ປີນີ້, ໄຟໄໝ້ປ່າ ຢູ່ແຂວງພາກເໜືອ ຂອງລາວ ຫຼາຍສິບພັນເຮັກຕ້າຣ໌. ສະເພາະແຂວງອຸດົມໄຊ ເນື້ອທີ່ປ່າໄມ້ ເກືອບເຖິງເຄິ່ງນຶ່ງ ຖືກໄຟໄໝ້. ສ່ວນຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ແລະ ເມືອງວຽງຄຳ ແຂວງຫຼວງພຣະບາງ ໄຟໄໝ້ປ່າ ຢ່າງໜ້ອຍ 16,137 ເຮັກຕ້າຣ໌.
ຢູ່ເມືອງວຽງຄຳ ແຂວງຫຼວງພຣະບາງ ໃນຮອບ 18 ປີ ທີ່ຜ່ານມາ, ບໍ່ເຄີຍມີເຫດໄຟໄໝ້ປ່າຈັກເທື່ອ, ແຕ່ຕົກມາປີ 2023 ນີ້, ປ່າໄມ້ ແລະ ດິນກະສິກັມ ຖືກຜົລກະທົບ ຈາກໄຟໄໝ້ປ່າ ທັງໝົດ ປະມານ 16,083 ເຮັກຕ້າຣ໌. ໃນນັ້ນ, ເປັນດິນປ່າສງວນ 8,463 ເຮັກຕ້າຣ໌, ປ່າປ້ອງກັນ 5,094 ເຮັກຕ້າຣ໌, ປ່າຊົມໃຊ້ 1,841 ເຮັກຕ້າຣ໌ ແລະ ດິນກະສິກັມ 685 ເຮັກຕ້າຣ໌ ແລະ ກວມເອົາ ທັງໝົດ 21 ບ້ານ. ໄຟໄໝ້ປ່າ ພາຍໃນປີນີ້, ເຮັດໃຫ້ທໍ່ນ້ຳ, ຮົ້ວສວນ, ເຫຼັກໜາມ ຂອງປະຊາຊົນ ເສັຽຫາຍ, ໂດຍສະເພາະຢູ່ບ້ານນານ້ອຍ ແລະ ບ້ານນ້ຳລາວ, ແຕ່ທາງປະຊາຊົນ ຈະໄກ່ເກັ່ຽຄວາມເສັຽຫາຍກັນໄດ້ເອງ, ໂດຍໃຫ້ຝ່າຍຈູດໄຟໄໝ້ລາມ ເນື້ອທີ່ກະສິກັມ ເປັນຜູ້ທົດແທນ ຄ່າເສັຽຫາຍນັ້ນໆ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງວຽງຄຳ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ເມສາ ນີ້ວ່າ:
"ເປັນທໍ່ນ້ຳ ຈັ່ງຊີ້ ເຂົາເຈົ້າຕໍ່ມາໃສ່ສວນຫຍ້າ ສວນຫຍັງ ຈັ່ງຊີ້ນ່າ, ແລ້ວມັນກໍໄໝ້. ຮົ້ວແດ່, ຮົ້ວທີ່ເຂົາເຈົ້າລ້ອມ ປູກພືດ ອາຫານສັດນີ້ແຫຼະ. ກໍຕອນໄຟໄໝ້ເຣີ່ມ ແລ້ວກໍໄໝ້ເສົາຮົ້ວ, ເຮັດໃຫ້ຮົ້ວເປ່ເພແຫຼະ. ແລ້ວສັດກໍອອກຈາກລ໋ອກ ຈາກຫຍັງ, ຫັ້ນນ່າ. ກໍມີແຕ່ໜ້ອຍດຽວດອກ, ກະບໍ່ຫຼາຍ, ແຕ່ເຫຼັກໜາມນີ້ ຫຼາຍ. ຫຼາຍບ້ານສເນີມາ ເຣີ່ມມາ ແລ້ວໄໝ້ໃສ່ຮົ້ວ ເພາະວ່າ ຮົ້ວກໍເປັນໄມ້ແກ່ນຫຼ້ອນ ເປັນໄມ້ຕາຍ, ຫັ້ນນ່າ ມັນກະເປັນເຊື້ອໄຟ ມັນກໍໄໝ້ໝົດ. ແຕ່ເຂົາເຈົ້າ ກໍເຄລັຽກັນເອງ ກັບຜູ້ຈູດຫັ້ນ."
ທ່ານກ່າວຕື່ມວ່າ ໂຕເລຂຄວາມເສັຽຫາຍຂ້າງຕົ້ນ ເປັນໂຕເລຂ ທີ່ຍັງບໍ່ແນ່ນອນ ເນື່ອງຈາກຍັງມີບາງບ້ານ ເກີດເຫດໄຟໄໝ້ປ່າ, ແຕ່ຍັງບໍ່ສາມາດ ສັງລວມຂໍ້ມູນໄດ້ວ່າ ເສັຽຫາຍຈັກເຮັກຕ້າຣ໌. ອີກທັງໂຕເລຂຄວາມເສັຽຫາຍ ຂ້າງຕົ້ນທັງໝົດ ເປັນໂຕເລຂ ທີ່ໄດ້ມາຈາກການປະສານງານ ກັບອຳນາດການປົກຄອງຂັ້ນບ້ານ ຜ່ານທາງໂທຣະສັບມືຖື, ໂດຍທີ່ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ໄດ້ລົງໄປ ສັງລວມຂໍ້ມູນໂຕຈິງເທື່ອ.
ສຳລັບເມືອງວຽງຄຳ ແຂວງຫຼວງພຣະບາງ ກໍເຊັ່ນດຽວກັນ ປະຊາຊົນ ພາກັນຈູດໄຮ່ ເພື່ອປູກເຂົ້າ ແລະ ພາກັນຈູດຫຍ້າ ເພື່ອໃຫ້ຫຍ້າປົ່ງໃໝ່ ໃຫ້ສັດລ້ຽງເຂົາເຈົ້າໄດ້ກິນ ຈຶ່ງເຮັດໃຫ້ ໄຟໄໝ້ລາມປ່າ ຈຳນວນຫຼາຍ ແບບບໍ່ເຄີຍເຫັນ ໃນຮອບ 18 ປີ, ແຕ່ປັດຈຸບັນ ໄຟໄໝ້ປ່າ ພາຍໃນເມືອງ ໄດ້ສິ້ນສຸດລົງ ຍ້ອນຝົນຕົກຫ່າໃຫຍ່ ໃນມື້ວັນທີ 26 ເມສາ ເຮັດໃຫ້ໄຟດັບລົງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງວຽງຄຳ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
"ຖືວ່າ ອັນດັບນຶ່ງ ກໍແມ່ນຈູດໄຮ່ ເພື່ອປູກເຂົ້າຫັ້ນ. ສອງ ກໍແມ່ນຈູດສວນຫຍ້າ, ສວນຫຍ້າ ທີ່ເຂົາເຈົ້າລ້ຽງສັດ, ຫັ້ນນ່າ ເພາະວ່າ ເວລາຈູດແລ້ວ ຫຍ້າຂ້ອນຂ້າງວ່າ ຊິປົ່ງງາມແດ່, ໂຕນີ້. ແລ້ວຝົນຕົກ ກໍຖືວ່າ ອັນນີ້ ກໍຕາມການກວດແຕ່ລະບ້ານ ເຂົາເຈົ້າກໍແຈ້ງໄປວ່າ ໄຟກໍມອດ ເພາະວ່າ ກ່ອນໜ້າ ພວກເຮົາກໍແຈ້ງ ໄປແຕ່ລະບ້ານ ຄອບຄົວໃດ ທີ່ຍັງບໍ່ທັນຈູດ ເຮົາກໍບໍ່ໃຫ້ຈູດເທື່ອ ເພາະວ່າ ຣະດູນີ້ ກໍຍັງແຫ້ງແລ້ງແດ່. 100% ແຫຼະ ຖືວ່າບໍ່ມີໄຟໄໝ້ແລ້ວ ປັດຈຸບັນນີ້, ເມືອງເຮົາ."
ສ່ວນຢູ່ເມືອງໄຊຍະບູຣີ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ສົ່ງບົດຣາຍງານ ກ່ຽວກັບຄວາມເສັຽຫາຍ ຈາກໄຟໄໝ້ລາມປ່າ ຢູ່ເມືອງ ໃນປີ 2023 ໃຫ້ຂັ້ນແຂວງແລ້ວ ແລະ ພົບວ່າ ປີນີ້ ເມືອງມີຄວາມເສັຽຫາຍ ຈາກໄຟໄໝ້ລາມປ່າ 154 ເຮັກຕ້າຣ໌ ກວມເອົາ 8 ບ້ານ. ມື້ຄືນນີ້, ວັນທີ 26 ເມສາ 2023 ທີ່ຜ່ານມາ, ຢູ່ພາຍໃນເມືອງ ອາກາດດີຂຶ້ນຫຼາຍ, ມີຝົນຕົກລົງຫ່າໃຫຍ່ ເຮັດໃຫ້ໄຟ ທີ່ກຳລັງໄໝ້ປ່າ ຢູ່ເຂດຜາຂີ້ໝິ້ນ ຈຸດບ້ານນາໄຮ່ ແລະ ບ້ານໜອງແຊງ ໄດ້ມອດລົງ. ຕົກມາວັນທີ 27 ເມສາ, ທ້ອງຟ້າປອດໂປ່ງຂຶ້ນ, ໝອກຄວັນ ໄດ້ຈາງລົງ ຫາຍໃຈກໍສະດວກຂຶ້ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:
"ມັນມີຢູ່ຜາຂີ້ໝິ້ນ ນີ້ເນາະ ມັນມີຢູ່ປ່າປ້ອງກັນຫັ້ນ, ບ້ານແກ້ວອຸດອນ 154 (ເຮັກຕ້າຣ໌). ມັນໜ້າຈະໝົດ (ໄຟໄໝ້ລາມປ່າ) ມື້ຄືນນີ້. ມື້ນີ້ແລ້ວ, ບໍ່ເຫັນຄວັນແລ້ວເດ້."
ຢູ່ເມືອງໄຊຍະບູຣີ ປະຊາຊົນ ບໍ່ຈູດໄຮ່ແລ້ວ, ແຕ່ໄຟປ່າ ເກີດຈາກການຫາຢູ່ຫາກິນ ຂອງຄົນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:
"ກວດເບິ່ງໂຕຈິງ ແລ້ວມັນບໍ່ມີໄຮ່ລະເດ ຢູ່ເຂດນີ້, ນີ້ນ່າ. ໜ້າຈະໄປຫາຢູ່ຫາກິນ ຊອກໄຂ່ມົດບໍ່, ຊອກເກັບຜັກຫັກໜໍ່ນີ້ແຫຼະ. ເວລາເຮົາໄປກວດກາເບິ່ງ ຕົ້ນກຳເນີດ ຂອງໄຟ ມັນລະບໍ່ແມ່ນ ເກີດຈາກໄຮ່ ຈາກສວນ ເກີດຈາກການຊອກຢູ່ຫາກິນ. ເວລາເຂົາເຈົ້າໄປ ລະເຂົາເຈົ້າຊອກ ເອົາເຂົ້າເອົາຫຍັງໄປກິນນຳ, ຫັ້ນນ່າເນາະ. ຕອນສວາຍ ຕອນຫຍັງ ແລ້ວກະຊິຄົວກິນບໍ່, ຈັ່ງຊີ້ນ່າ. ບັນຫານຶ່ງ ແລ້ວກະເລີຍວ່າ ມອດໄຟບໍ່ດີບໍ່ ອີ່ຫຍັງ, ຫັ້ນນ່າ."
ສ່ວນຢູ່ເມືອງໄຊ ແຂວງອຸດົມໄຊ ໄຟໄໝ້ປ່າ ເຖິງ 45 ຫາ 50% ຂອງເນື້ອທີ່ປ່າໄມ້ທັງໝົດ, ເຊິ່ງເນື້ອທີ່ປ່າໄມ້ ໃນທີ່ນີ້ ຈະກວມທັງປ່າສງວນ, ປ່າຜລິດ ແລະ ປ່າອື່ນໆ ນຳດ້ວຍ, ໂດຍໄຟໄໝ້ລາມປ່າ ພາຍໃນເມືອງໄຊ ບໍ່ໄດ້ສ້າງຄວາມເສັຽຫາຍ ແກ່ປະຊາຊົນ. ອີກທັງເມື່ອບໍ່ດົນ ທີ່ຜ່ານມາ, ທາງເມືອງໄຊ ຫາກໍມອດໄຟໄດ້ 100% ເນື່ອງຈາກອຸປະກອນມອດໄຟ ບໍ່ພຽງພໍ ຈຶ່ງເຮັດໃຫ້ການມອດໄຟ ຊັກຊ້າ ແລະ ທີ່ມອດໄຟໄດ້ສຳເຣັດ ກໍຍ້ອນວ່າ ຝົນຕົກລົງຫ່າໃຫຍ່, 2 ຫ່ານັ້ນເອງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ເສັຽຫາຍຫຼາຍພໍສົມຄວນ ປີນີ້, ກໍໍເກືອບວ່າ 45-50% ຂອງປ່າໄມ້. ຮົ້ວສວນ ບໍ່ມີ ຄົວເຮືອນ, ເຮືອນເດືອນດາວ ຂອງປະຊາຊົນ ບໍ່ໄດ້ເສັຽຫາຍ ເພາະວ່າ ເຂົາເຈົ້າມີການປ້ອງກັນ. ສ່ວນຫຼາຍໃນການໄປດັບມອດ ພວກເຮົາກໍໃຊ້ວິທີ ຂັ້ນພື້ນຖານເທົ່ານັ້ນເນາະ, ຫັ້ນນ່າ. ແຮງງານ ຂອງຄົນໄປຖາງແລວກັນໄຟເນາະ ເຂັ່ຽແລວກັນໄຟເທົ່ານັ້ນ. ອັນອື່ນ, ອຸປະກອນອື່ນ ບໍ່ມີເດ້, ມີແຕ່ມີດກັບພ້າເທົ່ານັ້ນ. ແຮງງານເອົາໄມ້ເຂັ່ຽ ບໍ່ໃຫ້ມີຂີ້ເຫຍື້ອ ຂີ້ຍຸງ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງ 3 ຄົນຂ້າງຕົ້ນ ກ່າວຕຣົງກັນວ່າ ປ່າພາຍໃນລາວ ຈະເປັນປ່າຂຽວຕລອດປີ. ມາຕອນນີ້, ປ່າພາຍໃນເມືອງ ໃນເຂດທີ່ພວກເຂົາເຈົ້າ ຮັບຜິດຊອບ ແມ່ນເປັນປ່າຫົວໂລ້ນ ເບິ່ງໄປທາງໃດ ເຫັນແຕ່ກົກໄມ້ສີດຳ ທີ່ຖືກໄຟໄໝ້. ຕົ້ນໄມ້ບາງຕົ້ນ, ກໍເປັນສີເຫຼືອງ ຍ້ອນໃກ້ຈະຕາຍ ຈາກໄຟໄໝ້ລາມປ່າ ລວມເຖິງຕົ້ນໄມ້ຂນາດນ້ອຍ, ໂດຍສະເພາະ ໄມ້ປ່ອງ ກໍຕາຍຈຳນວນຫຼາຍ ແລະ ອາຈຕ້ອງໃຊ້ເວລາ ປະມານ 2-3 ປີ ທີ່ຈະເຮັດໃຫ້ໄມ້ຂນາດນ້ອຍ ກັບມາເປັນຄືເກົ່າ.
ອີງຕາມຂໍ້ມູນຈາກກົມປ່າໄມ້, ກະຊວງກະສິກັມ ແລະ ປ່າໄມ້, ຢູ່ລາວ ໃນໄລຍະ 8 ປີຜ່ານມາ ຄືປີ (2014-2022) ມີປ່າຖືກໄຟໄໝ້ໄປແລ້ວ ຫຼາຍກວ່າ 320,000 ເຮັກຕ້າຣ໌, ໂດຍໃນປີ 2021 ໄຟໄໝ້ລາມປ່າຫຼາຍກວ່າໝູ່ ຄື 209,682 ເຮັກຕ້າຣ໌, ເຊິ່ງກະທົບຫຼາຍສຸດ ຢູ່ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ແຂວງຫຼວງພຣະບາງ ຕາມລຳດັບ.