ເກີດເຫດໄຟໄໝ້ ຫໍບັງຄັບການບິນ ຢູ່ສນາມບິນຫ້ວຍຊາຍ ແຂວງບໍ່ແກ້ວ
2024.01.16

ເມື່ອວັນທີ 15 ມົກກະຣາ ທີ່ຜ່ານມານີ້ ໄດ້ເກີດເຫດໄຟໄໝ້ ແບບບໍ່ຮູ້ສາເຫດທີ່ຄັກແນ່ ຢູ່ບໍຣິເວນ ຫໍບັງຄັບການບິນ ໃນສນາມບິນຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເປັນສນາມບິນ ທີ່ຢູ່ໃນລະຫວ່າງປິດໂຕຢູ່ ແລະຫຼັງຈາກເກີດເຫດໄຟໄໝ້ ໄດ້ບໍ່ດົນ ທາງເຈົ້າໜ້າທີ່ ກໍໄດ້ນໍາຣົຖດັບເພີງ ມາແກ້ໄຂເຫດການ ພ້ອມທັງເຈົ້າໜ້າທີ່ຕໍາຣວດ ກໍໄດ້ມາຍັງບ່ອນເກີດເຫດ ແລະໄດ້ເກັບຫຼັກຖານຕາມວິຊາສະເພາະ ເພື່ອນໍາໄປສືບສວນ-ສອບສວນຕໍ່ໄປ ອີກທັງ ຊາວບ້ານທີ່ເຫັນເຫດການນີ້ ກໍໄດ້ຖ່າຍວິິດິໂອ ເຫດການໄຟໄໝ້ ລົງເຜີຍແຜ່ທາງສື່ສັງຄົມອ໋ອນລາຍນ໌.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ອາສາກູ້ໄພ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ສງວນຊື່ ແລະສຽງ ກ່າວວ່າ ປັດຈຸບັນ ທາງເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ກໍກໍາລັງມີການຊອກຄົ້ນຫາສາເຫດ ຂອງເຫດການໄຟໄໝ້ນັ້ນຢູ ແຕ່ກໍບໍ່ໄດ້ມີຜູ້ໃດໄດ້ຮັບອັນຕລາຍ ຈາກເຫດການນີ້ ສ່ວນສາເຫດທີ່ຄັກແນ່ນັ້ນ ກໍຍັງບໍ່ສາມາດລະບຸໄດ້ເທື່ອ ແຕ່ເຊື່ອວ່າ ໜ້າຈະເກີດຈາກ ໄຟຟ້າລັດວົງຈອນ ຫຼື ເຫດອື່ນໆ.
ໃນຂະນະທີ່ ເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ ສໍາລັບສາເຫດຂອງເຫດໄຟໄໝ້ດັ່ງກ່າວ ໃນເບື້ອງຕົ້ນ ລະບຸວ່າ ເກີດຈາກການເຮັດກິຈກັມບາງຢ່າງ ໃນເຂດສນາມບິນດັ່ງກ່າວ ແຕ່ກໍຍັງບໍ່ສາມາດສລຸບຢ່າງລະອຽດໄດ້ ເຊິ່ງທາງຕໍາຣວດດັບເພີງ ໄດ້ສົ່ງບົດຣາຍງານ ໄປຫາຫົວໜ້າກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ແລ້ວ, ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມົກກະຣາ ນີ້ວ່າ:
“ເຂົາຫຼີ້ນຢູ່ພຸ້ນແຫຼະເນາະ ຜແນກອັນນັ້ນເນາະ ມອດໄຟເຂົາເຈົ້າ ເຮັດບົດຣາຍງານ ໄປທາງກອງບັນຊາການແລ້ວເດ້ ປະສານທາງຫ້ອງການພຸ້ນເລີຍເດີ້.”
ແຕ່ຢ່າງໃດກໍຕາມ ເມື່ອວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກອງບັນຊາການປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຮູ້ຣາຍລະອຽດ ຫຼາຍໄປກວ່ານີ້ໄດ້ ແລະຍັງບໍ່ສາມາດສລຸບ ເຫດການທີ່ເກີດຂຶ້ນ ໃຫ້ຮັບຮູ້ໄດ້ເທື່ອ.
ທາງດ້ານຊາວບ້ານ ນາງນຶ່ງ ທີ່ຢູ່ບໍ່ຫ່າງໄກຈາກສນາມບິນ ແຫ່ງດັ່ງກ່າວ ກໍເຊື່ອວ່າ ເຫດການໄຟໄໝ້ ຢູ່ຫໍບັງຄັບການບິນດັ່ງກ່າວ ອາຈເກີດຍ້ອນສີມືຂອງບຸກຄົນກຸ່ມນຶ່ງ ເພາະກ່ອນໜ້ານີ້ ກໍມີຄົນບໍ່ດີກຸ່ມນຶ່ງ ທີ່ມັກເຂົ້າໄປຫຼີ້ນ ຢູ່ໃນເຂດສນາມບິນຫ້ວຍຊາຍ ໂດຍບໍ່ເຫັນເຈົ້າໜ້າທີ່ມີການເວນຍາມ ແລະຮັກສາຄວາມປອດໄພ ໃນບໍຣິເວນນັ້ນ ແຕ່ຢ່າງໃດ, ດັ່ງຍານາງ ກ່າວວ່າ:
“ມັນໄໝ້ແຕ່ທາງເທິງນ່າ ເພາະວ່າ ມັນຫຼາຍປີແລ້ວ ແລ້ວເຂົາເຈົ້າບໍ່ມີຄົນໄປຍາມ ໄປເຝົ້າ ແບບປະຮ້າງ ກະເລີຍວ່າມີຂີ້ລັກ ໄປອາສັຍຢູ່ ປິດໄດ້ 5-6 ປີແລ້ວເດ້ ເພິ່ນບໍ່ໄດ້ປັບປຸງຫຍັງເທື່ອເຈົ້າ.”
ສ່ວນຊາວບ້ານຢູ່ເມືອງຫ້ວຍຊາຍ ອີກທ່ານນຶ່ງ ກ່າວວ່າ ທ່ານກໍຮູ້ສຶກເສັຍດາຍ ທີ່ມີເຫດໄຟໄໝ້ເກີດຂຶ້ນ ຢູ່ສນາມບິນດັ່ງກ່າວ ອີກທັງ ມີສັນຍານວ່າ ຈະກາຍເປັນສນາມບິນ ທີ່ບໍ່ຢູ່ໃນແຜນການອີກຕໍ່ໄປ, ສ່ວນສາເຫດຂອງໄຟໄໝ້ນັ້ນ ກໍຂຶ້ນຢູ່ກັບພາກສ່ວນທີ່ກ່ຽວຂ້ອງ ວ່າຈະມີການສືບສວນແນວໃດ ແລະຈະມີການປັບປຸງ ຫຼືສ້ອມແປງຄືນຫຼືບໍ່ ກໍຢູ່ທີ່ອໍານາດຂອງທາງການ, ດັ່ງທ່ານກ່າວວ່າ:
“ສນາມບິນຫ້ວຍຊາຍຫວາ ແມ່ນແຫຼະ ໄຟໄໝ້ມື້ວານນີ້ເດ້ ກໍຍັງວ່າ ເຮົາບໍ່ເຂົ້າໃຈນ່າ ເຮົາບໍ່ໄດ້ໄປກວດນໍາເພິ່ນ ໂອ ປິດມາດົນແລ້ວ ຫຼາຍປີແລ້ວນີ້ ກໍຍັງວ່າ ບໍ່ຮູ້ນໍາພັກຣັຖເພິ່ນເນາະ ບໍ່ຮູ້ນໍາເພິ່ນເນາະ ຈັກເສັຍດາຍ ບໍ່ເສັຍດາຍ ກະບໍ່ຮູ້ເນາະ.”
ໃນຂະນະດຽວກັນ ຜູ້ປະກອບການຮັບຈອງປີ້ເຮືອບິນ ທ່ານນຶ່ງກ່າວວ່າ ສໍາລັບສນາມບິນຫ້ວຍຊາຍນັ້ນ ກໍເຊື່ອວ່າ ໜ້າຈະບໍ່ມີການປັບປຸງຄືນ ແລະອາຈຖືກປະກາດຍຸບເລີກໄປ ໃນອີກບໍ່ດົນນີ້ ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ມີແຜນ ທີ່ຈະໃຊ້ສນາມບິນສາກົລບໍ່ແກ້ວ ຂອງເຂດເສຖກິຈພິເສດສາມຫຼ່ຽມຄໍາ ໃຫ້ເປັນສນາມບິນພຽງແຫ່ງດຽວ ຂອງແຂວງບໍ່ແກ້ວ ແຕ່ປັດຈຸບັນ ກໍຍັງບໍ່ທັນເປີດໃຫ້ແບບເປັນທາງການເທື່ອ, ດັ່ງທ່ານກ່າວວ່າ:
“ຍົກເລີກແລ້ວເຈົ້າ ເພາະວ່າ ເດິ່ນປິດແລ້ວເຈົ້າ ຕາມໄດ້ຍິນ ຈະບໍ່ໄດ້ເປີດແລ້ວເດ້ ໃຊ້ຢູ່ເດິ່ນຕົ້ນເຜິ້ງໝົດເຈົ້າ ສນາມບິນ ຍັງບໍ່ທັນເປີດເປັນທາງການເທື່ອນ່າ ມັນຍັງເປັນ ແບບເຊົ່າເໝົາລໍາຢູ່ເຈົ້າ.”
ຢ່າງໃດກໍຕາມ ກ່ອນໜ້ານີ້ ເມື່ອເດືອນກັນຍາ ປີ 2018 ຜແນກໂຍທາທິການ ແລະຂົນສົ່ງ ແຂວງບໍ່ແກ້ວ ເຄີຍມີໂຄງການປັບປຸງຍົກລະດັບ ສນາມບິນຫ້ວຍຊາຍ ໂດຍມີກໍານົດໃຫ້ສໍາເຣັດ ໃນເດືອນພຶສຈິກາ ປີ 2020 ເພື່ອໃຫ້ເປັນສນາມບິນທີ່ທັນສມັຍ ແລະມີຄວາມປອດໄພຂຶ້ນ ແລະໃຫ້ສາມາດຮອງຮັບເຮືອບິນຂນາດ 70 ຫາ 100 ບ່ອນນັ່ງ ພ້ອມທັງຂຍາຍເສັ້ນທາງແລ່ນຂອງເຮືອບິນ ພາຍໃນສນາມບິນນໍາດ້ວຍ.
ແຕ່ ນັບແຕ່ໄລຍະ ການແຜ່ຣະບາດ ຂອງໂຄວິດ-19 ໃນປີ 2020 ເປັນຕົ້ນມາ ກໍເຮັດໃຫ້ໂຄງການນີ້ ມິດງຽບ ແລະຖືກຍົກເລີກການເຮັດໄປ ເນື່ອງຈາກມີບັນຫາ ທາງດ້ານງົປມານ ຈຶ່ງບໍ່ຢູ່ໃນແຜນການປັບປຸງຕື່ມອີກ ແລະໄດ້ກາຍເປັນສນາມບິນຮ້າງ ທີ່ບໍ່ມີການເວນຍາມ ແລະການບໍາຣຸງຮັກສາ ຈົນກະທັ້ງ ເກີດເຫດການໄຟໄໝ້ຂຶ້ນໃນເທື່ອນີ້.
ສ່ວນສນາມບິນສາກົລບໍ່ແກ້ວ ທີ່ຢູ່ເຂດບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແລະຢູ່ຫ່າງຈາກເຂດເສຖກິຈພິເສດສາມຫຼ່ຽມຄໍາ ປະມານ 5 ກິໂລແມັດນັ້ນ ກໍມີແຜນເປີດໃຫ້ບໍຣິການ ແບບຖ້ຽວບິນປົກກະຕິ ໃນປະມານໄລຍະ ເທສການກຸດຈີນ ທີ່ຈະເຖິງນີ້ ໂດຍມີແຜນເປີດຖ້ຽວບິນ ລະຫວ່າງສນາມບິນສາກົລວັດໄຕ-ສນາມບິນສາກົລບໍ່ແກ້ວ, ແຕ່ປັດຈຸບັນ ກໍໄດ້ມີການເປີດຖ້ຽວບິນແບບພິເສດ ແລະບໍ່ເປັນທາງການ ເສັ້ນທາງ ລະຫວ່າງສນາມບິນແຫ່ງນີ້ ຫາສນາມບິນສາກົລວັດໄຕ ແຕ່ກໍເປັນຖ້ຽວບິນ ທີ່ມີຄ່າໂດຍສານ ແພງກວ່າປົກກະຕິ ປະມານ 240 ໂດລ້າຣ໌ສະຫະຣັຖ ແຕ່ຄົນຕໍ່ຖ້ຽວ, ອີງຕາມການຣາຍງານຂ່າວ ຂອງວິທຍຸເອເຊັຽເສຣີ ໃນກ່ອນໜ້ານີ້.