ຍັງມີການຕິດຕັ້ງປ້າຍ ໂຄສະນາ ສະຊາຍ ໃນນະຄອນຫຼວງວຽງຈັນ
2024.08.16
ປັດຈຸບັນໃນຫຼາຍເມືອງຂອງນະຄອນຫຼວງວຍງຈັນຍັງມີການຕິດຕັ້ງປ້າຍໂຄສະນາແບບຜິດລະບຽບ ແລະ ບໍ່ມີໃບອະນຸຍາດຢູ່ບໍລິເວັນແຄມທາງ, ຮ້ານຂາຍເຄື່ອງຍົກ-ເຄື່ອງຫຍ່ອຍ ແລະ ອາຄານບ້ານເຮືອນເຊີ່ງສ່ວນຫຼາຍແມ່ນເປັນປ້າຍພາສາຈີນ. ດັ່ງຜູ້ທີ່ຮັບເຮັດປ້າຍໂຄສະນາເປັນພາສາຕ່າງປະເທດຢູ່ນະຄອນຫຼວງວຽງຈັນກ່າວຕໍ່ວິທຍຸເອເຊັຍເສຣີໃນວັນທີ 15 ສິຫງ 2024 ນີ້ວ່າ.
“ ບໍ່ສາມາດເຮັດໄດ້ເບິດທຸກຢ່າງເລີຍແຕ່ວ່າມັນກໍ່ຂທື້ນຢູ່ກັບພາສີຂະເຈົ້າຈະໄລ່ຕາມໂຕໜັງສື. ພາສາຈີນເຮັດໄດ້ມີແຕ່ຕິດຢູ່ບ່ອນໃດກໍ່ໄດ້. ອໍອັນນີ້ຈະເອົາໄປຕິດຕາມແຄມທາງຫວາໂອ້ອັນນີ້ຕ້ອງໄດ້ໄປຂໍອະນຸຍາດແຕ່ລະບ້ານແລ້ວໃດພາສາຈີນຈະຫຼາຍກ່ອນມັນກໍ່ຂື້ນກັບບ່ອນ”
ທີ່ຜ່ານມາທາງພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ອະນຸຍາດໃຫ້ສາມາດຕິດປ້າຍໂຄສະນາເປັນພາສາຕ່າງປະເທດໄດ້ບໍ່ວ່າຈະເປັນພາສາຈີນ, ໄທ ຫຼື ເກົາຫຼີຈະຕ້ອງມີຄຳອະທິບາຍເປັນພາສາລາວຂື້ນຂັ້ນເທີງ ແລະ ມີຂະໜາດໃຫຍ່ກ່ວາພາສາຕ່າງປະເທດຈຶ່ງຈະຖືກຕ້ອງຕາມລະບຽບ. ດັ່ງເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບການຮື້ຖອນປ້າຍໂຄສະນາແບບຜິດກົດໝາຍຢູ່ນະຄອນຫຼວງວຽງຈັນທ່ານກ່າວວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.
“ ຕິດໄດ້ແຕ່ເພິ່ນບໍ່ໃຫ້ມັນໃຫຍ່ຫັ້ນນ່າສ່ວນຫຼາຍມັນກໍ່ຢາກຂຽນໂຕໜັງສືກໍ່ໄດ້ແຕ່ວ່າຕ້ອງມີພາສາລາວມາກ່ອນ. ສີຫັ້ນແບບໃດກໍ່ໄດ້. ມັກນໍ່ໃຊ້ໄດ້ເບິດຫັ້ນແຫຼະຕ່າງແຕ່ວ່າຕ້ອງມີພາສາລາວບໍ່ໃຫ້ພາສາອື່ນເດັ່ນກ່ວາພາສາລາວ. ບໍ່ຖືກລະບຽບໝາຍເຖິງເປັນພາສາອື່ນ 100% ເລີຍບໍ່ມີພາສາລາວແມ່ນບໍ່ຖືກ”
ອີງຕາມກົດໝາຍວ່າດ້ວຍປ້າຍມາດຕາ 16 ລະບຸວ່າສໍາລັບປ້າຍທີ່ຂຽນຫຼືພິມພາສາລາວ ແລະ ພາສາຕ່າງປະເທດໃຫ້ໃສ່ພາສາລາວຢູ່ເທິງແລ້ວຈຶ່ງໃສ່ພາສາຕ່າງປະເທດຢູ່ທາງລຸ່ມ ຫຼື ພາສາລາວຢູ່ເບື້ອງຂວາ ແລະ ພາສາຕ່າງປະເທດຢູ່ທາງເບື້ອງຊ້າຍ. ພ້ອມດຽວກັນນີ້ຂະໜາດຂອງພາສາຕ່າງປະເທດຈະຕ້ອງບໍ່ເກີນ 2/3 ຂອງໂຕໜັັງສືລາວ. ໃນມາດຕາ 57 ລະບຸວ່າຜູ້ໃດຝ່າຝືນຈະຖືກສຶກສາອົບຮົມ, ປັບໄໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງຫຼືລົງໂທດຕາມກົດໝາຍອາຍາຕາມແຕ່ລະກໍລະນີ ໜັກ-ເບົາ.
ສໍາລັບປ້າຍໂຄສະນາທີ່ມັກຖືກທາງການດໍາເນີນການຮື້ຖອນມັກເປັນປ້າຍທີ່ຕິດຕັ້ງໃນບ່ອນທີ່ບໍ່ໄດ້ຮັບອະນຸຍາດເປັນຕົ້ນຕິດຕັ້ງໄວ້ບ່ອນສູງກາຍເສົາໄຟຟ້າທີ່ອາດກໍ່ໃຫ້ກີດອັນຕະລາຍໃນດ້ານຕ່າງ ໆ ຕາມມາ. ດັ່ງເຈົ້າຂອງປ້າຍທີ່ເຄີຍຖືກຮື້ຖອນຢູ່ນະຄອນຫຼວງວຽງຈັນທ່ານກ່າວວ່າ.
“ ສ່ວນຫຼາຍມັນຈະບໍ່ໄດ້ຖອນປ້າຍມັນຈະບໍ່ໄດ້ຖອນປ້າຍທົ່ວໄປປ້າຍໂຄະນາບໍ່ເປັນຫຍັງ, ນອກຈາກວ່າເຮັດປ້າຍໃຫຍ່ເກີນຂະໜາດແລ້ວກໍ່ເຮັດການສາຍໄຟເນາະ. ມັນໄກ້ສາຍໄຟຈັ່ງຊິຂະເຈົ້າກໍ່ຈະລົງມາກວດເພາະວ່າມັນອັນຕະລາຍ. ປ້າຍພາສາຈີນບໍ່ມີບັນຫາຖ້າວ່າມັນບໍ່ສູງເກີນບໍ່ທັນຕຳເສົາໄຟຫຼືວ່າບໍ່ໄກ້ສາຍໄຟຄືຖ້າບໍ່ອັນຕະລາຍມັນກໍ່ໃຊ້ໄດ້ມັນບໍ່ເປັນຫຍັງ”
ໃນໄລຍະເດືອນສິງຫາ 2024 ທີ່ຜ່ານມານີ້ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນໄດ້ສົມທົບກັບຄະນະຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງເມືອງລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຮື້ຖອນປ້າຍໂຄສະນາທີ່ຕິດຕັ້ງບໍ່ຖືກຕາມລະບຽບ ແລະ ບໍ່ມີໃບອະນຸຍາດ. ດັ່ງເຈົ້າໜ້າທີ່ໂຍທານະຄອນຫຼວງວຽງຈັນທີ່ເຮັດວຽກກ່ຽວກັບການຮື້ຖອນປ້າຍໂຄສະນາຜິດກົດໝາຍກ່າວວ່າ.
“ ລະບຽບການຄຸ້ມຄອງກໍານົດໄວ້ຢູ່ປ້າຍໜຶ່ງແມ່ນມີອາຍຸການໃຊ້ງານເປັນປີຕໍ່ປີໝາຍຄວາມວ່າໝົດປີແລ້ວກໍ່ຕ້ອງໄດ້ມາຂໍຕໍ່ສືບຕໍ່ເປັນໄລຍະ. ຖ້າຫາກວ່າພວກເຈົ້າມາຂໍອະນຸຍາດພວກເຮົາເພິ່ນຈະໄປກຳນົດຈຸດບ່ອນທີ່ພວກເຈົ້າຈະໄປຕິດຕັ້ງຫັ້ນໃຫ້. ຖ້າວ່າມີອະນຸຍາດແທ້ກໍ່ຈະບໍ່ຖືກຖອນ. ຖ້າກໍລະນີຖ້າຫາກວ່າອະນຸຍາດແຕ່ບໍ່ມາສືບຕໍ່ໆໝົດອາຍຸເພິ່ນກໍ່ຈະລົງໄປຖອນ”
ກ່ອນໜ້ານີ້ໃນວັນທີ 6 ສິງຫາ 2024. ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນກໍ່ໄດ້ດຳເນີນຮື້ຖອນປ້າຍໂຄສະນາຂອງເຮືອນພັກ, ໂຮງແຮມ, ຮ້ານອາຫານ, ບໍລິສັດຂົນສົ່ງ, ບໍລິສັດທົວ ແລະ ຮ້ານບໍລິການ ອື່ນ ໆ ທີ່ບໍ່ຖືກຕ້ອງຂອງຜູ້ປະກອບການ ລາວ, ຈີນ ແລະ ຫວຽດນາມ ຈຳນວນ 301 ລາຍການ. ໃນນີ້ເປັນ ເທີບ-ເງີບ 97 ລາຍການ ແລະ ປ້າຍໂຄສະນາອື່ນ ໆອີກ 204 ປ້າຍ ບໍລິເວັນເສັ້ນທາງໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ພ້ອມເຮັດບົດບັນທຶກນໍາຜູ້ປະກອບການ ແລະ ສັ່ງຫ້າມບໍ່ໃຫ້ມີການຕິດຕັ້ງປ້າຍໂຄສະນາແບບບໍ່ຖືກຕາມລະບຽບອີກ.
ກ່ອນໜ້ານັ້ນໃນວັນທີ 19 ກໍລະກົດ 2024 ທີ່ຜ່ານມາພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນໄດ້ດຳເນີນການຮື້ຖອນປ້າຍໂຄສະນາຂອງຜູ້ປະກອບການຈີນທີ່ຜິດລະບຽບຢູ່ຕະຫຼາດຊັງຈ່ຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນຈຳນວນຫຼາຍປະກອບດ້ວຍຕັດປ້າຍຕັ້ງເສົາໄດ້ 18 ປ້າຍ ແລະ ເກັບປ້າຍວາງຂ້າງທາງໄດ້ 20 ປ້າຍ.