ໄທຍຫ້າມນຳເຂົ້າ ຜລິຕພັນ ທີ່ຜລິດຈາກຊີ້ນໝູ ຈາກລາວ

ສຸພັດຕາ
2022.12.28
ໄທຍຫ້າມນຳເຂົ້າ ຜລິຕພັນ ທີ່ຜລິດຈາກຊີ້ນໝູ ຈາກລາວ ຊີ້ນໝູ ທີ່ ຈໍາໜ່າຍໃນຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ (TS)
RFA

ນັບແຕ່ຕົ້ນປີ 2022 ທີ່ຜ່ານມາ ໜ່ວຍງານທີ່ເຮັດວຽກກ່ຽວກັບການລ້ຽງສັດ ແລະດ່ານກວດຄົນເຂົ້າເມືອງ ຂອງໄທຍ ທີ່ມີຊາຍແດນຕິດກັບປະເທດເພື່ອບ້ານ ເປັນຕົ້ນ ປະເທດລາວ ແລະກັມພູຊາ ໄດ້ອອກຄໍາສັ່ງຫ້າມ ຜູ້ທີ່ເດີນທາງໄປ-ມາ ບໍຣິເວນຊາຍແດນ ນໍາຜລິຕພັນທີ່ຜລິດຈາກຊີ້ນໝູ ທຸກຊະນິດເຂົ້າປະເທດໄທຍ ເພື່ອເປັນການປ້ອງກັນ ການແຜ່ຣະບາດຂອງພຍາດ ອະຫິວາໝູອາຟຣິກາ ຫຼື African swine fever (ASF) ແລະພຍາດອື່ນໆ ທີ່ຕິດມານໍາສັດ.

ດັ່ງເຈົ້າໜ້າທີ່ກອງຄວາມຮ່ວມມືດ້ານການລ້ຽງສັດ ລະຫວ່າງປະເທດ ກົມປະສຸສັດຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ທັນວາ 2022 ນີ້ວ່າ:

“ສັດເປັນ ແລ້ວກໍຊາກສັດ ເອົາແທ້ໆ ແລ້ວບໍ່ໃຫ້ເຂົ້າທັງໝົດ ແມ່ນທຸກຊະນິດເລີຍ ແທ້ໆ ມັນເປັນກົດໝາຍຕັ້ງແຕ່ທໍາອິດເລີຍ ແຕ່ເຮົາເບິ່ງວ່າ ກ່ອນໜ້ານີ້ ມັນເປັນຊາຍແດນ ເຮົາເຂົ້າໃຈຢູ່ ເນື່ອງຈາການທີ່ເອົາເຄື່ອງເຂົ້າມາແຕ່ຂີດດຽວ ກໍສາມາດເກີດໂຣຄໄດ້ໃນປັດຈຸບັນນີ້ ມັນກໍເລີຍກາຍເປັນຂ່າວທີ່ດັງຂຶ້ນມາ.”

ສໍາລັບສິນຄ້າຫ້າມນໍາເຂົ້າ ສ່ວນຫຼາຍແມ່ນເປັນສິນຄ້າທີ່ຜລິດຈາກຊີ້ນໝູ ເປັນຕົ້ນ ຊີ້ນໝູ, ລູກຊີ້ນ, ຢໍ່ໝູ, ສົ້ມໝູ, ສັດທຸກສທຸກຊະນິດ ຮວມເຖິງນໍ້າເຜິ້ງປ່າ, ໄຂ່ລູກ ແລະເຂົ້າຈີ່ປາເຕ້ນໍາດ້ວຍ ຖ້າຫາກຜູ້ໃດຝ່າຝືນຈະຖືກໂທດຈໍາຄຸກ 2 ປີ ປັບໃໝບໍ່ເກີນ 200,000 ບາດ ຫຼືທັງຈໍາແລະປັບ.

ດັ່ງເຈົ້າໜ້າທີ່ຜູ້ດຽວກັນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແຕ່ຖ້າມັນສຸກມາແລ້ວ ເຮົາກໍພໍອະນຸໂລມ ແຕ່ຖ້າເປັນສົ້ມໝູ ເຮົາຖືວ່າຍັງບໍ່ສຸກ ນໍ້າເຜິ້ງກໍເຂົ້າໄປຢູ່ໃນໂຮງໝໍ ແລ້ວກໍຫ້າມ ໂຕນີ້ມັນເປັນໂຮງໝໍ ໂຣຄຣະບາດສັດ ມັນກໍຍັງເກີດໂຣຄໃນເຜິ້ງໄດ້ ເຂົ້າຈີ່ ມັນເປັນໝູຝອຍ ເປັນແຮມອີ່ຫຍັງເນາະ ແທ້ໆກໍຫ້າມ ເພາະວ່າແຮມມັນກໍແຜ່ຣະບາດໄດ້ຢູ່.”

ກ່ຽວກັບເຣື່ອງນີ້ ກະຊວງກະເສດ ແລະສະຫະກອນຂອງໄທຍ ໄດ້ກໍານົດມາຕການເຝົ້າລະວັງ ແລະຄວບຄຸມໂຣຄອະຫິວາໝູອາຟຣິກາ ນັບແຕ່ປະເທດໄທຍ ຢັ້ງຢືນວ່າ ມີການກວດພົບການແຜ່ຣະບາດຂອງໂຣຄອະຫິວາໝູອາຟຣິກາ ຕັ້ງແຕ່ມື້ວັນທີ 11 ມົກກະຣາ 2022 ທີ່ຜ່ານມາ ແລະມາຮອດປັດຈຸບັນ ໄທຍສາມາດຄວບຄຸມໂຣຄດັ່ງກ່າວນີ້ໄດ້ແລ້ວ.

ທາງການໄທຍ ແລະພາກສ່ວນທີ່ກ່ຽວຂ້ອງ ໄປສານງານໄປຍັງດ່ານກວດຄົນເຂົ້າເມືອງຂອງລາວ ແລະພາກສ່ວນທີ່ກ່ຽວຂ້ອງແລ້ວ ເຊິ່ງທາງການລາວກໍໄດ້ຮັບຊາບ ແລະດໍາເນີນການ ແຕ່ຕົ້ນປີ 2022 ທີ່ຜ່ານມາ.

ດັ່ງເຈົ້າໜ້າທີ່ດ່ານກວດຄົນເຂົ້າເມືອງ ຢູ່ຂົວມິຕພາບລາວ-ໄທຍ ແຫ່ງທີ 1 (ນະຄອນຫຼວງວຽງຈັນ-ໜອງຄາຍ) ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງກ່າວວ່າ:

“ປັດຈຸບັນນີ້ ຕັ້ງແຕ່ຕົ້ນປີເນາະ ເດືອນ 1 ພຸ້ນນ່າ 2022 ມາບໍ່ ໂຕນີ້ກໍ ເຂົາກໍໄດ້ຈັດຕັ້ງປະຕິບັດ ສິ້ນສ່ວນຜລິດຕະພັນບໍ່ ເປັນຕົ້ນວ່າ ສົ້ມບໍ ຫຼືວ່າ ໄສ້ອົ່ວເນາະ ທີ່ເປັນສິ້ນສ່ວນຂອງໝູນີ້ນ່າ ເປັນການປະຊຸມທາງອອນລາຍນ໌ ເພິ່ນກໍແຈ້ງມາເນາະ.”

ທາງດ້ານຊາວລາວຈໍານວນຫຼາຍ ທີ່ເດີນທາງໄປມາ ລະຫວ່າງຊາຍແດນລາວ-ໄທຍເປັນປະຈໍາ ຈໍານວນນຶ່ງ ກໍໄດ້ຮັບຮູ້ຂ່າວສານ ກ່ຽວກັບຄໍາສັ່ງຫ້າມດັ່ງກ່າວນີ້ແລ້ວ ຜ່ານສື່ສັງຄົມອອນລາຍນ໌ ທີ່ຫາກໍເຜີຍແຜ່ໃນໄລຍະບໍ່ດົນມານີ້.

ດັ່ງຊາວນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:

“ຂ້ອຍກໍເຫັນເຂົາເອົາລົງ ທາງສື່ອອນລາຍນ໌ຢູ່ເນາະ ວ່າຫ້າມສິນຄ້າ ປະເພດມີໝູ ເອົາເຂົ້າໃນປະເທດໄທຍແມ່ນບໍ ຖ້າພົບເຫັນຈະຖືກປັບ 200,000 ບາດບໍ.”

ສໍາລັບຊາວລາວທີ່ເຮັດວຽກ ໃນຂແນງການຕ່າງໆ ຢູ່ບໍຣິເວນດ່ານລະຫວ່າງປະເທດໃນຈຸດຕ່າງໆ ກໍຮັບຮູ້ຂ່າວກ່ຽວກັບເຣື່ອງນີ້ແລ້ວຄືກັນ ແລະກໍໄດ້ຊ່ອຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນການແຈ້ງເຕືອນພໍ່ແມ່ປະຊາຊົນ ທີ່ຈະເດີນທາງຂ້າມໄປຍັງປະເທດໄທຍ.

ດັ່ງພະນັກງານບໍຣິສັດຂົນສົ່ງໂດຍສານ ລະຫວ່າງປະເທດ ນາງນຶ່ງ ກ່າວວ່າ:

“ເຂົາບໍ່ໃຫ້ນໍາເຂົ້າເລີຍ ຊີ້ນຂະເຈົ້າບໍ່ໃຫ້ນໍາເຂົ້າ ເພາະວ່າ ຊ້ວງມັນມີໂຣຄຣະບາດ ລະເຂົາບໍ່ບໍ່ໃຫ້ນໍາຂົນສົ່ງປະເພດຊີ້ນເຂົ້າ ຫາກໍປີນີ້ນ່າ ເພິ່ນຫາກໍອອກມາປີນີ້ (ປະຊາຊົນ) ເພິ່ນກໍບໍ່ໄດ້ວ່າອີ່ຫຍັງ ເພາະວ່າມັນເປັນຂໍ້ຫ້າມຂອງເຂົາ ກໍບໍ່ໄດ້ເອົາເຂົ້າໄປຫຼາຍດອກ ພວກຂອງທີ່ຫວງຫ້າມ ສ່ວນຫຼາຍກໍເປັນສັດປ່າ ກໍຫ້າມເບິດຫັ້ນແຫຼະ ຂອງທີ່ວ່າຢູ່ໃນປ່າ.”

ເຖິງແມ່ນວ່າທາງການໄທຍ ແລະທາງການລາວ ຈະດໍາເນີນການປະສານຄວາມຮ່ວມມື ກ່ຽວກັບການສັ່ງຫ້າມນໍາເຂົ້າ ຜລິຕພັນທີ່ຜລິດຈາກຊີ້ນໝູ ແລະສິນຄ້າເກືອດຫ້າມອື່ນໆແລ້ວ ແຕ່ຢ່າງໃດກໍຕາມ ຄົນລາວແລະຄົນໄທຍຈໍານວນນຶ່ງ ຍັງຄົງຂົນຍ້າຍສິນຄ້າປະເທດດັ່ງກ່າວນີ້ຂ້າມຊາຍແດນ.

ດັ່ງພະນັກງານຂົນສົ່ງສິນຄ້າ ລະຫວ່າງປະເທດລາວ-ໄທຍ ທ່ານນຶ່ງ ກ່າວວ່າ:

“ໄດ້ໆໄດ້ຢູ່ ພວກຊີ້ນອີ່ຫຍັງ ໄດ້ເບິດຫັ້ນແຫຼະ (ຈະຖືກປັບບໍ) ບໍ່ໆ ລອງເອົາໄປ ຖ້າເບິ່ງເລີຍ ເປັນຊີ້ນພວກໝູ ຢໍ່ອີ່ຫຍັງໄດ້ເບິດຫັ້ນແຫຼະ ກໍໄດ້ຢູ່ ຍ້ອນມັນເປັນຂອງກິນຊື່ໆໄດ້ຢູ່.”

ກ່ອນໜ້ານີ້ ເມື່ອວັນທີ 4 ທັນວາ ທີ່ຜ່ານມາ ທ່ານ ສຸຊິດ ສີຄັງ ເຈົ້າໜ້າທີ່ຕໍາຣວດກົມປະສຸສັດ ດ່ານກັກກັນສັດແຂວງມຸກດາຫານ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ກວດຍຶດຜລິຕພັນທີ່ຜລິດຈາກຊີ້ນໝູ ຈໍານວນ 273 ຫໍ່ ໃນນັ້ນ ເປັນສົ້ມຊີ້ນງົວ 104 ຫໍ່ ແລະສົ້ມໝູ 169 ຫໍ່ ຢູ່ເທິງຣົຖໂດຍສານລະຫວ່າງປະເທດ ຕາມຊາຍແດນລາວ-ໄທຍ ຢູ່ບໍຣິເວນຂົວມິຕພາບລາວ-ໄທຍ ແຫ່ງທີ 2 (ສວັນນະເຂດ-ມຸກດາຫານ) ເພື່ອປ້ອງກັນການຣະບາດຂອງພຍາດອະຫິວາໝູອາຟຣິກາ ໂດຍນໍາໃຊ້ອໍານາດຕາມມາດຕຣາ 31 ແຫ່ງ ພ.ຣ.ບ ໂຣຄຣະບາດສັດ ສບັບ ປີ 2015 ຈາກນັ້ນ ເຈົ້າໜ້າທີ່ພຍາຍາມສອບຖາມວ່າ ຜູ້ໃດເປັນເຈົ້າຂອງ ພັດບໍ່ມີຜູ້ຍອມຮັບສາຣະພາບ ທັງນີ້ ເຈົ້າໜ້າທີ່ໄດ້ນໍາຂອງກາງທັງໝົດ ໄປພົ່ນຢາຂ້າເຊື້ອ ແລະທໍາລາຍໂດຍວິທີການຝັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.