ບໍຣິສັດຈີນ ເຊົ່າດິນຊາວບ້ານ ແຂວງບໍ່ແກ້ວ, ປູກໝາກຖົ່ວເຫຼືອງ 600 ເຮັກຕ້າຣ໌
2023.12.05

ຕັ້ງແຕ່ປະມານເດືອນສິງຫາ ປີ 2023 ທີ່ຜ່ານມາ ບໍຣິສັດແຊເຢີນ ການລົງທຶນ ພັທນາກະສິກັມ ຈຳກັດຜູ້ດຽວ ໄດ້ເຂົ້າມາຂໍ ເຊົ່າດິນຊາວບ້ານ ໃນເຂດບ້ານປຸງລາດ, ເມືອງຜາອຸດົມ ແຂວງບໍ່ແກ້ວ ປະມານ 600 ເຮັກຕ້າຣ໌ ເພື່ອປູກໝາກຖົ່ວເຫຼືອງ ແລ້ວສົ່ງອອກໄປຍັງປະເທດຈີນ ແລະ ຈຳໜ່າຍໃນປະເທດລາວ ສ່ວນນຶ່ງ. ໂຄງການປູກໝາກຖົ່ວເຫຼືອງ ນີ້, ບໍຣິສັດແຊເຢີນ ເປັນຜູ້ສນອງທຶນທັງໝົດ 100%, ໂດຍມີທຶນໝູນວຽນ 10 ຕື້ກີບ, ທຶນຄົງທີ່ 10 ຕື້ກີບ ແລະ ທຶນສ້າງໂຮງງານ 40 ຕື້ກີບ, ອີງຕາມການຣາຍງານ ຂອງສື່ມວນຊົນ ໃນແຂວງບໍ່ແກ້ວ.
ບໍຣິສັດຄາດວ່າ ໃນປີນີ້ ຈະໄດ້ຮັບຜົລຜລິຕ ປະມານ 6,000 ຕັ່ນ ແລະ ໃນແຜນການຕໍ່ໜ້າ ຈະພະຍາຍາມ ໃຫ້ບັນລຸໄດ້ 10,000 ຕັ່ນ. ປັດຈຸບັນ, ບໍຣິສັດໄດ້ບຸກເບີກເນື້ອທີ່ ສຳເຣັດໄປແລ້ວ 130 ເຮັກຕ້າຣ໌ ແລະ ໄດ້ລົງມືປູກໝາກຖົ່ວເຫຼືອງ ສຳເຣັດແລ້ວ 42 ເຮັກຕ້າຣ໌.
ດັ່ງຊາວບ້ານ ຢູ່ບ້ານປຸງລາດ, ເມືອງຜາອຸດົມ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ພຶສຈິກາ 2023 ທີ່ຜ່ານມານັ້ນວ່າ:
“ມີແຕ່ບໍຣິສັດຈີນ ເຂົາເຈົ້າມາລົງທຶນປູກເລີຍ, ຊາວບ້ານເຂົາເຈົ້າບໍ່ໄດ້ປູກ. ແມ່ນແລ້ວ, ເຂົາເຊົ່າດິນປະຊາຊົນ ແລ້ວກໍເຂົາສັມປະທານ ກັບເມືອງຫັ້ນ ກໍເຣີ່ມແຕ່ເດືອນ 8. ໂອ້, ເຂົາເຈົ້າກໍເອົາຣົຖເຂົ້າມາຫຼາຍແດ່ ຫຼາຍຄັນ ທີ່ເຂົາເຈົ້າມາໄຖຫັ້ນ, ຖືວ່າຫຼາຍຄັນ ເປັນ 30 ປາຍຄັນພຸ້ນບໍ. ແມ່ນລະ ເຂົາປູກຫຼາຍແລ້ວ, ດຽວນີ້ເຂົາເຈົ້າກຳລັງປູກແດ່ເນາະ, ໄລຍະທີ່ມັນຫັ້ນ ລະມັນກະໃຫຍ່ຂຶ້ນ ແລ້ວກໍໄດ້ແຕ່ສີດຢາ, ພົ່ນຢາຂ້າແມງ, ຫັ້ນເນາະ.”
ກ່ອນຈະມີໂຄງການ ປູກໝາກຖົ່ວເຫຼືອງ ໃນເຂດບ້ານປຸງລາດ ກໍເຄີຍມີບໍຣິສັດ ຂອງນັກລົງທຶນຈີນ ປະມານ 4 ຫາ 5 ບໍຣິສັດ ມາຂໍເຊົ່າດິນ ແລະ ຂໍສັມປະທານດິນ ໃນເຂດເມືອງດັ່ງກ່າວ ເພື່ອປູກໝາກກ້ວຍ ປະມານ 5-6 ປີກ່ອນໜ້ານີ້. ໂດຍບໍຣິສັດ ມີການໃຊ້ສານເຄມີ ໃນການປູກໝາກກ້ວຍນຳ ເປັນຕົ້ນ ປຸ໋ຍເລັ່ງລຳຕົ້ນ ກັບຢາຂ້າຫຍ້າ ແລະ ປຸ໋ຍຟື້ນຟູດິນ. ຕໍ່ມາ, ພາຍຫຼັງບໍຣິສັດ ສວນກ້ວຍຈີນ ບໍ່ສືບຕໍ່ ຂໍສັມປະທານດິນ ແລະ ເຊົ່າທີ່ດິນ, ບໍຣິສັດໝາກຖົ່ວເຫຼືອງດັ່ງກ່າວ ຈຶ່ງເຂົ້າມາເຊົ່າດິນແທນ.
ຂະນະທີ່ຊາວບ້ານ ຢູ່ບ້ານປຸງລາດ ອີກທ່ານນຶ່ງ ກ່າວວ່າ ປັດຈຸບັນ ບໍຣິສັດ ໄດ້ເຂົ້າມາຕັ້ງໂຮງງານແລ້ວ, ແຕ່ຍັງບໍ່ແນ່ໃຈເທື່ອວ່າ ຈະເປັນໂຮງງານຫຍັງກັນ.
ດັ່ງທ່ານກ່າວວ່າ:
“ແມ່ນແລ້ວ, ເຂົາເຈົ້າມາຕັ້ງໂຮງງານຢູ່ນີ້ແຫຼະ. ເຮົາກະຍັງບໍ່ຮູ້ເທື່ອ ຄົນຈີນເຂົາເຈົ້າມາລົງທຶນຢູ່ນີ້ນ່າ ເຮັດໂຮງງານໃຫຍ່ ແລ້ວເຂົາເຈົ້າເຮັດໂຮງງານ ເຮັດຜລິຕແປຮູບ ຖົ່ວເຫຼືອງເຂົາເຈົ້າ ແລະ ເຂົາເຈົ້າຊິເອົາອອກໄປ, ປະມານນີ້ແຫຼະ.”
ໃນການຜລິຕໝາກຖົ່ວເຫຼືອງ ຂອງບໍຣິສັດແຊເຢີນ ນີ້, ຈະມີການນຳໃຊ້ເຕັກນິກ ແລະ ເຕັກໂນໂລຈີ້ ແບບທັນສໄມ ເຂົ້າມາຊ່ອຍນຳ ແລະ ປັດຈຸບັນ ບໍຣິສັດເອງ ກໍກຳລັງປະກາດ ຮັບສມັກຄົນງານ ປະມານ 500 ຄົນຕໍ່ມື້, ໂດຍຊາວບ້ານ ຈະໄດ້ຮັບຄ່າຈ້າງ ຄົນລະ 100,000 ຫາ 120,000 ກີບຕໍ່ມື້.
ຂະນະທີ່ຊາວບ້ານ ຢູ່ບ້ານປຸງລາດ ອີກນາງນຶ່ງ ກ່າວວ່າ ສາເຫດທີ່ຊາວບ້ານ ສ່ວນຫຼາຍ ໃຫ້ບໍຣິສັດເຊົ່າດິນນັ້ນ, ກໍຍ້ອນວ່າ ບາງຄອບຄົວ ມີດິນສວນເປົ່າວ່າງ ບໍ່ໄດ້ໃຊ້ປໂຍດຫຍັງ ຈຶ່ງປ່ອຍໃຫ້ບໍຣິສັດຈີນ ເຂົ້າມາເຊົ່າ ເພື່ອເຮັດການກະເສຕ.
ດັ່ງຍານາງກ່າວວ່າ:
“ໂອ, ກະດິນເຂົາເປົ່າວ່າງ ດິນເຂົາປະໄວ້ຫັ້ນແຫຼະ ເຂົາຢາກໃຫ້ສ້າງໃຫ້ສາ ໃຫ້ທໍ່ໃດເຂົາກະເອົາ. ຄັນເຮົາປະໄວ້ ກະເປັນປ່າເປັນພູ ໄວ້ໃຫ້ຄົນລ້ຽງງົວ, ລ້ຽງຄວາຍ. ໃຫ້ເຂົາເຊົ່າໄປ ໃຫ້ຈີນເຊົ່າໄປ ໄດ້ເທົ່າໃດກະເອົາ. ຜູ້ໃຫ້ເຊົ່າ ເຂົາກໍໃຫ້ເຊົ່າ, ຜູ້ບໍ່ໃຫ້ເຊົ່າ ເຂົາກໍບໍ່ໃຫ້ເຊົ່າ. ແຕ່ວ່າລາຄາ ໃຫ້ເຂົາຊິໃຫ້ເຈົ້ານີ້, ມັນຢາກຖືກໂພດ.”
ໂຄງການປູກໝາກຖົ່ວເຫຼືອງ ນີ້, ເປັນການທົດລອງປູກ ໃນໄລຍະທຳອິດ 2-3 ປີ, ຫາກໄດ້ຜົລຜລິຕດີ ກໍຈະມີການສືບຕໍ່ລົງທຶນ ໂດຍໝາກຖົ່ວເຫຼືອງຊຸດທຳອິດ ທີ່ເຣີ່ມປູກ ໃນປີນີ້ ຄາດວ່າ ຈະເຣີ່ມເກັບກ່ຽວໄດ້ ປະມານເດືອນ 1 ຫາ ເດືອນ 3 ປີໜ້າ. ເມື່ອເກັບກ່ຽວແລ້ວ ກໍຈະຄັດຄຸນນະພາບ ແລະ ສົ່ງອອກໄປຈີນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ:
“ໃນໄລຍະທຳອິດ 2-3 ປີ, ຖ້າມັນດີ ເຂົາເຈົ້າກໍສືບຕໍ່. ໄລຍະການລົງທຶນ ກໍຈະມີການສືບຕໍ່ຢູ່ ຖ້າມັນໄດ້ຜົລຜລິຕດີ. ບໍ່, ມີແຕ່ຄັດສັນ ເອົາຄຸນນະພາບ ແລ້ວສົ່ງອອກເປັນວັດຖຸດິບ, ກະຄັດລ້າງ, ອົບ, ແພັກເກຈ ເຮັດເປັນສົດແດ່ ບໍ່ແມ່ນຫົວອາຫານ.”
ທ່ານກ່າວຕື່ມວ່າ ສິ່ງທີ່ທ້າທາຍຢ່າງນຶ່ງ ໃນການປູກໝາກຖົ່ວເຫຼືອງ ໃນເຂດບ້ານນີ້ ແມ່ນແຫຼ່ງນ້ຳ ບໍ່ພຽງພໍ ແລະ ບໍຣິສັດ ຕ້ອງໄດ້ເຈາະນຳບາດານ ຍ້ອນໃນບໍຣິເວນໃກ້ຄຽງ ບໍ່ມີຄອງນ້ຳ, ລຳນ້ຳໃຫຍ່ ມີພຽງແຕ່ຫ້ວຍນ້ຳນ້ອຍ ທີ່ນ້ຳບໍ່ຫຼາຍປານໃດ.
ການເຂົ້າມາສັມປະທານ ແລະ ເຊົ່າດິນ ຂອງນັກລົງທຶນຈີນ ນັ້ນ, ຖືເປັນເຣື່ອງດີ ຍ້ອນເປັນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບ ໃຫ້ແກ່ຊາວບ້ານ. ແຕ່ຄຽງຄູ່ກັນນີ້, ການເຂົ້າມາລົງທຶນ ດ້ານການກະເສຕ ຂອງນັກລົງທຶນຈີນ ກໍຍັງມີ ສິ່ງທີ່ໜ້າເປັນຫ່ວງຫຼາຍ, ໂດຍສະເພາະ ດ້ານສິ່ງແວດລ້ອມ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກັບອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນຶ່ງ ທີ່ຕິດຕາມ ການສັມປະທານທີ່ດິນ ຂອງນັກລົງທຶນຈີນ ເພື່ອປູກພືດກະສິກັມ ກ່າວວ່າ:
“ສ້າງງານໃຫ້ເຂົາເຈົ້າຫຼາຍ ປະກອບສ່ວນລາຍຮັບ ໃຫ້ຄອບຄົວເຂົາເຈົ້າ ມີວຽກເຮັດງານທຳ, ຫັ້ນນ່າ. ເຣື່ອງຜິດສັນຍາ ກໍບໍ່ຜິດ, ແຕ່ວ່າ ເປັນຫ່ວງກໍຄືວ່າ ນຶ່ງ ເຂົາເຈົ້າບໍ່ປະຕິບັດ ຕາມລະບຽບ-ກົດໝາຍຫັ້ນ. ຄືນັກລົງທຶນຈີນ ເປັນຕົ້ນເນາະ, ໃສ່ສານເຄມີ ລະມັນເຮັດໃຫ້ ມີຜົລກະທົບ ຕໍ່ສິ່ງແວດລ້ອມ, ຕໍ່ສັດນ້ຳ, ສັດປ່າ. ອັນທີສອງເນາະ ມີຜົລກະທົບຕໍ່ຄົນ. ອັນທີສາມ ລະເປັນການບຸກລຸກປ່າໄມ້ ເພາະວ່າ ຈີນ ສ່ວນຫຼາຍ ເຂົາມາເຊົ່າຫັ້ນ ບາງເຂດ ກໍສັມປະທານນຳຣັຖ, ບາງເຂດ ເຂົາກໍລົງໄປ ເຊົ່າດິນປະຊາຊົນເຮັດເລີຍ, ຊີ້ນ່າ. ເຊົ່າປະຊາຊົນຫັ້ນແຫຼະ ໜ້າເປັນຫ່ວງ ເພາະວ່າ ເອົາດິນໃຫ້ເຂົາເຈົ້າເຊົ່າແລ້ວ, ເຂົາກໍຖາງປ່າ, ບຸກລຸກປ່າໄປເລື້ອຍໆ ເພື່ອຈັບຈອງດິນ ແລ້ວກໍເອົາໃຫ້ຈີນເຊົ່າອີກ. ອັນນີ້, ກໍຣະນີ 3 ແຂວງພາກເໜືອ.”
ສານເຄມີ ເປັນຕົ້ນ ຢາຂ້າຫຍ້າ, ປຸ໋ຍເລັ່ງ, ປຸ໋ຍຟື້ນຟູດິນ ລວມເຖິງສານເຄມີ ທີ່ໃຊ້ຮັກສາຜົລຜລິຕ ໃນລະວ່າງ ການປູກພືດກະສິກັມ ນັ້ນ, ມີຜົລກະທົບ ທັງທາງຕຣົງ ແລະ ທາງອ້ອມ ຕໍ່ສະພາບແວດລ້ອມ ແລະ ປະຊາຊົນ. ແຕ່ທີ່ຜ່ານມາ ຊາວບ້ານ ກໍຍັງບໍ່ມີ ການນຳໃຊ້ສານເຄມີ ແລະ ຢາຂ້າຫຍ້າ ທີ່ຖືກວິທີເທື່ອ ຈຶ່ງຖືເປັນຈຸດ ທີ່ໜ້າເປັນຫ່ວງ.
ດັ່ງເຈົ້າໜ້າທີ່ ພາກປະຊາສັງຄົມ ທ່ານດຽວກັນ ກ່າວຕື່ມວ່າ:
“ສ່ວນຫຼາຍ ສັງເກດເບິ່ງແລ້ວ ເຂົາເຈົ້າບໍ່ຄ່ອຍປະຕິບັດດອກ. ຍົກໂຕຢ່າງວ່າ ຢາຂ້າຫຍ້າ ປູກໝາກແຕງ ນີ້, ເຮົາບອກໃຫ້ອັດປາກ-ອັດດັງ ກໍບໍ່ອັດ. ອັນລູກມາຫຼິ້ນນຳ ຍັງເອົາຢາຂ້າຫຍ້າຫັ້ນ ສີດໃສ່ໜ້າ ໄລ່ໃຫ້ໜີອີກ. ໄປສີດໃສ່ບ້ານ ໃສ່ເຮືອນ, ຫຍ້າຢູ່ໃນເຮືອນ. ຈັ່ງຊັ້ນເຂົາເຈົ້າ ໜ້ອຍ, ໜ້ອຍ (ໝາຍເຖິງມີຄວາມເຂົ້າໃຈໜ້ອຍ). ຄົນລາວນີ້, ບໍ່ຮູ້ຜົລເສັຽຫາຍ ຈາກຢາຂ້າຫຍ້າເນາະ, ເຂົາເຈົ້າຍັງບໍ່ໄດ້ຄຳນຶງປານໃດ.”
ກ່ອນໜ້ານີ້, ໃນວັນທີ 9 ພຶສຈິກາ 2023 ທີ່ຜ່ານມາ, ທ່ານ ດຣ. ທອງລຸນ ສີສຸລິດ, ປະທານປະເທດລາວ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ ແລະ ໄດ້ຖືໂອກາດນີ້ ໄປຢ້ຽມຢາມ ໂຄງການລົງທຶນ ການປູກໝາກຖົ່ວເຫຼືອງ ດັ່ງກ່າວນຳ ເພື່ອເບິ່ງຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ເປັນຕົ້ນ ດ້ານຜົລສຳເຣັດ ແລະ ຄວາມຫຍຸ້ງຍາກຕ່າງໆ. ສບາຍດີ.