູ່ຕາມທົ່ງນາ ລຽບແຄມນ້ຳ.”

ປັດຈຸບັນ, ພາກສ່ວນກ່ຽວຂ້ອງ ຂອງເມືອງ ໄດ້ລົງເກັບຕົວຢ່າງນ້ຳ ເປັນທີ່ຮຽບຮ້ອຍແລ້ວ, ແຕ່ຍັງບໍ່ທັນ ໄດ້ວິເຄາະເທື່ອ. ໃນວັນທີ 24 ທັນວາ 2024, ເປັນຄັ້ງທຳອິດ ທີ່ບໍລິສັດດັ່ງກ່າວ ໄດ້ປ່ອຍນ້ຳເສຍ ລົງໃສ່ສາຍນ້ຳຊ້າງ ແລະ ສາຍນ້ຳປູນ. ຕໍ່ມາ, ບໍລິສັດ ກໍລັກປ່ອຍນ້ຳເສຍ ຈາກການລ້າງແຮ່ ອີກຄັ້ງ ຄືໃນວັນທີ 12 ເດືອນມັງກອນ 2025. ເທື່ອນີ້ ນ້ຳຂຸ່ນ ຈົນກາຍເປັນສີແດງ.

ກ່ອນໜ້ານີ້, ໃນເດືອນພະຈິກ ປີ 2024 ສາຍນ້ຳເນີນ ທີ່ໄຫຼຜ່ານ 10 ປາຍບ້ານ ໃນເຂດເມືອງຫົວເມືອງ  ແຂວງຫົວພັນ ເປັນຕົ້ນ ບ້ານສົ້ນຂົວ, ບ້ານສົບເລົ້າ, ບ້ານຫາດໄກ່, ບ້ານນົກແອ່ນ ແລະ ບ້ານລານຊຽງ ກາຍເປັນສີຂຸ່ນແດງ ຈົນຊາວບ້ານ ທີ່ອາໄສຢູ່ ແຄມນ້ຳເນີນ ທັງ 2 ຝາກ ໄດ້ຮັບຜົນກະທົບ. ປະຊາຊົນ ບໍ່ສາມາດ ນຳໃຊ້ນ້ຳ ຈາກນ້ຳເນີນ ແລະ ທຳມາຫາກິນ ໄດ້ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.