ຄ່າຊົດເຊີຍ ຜົລກະທົບ ພະຍາດອະຫິວາ ໝູອາຟຣິກາ ແຕ່ປີ 2019
2022.12.02

ໃນວັນທີ 30 ພຶສຈິກາ 2022 ທີ່ຜ່ານມາຣັຖບານລາວ ໄດ້ມີພິທີມອບເງິນຊົດເຊີຍ ຄ່າໝູຕາຍຈາກຜົນກະທົບ ຂອງການຣະບາດ ຂອງພະຍາດອະຫິວາໝູ ອາຟຣິກກາ ໃນປີ 2019 ໃຫ້ທາງການເມືອງດາກຈຶງ ແຂວງເຊກອງ ມູນຄ່າທັງໝົດ 75,360,000 ກີບເພື່ອໄປແຈກຢາຍ ຄ່າຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຊຶ່ງໃນຈຳນວນດັ່ງກ່າວ ສະເລັ່ຽ 20% ຂອງມູນຄ່າ ເສັຽຫາຍຈຳນວນ 471 ໂຕ ຊຶ່ງໃນເມືອງດາກຈຶງ ມີຊາວບ້ານທີ່ໄດ້ຮັບຜົນກະທົບ 2 ບ້ານ ຄືບ້ານ ດາກຈຶງ ແລະ ບ້ານດາກເຣີນ ຈຳນວນ 100 ຄອບຄົວ. ຜູ້ທີ່ໄດ້ຮັບຄ່າຊົດເຊີຍ ແມ່ນຜູ້ທີ່ໄດ້ເກັບກຳຂໍ້ມູນ ຢູ່ໃນໄລຍະຄວບຄຸມ 3 ມື້ທຳອິດ ຂອງການຣະບາດ ແຕ່ຫລັງຈາກນັ້ນ ແມ່ນຈະບໍ່ໄດ້ຮັບ ເພາະບໍ່ສາມາດຄວບຄຸມໄດ້ ແລ້ວມັນຣະບາດແຜ່ເປັນວົງກ້ວາງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງໃນແຂວງເຊກອງ ຜູ້ຂໍສງວນຊື່ ແລະຕຳແໜ່ງ ໄດ້ກ່າວໃນວັນທີ 02 ທັນວາ ນີ້ວ່າ:
“ຣັຖບານເພິ່ນ ທົດແທນຄືນຫັ້ນແຫລະ ຊົດເຊີຍທີ່ໂຕໝູຕາຍ ໃຫ້ພວກທີ່ຖືກຜົນກະທົບ ເວົ້າເຣື່ອງຜົນກະທົບໝູຜູ້ໃດ ຕາຍກໍໃຫ້ໂຕໝູທີ່ຕາຍ ຂອງຄອບຄົວນັ້ນໝູເຈົ້າຕາຍ ໂຕດຽວກາໃຫ້ໂຕດຽວ ຕາມການຣາຍງານຂອງ ເຈົ້າຂອງໝູເນາະຂໍ້ມູນ ຕາຍໂຕຈິງແຫລະ.”
ທ່ານໄດ້ກ່າວຕື່ມວ່າ ທາງການໄດ້ເຣີ່ມແຈກຢາຍ ເງິນຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບໄປແລ້ວຕາມການຣາຍງານ ໃນຈຳນວນດັ່ງກ່າວ ແລະທາງການເມືອງດາກຈຶງ ກໍບໍ່ຂໍລະບຸວ່າ ຈ່າຍໂຕເທົ່າໃດ ໃຫ້ຊາວບ້ານ.
ຂະນະທີ່ຊາວບ້ານ ຢູ່ບ້ານດາກບອງ ເມືອງດາກຈຶງ ແຂວງເຊກອງ ທ່ານນຶ່ງກ່າວວ່າ ລາວເອງກໍເປັນຜູ້ນຶ່ງທີ່ຖືກຜົນກະທົບ ເຊັ່ນກັນໃນໄລຍະທີ່ເກີດການຣະບາດ ຂອງພະຍາດອະຫິວາໝູ ອາຟຣິກກາ ໂດຍມີໝູຕາຍ ປະມານ 3-4 ໂຕ ທາງການ ກໍມີການເກັບ ຂໍ້ມູນໄປແລ້ວ ແຕ່ກໍຍັງບໍ່ໄດ້ຮັບເງິນ ຊົດເຊີຍເທື່ອແລະຍັງບໍ່ທັນຮູ້ຂ່າວວ່າ ຣັຖບານຈະຈ່າຍເງິນຊົດເຊີຍໃຫ້ 2 ບ້ານດັ່ງກ່າວເທື່ອ ຊຶ່ງລາວເອງກໍຢາກໄດ້ຄ່າຊົດເຊີຍ ເຊັ່ນກັນບໍ່ຕ່າງຈາກຄົນອື່ນ ທີ່ໄດ້ຮັບຜົນກະທົບ.
“ຍັງບໍ່ທັນຮູ້ເດ້ຫັ້ນເຮົາລ້ຽງ 3-4 ໂຕເພາະໂຕແມ່ໂຕໃຫຍ່ຫັ້ນນ່າ ເຮົາຫັ້ນຍັງເຣື່ອງຢາກໄດ້ ກໍຢາກໄດ້ເພາະເຮົາບໍ່ເຄີຍຮັບຫັ້ນນ່າ.”
ຂະນະທີ່ແຂວງອື່ນໆ ທີ່ໄດ້ຮັບຜົນກະທົບ ຈາກການຣະບາດ ຂອງພະຍາດອະຫິວາ ໝູອາຟຣິກກາ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຈາກທາງຣັຖບານເທື່ອ ເຊັ່ນໃນເມືອງຊຽງຮ່ອນ ແຂວງໄຊຍະບູຣີ ໃນປີ 2019 ທີ່ເກີດການຣະບາດ ພະຍາດອະຫິວາໝູ ອາຟຣິກກາໜັກ ເຊັ່ນກັນຊຶ່ງມີໝູຕິດເຊື້ອ ແລະຕາຍຈຳນວນຫລາຍແຕ່ປັດຈຸບັນ ກໍຍັງບໍ່ທັນໄດ້ຮັບການຊົດເຊີຍ ທີ່ເປັນທາງການເທື່ອເຊັ່ນກັນ ມີແຕ່ແກ້ໄຂສະເພາະ ໜ້າຫລາຍຄົນ ກໍຍັງລໍຖ້າຄ່າຊົດເຊີຍຢູ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ຂໍສງວນຊື່ ແລະຕຳແໜາງ ໃນເມືອງຊຽງຮ່ອນ ແຂວງໄຊຍະບູຣີໄດ້ກ່າວວ່າ:
“ຄັນຊິເວົ້າ ກາແກ້ໄຂສະເພາະໜ້າສື່ໆ ນີ້ແຫລະແຕ່ວ່າ ເຂົາຂຽນໂຄງການໄປນີ້ ເຂົາເຈົ້າກາຍັງໄປຄົ້ນຄ້ວາກັບກອງທຶນ ຊ່ອຍເຫລືອເນາະ ທີ່ຈະມາຊ່ອຍເຫລືອ ທົດແທນເຣື່ອງແນວພັນບໍ່ ແມ່ນຫຍັງຊີ້ນ່າ.”
ອີງຕາມການຣາຍງານ ຂອງຜແນກກະສິກັມ ແລະປ່າໄມ້ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ເມື່ອເດືອນພືສຈິກາ ປີ 2020 ວ່າມີ 13 ບ້ານ ຄືບ້ານແກ່ນ, ບ້ານສາມັກຄີໄຊ, ບ້ານດອນເຟືອງ, ບ້າງຂີງ, ບ້ານລາວສະໂນ, ບ້ານນໍ້າກອກ, ບ້ານນາຮອນ, ບ້ານຫົວນາ, ບ້ານດົງ, ບ້ານຫ້ວຍຮາກ, ບ້ານຊ້າງ, ບ້ານຄໍ້າ ແລະ ບ້ານນໍ້າຄ່ອມ ມີໝູຕາຍ ແລະ ຖືກຂ້າເພາະຕິດເຊື້ອທັງໝົດ 442 ໂຕ. ຊຶ່ງຊາວບ້ານ ໃນມເມືອງຊຽງຮ່ອນ ຫລາຍຄົນກໍຍັງລໍຖ້າ ການຊົດເຊີຍກັນຢູ່ ຜ່ານມາຍັງບໍ່ທັນມີຜູ້ໃດ ໄດ້ຮັບຄ່າຊົດເຊີຍ.
ດັ່ງຊາວບ້ານໃນ ເມືອງຊຽງຮ່ອນ ທີ່ຖືກຜົນກະທົບ ຈາກພະຍາດອະຫິວາໝູ ອາຟຣິກກາ ກ່າວວ່າ:
“ກໍ 5 ໂຕພຸ້ນນ່າ ບໍ່ໄດ້ເງິນຈັກກີບແຫລະ ບໍ່ໄດ້ຈ່າຍຈັກໜ້ອຍດຽວນີ້ ກໍທົ່ວທຸກຄົນແຫລະ ເອີລໍຖ້າຢູ່.”
ນອກຈາກນີ້ ແຂວງຫລວງນໍ້າທາ ກໍຍັງບໍ່ໄດ້ຮັບຄ່າຊົດເຊີຍເຊັ່ນກັນ ຊຶ່ງທາງການແຂວງ ກໍມີການສົ່ງຣາຍງານ ໄປຍັງກະຊວງກະສິກັມ ແລະ ປ່າໄມ້ ແຕ່ປີ 2019 ຊຶ່ງຊາວບ້ານ ກໍຍັງລໍຖ້າກັນຢູ່.
ດັ່ງເຈົ້າໜ້າທີີ່ ທີ່ກ່ຽວຂ້ອງໃນແຂວງ ຫລວງນໍ້າທາ ທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວວ່າ:
“ຍັງບໍ່ທັນໄດ້ເທື່ອ ທາງກົມເພິ່ນແຈ້ງລົງມາໃຫ້ ແຕ່ງຕັ້ງຄະນະກັມການແລ້ວ ແຕ່ວ່າເງິນນັ້ນຍັງບໍ່ທັນເຂົ້າເທື່ອ ມີຄົນກໍລໍຖ້າແດ່ເຮັດໃບສເນີ ຮອດສະພາແດ່ແລ້ວ.”
ອີງຕາມການຣາຍງານຂອງ ທ່ານ ບຸນໄຊ ບຸນທິບ ຫົວໜ້າຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຫລວງນໍ້າທາ ໃນວັນທີ 01 ພຶສຈິກາ 2019 ທີ່ຜ່ານມາວ່າ ຢູ່ເຂດບ້ານໂຮງເລື່ອຍ ເມືອງຫລວງນໍ້າທາ ມີໝູຕາຍ ແລະ ໄດ້ຂ້າໝູຕິດເຊື້ອພະຍາດ ອະຫິວາໝູ ອາຟຣິກກາຖີ້ມ 80 ໂຕ ຂອງ 40 ປາຍຄອບຄົວມູນຄ່າ 75,600,000 ກີບ
ອີງຕາມການຣາຍງານ ໃນກອງປະຊຸມ ຣັຖບານສມັຍສາມັນ ປະຈຳເດືອນກໍຣະກະດາ 2019 ທີ່ຜ່ານມາໄດ້ຣາຍງານວ່າ ມີການແຜ່ການຣະບາດ ຂອງພະຍາດອະຫິວາໝູ ອາຟຣິກກາ ໃນທົ່ວປະເທດ ຊຶ່ງເຮັດໃຫ້ມີໝູຕິດເຊື້ອ ແລະ ຕາຍ 4,000 ປາຍໂຕ ໃນທົ່ວປະເທດ.