ລາວໂຈະການນຳເຂົ້າໝູ, ຜລິດຕະພັນໝູຈາກໄທຍ
2022.01.21

ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກແຈ້ງການ ໂຈະການນໍາເຂົ້າໝູ ແລະຜລິດຕະພັນໝູ ຈາກປະເທດໄທຍ ຍ້ອນວ່າ ປະເທດໄທຍມີການຣະບາດ ຂອງພຍາດ ອະຫິວາໝູອາຟຣິກາ ຖ້າຫາກນໍາເຂົ້າມາ ກໍມີຄວາມສ່ຽງ ທີ່ຈະມີເຊື້ອພຍາດດັ່ງກ່າວ ຣະບາດໃນລາວ ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນທາມສ ໃນວັນທີ່ 20 ມົກກະຣາ 2022 ນີ້.
ຍ້ອນແນວນັ້ນ ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນໄວ້ກ່ອນ ທາງການລາວ ຈຶ່ງໄດ້ອອກແຈ້ງ ສັ່ງໂຈະການນໍາເຂົ້າໝູ ແລະຜລິດຕະພັນໝູ ສ່ວນຄວາມກັງວົນວ່າ ຖ້າຫາກບໍ່ສາມາດນໍາໝູ, ຊີ້ນໝູ ແລະຜລິດຕະພັນໝູ ຈາກປະເທດໄທຍເຂົ້າມາລາວໄດ້ ແລ້ວຈະເຮັດໃຫ້ໝູຂາດຕລາດນັ້ນ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍຊີ້ແຈງວ່າ ການສນອງໝູພາຍໃນລາວ ແມ່ນຍັງບໍ່ຂາດຕລາດແນ່ນອນ ເນື່ອງຈາກຢູ່ພາຍໃນຍັງມີຟາມໝູຫຼາຍຢູ່.
ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ວັນທີ່ 21 ມົກກະຣາ ນີ້ວ່າ:
“ເມືອງໄທຍ ພຍາດອະຫິວາໝູອາຟຣິກາ ທົ່ວທີບທົ່ວແດນ ທາງດຽວທີ່ຈະເຮັດໄດ້ ເວົ້າເຣື່ອງຄວາມປອດພັຍທາງຊີວະພາບ ເຮົາຈຶ່ງບໍ່ໃຫ້ນໍາເຂົ້າເດັດຂາດ ກະລະມັດລະວັງບໍ່ໃຫ້ນໍາເຂົ້າ ຢູ່ລາວລ້ຽງຫຼາຍຢູ່ແລ້ວ ມັນມີຫຼາຍບໍຣິສັດລ້ຽງ ຕໍ່ໄປພວກເຮົາກໍຈະຜ່ອນລົງແຫຼະ ຕໍ່ໄປເຮົາກໍຈະໄປຊື້ແນວພັນມາແຕ່ຈີນແຫຼະ.”
ສໍາລັບການຣະບາດ ຂອງພຍາດ ອະຫິວາໝູອາຟຣິກາໃນລາວ ປັດຈຸບັນນີ້ ຍັງບໍ່ພົບເທື່ອ ແລະທາງການ ກໍໄດ້ແຈ້ງການ ກໍໄດ້ແຈ້ງການໄປຍັງດ່ານຕ່າງໆ ທັງທາງບົກ ແລະທາງນໍ້າ ຢູ່ພາຍໃນລາວ ທີ່ມີຊາຍແດນຕິດກັບປະເທດໄທຍແລ້ວ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ເພີ່ມທະວີກວດກາ ການນໍາເຂົ້າໝູທຸກປະເພດຢ່າງເຂັ້ມງວດ ຖ້າຫາກພົບເຫັນກໍໃຫ້ຍຶດ ແລ້ວເອົາໄປທໍາລາຍຖິ້ມ ພ້ອມທັງກ່າວເຕື່ອນ ປັບໃໝ ແລະດໍາເນີນຄະດີຕາມກົດໝາຍ ຕໍ່ຜູ້ທີ່ລະເມີດນັ້ນ.
ດັ່ງເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ໃນນະຄອນຫຼວງວຽງ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ:
“ທາງເຮົາຮູ້ຈັກຂໍ້ມູນວ່າ ເກີດພຍາດທາງນັ້ນແລ້ວ ເພິ່ນຈຶ່ງຫ້າມນໍາເຂົ້າຫັ້ນນ່າ ໂຕນີ້ແຈ້ງການຮອດໝົດແລ້ວ ພະນັກງານຢູ່ປະຈໍາດ່ານ ທັມມະດາຕ້ອງຜັນຂຍາຍ ເຣື່ອງແຈ້ງການກ່ອນ ຕ້ອງໄດ້ບອກແມ່ຄ້າຫຍັງນີ້ແຫຼະ ບາງເທື່ອສິນຄ້າເຂົາເຈົ້າເຂົ້າມາເດ້ ເຮັດເອກະສານແລ້ວ ບາງເທື່ອນໍາເຂົ້າມາຫຼືຈັ່ງໃດ ມັນກໍບໍ່ທັນເນາະ ມັນຕ້ອງປະມານ 2 ມື້ ຫຼື 3 ມື້ບໍ ຫັ້ນນ່າ ເຂົາເຈົ້າກະຮູ້ແລ້ວ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຜູ້ປະກອບການຂາຍໝູ ທ່ານນຶ່ງກໍກ່າວວ່າ ເຖິງແມ່ນວ່າ ທາງການລາວ ຈະຫ້າມນໍາເຂົ້າໝູມາຈາກໄທຍກໍຕາມ ໝູຢູ່ລາວກໍບໍ່ຂາດຕລາດແນ່ນອນ ເນື່ອງຈາການລ້ຽງໝູໃນລາວກໍມີຫຼາຍ ແຕ່ຫາກວ່າ ໝູຈະມີລາຄາແພງຂຶ້ນ ຍ້ອນໜ້າຟາມເຂົາເຈົ້າຂຶ້ນລາຄາ ເຊັ່ນ: ຟາມໝູທີ່ຕົນເອງໄປຮັບມານັ້ນ ເຂົາເຈົ້າຂາຍໃຫ້ໃນລາຄາ 36 ພັນກີບ ຕໍ່ກິໂລກຣາມ.
ສາເຫດທີ່ໜ້າຟາມ ຂາຍໝູແພງຂຶ້ນນັ້ນ ຍ້ອນເຂົາເຈົ້າຮັບຊື້ຫົວອາຫານ ມາຈາກໄທຍແພງ ຮວມເຖິງສະພາບເສຖກິຈໃນປັດຈຸບັນ ສິນຄ້າທຸກຢ່າງກໍແພງຂຶ້ນນໍາ ຜູ້ຄ້າຂາຍກໍຈໍາເປັນຕ້ອງໄດ້ປັບລາຄາຂຶ້ນຕາມ ຕົນເອງກໍເຊັນດຽວກັນ ກໍຕ້ອງຂຶ້ນລາຄາຕາມ ໂດຍນໍາໝູມາຄົວຂາຍ ໃນລາຄາ 50 ພັນກີບຕໍ່ກິໂລກຣາມ ເພາະຕ້ອງຄິດໄລ່ລາຄານໍ້າມັນ ຄ່າຈ້າງຄົນໄປຮັບເອົາໝູມາ ແລະຄ່າອື່ນໆນໍາ.
“ຮ່ວຍດຽວນີ້ ຊ່ວງມີໂຄວິດ ມັນບໍ່ຂາດ ຕິແຕ່ວ່າມັນຫຼາຍໂພດ ເອົາເທົ່າໃດມັນກໍບໍ່ມີປັນຍາຂາຍ ດຽວນີ້ນ່າ ມັນແພງຂຶ້ນ ກະຊິເປັນນໍາ ເຂົາເຈົ້າຊື້ຫົວອາຫານມາຈາກໄທຍເນາະ ບ້ານເຮົາຜລິດເອົາບໍ່ໄດ້ຈັກຢ່າງ ຫົວອາຫານແດ່ ນໍ້າມັນຂຶ້ນແດ່ ຄ່າຂົນສົ່ງ ເຂົາກໍຕ້ອງໄລ່ຂຶ້ນ.”
ຜູ້ປະກອບການຂາຍໝູພັນອີກທ່ານນຶ່ງ ກໍກ່າວວ່າ ຖ້າຫາກວ່າທາງການລາວ ຫ້າມບໍຣິສັດຕ່າງໆ ນໍາເຂົ້າໝູພັນຈາກໄທຍ ຕົນເອງກໍຕ້ອງໄດ້ປ່ຽນໄປຊື້ໝູພັນໃນລາວ ຫຼືໝູລາດມາຂາຍແທນ ເຊິ່ງລາຄາໜ້າຟາມໃນລາວຫຼາຍແຫ່ງ ກໍຖືວ່າແພງກວ່າ ຟາມໝູ CP ເຊິ່ງຟາມທີ່ຕົນເອງໄປຮັບມານັ້ນ ຢູ່ທີ່ລາຄາ 30 ພັນກີບຕໍ່ກິໂລກຣາມ ຕົນເອງກໍຕ້ອງນໍາມາຄົວຂາຍເຊັ່ນກັນ ຮວມຄ່າໃຊ້ຈ່າຍຕ່າງໆແລ້ວ ກໍຈໍາເປັນຕ້ອງຂາຍລາຄາ 50 ພັນກີບ ຕໍ່ກິໂລກຣາມຂຶ້ນໄປ.
“ທັມມະດາ ເຮົາໄປເອົາໝູພັນ ບໍຣິສັດ CP ຫັ້ນນ່າ ອາທິດນຶ່ງ ບາງເທື່ອກະ 20 ປາຍໂຕເນາະ ດຽວນີ້ເພິ່ນໃຫ້ອາທິດລະ 10 ໂຕ ຢູ່ໜ້າຟາມເພິ່ນ ຢູ່ເມືອງນານພຸ້ນນ່າ ບາງທີກໍໄດ້ຈ້າງຣົຖ 4-5 ແສນແລ້ວຫັ້ນນ່າ ຄ່າໄປແກ່ມານ່າ ເຄີຍຊື້ໂລ 26 ດຽວນີ້ເພິ່ນຂຶ້ນ 30 ພັນແລ້ວເດ້ ເຮົາມາຄົວກະ ໂຕນຶ່ງກະປະມານຖືກ 50 ປາຍ 60 ພັນແລ້ວ.”
ຜູ້ປະກອບການຂາຍໝູລາດທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ກໍຍັງຖືວ່າ ໝູຢູ່ລາວບໍ່ຂາດຕລາດ ແຕ່ກັບມີລາຄາແພງ ເຊັ່ນ: ໝູລາດ ທີ່ໄປຮັບຊື້ມານັ້ນ ເຂົາເຈົ້າຂາຍໃນລາຄາ 48 ພັນກີບຕໍ່ກິໂລກຣາມ ຕົນເອງຕ້ອງໄດ້ເອົາມາຂາຍ 50-60 ພັນກີບ ຕໍ່ກິໂລກຣາມ ສາເຫດທີ່ແພງ ສ່ວນນຶ່ງກໍຍ້ອນເຂົາເຈົ້າລ້ຽງແບບທັມມະຊາດ ບໍ່ມີສານອາຫານເລັ່ງໃຫ້ໝູໃຫຍ່ໄວກ່ອນກໍານົດ.
“ບໍ່ຖືວ່າຂາດຕລາດ ຄືປະເພດໝູລາດ ທີ່ເຮົາຂາຍນັ້ນ ແມ່ນເຂົາເຈົ້າລ້ຽງທັມມະຊາດ ເກືອຮໍາ ເກືອສາລີ ເກືອພວກກ້ວຍ ເກືອຫຍັງຫັ້ນນ່າ ມັນກໍບໍ່ໄດ້ວ່າໃຊ້ຄ່າໃຊ້ຈ່າຍຫຼາຍ ແຕ່ຫາກວ່າ ມັນເປັນໝູທັມມະຊາດ ຫາກແຕ່ວ່າມັນລ້ຽງໄດ້ຊ້າ ກ່ອນທີ່ໝູເລັ່ງອາຫານຫັ້ນນ່າ ຄືແບບໝູພັນຈັ່ງຊີ້ນ່າ 6 ເດືອນຂາຍເທື່ອນຶ່ງເນາະ ແຕ່ວ່າໝູລາດ ປີນຶ່ງ ຈັ່ງໄດ້ຂາຍເທືື່ອນຶ່ງຊີ້ຫັ້ນນ່າ.”
ນອກຈາກນີ້ ຫົວໜ້າກົມການຄ້າພາຍໃນ ກະຊວງພານິດຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 21 ມົກກະຣາ ນີ້ວ່າ ປະເທດໄທຍ ໄດ້ມີແຈ້ງການອອກໄປ ຕັ້ງແຕ່ວັນທີ່ 5 ມົກກະຣາ 2022 ທີ່ຜ່ານມາ ວ່າຫ້າມສົ່ງອອກ ໝູມີຊີວິດ ເປັນໄລຍະເວລາ 3 ເດືອນຊົ່ວຄາວ ເນື່ອງຈາກໝູໃນໄທຍ ມີປະຣິມານຫຼຸດລົງ ບໍ່ພຽງພໍຕໍ່ການບໍຣິໂພກພາຍໃນ.
“ກະຊວງພານິດ ກະຊວງການຄ້າ ກະຊວງການເງິນ ອອກປະກາດຄັ້ງທໍາອິດ ວ່າດ້ວຍເຣື່ອງ ລາຄາສິນຄ້າບໍຣິການ ກໍານົດ ຫ້າມສົ່ງອອກໝູມີຊີວິດ ໝູ ເທົ່າທີ່ສໍາຣວດກໍຫຼຸດລົງເນາະ.”
ຈາກບັນຫາລາຄາຊີ້ນໝູແພງຂຶ້ນໃນລາວນີ້ ທ່ານຫຼ້າສາຍ ນວນທາສິງ ຫົວໜ້າຜແນກກະສິກັມແລະປ່າໄມ້ ນະຄອນຫຼວງວຽງຈັນ ຣາຍງານໃນວັນທີ່ 20 ມົກກະຣາ 2022 ນີ້ວ່າ ສາເຫດນຶ່ງ ທີ່ເຮັດໃຫ້ລາຄາຊີ້ນໝູແພງຂຶ້ນນັ້ນ ເປັນຍ້ອນຄວາມຕ້ອງການບໍຣິໂພກຊີ້ນໝູ ໃນປະເທດໃກ້ຄຽງ ຍັງບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ, ຕົ້ນທຶນການຜລິດຂອງຜູ້ຜລິດກໍເພີ່ມຂຶ້ນ ເຊັ່ນ: ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ ບວກກັບອັດຕຣາເງິນເຟີ້, ສະພາບເສຖກິຈມີການຟື້ນໂຕ ຫຼັງຈາກການຜ່ອນຜັນມາຕການປ້ອງການເຊື້ອໂຄວິດ-19 ຮວມທັງມີການເປີດຮ້ານອາຫານ, ການທ່ອງທ່ຽວ ແລະການຈັດງານຕ່າງໆ ກັບຄືນມາປົກກະຕິ ແຕ່ສະພາບການປັບໂຕ ຂອງການຜລິດ ບໍ່ທັນກັບຄວາມຕ້ອງການ ແລະຫຼາຍຟາມໝູ ກໍຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜລິດບໍ່ເຕັມຄວາມສາມາດຜລິດໄດ້.
ປັດຈຸບັນ ທົ່ວນະຄອນຫຼວງວຽງຈັນ ມີຟາມລ້ຽງໝູຈໍານວນ 188 ຟາມ ແຕ່ໄດ້ຢຸດເຊົາໄປ 33 ຟາມ ເຮັດໃຫ້ມີ 155 ຟາມ ທີ່ຍັງສືບຕໍ່ລ້ຽງໝູທັງໝົດ 126,084 ໂຕ.