ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ
2021.06.02

ການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ ແຫ່ງຊາດ ເຮັດພຽງເປັນກະແສເທົ່ານັ້ນ ແຕ່ຫຼັງຈາກປູກແລ້ວ ບໍ່ມີການຮັກສາເຮັດໃຫ້ຕົ້ນໄມ້ ທີ່ປູກໄປນັ້ນ ຕາຍເກືອບໝົດ ຖ້າຍັງກໍບໍ່ເກີນ 10 ເປີເຊັນ ຂອງຈຳນວນທີ່ປູກໄປ.
ເນື້ອທີ່ປົກຫຸ້ມປ່າໄມ້ ໃນປະເທດລາວບໍ່ເຖິງ 62 ເປີເຊັນ ຕາມທີ່ຣັຖບານໄດ້ກ່າວອ້າງຍ້ອນວ່າມີການຕັດໄມ້ຫຼາຍ ແລະມີການບຸກເບີກ ເຮັດການປູກມັນຕົ້ນ ແລະ ໂຄງການພັທນາ ອື່ນໆອີກ ສະນັ້ນຈຶ່ງເຮັດໃຫ້ປ່າໄມ້ມີບໍ່ຫຼາຍ.
ນັກວິຊາການໃຫ້ສຳພາດວ່າ:
"ປູກທຸກປີ ປູກຕົ້ນໄມ້ຫັ້ນນະເນາະ ປູກຕົ້ນໄມ້ນີ້ກະປູກລະຖິ້ມ ປູກລະຖິ້ມ ບໍ່ມີເກີດ ບອກວ່າແນວນັ້ນໂລດ ທັມມະດາປູກຕົ້ນໄມ້ ຊິໃຫ້ມັນເປັນປ່າເປັນຫຍັງ ເຂົາກະໄປປູກຢູ່ພູພຸ້ນລະ ປ່າຊຸດໂຊມກະໄປປູກໃສ່ ອັນນີ້ກະພາກັນເລາະ ປູກຕາມຖນົນຫົນທາງ ເຮັດເປັນຂະບວນ ຖ່າຍຮູບຖ່າຍຮອຍ ອອກຂ່າວອອກຄາວຊື່ໆດອກ."
ນັກວິຊາການກ່າວຕື່ມອີກວ່າ:
"ບໍ່ມີດອກປ່າຮອດ 62 ເປີເຊັນ ແຕ່ໄມ້ຕິ້ວເຂົາກະຍັງຕັດນະດຽວນີ້ ໄມ້ຕິ້ວກະຍັງບໍ່ມີຮອດຮາກມັນລະ ບາດນີ້ ມາບຸກເບີກເຮັດສວນ ມັນຕົ້ນ ແຮ່ງແປນໝົດປ່າໄມ້ຫັ້ນນ່າ ຕັດຈົນກ້ຽງ ດຽວນີ້ຫັ້ນ ບາດໄມ້ມີຄ່າ ລະບໍ່ມີລະຊິເອົາຫຍັງມາກວມ 62 ເປີເຊັນ ບໍ່ມີດອກ. ປູກຕົ້ນໄມ້ແທນ 100 ເປີເຊັນ ກະຊິຍັງເຫລືອແຕ່ 10 ເປີເຊັນ ຄື 100 ຕົ້ນ ກະຊິເຫລືອແຕ່ 10 ຕົ້ນ."
ນອກຈາກນີ້ ຊາວບ້ານທ່ານນຶ່ງ ຜູ້ທີ່ເຮັດວຽກເລື່ອງບັນຫາທີ່ດິນ ແລະ ປ່າໄມ້ ຢູ່ພາກໃຕ້ ໄດ້ໃຫ້ຄຳເຫັນຕໍ່ເອເຊັຽເສຣີ ວ່າ:
"ມັນກະບໍ່ມີຄຸນຄ່າແຫຼ້ວ ໄມ້ເນື້ອແຂງຂອງວ່າ ເຂົາຕັດຂາຍ ອັນທີ່ວ່າເນື້ອທີ່ປ່າໄມ້ກວມ 62 ເປີເຊັນ ມັນຊິບໍ່ຖືກແລ້ວ."
ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ:
ປະຊາຊົນດຽວນີ້ ເຂົາບໍ່ມີທີ່ດິນທຳການຜລິດເນາະ ປ່າສງວນເຂົາກະໄປຖາງເຮັດໄຮ່ເຮັດສວນ ຕາມພູຕາມຜາ ຢູ່ເຂດເຊກອງນີ້ ແຫ່ງໝົດຫັ້ນແຫຼະ. ນອກຈາກນີ້ ຍັງມີການຕັດໄມ້ຢູ່ ໂຄງການສັມປະທານເຂື່ອນ ກໍຖືກຕັດໝົດ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຜູ້ທີ່ເຮັດວຽກກ່ຽວກັບການປູກປ່າ ຂອງບໍຣິສັດເອກຊົນແຫ່ງນຶ່ງ ຢູ່ໃນລາວ ໄດ້ໃຫ້ສຳພາດຕໍ່ເອເຊັຽ ເສຣີ ວ່າ:
"ມັນຈະບັນລຸເປົ້າໝາຍ ທີ່ຣັຖບານວາງເອົາໄວ້ ໃນຈະປູກຕົ້ນ ຍ້ອນວ່າ ມີການຈັດແບ່ງກັນແຕ່ລະແຂວງແລ້ວ."
ເຈົ້າໜ້າທີ່ທ່ານນີ້ ຍັງກ່າວຕື່ມອີກວ່າ:
"ບວກກັບພາກເອກຊົນ ມາປູກໄມ້ໃສ່ ມັນກະຊິບັນລຸເປົ້າໝາຍຢູ່ ໂດຍສະເພາະ ບໍຣິສັດ ລົງທຶນປູກໄມ້ອຸດສາຫະກັມ."
ນັກທຸຣະກິດຄ້າໄມ້ ຢູ່ແຂວພາກໃຕ້ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ປ່າໄມ້ດຽວນີ້ມັນໝົດແທ້ ໝົດແທ້ໝົດວ່າ ລະດຽວນີ້ ບາງແຂວງ ເຂົາໃຫ້ບຸກເບີກເນື້ອທີ່ ໃຫ້ເຂົາສັມປະທານ ໝົດແລະ ໃນການ ສັມປະທານເຂົາກໍຕັດໄມ້ອອກໝົດລະ ບາງເຂດ ເຈົ້າຂອງໂຄງການກໍວ່າ ຕັດໄມ້ຢູ່ເຂື່ອນ ແຕ່ຄວາມຈິງ ກໍເປັນການຕັດຮະໝົດ, ມັນຊິມີ 62 ເປີເຊັນ ມາແຕ່ໃສ ປ່າໄມ້ໝົດແທ້ໝົດວ່າ ຢູ່ພູກໍບໍ່ມີໄມ້ແລ້ວ."
ສຳນັກຂ່າວສານປະເທດລາວ ຫລື KPL ໄດ້ຣາຍງານໃນວັນທີ 23 ພຶສພາ ວ່າກະຊວງກະສິກັມ ແລະ ປ່າໄມ້ ໄດ້ວາງແຜນການ ຢ່າງຫ້າວຫັນ ເພື່ອປູກຕົ້ນໄມ້ໃຫ້ໄດ້ 200,000 ເຮັກຕາ ໃນທົ່ວປະເທດ ຊຶ່ງໃນນັ້ນປູກຕົ້ນໄມ້ ອຸດສາຫະກັມ 160,000 ເຮັກຕາ ແລະ ປ່າໄມ້ ເພື່ອເປັນແຫຼ່ງນ້ຳ ແລະປ່າປ້ອງກັນທັມມະຊາດ.
ກະຊວງກະສິກັມ ແລະປ່າໄມ້ ຍັງວາງແຜນຟື້ນຟູປ່າເຊື່ອມໂຊມ 1.8 ເຮັກຕາ ໃນທົ່ວປະເທດ ໃນການສເລີມສລອງວັນປູກຕົ້ມໄມ້ ຄົບຮອບ 41 ປີ ແລະ ວັນເດັກສາກົນ ໃນວັນທີ 1 ເດືອນ 6.