ເຣື້ອງທີ່ເກັບບັນທຶກໄວ້
2022-12-29
ຜແນກ ສາທາຣະນະສຸຂ ຫລາຍແຂວງ ຂອງລາວ ສືບຕໍ່ສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ ແລະຜູ້ສູງອາຍຸ ຊຶ່ງມາເຖິງປັດຈຸບັນ ກະຊວງສາທາຣະນະສຸຂ ໄດ້ຣາຍງານວ່າ ປະຊາຊົນລາວ ທົ່ວປະເທດ ໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ແລ້ວ 84%.
2022-12-28
ນັບແຕ່ຕົ້ນປີ 2022 ທີ່ຜ່ານມາ ໜ່ວຍງານທີ່ເຮັດວຽກກ່ຽວກັບການລ້ຽງສັດ ແລະດ່ານກວດຄົນເຂົ້າເມືອງ ຂອງໄທຍ ໄດ້ອອກຄໍາສັ່ງຫ້າມ ຜູ້ທີ່ເດີນທາງໄປ-ມາ ບໍຣິເວນຊາຍແດນ ນໍາຜລິຕພັນ ທີ່ຜລິດຈາກຊີ້ນໝູທຸກຊະນິດ ເຂົ້າປະເທດໄທຍ ເພື່ອເປັນການປ້ອງກັນ ການແຜ່ຣະບາດ ຂອງພຍາດ ອະຫິວາໝູອາຟຣິກາ.
2022-12-27
ມີການກວດພົບ ກັນຊາອັດແທ່ງ ຈຳນວນ 1,347 ກິໂລກຣາມ ແລະ ກັນຊາບໍ່ໄດ້ອັດແທ່ງ 322 ກິໂລກຣາມ ທີ່ຖືກເຊື່ອງໄວ້ໃນຣົຖບັນທຸກ ສ່ວນຜູ້ຂັບຣົຖບັນທຸກ ໄດ້ລົບໜີໄປໄດ້ຄາດວ່າ ຈະມີການລັກລອບສົ່ງ ໄປຍັງປະເທດເພື່ອນບ້ານ.
2022-12-23
ເຈົ້າໜ້າທີ່ຕຳຣວດ ສະກັດກັ້ນ ແລະ ຕ້ານຢາເສພຕິດສາມາດຈັບ ຜູ້ຕ້ອງຫາ ທີ່ພົວພັນກັບການຂົນສົ່ງ ຢາ ເສພຕິດ ຈຳນວນເກືອບ 4 ລ້ານເມັດ ຈາກປະເທດລາວ ໄປປະເທດໄທຍ ຈຳນວນ 2 ຄົນ ແລະ ທັງ 2 ຄົນ ຮັບສາຣະພາບວ່າ ມີສ່ວນພົວພັນ ກັບຂະບວນການ ຂົນສົ່ງຢາເສພຕິດ ຊາວໄທຍ.
2022-12-23
ລາວ ໄດ້ຮັບການຊ່ອຍເຫຼືອເຂົ້າສານ ຈາກຍີ່ປຸ່ນ ແລະເກົາຫລີໃຕ້ ຈໍານວນ 1,000 ຕັນ, ໃນນີ້ ຣັຖບານຍີ່ປຸ່ນ ໃຫ້ການສນັບສນູນ 300 ຕັນ ແລະ ຣັຖບານເກົາຫຼີໃຕ້ 700 ຕັນ ເພື່ອນໍາໄປແຈກຢາຍປະຊາຊົນ ທີ່ປະສົບພັຍ ນໍ້າຖ້ວມ ຢູ່ບັນດາແຂວງ ໃນຂອບເຂດ ທົ່ວປະເທດ ຂອງ ສປປ ລາວ ໃນປີ 2022.
2022-12-22
ບັນຫາການລັກຊັບ ແລະປຸ້ນຊັບ ພົລເມືອງ ໂດຍສະເພາະ ການລັກຣົຖຈັກ ຢູ່ເມືອງຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ມີຈໍານວນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ແລະຊາວບ້ານຫຼາຍຄົນ ຕ້ອງໄດ້ຢູ່ຢ່າງລະມັດລະວັງ ເພາະມີໂຈນຫຼາຍຂຶ້ນ.
2022-12-22
ການຄ້າ ແລະການເສບ ຢາເສບຕິດ ໂດຍສະເພາະຢາບ້າ ເພີ່ມຂຶ້ນເລື້ອຍໆ ຢູ່ປະເທດລາວ; ໃນແຕ່ລະ ບ້ານ ກໍມີຜູ້ຄ້າ ແລະຜູ້ເສບເພີ່ມຫຼາຍຂຶ້ນ ໂດຍສະເພາະ ກຸ່ມຊາວໜຸ່ມ ທີ່ຈະເປັນກຳລັງ ຂອງຊາຕ ບ້ານເມືອງ ໃນພາຍພາກໜ້າ, ສ້າງຄວາມກັງວົນໃຈ ໃຫ້ຜູ້ປົກຄອງ ແລະປະຊາຊົນ ໂດຍທົ່ວໄປບໍ່ໜ້ອຍ.
2022-12-15
ມີການຊື້-ຂາຍໃບກະທ້ອມ, ຜລິຕພັນ ທີມີສ່ວນປະສົມ ຂອງໃບກະທ້ອມ ແລະ ຍັງພົບມີຜູ້ລັກປູກຕົ້ນກະທ້ອມ ຫລາຍຂຶ້ນຢູ່ລາວ ຍ້ອນຄວາມນິຍົມ ດື່ມ ແລະກິນ ເຖິງແມ່ນທາງການ ໄດ້ຫ້າມແລ້ວກໍຕາມ, ກະທ້ອມເປັນຕົ້ນໄມ້ ທີ່ມີສານເຄມີ ອອກລິດຕໍ່ລະບົບປະສາດ ສຳລັບຜູ້ເສບ.
2022-12-13
ຜູ້ຕິດຢາເສບຕິດ ຢູ່ ສປປ ລາວ ມີເພີ່ມຂຶ້ນຫລາຍ ຈົນລົ້ນສູນປິ່ນປົວ ແລະ ບໍາບັດ ໃນຂະນະທີ່ການອົບຣົມ ຝືກວິຊາຊີພ ໃຫ້ແກ່ກຸ່ມດັ່ງກ່າວ ກໍຍັງບໍ່ທັນໄດ້ເຮັດຢ່າງຈິງຈັງເທຶ່ອ, ງົບປະມານທີ່ຈະຊ່ອຍບຳບັດບໍພຽງພໍ ຍິ່ງກວ່ານັ້ນ ການປ້ອງກັນ, ປາມປາບ ການເສບຢາເສບຕິດ ບໍ່ມີປະສິດທິພາບ ເທົ່າທີ່ຄວນ.
2022-12-07
ລາວມີຜູ້ຕິດເຊື້ອ ເອັຈໄອວີ (HIV) ສະສົມ 17,730 ຄົນ ໃນນັ້ນເປັນຜູ້ຊາຍ 66% ແລະມີຜູ້ເປັນເອດສ໌ ສະສົມ 6,357 ຄົນ ຊຶ່ງແຂວງທີ່ມີຜູ້ຕິດເຊື້ອ HIV ຫລາຍທີ່ສຸດ ແມ່ນນະຄອນຫລວງວຽງຈັນ, ແຂວງຫລວງພຣະບາງ, ສວັນນະເຂດ ແລະແຂວງຈໍາປາສັກ.
2022-12-05
ວັນຄົນພິການ ແຫ່ງຊາຕ ແລະ ວັນຄົນພິການ ສາກົລ, ຄົນພິການໃນ ສປປ ລາວ ຍັງມີສິດທິໜ້ອຍ ໃນການເຂົ້າເຖິງ ການບໍຣິການ ຕ່າງໆ ລວມທັງ ການຊອກວຽກເຮັດ, ສຸຂພາບ ແລະ ສິ່ງອໍານວຍຄວາມສະດວກ ພື້ນຖານ ໂດຍສະເພາະຄົນພິການ ທີ່ມີຖານະຍາກຈົນ.
2022-12-02
ຣັຖບານລາວ ມອບເງິນຊົດເຊີຍ ຜົລກະທົບ ພະຍາດ ອະຫິວາໝູ ອາຟຣິກກາ 2 ບ້ານ ເມືອງດາກຈຶງ ແຂວງເຊກອງ ຂະນະທີ່ປະຊາຊົນ ຈຳນວນນຶ່ງ ທີ່ຖືກຜົລກະທົບ ໃນກໍຣະນີດຽວກັນ ບໍ່ໄດ້ຮັບເງິນຄ່າຊົດເຊີຍ ແລະຫວັງວ່າ ຣັຖບານຈະຊົດເຊີຍໃຫ້.
2022-12-01
ວຽກງານການສົ່ງເສີມ ໃຫ້ປະຊາຊົນລາວທຸກຄົນ ມີສິດເທົ່າທຽມກັນ ໃນການກວດ, ປ້ອງກັນ ແລະປິ່ນປົວເອດສ໌ ໃນປັດຈຸບັນ ຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກ ຍັງມີກຸ່ມເຈົ້າໜ້າທີ່ຣັຖ ແລະ ກຸ່ມຄົນຫຼາກຫຼາຍທາງເພດ ຈໍານວນນຶ່ງ ບໍ່ຍອມໃຫ້ທີມແພດ ແລະອາສາສມັກ ຕິດຕາມ, ປິ່ນປົວ ຍ້ອນຄວາມອາຍ ແລະກັງວົນ ຢ້ານສັງຄົມລັງກຽດ.
2022-11-30
ການສ້ອມແປງ ຖນົນຫລວງແຫ່ງຊາຕ 13 ໃຕ້ ເຮັດໃຫ້ມີຂີ້ຝຸ່ນຫລາຍ ກະທົບຊາວບ້ານ ໂດຍສະເພາະຂີ້ຝຸ່ນ ທີ່ເກີດຈາກການສ້ອມແປງທາງ ທີ່ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ໃນເຂດ ເມືອງທ່າພະບາດ ຊຶ່ງເປັນອັນຕຣາຍ ຕໍ່ສຸຂພາບ ຕໍ່ລະບົບຫາຍໃຈ.
2022-11-30
ຄົນລາວຜູ້ນຶ່ງ ຈ້າງຄົນຂັບຣົຖ ຂົນນໍ້າມັນເຊື້ອເພີງຂອງໄທຍ ໃຫ້ລັກຂົນຢາເສບຕິດ ຫຼາຍຊະນິດເຊັ່ນຢາບ້າເກືອບ 4 ລ້ານເມັດ, ມູນຄ່າທັງໝົດ 100 ປາຍລ້ານບາທ ຈາກລາວ ຜ່ານຂົວມິດຕະພາບ ລາວ-ໄທຍ ເຂົ້າໄປໜອງຄາຍ.