ຄວັນໄຟ ຈາກສູນບໍາບັດຂີ້ເຫຍື້ອ ເມືອງຊະນະສົມບູນ ກະທົບຊາວບ້ານ

ຈຳປາທອງ
2025.01.24
ຄວັນໄຟ ຈາກສູນບໍາບັດຂີ້ເຫຍື້ອ ເມືອງຊະນະສົມບູນ ກະທົບຊາວບ້ານ ຄວັນໄຟ ສົ່ງກິ່ນຂິວ ຈາກການຈູດຂີ້ເຫຍື້ອ ທີ່ສູນບຳບັດຂີ້ເຫຍື້ອ ຫຼັກ 17, ເມືອງຊະນະສົມບູນ ແຂວງຈຳປາສັກ ຄັ້ງວັນທີ 17 ມັງກອນ 2025
Credit photos: facebook fan page ໜັງສືພິມ ລາວພັດທະນາ

ປະຊາຊົນ ຫຼາຍຄອບຄົວ ທີ່ຢູ່ບ້ານອ້ອມຂ້າງ ສູນບໍາບັດຂີ້ເຫຍື້ອ ໃນເຂດບ້ານດົງລານຄໍາ ຫຼັກ 17, ເມືອງຊະນະສົມບູນ ແຂວງຈໍາປາສັກ ໄດ້ຮັບຜົນກະທົບ ຮຸນແຮງ ຈາກຄວັນໄຟ ແລະ ກິ່ນຂິວ ຈາກການຈູດຂີ້ເຫຍື້ອ ແຕ່ມື້ວັນທີ 17 ມັງກອນ 2025 ເປັນຕົ້ນມາ ເຮັດໃຫ້ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນຫຼາຍ.

ຊາວບ້ານ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ືວັນທີ 21 ມັງກອນ ນີ້ວ່າ ການຈູດຂີ້ເຫຍື້ອ ຢູ່ສູນບໍາບັດຂີ້ເຫຍື້ອນີ້ ເຮັດໃຫ້ມີຄວັນໄຟ ແລະ ກິ່ນຂິວແຮງ ໃນຕອນກາງຄືນ ເຮັດໃຫ້ຊາວບ້ານ ທີ່ຢູ່ອ້ອມຂ້າງ ສູນຈູດຂີ້ເຫຍື້ອ ໃນໄລຍະ 3 ກິໂລແມັດ ໄດ້ຮັັບຜົນກະທົບ. ການຈູດຂີ້ເຫຍື້ອ ທີ່ວ່ານີ້ ມີຢູ່ທຸກປີ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ລົງມາກວດກາ ແລະ ແກ້ໄຂບັນຫາ ທີ່ວ່ານີ້ໃຫ້. ດັ່ງທີ່ທ່ານກ່າວວ່າ:

“ເລີ່ມເຂົ້າໜ້າໜາວມາ ກໍຈູດເລີຍ, ທຸກໆປີ. ແມ່ນ, ຈູດທຸກປີ ປີກາຍ ກໍຈູດ ປີນີ້ ກໍຈູດ. ຕອນນີ້, ກໍຍັງຄວັນຂຶ້ນຄືເກົ່າ, ແຕ່ວ່າ ກໍບໍ່ແຮງປານໃດ ແຕ່ຖ້າຊ່ວງແລງໆນີ້ ຈະແຮງແດ່ ຄັນຈະຂິວແຮງ ຄັນແມ່ນຕອນກາງຄືນເດີ້ ມັນຈະໜັກ ຕອນກາງຄືນ. ກາງຄືນ ມັນຈະກຸ້ມເບິດທີບ ແບບນໍ້າໝອກລົງ, ຫັ້ນນ່າ. ກໍຢາກໃຫ້ເພິ່ນ ແກ້ໄຂໄວໆ ເພາະວ່າ ເພິ່ນເຈິມາຕະຫຼອດ, ຫັ້ນນ່າ. ປີກາຍ ແມ່ນຈູດແຮງ, ຈູດລາມ ລາມແຮງ ເບິ່ງນີ້ ຄວັນນີ້ ດໍາເບິດແດນ.”

ສູນບໍາບັດຂີ້ເຫຍື້ອ ຫຼັກ 17 ທີ່ວ່ານີ້, ໄດ້ເລີ່ມຈູດຂີ້ເຫຍື້ອ ມາຕັ້ງແຕ່ ເດືອນທັນວາ ປີກາຍ. ບ້ານທີ່ໄດ້ຮັບ ຜົນກະທົບ ຈາກຄວັນໄຟ ແລະ ກິ່ນຂິວຫຼາຍກວ່າໝູ່ ເປັນຕົ້ນ ໃນຕອນເຊົ້າໆ ແມ່ນບ້ານດົງລານຄໍາ ແລະບ້ານສີວິໄລ. ດັ່ງທີ່ຊາວບ້ານ ຢູ່ບ້ານດົງລານຄໍາ ຜູ້ໜຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

“ຈູດມາແຕ່ດົນແລ້ວ ມັນກໍຄວັນເລີຍ ຢູ່ຫັ້ນແຫຼະ, ຕັ້ງແຕ່ພຸ້ນແຫຼະ ຊ່ວງປະມານ ເດືອນທັນວາ ມາພຸ້ນແຫຼະ. ຊ່ວງນີ້ ອາກາດມັນຕ່ຳ, ອາກາດມັນເຢັນ ຄວັນມັນແຮງ ຫຼັງຈາກປະມານ 6-7 ໂມງຂຶ້ນໄປ  ອາກາດມັນສູງ ມັນກໍບໍ່ຄ່ອຍຂິວດອກ. ມັນຊ່ວງຂິວ ປະມານ 5 ໂມງ ຫາ 6-7 ໂມງ ຫັ້ນແຫຼະ ມັນກໍມີກະທົບຢູ່, ແຕ່ມັນບໍ່ແຮງ ເທົ່າບ່ອນທີ່ຢູ່ໃກ້.”

ສູນບໍາບັດຂີ້ເຫຍື້ອ ແຫ່ງນີ້ ແມ່ນສູນບໍາບັດຂີ້ເຫຍື້ອ ທີ່ຂົນມາ ຈາກນະຄອນປາກເຊ ແລະ ເມືອງຊະນະສົມບູນ. ໃນໄລຍະ 2 ປີທີ່ຜ່ານມານີ້, ມີການຈູດຂີ້ເຫຍື້ອ ທີ່ເຮັດໃຫ້ ມີຄວັນໄຟ ແລະ ກິ່ນຂິວ ຈົນຊາວບ້ານ ຕ້ອງໄດ້ໃສ່ ຜ້າອັດດັງປ້ອງກັນ, ເຮັດໃຫ້ລໍາບາກ, ທໍລະມານ ຢູ່ກັບກິ່ນຂິວ ເຖິງແມ່ນວ່າ ພວກຊາວບ້ານ ໄດ້ພາກັນ ສະເໜີໃຫ້ ອໍານາດການປົກຄອງບ້ານ ປ່ຽນວິທີ ການບໍາບັດຂີ້ເຫຍື້ອ ເພື່ອບໍ່ໃຫ້ ມີຜົນກະທົບ ຕໍ່ຊາວບ້ານ ຄືທີ່ວ່ານັ້ນ, ແຕ່ມາເຖິງປັດຈຸບັນ, ກໍຍັງບໍ່ໄດ້ຮັບ ການແກ້ໄຂແນວໃດ, ຍັງຈູດຢູ່ຄູ່ມື້ ຈູດຫຼາຍຄືເກົ່າ. ດັ່ງຊາວບ້ານ ຢູ່ບ້ານສີວິໄລ ນາງໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ມັງກອນນີ້ວ່າ:

“ເຂົາຈູດຢູ່ຄູ່ມື້ ຈູດຍາມ 3-4 ໂມງ ໄປຮອດແລງເລີຍ. ຍາມຕົກ ຍາມແລ້ງນີ້ ກໍທຸກປີ ຜ່ານມາປີສອງປີນີ້  ຈູດແຮງ, ໄປສະເໜີ ໃຫ້ບ້ານຫັ້ນເດວ່າ ບໍ່ໃຫ້ເພິ່ນຈູດອີ່ຫຍັງ, ຫັ້ນນ່າ ກໍາຈັດຂີ້ເຫຍື້ອ ວິທີຫາອີ່ຫຍັງ ແນວຈະຫາວິທີໃໝ່, ຫັ້ນນ່າ ແລ້ວກໍມິດຄືເກົ່າ, ແຮງຈູດ ຫຼາຍຄືເກົ່າ. ແມ່ນແລ້ວ, ຕ້ອງໃສ່ (ຜ້າອັດດັງ) ຄັນບໍ່ໃສ່ ກໍເຈັບຫົວ ຫັ້ນແຫຼະ.”

ແຕ່ເຖິງຢ່າງໃດກໍຕາມ, ກ່ຽວກັບເລື່ອງ ທີ່ວ່ານີ້ ເຈົ້າໜ້າທີ່ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຊະນະສົມບູນ ແຂວງຈໍາປາສັກ ທ່ານໜຶ່ງ ກໍເວົ້າວ່າ ມາເຖິງປັດຈຸບັນ ຍັງບໍ່ທັນ ໄດ້ຮັບແຈ້ງການ ກ່ຽວກັບຄວັນໄຟ ແລະ ກິ່ນຂິວ ຈາກສະໜາມຂີ້ເຫຍື້ອ ທີ່ວ່ານັ້ນເທື່ອ ແລະ ວ່າ ການແກ້ໄຂບັນຫາ ທີ່ກ່ຽວຂ້ອງ ກັບສູນບໍາບັດຂີ້ເຫຍື້ອນີ້, ບໍ່ໄດ້ຂຶ້ນ ຢູ່ກັບເມືອງ, ມັນຂຶ້ນກັບແຂວງ ຫຼືຫ້ອງການຄຸ້ມຄອງ ແລະ ບໍລິການ ສາທາລະນະ ນະຄອນປາກເຊ. ດັ່ງທີ່ທ່ານກ່າວວ່າ:

“ບໍ່ຮູ້ສາເຫດ ຄືກັນເດີ້, ພື້ນທີ່ມັນຢູ່ເຮົາຊື່ໆ ສະໜາມຂີ້ເຫຍື້ອ ມັນຢູ່ເມືອງຊະນະສົມບູນ ຢູ່, ແຕ່ວ່າ ການຄຸ້ມຄອງ ມັນຢູ່ນະຄອນປາກເຊ. ລະບຽບການ ຄຸ້ມຄອງ-ນໍາໃຊ້ ແມ່ນ ອພກຕ ເຂົາເປັນຜູ້ຄຸ້ມຄອງ.”

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບບັນຫາ ທີ່ວ່ານີ້ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມ ພົວພັນໄປຍັງ ຫ້ອງການຄຸ້ມຄອງ ແລະ ບໍລິການ ສາທາລະນະ ນະຄອນປາກເຊ, ແຕ່ບໍ່ສາມາດ ຕິດຕໍ່ຫາ ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ເລື່ອງນີ້ໄດ້.

ບັນຫາການເກັບຂີ້ເຫຍື້ອ ບໍ່ທົ່ວເຖິງ ຢູ່ປະເທດລາວ ມັກເກີດຂຶ້ນ ຢູ່ຫຼາຍເມືອງ, ໂດຍສະເພາະ ເມືອງໃຫຍ່ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ, ຊຶ່ງປະຊາຊົນ ພຽງປະມານ 31% ເທົ່ານັ້ນ ທີ່ສາມາດ ເຂົ້າເຖິງການບໍລິການ ເກັບຂີ້ເຫຍື້ອໄປຖິ້ມ ແລະ ນໍາໄປເຮັດ ໃຫ້ໃຊ້ເປັນປະໂຫຍດ ໄດ້ອີກ ຈາກທາງການ ແລະ ພາກສ່ວນ ທີ່ກ່ຽວຂ້ອງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ປະຊາຊົນ ສ່ວນທີ່ເຫຼືອ, ຊຶ່ງເປັນສ່ວນຫຼາຍ ຈູດຂີ້ເຫຍື້ອ ຂອງຕົນ ຫຼືນໍາໄປຖິ້ມຊະຊາຍ ຮວມທັງຢູ່ ນະຄອນຫຼວງພຣະບາງ ທີ່ມີບັນຫາ ເລື່ອງການຖິ້ມຂີ້ເຫຍື້ອ ຕາມແຄມທາງ ແລະ ຕາມສະຖານທີ່ ທ່ອງທ່ຽວຕ່າງໆ.

ການຈູດຂີ້ເຫຍື້ອ ທີ່ເຮັດໃຫ້ ເກີດມົນລະພິດ ທາງອາກາດ, ຕາມປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ ແມ່ນມີຄວາມຜິດ, ມາດຕາ 346 ທີ່ເວົ້າເຖິງ ການກໍ່ໃຫ້ເກີດ ມົນລະພິດ ທາງອາກາດ ລະບຸວ່າ ບຸກຄົນໃດ ຫາກໄດ້ປ່ອຍຄວັນ, ຝຸ່ນລະອອງ, ສານພິດ ຫຼື ລັງສີ ຫຼື ອົງປະກອບອື່ນ ທີ່ເປັນອັນຕະລາຍ ຂຶ້ນສູ່ອາກາດ ໃນສັດສ່ວນ ເກີນມາດຕະຖານ ທີ່ກໍານົດໄວ້, ຊຶ່ງກໍ່ໃຫ້ເກີດ ຄວາມເສຍຫາຍ ຮ້າຍແຮງ ຈະຖືກຈໍາຄຸກ ແຕ່ 6 ເດືອນ ຫາ 3 ປີ ຫຼືຖືກດັດສ້າງ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 50,000,000 ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.