ບໍລິສັດຊີມັງ ຂອງຈີນ ຮ່ວມມືກັນ ຄອງຕະຫຼາດຊີມັງ ໃນລາວ
2025.03.19

ບໍລິສັດ ຊີມັງອຸດົມໄຊຈຽງເກີ ຈໍາກັດ ຜູ້ດຽວ, ບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈໍາກັດ ຜູ້ດຽວ ຊຶ່ງເປັນບໍລິສັດຜະລິດຊີມັງ ຂະໜາດໃຫຍ່ ໃນປະເທດລາວ ແລະ ກຸ່ມບໍລິສັດເລຈື້ ຂອງນັກລົງທຶນຈີນ ຊຶ່ງເປັນບໍລິສັດຜະລິດ ແລະຈໍາໜ່າຍນໍ້າຢາປະສົມຊີມັງ ໄດ້ເຊັນສັນຍາ ຮ່ວມມືດ້ານຍຸດທະສາດ ໃນມື້ວັນທີ 16 ມີນາ 2025 ເພື່ອຮອງຮັບການສ້າງຕັ້ງ ໂຮງງານຜະລິດນໍ້າຢາປະສົມຊີມັງ ບໍລິສັດເລຈື້ ຢູ່ແຂວງອຸດົມໄຊ ໃນອະນາຄົດ. ການຮ່ວມມືທີ່ວ່ານີ້ ຈະຕອບສະໜອງໃຫ້ໂຄງການກໍ່ສ້າຕ່າງໆ ທີ່ຈະເກີດຂຶ້ນ ຢູ່ປະເທດລາວ ໂດຍສະເພາະ ຢູ່າທາງພາກເໜືອ.
ລາຍລະອຽດ ການເຊັນສັນຍາ
ກ່ຽວກັບເລື່ອງການເຊັນສັນຍາ ທີ່ວ່ານີ້ ເຈົ້າໜ້າທີ່ ພະແນກອຸດສາຫະກໍາ ແລະການຄ້າ ແຂວງອຸດົມໄຊ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ມີນາ 2025 ນີ້ວ່າ ຍັງບໍ່ທັນຮູ້ ລາຍລະອຽດເທື່ອ, ຕາມທີ່ຮູ້ ບໍລິສັດ ຊີມັງອຸດົມໄຊຈຽງເກີ ເປັນບໍລິສັດ ຜະລິດຊີມັງ ທີ່ເນັ້ນໃສ່ການສົ່ງອອກ ແລະຕອບສະໜອງພາຍໃນ ໂດຍສະເພາະ ໂຄງການລົງທຶນ ຂະໜາດໃຫຍ່ ເປັນຕົ້ນ ການກໍ່ສ້າງຂົວ, ກໍ່ສ້າງສະໜາມບິນ ແລະການກໍ່ສ້າງເມືອງທັນສະໄໝ ຂອງບໍລິສັດ ອໍາມະຕະ ຊິຕີລາວ ຢູ່ແຂວງອຸດົມໄຊ, ດັ່ງທີ່ນາງເວົ້າວ່າ:
“ຊີມັງຈຽງເກີ ສົ່ງອອກເປັນສ່ວນໃຫຍ່ເດ ພາຍໃນກໍຮັບໃຊ້ ຕັ້ງແຕ່ແຂວງ. ສ່ວນໃຫຍ່ ເພິ່ນຮັບໃຊ້ ຢູ່ໃນໂຄງການໃຫຍ່ ຕົວຢ່າງຄືເຮັດຂົວ ຂ້າມແມ່ນໍ້າຂອງບໍ່ ເຮັດສະໜາມບິນ ກໍແມ່ນຕົວນີ້ເບິດ ແລ້ວກໍ ນີ້ເດ ສາມຫຼ່ຽມທອງຄໍາ ຊິເຮັດຂົວຂ້າມສາມປະເທດ ຊິໄດ້ໃຊ້ ຕົວນີ້ ຄືກັນ, ເຂົາກໍປະມູນໄດ້ແລ້ວນໍ.”
ປັດຈຸບັນ ອຸດສາຫະກໍາຊີມັງ ໃນປະເທດລາວ ມີບໍລິສັດຈີນ ເຂົ້າມາລົງທຶນເຖິງ 60-70% ໂດຍສ່ວນໃຫຍ່ ຈະສະໜອງໃຫ້ໂຄງການ ຂອງບໍລິສັດ ຮັບເໝົາກໍ່ສ້າງ ຂອງຈີນ, ດັ່ງເຈົ້າຂອງໂຮງງານຜະລິດ ແລະຈໍາໜ່າຍຊີມັງ ຢູ່ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ມັນບໍ່ມີຂອງລາວນ່າ ສ່ວນຫຼາຍ ມີແຕ່ພວກລົງທຶນ ພວກຂອງຕ່າງປະເທດ ຄືກວມ 60, 65 ຫາ 70%. ມັນຈີນໝົດ ຫັ້ນແຫຼະ ຊີມັງເຂົາ ກໍສະໜອງໃຫ້ຂອງເຂົາເອງ ຫັ້ນແຫຼະ ເປັນສ້າງຕຶກ ສ້າງອາຄານ ສ້າງໂຮງງານ ສ້າງເຂື່ອນໄຟຟ້າ ຕ່າງໆ, ກໍຈີນ ເຂົາກໍສະໜອງໃຫ້ຈີນເອງ ຫັ້ນແຫຼະ.”
ບໍລິສັດຊີມັງ ຂອງໄທ ເປັນຄູ່ແຂ່ງ
ໃນຂະນະດຽວກັນ ຕົວແທນຈໍາໜ່າຍຊີມັງ ຢູ່ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ກໍເວົ້າວ່າ ປັດຈຸບັນ ຜູ້ຮັບເໝົາກໍ່ສ້າງອາຄານທົ່ວໄປ ນິຍົມໃຊ້ຊີມັງ ກາ SCG ຂອງໄທຫຼາຍ, ແຕ່ສ່ວນຫຼາຍ ນິຍົມໃຊ້ຊີມັງຈີນ ຍ້ອນລາຄາຖືກກວ່າເລັກໜ້ອຍ ແລະ ໂຄງການກໍ່ສ້າງຕ່າງໆ ສ່ວນຫຼາຍ ເປັນຂອງນັກລົງທຶນຈີນ:
“ຖ້າເປັນຄົນໃຊ້ເອງນໍ ປຸກສ້າງບ້ານອາຄານ ເຂົາຈະໃຊ້ຂອງໄທ ແຕ່ສ່ວນໃຫຍ່ ຖ້າຮັບ້ເໝົາທົ່ວໄປ ເຂົາຈະໃຊ້ຂອງຈີນ ແຕ່ກ່ອນ ຖືກກວ່າຫຼາຍ ແຕ່ດຽວນີ້ ລາຄາແທບຈະພໍກັນ ສູສີກັນ ຫຼຸດຈາກຂອງໄທ ໜ້ອຍໜຶ່ງ ແຕ່ວ່າຍອດຂາຍ ຂອງຕະຫຼາດ ຢ່າງທີ່ຮູ້ ຫັ້ນແຫຼະ ໂຄງການໃຫຍ່ໆ ເປັນຂອງຈີນ ແນ່ນອນວ່າ ຈີນ ເຂົາຈະໃຊ້ຜະລິດຕະພັນ ຂອງເຂົາເອງ ໄດ້ກິນເປີເຊັນ.”
ຂ່າວ ກ່ຽວກັນ
ຜູ້ປະກອບການ ໃນແຂວງອຸດົມໄຊ ຍັງໃຊ້ແຮງງານເດັກນ້ອຍ
ຣັຖບານລາວ ສ້າງກັນຕາຝັ່ງເຈື່ອນ ນໍ້າຂອງ ບໍ່ໄດ້ຕາມແຜນ
ນັກລົງທຶນຈີນ ຈະພັທນາໂຮງງານຊີມັງເກົ່າ ຢູ່ວັງວຽງ ເປັນແຫຼ່ງທ່ອງທ່ຽວ
ແຕ່ພະນັກງານ ບໍລິສັດຮັບເໝົາກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ເວົ້າວ່າ ຕົນຍັງບໍ່ທັນຮູ້ຈັກ ຊີມັງຈຽງເກີ ຫຼື ອາດເປັນຍ້ອນຊີມັງ ຍີ່ຫໍ້ໃໝ່ ບໍ່ຄ່ອຍສູ້ເຫັນ, ຢູ່ນະ ຄອນຫຼວງວຽງຈັນ, ມີແຕ່ຊີມັງຮົ່ງຊີ່ ຂອງໄທ ຊີມັງກາເສືອ ກາຊ້າງ ແລະກາອື່ນໆ ທີ່ເຂົານິຍົມກັນໃຊ້:
“ມັນຢູ່ວຽງ ບໍ່ສູ້ຄ່ອຍເຫັນນໍ ການຕະຫຼາດ ຂອງເຂົາ ບໍ່ສູ້ ຫຼືວ່າຈັ່ງໃດ ສະເພາະຢູ່ນະຄອນຫຼວງວຽງຈັນ ມີແຕ່ຮົ່ງຊີ່ ຂອງໄທ ມັນກໍເປັນກາເສືອ ກາຊ້າງ. ເຂົານິຍົມໃຊ້ນໍ ມັນກໍກະທິງ ມັງກອນ ແຕ່ວ່າດຽວນີ້ ມັງກອນ ກໍຄືວ່າຫາຍໄປ ບໍ່ເຫັນແລ້ວ ກາກະທິງ ກໍຍັງເຫັນສ່ວນໜຶ່ງ ຢູ່ຫັ້ນນ່າ.”
ບໍລິສັດ ຊີມັງອຸດົມໄຊຈຽງເກີ ຈໍາກັດ ຜູ້ດຽວ ຊຶ່ງເປັນບໍລິສັດຜະລິດຊີມັງ ຂະໜາດໃຫຍ່ ໃນລາວ, ມີມູນຄ່າການລົງທຶນ 2,040 ຕື້ກີບ, ຕັ້ງຢູ່ບ້ານນາທົ່ງ ເມືອງນາໝໍ້ ແຂວງອຸດົມໄຊ, ສາມາດຜະລິດຊີມັງໄດ້ 2 ລ້ານໂຕນຕໍ່ປີ. ບໍລິສັດນີ້ ເປັນສາຂາ ຂອງບໍລິສັດ ຊີມັງກຸ່ຍໂຈຈຽງເກີ ຈໍາກັດ ໃນກຸ່ມບໍລິສັດ ຢົງຟູກຸ່ຍ ທີ່ເປັນຜູ້ລົງທຶນທັງໝົດ ໃນໂຄງການທີ່ສໍາຄັນ ຂອງໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງຈີນ.