ການສົ່ງເສີມ ປ້ອງກັນເອດສ໌ ໃນວັນຕ້ານເອດສ໌ ສາກົລ
2022.12.01

ວັນຕ້ານເອດສ໌ ສາກົລ (World AIDS Day) ແມ່ນເປັນວັນແຫ່ງການສົ່ງເສີມ ແລະການກະຕຸ້ນໃຫ້ປະຊາກອນໂລກ ເກີດຄວາມຮູ້, ຄວາມເຂົ້າໃຈ ເຖິງບັນຫາ ແລະແນວທາງຕອບໂຕ້ ພະຍາດເອດສ໌.
ສໍາລັບປະເທດລາວ ໃນປັດຈຸບັນນີ້ ວຽກງານການສົ່ງເສີມ ໃຫ້ປະຊາຊົນລາວທຸກຄົນ ມີສິດເທົ່າທຽມກັນ ໃນການກວດ, ປ້ອງກັນ ແລະປິ່ນປົວເອດສ໌ ແມ່ນຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກ ຍັງມີກຸ່ມເຈົ້າໜ້າທີ່ຣັຖ ແລະກຸ່ມຄົນຫຼາກຫຼາຍ ທາງເພດ ຈໍານວນນຶ່ງ ບໍ່ຍອມໃຫ້ທີມແພດ ແລະອາສາສມັກ ຕິດຕາມ, ປິ່ນປົວ ເຊື້ອ ເອຈ-ໄອ-ວີ/ເອດສ໌ (HIV/AIDS), ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 01 ທັນວາ ນີ້ວ່າ:
“ອາສາສມັກຮູ້ວ່າ ເຂົາຜູ້ນັ້ນ ເຂົາເຈົ້າມີຄວາມສ່ຽງ ແຕ່ເຮົາບໍ່ສາມາດເຂົ້າເຖິງເຂົາເຈົ້າໄດ້ ສໍາລັບກຸ່ມທີ່ ບໍ່ເປີດໂຕເອງຫັ້ນເນາະ ບາງກຸ່ມເຂົາເຈົ້າກໍເປັນພະນັກງານຣັຖບໍ ຫຼືວ່າ ບາງຄົນກໍມີຄອບຄົວ ແລ້ວກໍມີໜ້າທີ່ຕໍາແໜ່ງອັນທາງການ ເຂົາເຈົ້າກໍເລີຍວ່າ ບໍ່ຢາກເປີດໂຕເອງ ຂ້ອຍເປັນແບບນັ້ນແບບນີ້ ບາງຄົນກະບອກວ່າ ບໍ່ຕ້ອງໂທຫາຂ້ອຍແລ້ວ ຂ້ອຍຈະໄປເອງ ຈັ່ງຊີ້ໂຕນັ້ນ ເຂົາເຈົ້າຊິເຂົ້າໄປບໍ ໂຕນັ້ນບໍໍ່ຮູ້ເນາະ ບາງເທື່ອເຂົາເຈົ້າໄປແລ້ວ ແລ້ວເຂົາເຈົ້າໄປປ່ຽນຊື່ ເບີໂທ ມິຫຍັງຕ່າງໆຫັ້ນແຫຼະເນາະ ເຮັດໃຫ້ເຮົາຕິດຕາມໂຕນັ້ນບໍ່ໄດ້.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ທີມແພດ ແລະອາສາສມັກ ບໍ່ສາມາດຕິດຕາມເຂົາເຈົ້າ ໃຫ້ມາປິ່ນປົວເຊື້ອ HIV/AIDS ໄດ້ ແຕ່ກໍຍັງດີ ທີ່ເຂົາເຈົ້າ ຮູ້ສະຖານະໂຕເອງ ວ່າຕິດເຊື້ອ HIV/AIDS ແລະກໍຫວັງວ່າ ເຂົາເຈົ້າ ຈະບໍ່ແຜ່ເຊື້ອດັ່ງກ່າວ ໄປຫາຄູ່ນອນຜູ້ອື່ນ ໂດຍປາສຈາກການປ້ອງກັນ ເນື່ອງຈາກກ່ອນທີ່ເຂົາເຈົ້າ ຈະຂາດການຕິດຕໍ່ ທາງທີມແພດ ແລະອາສາສມັກ ກໍໄດ້ໃຫ້ຄວາມຮູ້ ແກ່ພວກເຂົາເຈົ້າ ກ່ຽວກັບການປ້ອງກັນ ແລະການປິ່ນປົວໄປແລ້ວ.
ທີມແພດ ແລະອາສາສມັກ ປະຈໍາແຂວງໄຊຍະບູຣີ ບໍ່ສາມາດເຂົ້າເຖິງ ກຸ່ມເຈົ້າໜ້າທີ່ຣັຖ, ກຸ່ມຄົນຫຼາກຫຼາຍທາງເພດ ແລະກຸ່ມຄົນງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ເຮັດໃຫ້ການບໍຣິການກວດເລືອດ ຊອກຫາເຊື້ອ HIV ໂດຍບໍ່ເສັຍຄ່າ, ການແຈກຢາຍຖົງຢາງ ອະນາມັຍ ແລະການແຈກຢາຍ ສື່ອຸປະກອນຄວາມຮູ້ ກ່ຽວກັບ HIV/AIDS ບໍ່ເຂົ້າເຖິງພວກເຂົາເຈົ້າ ໃນກຸ່ມດັ່ງກ່າວ.
ດັ່ງເຈົ້າໜ້າທີ່ໂຮງໝໍ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:
“ໂດຍສະເພາະແມ່ນ ກຸ່ມທີ່ຍັງບໍ່ທັນເປີດໂຕບໍ ກຸ່ມເກ ຫຼືວ່າ ກຸ່ມທີ່ຢູ່ໃນສັງກັດ ຂອງພາກຣັຖນີ້ ມັນກໍຍັງມີຄວາມຫຍຸ້ງຍາກຢູ່ ໂຕນີ້ນ່າ ແລະກໍມີຈໍານວນນຶ່ງທີ່ວ່າ ແຮງງານ ທີ່ກໍາລັງເຄື່ອນຍ້າຍມາ ໄທເຮົາກໍຍັງບໍ່ທັນໄດ້ເຂົ້າເຖິງ ເພາະວ່າພວກເຂົາເຈົ້າມີການເຄື່ອນຍ້າຍໄປມາຕລອດ ເຮົາຍັງບໍ່ມາສາດເຂົ້າຫາກຸ່ມ ທີ່ເປັນຄູ່ນອນຂອງເຂົາເຈົ້າ.”
ນອກຈາກນີ້ ເຄື່ອງມືທາງການແພດ ໃນວຽກງານຕ້ານເອດສ໌ ຍັງມີຈໍານວນຈໍາກັດ ໂດຍສະເພາະ ຖົງຢາງອະນາມັຍ ທີ່ບໍ່ສາມາດແຈກໃຫ້ກຸ່ມສ່ຽງ ທີ່ຈະຕິດເຊື້ອ HIV/AIDS ໄດ້ຈໍານວນຫຼາຍ ຄືແຕ່ກ່ອນແລ້ວ.
ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:
“ກໍຄື ເຮົາຮູ້ໃນກຸ່ມເກ ກະເທີຍ ເຂົາເຈົ້າຕ້ອງການນໍ້າຫຼໍ່ລື້ນເນາະ ໃນການນໍາໃຊ້ ໃນການມີເພດສັມພັນນ່າ ແຕ່ວ່າປັດຈຸບັນ ພວກເຮົາຂາດໂຕນີ້ ແລ້ວຖົງຢາງອະນາມັຍ ຖືວ່າຂາດເລີຍບໍ ກໍບໍ່ຂາດເນາະ ແຕ່ວ່າພວກເຮົາ ການແຈກຢາຍ ພວກເຮົາ ຫຼຸດປະຣິມານລົງ ຫຼັງຈາກທີ່ເຄີຍແຈກໃຫ້ເຂົາເຈົ້າ 3 ກັບ 4 ກັບ ພວກເຮົາກໍມາ (ແຈກ) ເປັນ 2 ກັບ ຫຼືວ່າ ກັບ 1 ຈັ່ງຊີ້.”
ວຽກງານສົ່ງເສີມ ໃຫ້ປະຊາຊົນລາວທຸກຄົນ ມີສິດເທົ່າທຽມກັນ ໃນການກວດ, ປ້ອງກັນ ແລະປິ່ນປົວເອດສ໌ ຖືວ່າ ມີຄວາມກ້າວໜ້າ ເນື່ອງຈາກພາກຣັຖ ແລະອົງການສາກົລ ສນັບສນຸນງົປມານ ການບໍຣິການກວດເລືອດຊອກຫາເຊື້ອ HIV ແບບເຄື່ອນທີ່ ແລະປະເທດລາວ ມີຊຸດກວດ HIV ແບບເຈາະປາຍນິ້ວມືແລ້ວ ເຮັດໃຫ້ອາສາສມັກ ທີ່ຢູ່ໃນໂຄງການຄວບຄຸມ ການຣະບາດ ຂອງພະຍາດ, ເສື່ອມສານວຽກງານ ຕ້ານເອດສ໌ ໃນກຸ່ມປະຊາກອນສ່ຽງ ໃນລາວ ສາມາດໃຊ້ຊຸດກວດນັ້ນ ເພື່ອກວດຫາເຊື້ອ HIV ນໍາກຸ່ມສ່ຽງ ທີ່ບໍ່ພ້ອມເປີດໂຕ ດ້ວຍຄວາມສມັກໃຈ ຈົນເຮັດໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ສາມາດຮິບໂຮມ ຈໍານວນກຸ່ມສ່ຽງຕິດເຊື້ອ HIV/AIDS ໄດ້ສະດວກຂຶ້ນ ແລະສາມາດເຂົ້າເຖິງ ພວກເຈົ້າໄດ້ສະດວກຂຶ້ນ ເຊິ່ງມັນສໍາຄັນທີ່ຈະຢຸດການແຜ່ ແລະການກະຈາຍເຊື້ອ HIV/AIDS ໄປຍັງຜູ້ອື່ນ ຕາມຍຸດທະສາຕ ຂອງປະເທດລາວ ປີ 2030.
ຄຽງຄູ່ກັບຄວາມກ້າວໜ້າ ດັ່ງກ່າວນັ້ນ ກໍຍັງພົບຄວາມຫຍຸ້ງຍາກ ໃນການເຂົ້າເຖິງ ກຸ່ມຄົນຫຼາກຫຼາຍທາງເພດ ແລະກຸ່ມເຈົ້າໜ້າທີ່ຣັຖ ທີ່ເປັນກຸ່ມຄົນຫຼາກຫຼາຍ ທາງເພດ ເຊິ່ງເປັນກຸ່ມ ທີ່ກໍາລັງເປີດໂຕໃໝ່ ບໍ່ມີຄວາມກ້າ ເຂົ້າມາກວດເລືອດຫາເຊື້ອ HIV ຍ້ອນມີຄວາມອາຍ ແລະກັງວົນໃຈ ຢ້ານຖືກສັງຄົມ ໃນບ່ອນເຮັດວຽກ ບໍ່ຍອມຮັບ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ພະຍາຍາມ ໂຄສະນາ ເຣື່ອງສິດທິ ຄວາມສເມີພາບທາງເພດ ແລະການເຂົ້າມາຮັບ ບໍຣິການດ້ວຍໂຕເອງ ເພື່ອໃຫ້ສັງຄົມ ໄດ້ເຂົ້າໃຈພວກເຂົາເຈົ້າ.
ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ຫຼື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ເຮັດວຽກກ່ຽວກັບ ການສົ່ງເສີມສຸຂພາບ ແລະການມີສ່ວນຮ່ວມ ເພື່ອຄວບຄຸມການຣະບາດ ຂອງເຊື້ອ HIV/AIDS ກ່າວໃນມື້ດຽວກັນນີ້ວ່າ:
“ເພະວ່າບາງກຸ່ມເຂົາເຈົ້າ ເປັນກຸ່ມທີ່ກໍາລັງເປີດໂຕໃໝ່ເນາະ ແລະບາງກຸ່ມ ອີງໃສ່ຄື ໃນພາກຣັຖເນາະ ມັນຕ້ອງໄດ້ອີງໃສ່ກົດລະບຽບຂອງເຂົາ ໂຕຢ່າງ ທະຫານ ຕໍາຣວດ ຈັ່ງຊີ້ນ່າ ມັນຕ້ອງໄດ້ອີງໃສ່ກົດລະບຽບໃນນັ້ນແດ່ ຂອງພວກເຂົາເຈົ້າ ສ່ວນພວກເຮົາ ຈະພຍາຍາມ ເຮົາຈະໂຄສະນາ ເຣື່ອງຂໍ້ມູນຂ່າວສານໃຫ້ເຂົາເຈົ້າ ໄດ້ຮັບຮູ້ເຖິງພຶຕິກັມສ່ຽງຂອງເຂົາເຈົ້າ ຮັບຮູ້ວ່າ ເຂົາເຈົ້າມີສິດທິ ດ້ານໃດແດ່ ທີ່ຈະເຂົ້າມາຮັບບໍຣິການດ້ວຍໂຕເອງ ຂອງເຂົາເຈົ້າເອງເນາະ.”
ທ່ານກ່າວຕື່ມວ່າ ວຽກງານສົ່ງເສີມ ໃຫ້ປະຊາຊົນລາວທຸກຄົນ ມີສິດເທົ່າທຽມກັນ ໃນການກວດ, ປ້ອງກັນ ແລະປິ່ນປົວເອດສ໌ ຍັງມີຄວາມກ້າວໜ້າອີກດ້ານ ຄື ປັດຈຸບັນ ມີຢາ PrEP ຫຼື Pre-Exposure Prophylaxis ເຊິ່ງເປັນຢາທີ່ໃຊ້ປ້ອງກັນ HIV ກ່ອນສໍາຜັດເຊື້ອ ຢູ່ຕາມຈຸດບໍຣິການ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ສວັນນະເຂດ ແລະ ແຂວງຈໍາປາສັກແລ້ວ ເຊິ່ງເປັນຄວາມກ້າວໜ້າ ຈາກທີ່ມີແຕ່ຖົງຢາງອະນາມັຍ ເພື່ອປ້ອງກັນເຊື້ອ HIV/AIDS.
ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງພາບລວມ ຕໍ່ຄວາມເຂົ້າໃຈ ເຣື່ອງ HIV/AIDS ນັ້ນ ແມ່ນກຸ່ມສ່ຽງທີ່ຈະຕິດເຊື້ອ HIV/AIDS ມີຄວາມຮູ້ ຄວາມເຂົ້າໃຈຫຼາຍຂຶ້ນກວ່າເກົ່າ.
ດັ່ງອາສາສມັກ ຂອງໂຄງການ ຄວບຄຸມການຣະບາດຂອງພຍາດ/ເສື່ອມສານວຽກງານຕ້ານເອດສ໌ ໃນກຸ່ມປະຊາກອນສ່ຽງໃນລາວ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ກີ້ເພິ່ນບໍ່ຮູ້ ແຕ່ວ່າ ເຮົາມີກວດເລືອດກັບທີ່ເນາະ ດຽວນີ້ກໍມີປິດລັບ ອະທິບາຍແລ້ວ ທຸກຄົນກໍເຂົ້າມາຫາເຮົາຫຼາຍຂຶ້ນ ແຕ່ກີ້ມັນບໍ່ມີຄວາມຮູ້ຈັ່ງຊີ້ຫັ້ນນ່າ ເຂົາບໍ່ຮູ້ວ່າ ຊິເຮັດແນວໃດ ໄປແນວໃດ ຖ້ວ່າຕິດເຊື້ອຕ້ອງຕາຍ ແຕ່ດຽວນີ້ ເຮົາອະທິບາຍໃຫ້ເພິ່ນເຂົ້າໃຈ ເພິ່ນກະເອີ່ ບາງຄົນກໍສມັກໃຈມາກວດເອງ ບາງຄົນຕິດເຊື້ອຈົນແບບວ່າບໍ່ຮູ້ ບາດນີ້ຮູ້ມາແລ້ວ ໄປກິນຢາກິນຫຍັງ ແລ້ວເພິ່ນກໍຂໍຂອບມົກຂອບໃຈເຮົາເກາະ ບາງຄົນເນາະ ແບບໂອ ດີແທ້ດີວ່າ ຄັນບໍ່ເຈິະໂຄງການນີ້ ຊິເປັນແນວໃດ ກໍບໍ່ຮູ້ ເພິ່ນກໍວ່າຈັ່ງຊີ້.”
ປີ 2022 ນີ້ ກະຊວງສາທາຣະນະສຸຂ ແລະພາກສ່ວນທີ່ກ່ຽວຂ້ອງ ທັງອົງການສາກົລ ແລະອົງການຈັດຕັ້ງພາກປະຊາສັງຄົມໃນລາວ ມີກໍານົດຈັດງານສເລີມສລອງ ວັນຕ້ານເອດສ໌ ສາກົລ ປະຈໍາປີ 2022 ຢູ່ອານຸສາວະລີ (ປະຕູໄຊ) ນະຄອນຫຼວງວຽງຈັນ ໃນວັນເສົາ ທີ 3 ທັນວາ ພາຍໃຕ້ຫົວຂໍ້ “ທຸກຄົນ ມີສິດເທົ່າທຽມ ໃນການກວດ, ປ້ອງກັນ ແລະປິ່ນປົວເອດສ໌” ໂດຍມີກິຈກັມ ຂບວນຍ່າງ ຈາກອະນຸສາວະລີ (ປະຕູໄຊ) ຫາ ຫໍຄໍາ, ຫໍຄໍາ ຫາ ອະນຸສາວະລີ (ປະຕູໄຊ), ການສະແດງສິລປະ, ການບໍຣິການກວດເລືອດ ຊອກຫາເຊື້ອ HIV ໂດຍບໍ່ເສັຍຄ່າ ການແຈກຖົງຢາງອະນາມັຍ ແລະຜ້າອານາມັຍ, ການແຈກຢາຍສື່ ອຸປະກອນຄວາມຮູ້ກ່ຽວກັບ HIV/AIDS ແລະບູທ ວາງສະແດງ ຈາກອົງການຕ່າງໆ ແລະຈະມີການແຈກ ຂອງຂວັນ ໃຫ້ກັບຜູ້ເຂົ້າຮ່ວມກິຈກັມ ນໍາດ້ວຍ, ອີງຕາມຂໍ້ມູນ ຈາກສະຖານີ ວິທຍຸ ຊາວໜຸ່ມລາວ ສິນໄຊຍຸກໃໝ່ ຫຼື (Lao Youth Radio FM 90.0 Mhz).