ຣັຖບານລາວ ສ້າງກັນຕາຝັ່ງເຈື່ອນ ນໍ້າຂອງ ບໍ່ໄດ້ຕາມແຜນ

ໄຊຍາ
2023.08.30
ຣັຖບານລາວ ສ້າງກັນຕາຝັ່ງເຈື່ອນ ນໍ້າຂອງ ບໍ່ໄດ້ຕາມແຜນ ກັນເຈື່ອນທີ່ສ້າງສຳເຣັດແລ້ວ ແລະຖືກນ້ຳເຊາະເຈື່ອນ ໃນເຂດ ນະຄອນຫຼວງວຽງຈັນ. ເດືອນສິງຫາ ປີ 2023.
RFA

ເມື່ອບໍ່ດົນມານີ້ ທ່ານ ງາມປະສົງ ເມືອງມະນີ ຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າການຈັດຕັ້ງວຽກງານການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນ ຕາມແຄມນໍ້າຂອງ ແລະ ນໍ້າເຫືອງທີ່ເປັນຊາຍແດນລະຫວ່າງປະເທດ ເຊິ່ງມີຄວາມຍາວ 514 ກິໂລແມັດ ພາຍໃນປີ 2025 ແລະຕ້ອງໄດ້ນຳໃຊ້ງົບປະມານເຖິງ 2,380 ຕື້ກີບ. ທຶນຕ່າງປະເທດ 1,130 ລ້ານໂດລ້າຣ໌ສະຫະຣັຖ ແຕ່ຄາດວ່າຈະບໍ່ສາມາດບັນລຸໄດ້ ຕາມແຜນການ ຍ້ອນການຂົນຂວາຍທຶນຈາກຕ່າງປະເທດ ຍັງມີຂອບເຂດຈຳກັດ. ຍ້ອນມີງົບປະມານຈໍາກັດ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງຈໍາເປັນຕ້ອງຈັດສັນ ງົບປະມານ ສໍາລັບການດຳເນີນການກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຄມນ້ຳຂອງ ໃນສະຖານທີ່ທີ່ຕິດພັນກັບທີ່ທ່່ອທ່ຽວ ກ່ອນເປັນຕົ້ນຈະກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ໃນເຂດໂຕເມືອງນະຄອນຫຼວງພຣະບາງ, ສ່ວນພື້ນທີ່ເຂດນອກ ມີບັນຫາຕາຝັ່ງເຈື່ອນ ແຕ່ຍັງບໍ່ທັນມີການແກ້ໄຂເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບສິ່ງແວດລ້ອມ ທາງນໍ້າຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນວັນທີ 25 ສິງຫາ 2023 ນີ້ວ່າ:

ຕາຝັ່ງເຈື່ອນແຕ່ວ່າ ຫຼວງພຣະບາງກໍຍັງບໍ່ໄດ້ສ້າງໂຕນີ້ ມັນຍັງເປັນທັມມະຊາຕ ມີແຕ່ກໍ່ສ້າງເຈື່ອນສື່ໆ ຢູ່ເມືອງຫຼວງນີ້ ແຄມຄານແຄມຂອງ ເພິ່ນກໍເປີດແລ້ວເດ້ຈຸດອື່ນ ເພິ່ນກໍບໍ່ໄດ້ເຮັດອືກໍຖ້າມີກໍມີແຕ່ຢູ່ນອກພຸ້ນແຫຼະ ອັນນີ້ມັນຢູ່ໃນເມືອງເພິ່ນເຮັດແລ້ວ ເບິດແລ້ວແຕ່ວ່ານອກເມືອງ ແຕ່ບໍ່ຮູ້ມັນກໍອາຈຈະມີຢູ່ແຕ່ທາງເມືອງ ເພິ່ນບໍ່ໄດ້ເຮັດແຕ່ນອກເມືອງໄປພຸ້ນນ່າ.

ໂຄງການປ້ອງກັນຕາຝັ່ງເຈື່ອນ ແຄມຂອງຢູ່ເມືອງປາກເຊ ແຂວງຈຳປາສັກ ດຳເນີນການກໍ່ສ້າງມາເປັນເວລາດົນແລ້ວ ເຊິ່ງຄາດວ່າຈະ ສຳເຣັດອີກບໍ່ດົນນີ້. ດັ່ງເຈົ້າຂອງເຮືອນພັກ ຢູ່ແຄມຂອງນະຄອນປາກເຊແຂວງຈຳປາສັກ ຍານາງນຶ່ງກ່າວວ່າ:

“ອັນນັ້ນໂຕທີ່ເພິ່ນເຮັດກັນເຈື່ອນນັ້ນ ກໍກໍຍັງບໍ່ທັນທ່ຽວໄດ້ເນາະ ເພາະວ່າເພິ່ນເຮັດຍັງບໍ່ທັນແລ້ວ ເຣີ່ມເຮັດດົນແລ້ວເດ້ ຄືຊິປີນີ້ຊິແລ້ວຢູ່ດອກ ບາດແຕ່ຂົວຂ້າມ ຂົວຂ້າມ ໂພນທອງຈົນຮອດຂົວເກົ່ານີ້ ໂຮງຮຽນສົງຫັ້ນນ່າ ປະມານ 2 ຫຼັກ 2-3 ປະມານ 2-3 ຫຼັກຫັ້ນນ່າ.”

ສໍາລັບແຄມນໍ້າຂອງ ແລະ ນໍ້າເຫືອງທີ່ຖືກເສາະເຈື່ອນ ຢ່າງຮ້າຍແຮງ ດັ່ງກ່າວນີ້ມີສາເຫດ ມາຈາກການປ່ຽນແປງ ຂອງທັມມະຊາຕ ແລະມະນຸສເປັນຜູ້ສ້າງຂຶ້ນດ້ວຍຮູບການຕ່າງໆ ເປັນຕົ້ນການດູດຫີນ-ດູດຊາຍຕາມລຳແມ່ນໍ້າຂອງ, ການກໍ່ສ້າງກິຈກັມຕ່າງໆທີ່ຍື່ນ ອອກໄປຕາມແຄມຂອງ ແລະ ໂຄງການກໍ່ສ້າງເຂື່ອນເຮັດ ໃຫ້ກະແສນໍ້າມີການປ່ຽນແປງ ກະທົບໃສ່ຕາຝັ່ງ ຢ່າງຮ້າຍແຮງໂດຍສະເພາະ ຢູ່ຝັ່ງປະເທດລາວ. ດັ່ງຊາວບ້ານ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຈະລົງມາທາງສະພານຫັ້ນນ່າ ຢູ່ຫ່າງຈາກຕລາດມືດໜ້ອຍດຽວ ຂະເຈົ້າເຣີ້ມເຮັດຕາຝັ່ງເຈື່ອນ ມາເລີຍຫັ້ນ່າ. ໂອ້ ກໍມີຫຼາຍຈຸດຢູ່ເດຈຸດທີ່ວ່າມັນສ່ຽງ ທີ່ວ່າຕາຝັ່ງເຈື່ອນນ່າ ເພິ່ນກາເຮັດເບິດແລ້ວ ແບບວ່ານໍ້າມັນເຊາະເຈື່ອນເຂົ້າມາເດ້ ນໍ້າປ່ຽນທິດທາງບໍ່ກໍໜ້າມີສ່ວນເດ້ ເພາະວ່າແຕ່ລະປີການປ່ຽນທິດທາງ ມັນກໍຢູ່ແລ້ວເພາະວ່າ ແຕ່ລະປີນໍ້າມັນກໍຄ່ອຍແຮງບໍ່ ຄືກັນເນາະເພາະວ່າ ຂະເຈົ້າສ້າງເຂື່ອນເດ້.

ທີ່ຜ່ານມາທາງການລາວ ເປີດໃຫ້ບໍຣິສັດເອກະຊົນ ຫຼາຍແຫ່ງເຂົ້າມາດໍາເນີນການກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນແຄມນໍ້າຂອງ ເຊິ່ງແຕ່ລະບໍຣິສັດແມ່ນມີແຜນການບໍຣິຫານ ຈັດການທີ່ແຕກຕ່າງກັນ ຈຶ່ງບໍ່ສາມາດລະບຸໄດ້ວ່າ ຈະດຳເນີນການສຳເຣັດໃນໄລຍະໃດ.

ດັ່ງຜູ້ທີ່ເຮັດວຽກກ່ຽວ ກັບໂຄງການກໍ່ສ້າງ ແນວປ້ອງກັນຕາຝັ່ງເຈື່ອນ ແຄມນໍ້າຂອງກ່າວວ່າ:

ອໍຕອນນີ້ເຮົາເຮັດໂຕເສັ້ນທາງວຽງຈັນເນາະ ຕັ້ງແຕ່ອັນສວນເຈົ້າອານຸວົງ ຂຶ້ນໄປອືຄິດວ່າ ໜ້າຈະເປັນຍ້ອນອັນຍ້ອນຝົນຕົກຫຼາຍ ມັນມີນໍ້າຫັ້ນນ່າໂດຍໜ້າຈະເປັນນໍ້າດິນຟ້າອາກາດ ຫັ້ນແຫຼະ ທັນກໍປະມານ 1-2 ປີ ສຳລັບໂຄງການເຮົາກໍສຳເຣັດແລ້ວ.

ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະດຳເນີນການກໍ່ສ້າງໂຄງການ ປ້ອງກັນຕາຝັ່ງເຈື່ອນແຄມ ຂອງບາງສ່ວນແລ້ວແຕ່ໃນໄລຍະນີ້ ກໍຈຳເປັນຕ້ອງໄດ້ສະລໍການກໍ່ສ້າງອອກ ໄປຍ້ອນຢູ່ໃນລະຫວ່າງຣະດູຝົນ. ດັ່ງຊາວບ້ານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນກ່າວວ່າ:

“ອໍຕາຝັ່ງເຈື່ອນແມ່ນຫວາໂຕນັ້ນກໍຕ່າງຫາກ ແລ້ວກໍໂຕແຫຼ່ງທ່ອງທ່ຽວກໍຕ່າງຫາກ ລໍຢູ່ເພາະຊ່ວງນີ້ກໍໜ້າຝົນກໍຫຼາຍເມືອງຢູ່ຊ່ວງນີ້ ເຂົາຢຸດຄວາມໝາຍກໍຄືວ່າ ກະຈາຍຢູ່ຄວາມ ໝາຍກໍຄືຍັງບໍ່ທັນໄດ້ເຮັດສືບຕໍ່ຫັ້ນນ່່າ ສ່ວນຫຼາຍກໍມີແຕ່ຢູ່ໃນນະຄອນຫຼວງນີ້ແຫຼະ ເມືອງສີສັດຕະນາກ.”

ອີງຕາມການຣາຍງານຂອງ ທ່ານ ດວງສະຫວັນ ສິດທິວົງ ຮອງນາຍບ້ານ ບ້ານສະຫວ່າງ ບ້ານປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເມື່ອວັນທີ 10 ສິງ ຫາ ຜ່ານມານີ້ ລະດັບນໍ້າຂອງໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຍ້ອນປະຣິມານນໍ້າໃນແມ່ນໍ້າຂອງ ເພີ່ມຂຶ້ນ ແລະ ໄຫຼລອດພື້ນເຊາະທາງ ໃນອອກມາ ແລະ ໄຫຼເຂົ້າມາດ້ານເທີງໂຄງສ້້າງ ຂອງຕາຝັ່ງເຈື່ອນທີ່ຫາກໍສຳເຣັດ 65% ຈຶ່ງເຮັດໃຫ້ຕາຝັ່ງເຈື່ອນ ຂາດ 2 ຈຸດ, ຈຸດທີ 1 ຊີມັງ ແລະ ຫີນບ໋ອກຖືກນໍ້າໄຫຼເຂົ້າເຊາະ ຂາດຍາວປະມານ 4 ແມັດ ຈຸດທີ 2 ຂາດຍາວປະມານ 50 ແມັດ.

ສໍາລັບການກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຄມຂອງຂອງປະເທດລາວ ໄດ້ຮ່ວມມືກັບສະຖາບັນການເງິນ ໂດຍສະເພາະທະນາຄານໂລກ, ທະນາຄານພັທນາເອເຊັຽ ລວມທັງຂອບ 2 ຝ່າຍກັບອົງການຢູນິເຊຟ ຮ່າງໂຄງການປ້ອງກັນຕາຝັ່ງເຈື່ອນ ຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ບໍ່ແກ້ວ, ອຸດົມໄຊ, ວຽງຈັນ ແລະ ຫຼວງພຣະບາງ ທີ່ມີແມ່ນໍ້າຂອງໄຫຼຜ່ານ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວວ່າ:

ອ່າພວກຂະເຈົ້າຮັບຜິດຊອບ ທາງນໍ້າເນາະຢູ່ຝັ່ງພີ້ເຂົາເຈົ້າມີທາງພາກສ່ວນ ທີ່ຈະເຂົ້າມີພາກສ່ວນຮັບຜິດຊອບ ທາງນໍ້າໂດຍສະເພາະລະບົບ ຕາຝັ່ງນີ້ນ່າຂະເຈົ້າຂຶ້ນແຜນແນວໃດ ຫຼື ວ່າມີລະບົບແນວໃດຂະເຈົ້າຈະແຍກກັນ ລະອຽດອ່າຄຳມວນນີ້ມີ 3 ເມືອງ ເມືອງຫີນບູນ ເມືອງທ່າແຂກແລ້ວກໍເມືອງໜອງບົກ.

ຫຼ້າສຸດນີ້ໃນວັນທີ 28 ສິງຫານີ້ຜແນກໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ ໄດ້ອອກແຈ້ງການໄປຍັງບັນດາບໍຣິສັດ ກໍ່ສ້າງທີ່ຢູ່ພາຍໃນແຂວງ ແລະ ຕ່າງປະເທດວ່າບໍຣິສັດໃດ ທີ່ມີເງິນທຶນ ແລະ ປະສົບການດ້ານການກໍ່ສ້າງ ຖ້າຫາກມີຈຸດປະສົງຕ້ອງການເຂົ້າຮ່ວມປະມູນ ໂຄງການກໍ່ສ້າງຕາຝັ່ງເຈື່ອນ ໂຕເມືອງທ່າແຂກ ແຂງຄຳມ່ວນໃຫ້ເຂົ້າມາຊື້ ຊອງປະມູນນຳຫ້ອງການ ຈັດຕັ້ງປະຕິບັດໂຄງການພັທນາໂຕເມືອງ ຕາມແລວທາງອານຸພາກພື້ນ ແມ່ນໍ້າຂອງ 4 ລະຫວ່າງວັນທີ 28 ສິງຫາ ຫາ 12 ຕຖລາ 2023 ນີ້.

ກ່ອນໜ້ານີີ້ ໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນ ແລະພັທນາແຄມຂອງ ຢູ່ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 76 ລ້ານໂດລ້າຣ໌ສະຫະຣັຖ ໃນນີ້ໄດ້ຮັບທຶນກູ້ຢືມຊ່ອຍເຫຼືອ ດອກເບັ້ຍຕໍ່າ ຈາກປະເທດເກົາຫຼີໃຕ້ 57 ລ້ານໂດລ້າຣ໌ ສະຫະຣັຖ ແລະ ທຶນສນັບສນູນຂອງຣັຖບານລາວ ປະມານ 9.9 ລ້ານໂດລ້າຣ໌ ສະຫະຣັຖ ເຊິ່ງມີຈຸດປະສົງເພື່ອປ້ອງກັນ ຜົລກະທົບຈາກພັຍພິບັດນໍ້າຖ້ວມ, ປ້ອງກັນດິນເຊາະເຈື່ອນ ແລະ ພັທນາແຄມຂອງໃຫ້ເປັນ ສະຖານທີ່ທ່ອງທ່ຽວ ອີງຕາມການຣາຍງານຂອງ ທ່ານ ພຸດທະເສນ ສີນທະວົງ ຮອງຫົວ ໜ້າ ຜແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນ ທ້ອງຖິ່ນໃນເດືອນມິຖຸນາ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.