ຜູ້ປະກອບການ ໃນແຂວງອຸດົມໄຊ ຍັງໃຊ້ແຮງງານເດັກນ້ອຍ

ໄຊຍາ
2024.05.31
ຜູ້ປະກອບການ ໃນແຂວງອຸດົມໄຊ ຍັງໃຊ້ແຮງງານເດັກນ້ອຍ ເດັກນ້ອຍ ກຳລັງແບກເປົາຊີມັງທີ່ແຂວງອຸດົມໄຊ 28 ພຶດສະພາ 2024.
Courtesy Photo

ຄລິບວິດີໂອ ເດັກນ້ອຍນັກຮຽນຊາຍ ຊັ້ນປະຖົມຈໍານວນ 5 ຄົນ ຊ່ອຍກັນເຮັດວຽກ ແບກຫາມເປົາຊິມັງ ນໍ້າໜັກ 50 ກິໂລກຣາມ ໄດ້ຖືກເຜີຍແຜ່ຜ່ານເພຈເຟສບຸກ “Time to share Laos” ລົງຜ່ານສື່ສັງຄົມອອນລາຍນ໌ເມື່ອ 28 ພຶດສະພາ 2024 ຜ່ານມາ. ຕໍ່ກໍລະນີດັ່ງກ່າວ ສັງຄົມໄດ້ຕັ້ງຄໍາຖາມວ່າ ເຂົ້າຄ່າຍໃຊ້ແຮງງານເດັກນ້ອຍ ຕໍ່າກ່ວາເກນອາຍຸ ທີ່ກົດໝາຍກຳນົດ ຫຼືບໍ່.

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມຍາດພີ່ນ້ອງຂອງເດັກນ້ອຍ ກຸ່ມດັ່ງກ່າວ ເມື່ອວັນທີ 31 ພຶດສະພາ 2024 ເຊິ່ງກໍ່ໄດ້ຮັບການຢືນຢັນວ່າ ນີ້ແມ່ນຫຼານຕົນເອງ ຢູ່ແຂວງອຸດົມໄຊ. ຄວາມຈິງພໍ່ແມ່ຂອງເຂົາເຈົ້າ ກໍ່ຫ້າມບໍ່ໃຫ້ໄປເຮັດ ແບບນັ້ນ ແຕ່ເຂົາບໍ່ຟັງ ເຂົາຢາກໄດ້ເງິນ. ຜ່ານມາເດັກນ້ອຍ ກໍ່ໄປຂົນປູນ ແລະ ດິນບ໋ອກ ກໍ່ໄດ້ຄ່າຈ້າງປະມານ 40-50 ພັນກີບ.

ທີ່ຜ່ານມາ ຕໍາຫຼວດໄດ້ເຕືອນເຈົ້າຂອງຮ້ານ ແລ້ວບໍ່ໃຫ້ຈ້າງແຮງງານເດັກນ້ອຍ ແຕ່ເຂົາກໍ່ຍັງເຮັດ.

“ເຫັນແຕ່ຕອນນັ້ນ ເຂົາໄປແຈ້ງແລ້ວກໍ່ວ່າເຫັນ ແຕ່ເຂົາເອົາຄລິບລົງອີກນ່າ. ແຕ່ບໍ່ຮູ້ວ່າຄລິບເກົ່າ ຫຼືຄລິບໃໝ່ຫັ້ນເດ້ ບໍ່ຮູ້. ເຂົາຢາກໄດ້ເງິນເຂົາກໍ່ໄປຊອກເອົາເອງສະນັ້ນແຫຼະ. ຄວາມຈິງພໍ່ແມ່ກໍ່ເອົາເງິນໃຫ້ທີ່ຜ່ານມາເນາະ ຂົນປູນຂົນອັນນ່າດິນບ໋ອກນ່າ ແລ້ວຕຳຫຼວດເຂົາໄປແຈ້ງ ບໍ່ໃຫ້ໃຊ້ແຮງງານເດັກຫັ້ນນ່າ ແລ້ວບໍ່ຮູ້ເຈົ້າຂອງຮ້ານ ເພິ່ນໃຫ້ເຂົາໄປເຮັດບໍ່ ຫຼືວ່າ ແມ່ນຄລິບເກົ່າກໍ່ບໍ່ຮູ້ຫັ້ນນ່າ.

ຍາດພີ່ນ້ອງຂອງເດັກນ້ອຍ ກ່າວຕື່ມວ່າ ພໍ່ແມ່ກໍ່ຢູ່ເຮືອນນີ້ແຫຼະ ແຕ່ວ່າຕອນເຊົ້າພໍ່ແມ່ໄປການຫັ້ນນ້າມີເມັຍລາວຫັ້ນໄປຊ່ວຍແຕ່ງກິນສ່ວນຜົວນັ້ນ ເປັຄົນຮັບເໝົາກໍ່ສ້າງພໍ່ແມ່ບໍ່ຢູ່ເຮືອນເດັກນ້ອຍ ກໍ່ໄປຊອກເນັດວຽກເອງ. ສະນັ້ນມີແຕ່ຕອນແລງພໍ່ແມ່ ກໍ່ກັບມາເຮືອນຄືເກແຕ່ວ່າເຂົາບໍ່ຮູ້ວ່າ ເດັກນ້ອຍໄປຫາເຮັດວຽກຫັ້ນນ່າ, ບ່ອນເຂົາໄປເຮັດມັນເປັນຮ້ານຂາຍເຄື່ອງ ກໍ່ສ້າງ, ຂາຍປູນຂາຍຫຼາຍໆ ຢ່າງ ເຊິ່ງມັນເປັນຮ້ານຂອງຄົນລາວເຊິ່ງຮ້ານດັ່ງກ່າວ ກໍ່ຕິດຢູ່ແຄມເຮືອນແລ້ວເດັກນ້ອຍ ກໍ່ໄປຫາເຂົາງ່າຍ.

ປະຊາຊົນ ໃນແຂວງອຸດົມໄຊ ທີ່ມີເຮືອນຢູ່ບ່ອນເກີດເຫດ ກໍ່ໃຫ້ຂໍ້ມູນຕໍ່ກັບເຫດການດັ່ງກ່າວວ່າ ປະຊາຊົນໃນບ້ານກໍ່ມີເຖິງ 4-5 ພັນຄົນ ກໍ່ສ່ວນຫຼາຍແມ່ນຄົນໂຍກຍ້າຍມາຢູ່ໃໝ່ ເຊິ່ງເຫດການທີ່ເກີດຂຶ້ນກໍ່ຄາດວ່າຮ້ານຂາຍເຄື່ອງ ກໍ່ສ້າງມີລູກຊາຍກໍ່ເລີຍຊັກຊວນ ໝູ່ມາຊ່ວຍໃນເວລາມີລູກຄ້າສັ່ງເຄື່ອງເຊັ່ນ ຊິມັງ, ເຫຼັກ ກໍ່ເອົາໄປສົ່ງ ແລ້ວກໍ່ໄດ້ຮັບຄ່າຈ້າງ.

“ອ້າຍກໍ່ບໍ່ຈື່ເຂົານ່າ ມັນກໍ່ປະຊາຊົນບ້ານກໍ່ມີ 4-5 ພັນຄົນກໍ່ສ່ວນຫຼາຍແມ່ນຄົນໂຍກຍ້າຍ ມາຢູ່ໃໝ່ແດ່ສະນັ້ນບໍ່ແມ່ນຄົນທ້ອງຖິ່ນ ຄັນຄົນທ້ອງຖິ່ນແມ່ນຮູ້ເຂົາໂອ, ຮ້ານຂາຍເຄື່ອງກໍ່ສ້າງເນາະ ແລ້ວກໍ່ມີລູກຊາຍແລ້ວກໍ່ມີໝູ່ຂອງລູກຊາຍ ມາຊ່ວຍກັນສະນັ້ນເດ້ເວລາຫວ່າງ ວັນເສົາອາທິດ ບໍ່ມື້ເຂົາພັກຮຽນມາຫາເງິນນອກສະນັ້ນເດ້ ກໍ່ມີແຕ່ເຂົາກໍ່ມາສົ່ງປູນສົ່ງຊິມັງ ສົ່ງເຫຼັກນີ້ ແຫຼະ. ຕາມຮ້ານສິ່ງກໍ່ສ້າງ ບ່ອນໃດເຂົາສັ່ງບ່ອນໃດກໍ່ເອົາຂຶ້ນລົດ ແລ້ວກໍ່ເອົາໄປສົ່ງຢູ່ສະຖານທີ່ກໍ່ສ້າງ ແບບນັ້ນສື່.

ປະຊາຊົນແຂວງອຸດົມໄຊບ້ານຢູ່ບ່ອນເກີດເຫດ ກ່າວຕື່ມວ່າເຫດການທີ່ມີຜູ້ປະກອບການຮ້ານຂາຍເຄື່ອງກໍ່ສ້າງໃນບ້ານໃຊ້ແຮງງານເດັກ ກໍ່ເຄີຍມີເຈົ້າໜ້າທີ່ຂັ້ນເມືອງ ເຊັນ ສະພັນແມ່ຍິງ ແລະ ອົງການຊາວໜຸ່ມຂັ້ນເມືອງໄດ້ລົງມາຕັກເຕືອນບໍ່ໃຫ້ຈ້າງແຮງງານແຕ່ບໍ່ໄດ້ເຮັດບົດບັນທຶກ ຫຼື ລົງໂທດແຕ່ຢ່າງໃດ. ສ່ວນເດັກນ້ອຍເລົ່ານີ້ສະມັກໃຈມາເອງບໍ່ໄດ້ຖືກບັງຄັບແຕ່ຢ່າງໃດ.

“ທາງຊາວໜຸ່ມ ເມືອງເຂົາກໍ່ມາເຕືອນແລ້ວທາງສະຫະພັນແມ່ຍິງ ເມືອງເຂົາກໍ່ມາເວົ້າກ່ຽວກັບສິດທິ ຂອງເດັກແດ່ແລ້ວກໍ່ການໃຊ້ແຮງງານ ຂອງເດັກນ້ອຍສະນັ້ນເດ້ໄລຍະຜ່ານມາ ຫາກມີເທື່ອໜຶ່ງ ສອງເທື່ອແທ້ກໍ່ບາງເທື່ອເດັກນ້ອຍ ເຂົາກໍ່ສະມັກໃຂໄປເອງເນາະ ກໍ່ຢາກໄດ້ເງິນໃຊ້ຈ່າຍແບບນັ້ນ, ຕັກເຕືອນນີ້ໃນໄລຍະຜ່ານກໍ່ຍັງບໍ່ຕັກເຕືອນ ແມ່ນຫຍັງເຂົາເຈົ້າເທື່ອເດ້ ມີແຕ່ເວົ້ານໍາກັນສື່ໆ ຄັນຊິໄດ້ເອົາໄປຫ້ອງລ້າ ຫ້ອງການເປັນທາລ້າທາງການ ກໍບໍ່ໄດ້ຕັກເຕືອນເທື່ອ.”

ກ່ຽວກັບເລື່ອງທີ່ເກີດຂຶ້ນ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນກ່າວວ່າ ຍັງບໍ່ໄດ້ຮັບລາຍງານຈາກປະຊາຊົນ ໃຫ້ລົງໄປກວດກາກ່ຽວກັບ ການໃຊ້ໃຊ້ແຮງງານເດັກນ້ອຍ ຂອງຜູ້ປະກອບການຮ້ານຂາຍເຄື່ອງກໍ່ສ້າງເທື່ອ.

“ເຂົາຮັບກໍ່ບໍ່ໄດ້ຊິໄປແບກປູນແບກຫຍັງ ຈັ່ງຊິເນາະ, ສ່ວນຫຼາຍນັກຮຽນເຂົາກໍ່ຊອກເງິນຊ່ວຍ ພໍ່ຊ່ວຍແມ່ຫັ້ນນ່າເຂົາກໍ່ຊິເຮັດໄປຫັ້ນແຫຼະ. ບາງຄົນຫັ້ນນ່າແຕ່ວ່າບໍ່ມີໃຜມາແຈ້ງວ່າ ມີລູກມີເຕົ້າໄປເຮັດສ່ວນຫຼາຍເຮົາເຮັດໃບຢັ້ງຢືນ ໃຫ້ວ່າໄປຊອກວຽກເຮັດງານທຳສ່ວນຫຼາຍນີ້ອາຍຸ 20 ປາຍ, 30 ປາຍ. ໝົດ 18 ປີລົງລຸ່ມນີ້ບໍ່ມີ.”

ເຈົ້າໜ້າທີ່ ທີ່ເຮັດວຽກປົກປ້ອງແມ່ຍິງ ແລະ ເດັກນ້ອຍກ່າວວ່າກົດໝາຍ ບໍ່ອະນຸຍາດໃຫ້ມີການໃຊ້ແຮງງານເດັກນ້ອຍເຖິງວ່າເດັກນ້ອຍຈະສະມັກໃຈໄປເຮັດວຽກແບກຫາມກໍ່ຕາມ. ດັ່ງນັ້ນຜູ້ປະກອບການຕ້ອງມີຄວາມຮັບຜິດຊອບສູງຕໍ່ການເຄົາລົບກົດໝາຍປົກປ້ອງເດັກນ້ອຍ.

“ກໍລະນີເດກມີຄວາມສະມັກໃຈ ແຕ່ວ່າກົດໝາຍເຮົາຫັ້ນກໍ່ບໍ່ອະນຸຍາດ ໂຕຢ່າງວ່າໄປຂາຍເຄື່ອງຂາຍສັງນີ້ ໄດ້ແຕ່ວ່າໄປແບກຖົງປູນຂົນເຫຼັກອິຫຍັງ ມັນກໍ່ເອີ້ນວ່າມີຜົນກະທົບຕໍ່ຮ່າງກາຍຂອງເດັກ ເຮົາກໍ່ບໍ່ອະນຸຍາດແຕ່ເຖິງວ່າເຂົາສິສະມັກໃຈ ຖ້າຫາກວ່າຜູ້ປະກອບການຫັ້ນ ມີອັນນ່າຄວາມຮັບຜິດຊອບ ມີຈັນຍາບັນຕໍ່ເດັກກໍ່ຕ້ອງໄດ້ອະທິບາຍຊີ້ ແຈງໃຫ້ເຂົາວ່າວຽກໂຕນີ້ລູກຫຼານ ບໍ່ສາມາດເຮັດໄດ້ຄັນວ່າເພິ່ນ ຮັບເຫັນເຂົາສະເໜີແລ້ວເພິ່ນຮັບ ໂດຍບໍ່ພິຈາລະນາກໍ່ຖືວ່າ ເພິ່ນກໍ່ມີຄວາມຜິດແຕ່ວ່າ ຈະບໍ່ຜິດກົດໝາຍເຕັມເນື່ອງເດັກມາສະມັກຄັນວ່າ ເປັນແນວນັ້ນເພິານກໍ່ມາເຈລະຈາສຶກສາອົບຮົມ ກ່າວເຕືອນໃຫ້ຜູ້ປະກອບການໃຫ້ມີສະຕິບໍ່ໃຫ້ຮັບເດັກນ້ອຍ ບໍ່ທັນເຖິງກະສຽນມາໃຊ້ແຮງງານທີ່ໜັກສຶກສາ ອົບຮົມເດັກ.”

ກ່ຽວກັບການປົກປ້ອງ ເດັກລັດຖະທໍາມະນູນແຫ່ງ ສປປ ລາວ ໄດ້ກໍານົດວ່າ ລັດ ແລະ ທົ່ວສັງຄົມຕັ້ງໜ້າພັດທະນາການສຶກສາ ແຫ່ງຊາດໃຫ້ມີຄຸນນະພາບ, ສ້າງໂອກາດແລະສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ພິການ. ລັດສັງຄົມ ແລະ ຄອບຄົວເອົາໃຈໃສ່ປະຕິບັດນະໂຍບາຍ ພັດທະນາ ແລະ ສົ່ງເສີມຄວາມໜ້າຂອງແມ່ຍິງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ.

ແຜນພັັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 2021-2025 ໄດ້ກໍານົດແຜນວຽກຈຸດສຸມ ໃນການສົ່ງເສີມໃຫ້ແມ່ຍິງ ແລະ ເດັກໄດ້ເຂົ້າເຖິງການພັດທະນາ, ມີຄວາມສະເໝີພາບ ຍິງ-ຊາຍ ແລະ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຢ່າງເຕັມສ່ວນ ຈາກການພັດທະນາເສດຖະກິດ-ສັງຄົມ, ພັດທະນາແມ່ຍິງ ແລະ ເດັກໃຫ້ມີຄວາມພ້ອມທຸກດ້ານ ໃນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ, ຄຽງຄູ່ກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ເດັກ, ຊົນເຜົ່າໂດຍໃຫ້ການບໍລິການ ຊ່ວຍເຫຼືອຫຼືການອຸດໜູນ ທີ່ຈຳເປັນເພື່ອພັດທະນາຊີວິດ ການເປັນຢູ່ຂອງເຂົາເຈົ້າ ໃຫ້ດີຂຶ້ນ ແລະຊຸກຍູ້ການມີສ່ວນຮ່ວມຂອງສັງຄົມ ຢ່າງກ້ວາງຂວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

rfa ຢ່າ ເຮັດໃຫ້ ເດັກນ້ອຍເສຍໂອກາດ, ຄວນຖາມເຈົ້າຂອງຮ້ານ
Jun 03, 2024 01:02 PM

ຈ້າງພວກເດັກເຮັດວຽກບໍ່ໜັກກໍ່ໂອເຄ.ດີກວ່າເດັກນ້ອຍບໍ່ເຮັດຫຍັງກີນນ້ຳກະທ້ອມ