ລັກ, ທໍາລາຍ ອຸປະກອນໄຟຟ້າ ເຂດເມືອງນາຊາຍທອງ

ໄຊຍາ
2023.12.22
ລັກ, ທໍາລາຍ ອຸປະກອນໄຟຟ້າ ເຂດເມືອງນາຊາຍທອງ ໂຕຢ່າງ ກົ່ງເຕີ້ນັບໄຟ ຂອງຊາວບ້ານ ທີ່ຖືກໂຈນລັກຕັດ, ເດືອນທັນວາ 2023
Credit photos: ນັກຂ່າວພົລເມືອງ

ເກີດເຫດການ ທໍາລາຍອຸປະກອນໄຟຟ້າ ແລະ ລັກອຸປະກອນໄຟຟ້າ ຢູ່ບ້ານປັກແຮດ,  ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈາກການລົງກວດກາ ຂອງວິຊາການ ສູນບໍຣິການໄຟຟ້າ ເມືອງນາຊາຍທອງ ພົບວ່າ ໝໍ້ນັບໄຟ ຂນາດ 5/10 ອຳແປ ຖືກທຳລາຍ ແລະ ສາຍໄຟຟ້າ ຄວາມຍາວ 10 ແມັຕ ຖືກລັກໄປ. ອຸປະກອນເຫຼົ່ານີ້, ເປັນອຸປະກອນນຳໃຊ້ ໃນການສນອງໄຟຟ້າ ໃຫ້ກັບບໍຣິສັດທາງດ່ວນ ລາວ-ຈີນ. ກໍຣະນີນີ້, ກໍ່ໃຫ້ເກີດຄວາມເສັຽຫາຍ ທີ່ເປັນຊັບສິນ ຂອງຣັຖ ກ່ວາ 60 ລ້ານກີບ.

ປະກົດການທໍາລາຍ ແລະ ລັກອຸປະກອນໄຟຟ້າ ນັ້ນ, ເກີດຂຶ້ນທົ່ວປະເທດ. ສໍາລັບຢູ່ບ້ານປັກແຮດ ປີນີ້ ມີເຫດການ ທຳລາຍອຸປະກອນໄຟຟ້າ ແລະ ລັກສາຍໄຟ ເກືອບທຸກເດືອນ. ໂດຍທີ່ຜ່ານມາ, ມີທັງໜໍ້ນັບໄຟ ແລະ ສາຍໄຟ ຂອງໜ່ວຍງານຣັຖບານ ແລະ ຂອງປະຊາຊົນ ຖືກທຳລາຍ ແລະ ຖືກລັກໄປ. ດັ່ງເຈົ້າໜ້າທີ່ຂັ້ນບ້ານ ບ້ານປັກແຮດ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ເດືອນທັນວາ 2023 ນີ້ວ່າ:

“ບໍ່ວ່າເກີດຢູ່ບ້ານເຮົາແຫຼະ ເກີດຢູ່ທົ່ວປະເທດແຫຼະ. ເຮົາໄປຣາຍງານ ປະກົດການຫຍໍ້ທໍ້ ແລກປ່ຽນ ຄວາມຄິດຄວາມເຫັນກັນ ແມ່ນແນວດຽວກັນ. ຂີ້ລັກງັດແງະ ຕັດສາຍຟືນສາຍໄຟ, ກົງເຕີ້, ມີຕລອດ ບໍ່ແມ່ນຄັ້ງທຳອິດແຫຼະ. ຄົນມາຣາຍງານ ແຕ່ລະເຈົ້າ ແຕ່ລະສວນເນາະ ມາຣາຍງານ ການແຈ້ງເສັຽຫາຍ ຕັດສາຍຟືນສາຍໄຟ ມີເບິດແຫຼະ. ຕັດຮອດຂອງຣັຖພຸ້ນແຫຼະ ບໍ່ວ່າແຕ່ຂອງປະຊາຊົນດອກ.”

ຕົ້ນເຫດ ຂອງການທໍາລາຍ ອຸປະກອນໄຟຟ້າ ແລະ ລັກສາຍໄຟ ທີ່ເກີດຂຶ້ນ ມາຈາກສອງສາເຫດຫຼັກ ແມ່ນຄົນເສບຢາເສບຕິດ ແລະ ບັນຫາເສຖກິຈ. ດັ່ງນາຍບ້ານ ບ້ານປັກແຮດ ໄດ້ກ່າວຕື່ມວ່າ:

“ອັນນີ້ຊິເວົ້າໂດຍລວມເນາະ ເພາະວ່າ ອີງຕາມການຣາຍງານ ຂອງແຕ່ລະຂັ້ນບ້ານ, ຫັ້ນນ່າ ມັນຄ້າຍຄືກັນເບິດ. ບາດນີ້, ຕົ້ນເຫດ ສາເຫດ ທີ່ພາໃຫ້ເກີດ ມັນກໍຫຼາຍປັດໃຈ. ປັດໃຈແຣກ ມັນເວົ້າເຣື່ອງຢາເສບຕິດເນາະ. ຄົນເສບຢາເສບຕິດນີ້ ຄົນກຸ່ມນີ້ ເປັນຄົນຫວ່າງງານ, ຄໍ່າມາແລງມາ ກໍຂຶ້ນແຜນ ຂີ້ລັກງັດແງະ. ປັດໃຈທີສອງ ກໍເວົ້າເຣື່ອງເສຖກິຈ, ເສຖກິຈ ຂອງເຮົານີ້ ກໍຄ່າຄອງຊີບສູງ ອີ່ຫຍັງເງິນເຟີ້ ອີ່ຍັງຫຼາຍຢ່າງ. ສະພາບລວມຂອງບ້ານເຮົາ ມັນຍັງເຄັ່ງຮ້ອນຢູ່ ດຽວນີ້, ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ການດໍາເນີນຄະດີນັ້ນ, ຂຶ້ນຢູ່ກັບຜູ້ເສັຽຫາຍ ວ່າຈະເຮັດແນວໃດ. ຜູ້ເສັຽຫາຍບາງຄົນ ອາດຮຽກຮ້ອງ ໃຫ້ມີການຊົດເຊີຍ ແລະ ປັບໃໝ. ບາງຄົນ ກໍຍົກໃຫ້ອຳນາດການປົກຄອງບ້ານ ເປັນຜູ້ຈັດການ ເຮັດບົດບັນທຶກ ແລະ ສຶກສາອົບຮົມ.

ຊາວບ້ານ ບ້ານປັກແຮດ, ເມືອງນາຊາຍທອງ ກ່າວວ່າ ຢູ່ບ້ານປັກແຮດ ກໍຍັງມີເຫດການ ລັກສາຍໄຟ ຂອງເຮືອນປະຊາຊົນ ໃຫ້ເຫັນຢູ່, ແຕ່ບໍ່ຫຼາຍ ແລະ ທີ່ຜ່ານມາ ມັກເກີດເຫດກັບບ້ານ ທີ່ເຈົ້າຂອງບໍ່ຢູ່ບ້ານ ຫຼືອອກໄປເຮັດສວນ, ເຮັດໄຮ່. ສ່ວນສາຍໄຟ ທີ່ລັກໄປນັ້ນ, ຈະຖືກນຳໄປຂາຍຕໍ່. ດັ່ງທ່ານກ່າວ ໃນມື້ດຽວກັນວ່າ:

“ລັກສາຍໄຟ ຢູ່ນໍາເຮືອນຄົນ ອາດຊິມີຢູ່. ປັກແຮດນີ້, ຊິມີບໍ່ມີຫຼາຍ ມີໜ້ອຍ. ລັກສາຍໄຟ ຢູ່ນໍາເຮືອນຫັ້ນ ມີເຮືອນເຂົາເຈົ້າບໍ່ຢູ່ເຮືອນ ເຂົາເຈົ້າປະເຮືອນ. ມີໆ, ເຫັນຂ່າວ ມັນກໍຊິເອົາໄປ ນໍາຮ້ານເຫຼັກເສດຫັ້ນແຫຼະ. ສ່ວນຫຼາຍ ເອົາໄປຮ້ານເຫຼັກເສດ ຮັບຊື້ເຫຼັກເສດ ເຫຼັກຫຍັງ, ຫັ້ນນ່າ”

ຊາວບ້ານ ຢູ່ບ້ານປັກແຮດ ອີກຍານາງນຶ່ງກ່າວວ່າ ກ່ອນໜ້ານີ້ ເຄີຍໄດ້ຍິນຂ່າວ ການລັກສາຍໄຟ ຢູ່ຕາມທາງດ່ວນ ຕັ້ງແຕ່ໄລຍະທາງດ່ວນ ເຣີ່ມສ້າງ. ດັ່ງຍານາງກ່າວວ່າ:

“ເຄີຍແຕ່ໄດ້ຍິນວ່າ ລັກສາຍໄຟ ຢູ່ຕາມທາງດ່ວນ ເພາະວ່າ ເຂດບ້ານ ມັນກໍມີຕາມທາງດ່ວນ. ມັນມີຂ່າວ ຕັ້ງແຕ່ໄລຍະ ເຂົເຈົ້າແປງທາງດ່ວນໃໝ່ໆ ພຸ້ນນ່າ. ລັກແຖວໃດ ບໍ່ຮູ້, ຮູ້ແຕ່ວ່າ ລັກແຖວທາງດ່ວນ ໄລຍະເຂົາເຈົ້າກໍ່ສ້າງໃໝ່ໆແດ່. ເຂົາເຈົ້າຈະດຶງໄຟເຂົ້າເດ.”

ສິ່ງທີ່ຢູ່ໃນສາຍໄຟຟ້ານັ້ນ, ແມ່ນສາຍທອງແດງ, ເຊິ່ງສ່ວນຫຼາຍ ຢູ່ໃນສາຍໄຟ ທີ່ເດີນເຂົ້າເຮືອນ ກໍເປັນທອງແດງ ມີລາຄາສູງ ເຮັດໃຫ້ເກີດເຫດການ ລັກສາຍໄຟເກີດຂຶ້ນ ຢ່າງຕໍ່ເນື່ອງ. ສ່ວນການທຳລາຍໝໍ້ນັບໄຟ ແລະ ລັກສາຍໄຟຟ້ານັ້ນ, ຜູ້ກະທຳ ຕ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານໄຟຟ້າ. ຫາກບໍ່ມີຄວາມຮູ້ ກໍອາດເປັນອັນຕຣາຍ ຕໍ່ຊີວິຕໄດ້. ດັ່ງຊ່າງໄຟຟ້າກ່າວວ່າ:

“ເຂົາເຈົ້າເຄີຍເຮັດວຽກ ກ່ຽວກັບໄຟມາ ແລ້ວແບບວ່າ ຮູ້ຈັກເຟສ ຂອງໄຟ ຮູ້ຈັກວ່າ ຕັດໂຕນີ້ ມັນຊິບໍ່ຊ໋ອດ. ເຟສນີ້, ໄຟບໍ່ແຮງ. ບໍ່ໄດ້, ມັນແຕກເລີຍ ຖ້າເຮົາບໍ່ມີ ຄວາມຮູ້ພື້ນຖານ ເຣື່ອງການແປງໄຟ. ເຮົາບໍ່ຮູ້ວ່າ ເຟສໃດມາແຮງ ເຟສໃດບໍ່ມາ. ໄຟມັນຍັງຢູ່ໃນສາຍ ເວລາເຮົາຕັດໄປ ມັນຍັງມີໄຟຢູ່. ຖ້າເຮົາບໍ່ຮູ້ ເຮົາໄປຈັບ ມັນກໍຊ໋ອດ.”

ນີ້ບໍ່ແມ່ນຄັ້ງທໍາອິດ ທີ່ເຄີຍເກີດກໍຣະນີ ດັ່ງກ່າວຂຶ້ນ. ໃນເດືອນຕຸລາປີ 2022 ກໍເກີດເຫດການ ລັກອຸປະກອນໄຟຟ້າ ຢູ່ສະຖານີໄຟຟ້າ ໂຄກສະອາດ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍຜູ້ກະທຳຜິດ ໄດ້ລັກເຂົ້າມາ ຕັດສາຍໄຟທອງແດງ ເຖິງ 3 ຄັ້ງ ຄິດເປັນມູລຄ່າ ຄວາມເສັຽຫາຍ ຫຼາຍກ່ວາ 16 ລ້ານກີບ.

ອີງຕາມແຈ້ງການ ກະຊວງພະລັງງານ ແລະ ບໍ່ແຮ່ ສບັບເລຂທີ 1295/6 ລົງວັນທີ 3 ມິຖຸນາ 2021, ບຸກຄົນ ທີ່ລັກອຸປະກອນ ສາຍສົ່ງໄຟຟ້າແຮງສູງ, ແຮງກາງ ແລະ ແຮງຕໍ່າ ໃຫ້ໃຊ້ຄືນ ຕາມມູລຄ່າ ພ້ອມທັງປັບໃໝ 200% ຂອງມູລຄ່າເສັຽຫາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.