ສ້ອມແປງ ເສັ້ນທາງ 13 ໃຕ້ ກະທົບ ຊາວບ້ານ ເມືອງທ່າພະບາດ
2022.11.30

ການສ້ອມແປງ ປັບປຸງຖນົນຫລວງແຫ່ງຊາດ 13 ໃຕ້ ເຮັດໃຫ້ມີຂີ້ຝຸ່ນຫລາຍ ກະທົບຊາວບ້ານ ຢູ່ແຂວງບໍລິຄໍາໄຊ. ປັດຈຸບັນ ມີຂີ້ຝຸ່ນໜາຫລາຍ ຄ້າຍຄືກັນກັບຄວັນໝອກ, ສ້າງຄວາມເດືອດຮ້ອນຢ່າງໜັກໜ່ວງ ໃຫ້ຊາວບ້ານ ທີ່ອາສັຍຢູ່ໃກ້ແຄມທາງ ໃນເຂດເມືອງທ່າພະບາດ ແລະບ້ານສາມັກຄີໄຊ ແລະການເດີນທາງ ສັນຈອນໄປມາ ກໍລໍາບາກ, ເບິ່ງບໍ່ເຫັນຣົຖແລ່ນ, ມີຄວາມໃຫ້ສ່ຽງ ຕໍ່ການທີ່ຈະເກີດອຸບັດຕິເຫດ.
ບັນຫາດັ່ງກ່າວນີ້ ຊາວບ້ານຫລາຍຄົນ ບໍ່ສາມາດຢູ່ເຂດທີ່ວ່ານັ້ນໄດ້, ບາງຄົນກໍຍ້າຍໜີໄປຢູ່ນໍາພີ່ນ້ອງ, ບາງຄົນກໍຍ້າຍໄປຢູ່ໄຮ່, ຢູ່ສວນ ເນື່ອງຈາກທົນຢູ່ບໍ່ໄດ້ ມີຂີ້ຝຸ່ນຫລາຍ, ຫາຍໃຈຍາກ, ບາງຄົນເປັນໄອ ແລະເຈັບຄໍ ເປັນຕົ້ນແມ່ນເດັກນ້ອຍ, ແຕ່ບາງຄົນບໍ່ມີບ່ອນໄປ ກໍຈໍາຕ້ອງໄດ້ຢູ່ ໂດຍແກ້ບັນຫາດ້ວຍການໃສ່ຜ້າອັດປາກ ອັດດັງ.
ດັ່ງຊາວບ້ານ ບ້ານສາມັກຄີໄຊ ເມືອງທ່າພະບາດ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ພຶສຈິການີ້ວ່າ:
“ບໍ່ແມ່ນໝອກມັນເປັນຂີ້ຝຸ່ນນະ ເຂົາເຈົ້າມາລົງຫິນຂາວ ຣົຖກາຍທາງມັນຮອດບໍ່ເຫັນອີ່ຫຍັງເລຍເດ້ ໜັກ ຢູ່ບໍ່ໄດ້ເລີຍແຄມທາງ ແບບວ່າທໍາອິດເຮົາກໍມີອາການຫັ້ນແຫລະ ກໍເຈັບຄໍ ມັນດົມຂີ້ຝຸ່ນຫລາຍເດ້ເນາະ ເຄື່ອງມັນກໍມີແຕ່ຂີ້ຝຸ່ນຫັ້ນແຫລະ ປັດກໍຄືເກົ່າ ເພາະວ່າຂີ້ຝຸ່ນມັນກໍເຂົ້າມາເຮືອນເຮົາ ບາງຄົນບໍ່ມີບ່ອນຢູ່ເຂົາກໍຢູ່ຫັ້ນເລີຍ ບາງຄົນມີເຮືອນພີ່ນ້ອງເຂົາກະຍ້າຍໜີ ເພິ່ນກໍວ່າຈະເລັ່ງເຮັດໃຫ້ທັນເດືອນ 1.”
ທ່ານເວົ້າຕື່ມວ່າ ທາງການໄດ້ເລີ່ມສ້ອມແປງ ເສັ້ນທາງນັ້ນມາໄດ້ 2-3 ເດືອນແລ້ວ ແລະກໍເຫັນເພິ່ນບອກວ່າ ຈະເລັ່ງສ້ອມແປງໃຫ້ແລ້ວເສັດ ທັນປີໃໝ່ສາກົນນີ້, ແຕ່ເຖິງຢ່າງໃດກໍຕາມ ທາງການກໍຄວນຈະແກ້ໄຂເຣື່ອງຂີ້ຝຸ່ນນີ້ໃຫ້ຊາວບ້ານກ່ອນ ເພາະຫລາຍຄົນໄດ້ຮັບຜົນກະທົບແຮງຫລາຍ.
ທີ່ບ້ານທ່າພະບາດ ຊາວບ້ານຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ການສ້ອມແປງທາງດັ່ງກ່າວ ມີຂີ້ຝຸ່ນຫລາຍແຮງ ຕົນກໍບໍ່ສາມາດຢູ່ເຮືອນໄດ້, ຕ້ອງຍ້າຍໄປຢູ່ສວນກ່ອນ ແລະເສື້ອຜ້າເຄື່ອງຂອງຕ່າງໆ ກໍມີແຕ່ຂີ້ຝຸ່ນ. ສ່ວນຊາວຄ້າຂາຍ ຢູ່ແຄມທາງ ກໍບໍ່ສາມາດຂາຍເຄື່ອງໄດ້ຄືແຕ່ກ່ອນ ຍ້ອນເຄື່ອງຂອງມີແຕ່ຂີ້ຝຸ່ນ ເຖິງແມ່ນຈະເອົາຜ້າຢາງມາຄຸມໄວ້ ແຕ່ກໍຊ່ອຍຫຍັງບໍ່ໄດ້. ມີການຫົດນໍ້າທາງ ແຕ່ກໍຫົດໜ້ອຍດຽວ ພໍຖນົນມັນແຫ້ງມັນກໍເກີດຂີ້ຝຸ່ນຄືເກົ່າ. ດັ່ງນັ້ນຈຶ່ງຢາກໃຫ້ເຈົ້າໜ້າທີ່ ຫົດນໍ້າຢູ່ຕລອດ ເພື່ອໃຫ້ຂີ້ຝຸ່ນໄງ່ເບົາບາງລົງ.
ດັ່ງທີ່ທ່ານກ່າວວ່າ:
“ຂີ້ຝຸ່ນເຕັມຢູ່ ຂາຍເຄື່ອງບໍ່ໄດ້ ຝູ່ນປານໄອໝອກພຸ້ນນ່າ ດິນຂາວໆຫັ້ນນ່າ ກັບບ້ານບໍ່ໄດ້ເລີຍ ຂີ້ຝຸ່ນເຕັມ ມາຢູ່ສວນພີ້ນ່າ ຮູດັງຈົນຫັນໃຈຝືດພຸ້ນ ເຂົາຮົດນໍ້າກໍບໍ່ໄດ້ຮົດຫລາຍນ່າ ຮົດແຕ່ພໍປຽກໜ້າດິນຊື່ໆນ່າ ນໍ້າແຫ້ງກະຂີ້ຝຸ່ນໄງ່ຂຶ້ນກວ່າເກົ່າ ຢາກໃຫ້ເອົານໍ້າມັນຮົດຕລອດເຊົ້າສວາຍແລງ.”
ຊາວບ້ານບ້ານທ່າພະບາດ ອີກຜູ້ນຶ່ງ ກໍເວົ້າວ່າ ຕົນກໍໄດ້ຍ້າຍໄປຢູ່ສວນຄືກັນ ເພາະຢູ່ແຄມທາງນັ້ນບໍ່ໄຫວ ຍ້ອນມີລຸກນ້ອຍແດ່ ແລະລູກນ້ອຍກໍໄດ້ຮັບຜົນກະທົບ ທັງໄອ ແລະເປັນຫວັດ ບໍ່ຕ່າງໄປຈາກຜູ້ໃຫຍ່, ຫຍຸ້ງຍາກຫລາຍ.
“ຫຍູ້ງຍາກຂນາດ ເພາະວ່າຢູ່ບ້ານບໍ່ໄດ້ເລີຍນະ ຊາວບ້ານຢູ່ແຄມທາງນັ້ນ ໄປຢູ່ສວນຢາງພຸ້ນແຫລະ ຖ້າວ່າຂີ້່ຣົຖຈັກນີ້ບໍ່ເຫັນທາງເລຍນະ ເດັກນ້ອຍພາກັນເປັນໄອ ເປັນຫວັດຫັ້ນແຫລະ.”
ສໍາລັບຜູ້ສັນຈອນໄປມາຕາມເສັ້ນທາງນັ້ນ ກໍໄດ້ຮັບຜົນກະທົບຫລາຍ ແມ່ນແຕ່ໄປວັດບ້ານພະບາດ ທີ່ຢູ່ແຄມທາງ ເສື້ອຜ້າສີຂາວ ທີ່ໃສ່ໄປ ກໍກາຍເປັນສີແດງ ມີແຕ່ຂີ້ຝຸ່ນ.
ດັ່ງຊາວລາວ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີວ່າ:
“ຫາກໍ່ໄປ 2-3 ມື້ກ່ອນນີ້ ໄປວັດໃສ່ຊຸດຂາວໄປນີ້ ໄດ້ຊຸດແດງກັບມາ ມັນກະຝຸ່ນເຕັມຫັ້ນແຫລະ ຂີ້ຝຸ່ນປານນໍ້າໝອກນີ້.”
ບັນຫາທາງເລກ 13 ເປັນຂີ້ຝຸ່ນນີ້ ເຈົ້າໜ້າທີ່ໂຍທາທິການ ເມືອງທ່າພະບາດທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍຮັບຮູ້ ແຕ່ວ່າຢາກໃຫ້ປະຊາຊົນ ເຂົ້າໃຈເພາະການສ້ອມແປງ ເສັ້ນທາງດັ່ງກ່າວ ກໍໄດ້ເຣີ່ມມາໄລຍະນຶ່ງແລ້ວ ແລະການຈະມີຂີ້ຝຸ່ນໄງ່ ເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບ ກໍເປັນເຣື່ອງປົກກະຕິ, ແຕ່ດຽວນີ້ ທາງບໍຣິສັດ ທີ່ຮັບຜິດຊອບໂຄງການນີ້ ກໍມີການແກ້ໄຂບັນຫານີ້ຢູ່ ໂດຍໄດ້ເອົານໍ້າໄປຫົດຕາມຖນົນ ເພື່ອຫລຸດຜ່ອນຂີ້ຝຸ່ນລົງ.
“ແມ່ນແຫລະ ມັນເປັນຝຸ່ນສີຂາວເລີຍຝຸ່ນຫີນຫັ້ນແຫລະ ຫົນທາງ 13 ໃຕ້ຫັ້ນແຫລະ ໄລຍະການສ້ອມແປງມັນກະມີຜົນກະທົບຫັ້ນແຫລະ ບໍ່ໜ້ອຍກະຫລາຍ ມັນປົກກະຕິດອກ ບໍຣິສັດເຂົາກໍາລັງແກ້ໄຂຢູ່ ດຽວນີ້ເອົານໍ້າໄປຮົດຫັ້ນແຫລະ.”
ໂຄງການສ້ອມແປງ ປັບປຸງເສັ້ນທາງ 13 ໃຕ້ ໃນເຂດແຂວງບໍລິຄໍາໄຊ ແຕ່ກິໂລແມັດທີ 71 ຫາກິໂລແມັດທີ 190 ແບ່ງອອກເປັນ 2 ສັນຍາ ຮວມໄລຍະທາງ 119 ປາຍກິໂລແມັດ ມີໄລຍະເວລາການປະຕິບັດ 10 ປີ.
ສັນຍາ 1 ທາງຍາວ 40 ກິໂລ ແມັດ, ຈາກກິໂລແມັດທີ 71 ຫາກິໂລແມດທີ 111 ແມ່ນບໍຣິສັດ ທັງລ່ອງ (Than Long) ຂອງວຽດນາມ ຮ່ວມກັບບໍຣິສັດ ສຸພາພອນ ຂອງຄົນລາວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 17,530,000 ປາຍໂດລ້າຣ໌ສະຫະຣັຖ, ມີໄລຍະເວລາການປະຕິບັດ 10 ປີ. ໄລຍະປັບປຸງເສັ້ນທາງແມ່ນ 2 ປີ ຄືຕັ້ງແຕ່ວັນທີ 1 ເມສາ 2021 ຫາວັນທີ 31 ມິນາ 2023 ແລະໄລຍະສ້ອມແປງພາຍຫລັງສໍາເຣັດການປັບປຸງ ແມ່ນ 8 ປີ. ມາຮອດປັດຈຸບັນ ວຽກງານຄືບໜ້າໄປແລ້ວ 28.96%.
ສັນຍາທີ 2 ຈາກກິໂລແມັດທີ 111 ຫາກິໂລແມັດທີ 190 ຄວາມຍາວ 79 ກິໂລ ແມັດ, ບໍຣິສັດ ຈຸງນາມ (Trung Nam) ຂອງວຽດນາມ ຮ່ວມກັບບໍຣິສັດສຸພາພອນຂອງລາວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 28,120,000 ປາຍໂດລ້າຣ໌ສະຫະຣັຖ, ໄລຍະກໍ່ສ້າງ 10 ປີ. ໃນນັ້ນໄດ້ແຍກອອກເປັນ 2 ໄລຍະ ຄື ໄລຍະປັບປຸງເສັ້ນທາງ 3 ປີ ຕັ້ງແຕ່ວັນທີ 1 ສິງຫາ 2021 ຫາວັນທີ 31 ກໍຣະກະດາ 2024 ແລະໄລຍະສ້ອມແປງ ພາຍຫລັງສໍາເຣັດການປັບປຸງ 7 ປີ ຊຶ່ງປັດຈຸບັນຄືບໜ້າແລ້ວ 12.67%, ອີງຕາມການຣາຍງານ ຂອງ ວຽງຈັນທາຍສ໌ ວັນທີ 23 ພຶສຈິການີ້.