ສວັນນະເຂດ ຍຶດຊີ້ນໝູ ນຳເຂົ້າ ຈາກວຽດນາມ

ຈຳປາທອງ
2022.07.13
ໂຕຢ່າງ: ຊີ້ນສົດ ທີ່ວາງຂາຍ ຕາມຕລາດ
RFA

ເຈົ້າໜ້າທີ່ດ່ານສາກົລ ແດນສວັນ-ລາວບາວ ຢູ່ແຂວງສວັນນະເຂດ ກວດຍຶດຊີ້ນໝູແຊ່ແຂງ ໃນຣົຖບັນທຸກ ທີ່ນໍາເຂົ້າມາຈາກ ປະເທດວຽດນາມໄດ້ 9,524 ກິໂລ ໂດຍບໍ່ມີເອກສານ ຫລືໃບອະນຸຍາດການນໍາເຂົ້າ ເມື່ວັນທີ 7 ກໍຣະກະດານີ້ ໂດຍບໍ່ຮູ້ວ່າ ຊີ້ນນັ້ນມີເຊື້ອພະຍາດ ອະຫິວາໝູອາຟຣິກກາ ຫລືບໍ່. ຊີ້ນໝູແຊ່ແຂງດັ່ງກ່າວ ຈະຖືກນໍາໄປຈໍາໜ່າຍ ຢູ່ຕລາດນະຄອນໄກສອນ ພົມວິຫານ ຊຶ່ງເຈົ້າໜ້າທີ່ກໍໄດ້ທໍາລາຍຖີ້ມທັງໝົດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດານີ້ວ່າ:

ມັນກະຊີ້ນແຊ່ແຂງຫັ້ນແຫລະ ບໍ່ມີເອກສານຫຍັງ ບໍ່ມີໃບອະນຸຍາດ. ເຂົ້າມາທາງວຽດເນາະ ມັນມີຊ່ອງຫວ່າງ. ພວກພໍ່ຄ້າ ເຂົາເຈົ້າກະຢາກສວຍໂອກາດລັກລອບ. ການຜລິດຢູ່ພຸ້ນອາດຕົ້ນທຶນຕໍ່າ ເຂົາກໍຢາກເອົາເຂົ້າມາຈໍາໜ່າຍຢູ່ພີ້. ເປັນໄປໄດ້ ສົງສັຍວ່າ ມັນຕ້ອງຕິດເຊື້ອຫັ້ນແຫລະ ເພາະວ່າມັນບໍ່ມີແຫລ່ງທີ່ມາເດ໋  ແລ້ວກະທໍາລາຍຖິ້ມ.

ທ່ານກ່າວຕື່ມວ່າ ປັດຈຸບັນ ທາງການລາວ ຍັງບໍ່ອະນຸຍາດໃຫ້ນໍາໝູ ແລະຜລິດຕະພັນໝູ ຈາກປະເທດທີ່ມີເຊື້ອໂຣກອະຫິວາໝູ ຣະບາດ ຊຶ່ງໃນນັ້ນກໍມີປະເທດໄທຍ, ວຽດນາມ ແລະຈີນ ເພື່ອປ້ອງກັນການແພ່ຣະບາດ ຂອງເຊື້ອໂຣກດັ່ງກ່າວໃນລາວ, ຫາກກວດພົບຜູ້ນໍາເຂົ້າ ກໍຈະຖືກດໍາເນີນການຕາມກົດລະບຽບ ແລະທໍາລາຍຊີ້ນຖິ້ມທັນທີ ແລະວ່າ ສໍາລັບຜູ້ຂັບຣົຖ ທີ່ລັກຂົນຊີ້ນໝູ ເຂົ້າມາຈາກວຽດນາມນັ້ນ ເປັນຄົນລາວ ຊຶ່ງເຈົ້າໜ້າທີ່ກໍໄດ້ເຮັດບົດບັນທຶກ ແລະປັບໃໝໄປແລ້ວ.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ເຂົາກໍວ່າບຸກຄົນນໍາເຂົ້າ ຕາມບົດຣາຍງານ ຂອງເຈົ້າໜ້າທີ່ ແຕ່ວ່າອາຈມີບໍຣິສັດ ຢູ່ເບື້ອງຫລັງກໍບໍ່ຮູ້ເນາະ.  ມັນບໍ່ມີຫລັກຖານ ອ້າງອີງເດ໋ ມີແຕ່ຄົນແກ່ເຂົ້າມາຫັ້ນແຫລະ ກະມີປັບໃໝຫັ້ນແຫລະ ແລ້ວໃຫ້ເຂົາເຈົ້າຮັບຜິດຊອບ ຄ່າໃຊ້ຈ່າຍໃນການທໍາລາຍ.

ກ່ຽວກັບເຣື່ອງດັ່ງກ່າວ ຄົນລ້ຽງໝູ່ ຢູ່ແຂວງສວັນນະເຂດຜູ້ນຶ່ງ ເວົ້າວ່າ ໃນປັດຈຸບັນ ໝູຂາຍໜ້າຟາມໃນລາວ ມີລາຄາແພງຂຶ້ນຫລາຍ, ພວກພໍ່ຄ້າແມ່ຄ້າ ຕ້ອງການໝູຂນາດກາງຫລາຍ ເພາະມັນກໍາລັງໃຫຍ່. ລາຄາໝູແພງ ເຮັດໃຫ້ມີຄົນລັກນໍາເຂົ້າ ມາຈາກປະເທດເພື່ອນບ້ານ ທີ່ມີລາຄາຖືກກວ່າຫລາຍ.

ແຕ່ດຽວນີ້ແພງຂຶ້ນເດ໋ ໝູໃຫຍ່, ສ່ວນຫລາຍໝູໃຫຍ່. ໝູກາງ ນີ້ບໍ່ພໍກັນເລີຍແຫລະ. ດຽວນີ້ເຂົາກໍໂທຫາໄວ້, ແຕ່ມັນຫາບໍ່ໄດ້. ສ່ວນຫລາຍໝູເອົາມາແຕ່ວຽດນີ້ ເຂົາລັກລອບເຂົາບໍ່ໄດ້ເສັຽພາສີນໍາເຂົ້າ  ເປັນໝູພວກພັນຊີ້ນ ລາຄາມັນຖືກກວ່າ ປະມານເກືອບເຄິ່ງພຸ້ນເດ້. ຂ້ອຍກະບໍ່ຮູ້ຄືກັນ ເຂົາເອົາເຂົ້າມາຈັ່ງໃດ ຫລືວ່າບາງທີກະ ຜ່ານດ່ານແບບວ່າ ໃຕ້ໂຕະກັນທາງດ່ານ.

ໃນຂະນະດຽວກັນ ຄົນຂາຍໝູຜູ້ນຶ່ງ ຢູ່ແຂວງສວັນນະເຂດ ຄືກັນນີ້ ກໍເວົ້າວ່າ ຕາມທີ່ເຄີຍໄດ້ຄ້າຂາຍໝູກັບຄົນວຽດນາມມາ ເຫັນວ່າ ໝູພັນຢູ່ທາງວຽດນາມ ມີຫລາຍ ແລະລາຄາກໍຖືກກວ່າຢູ່ລາວ, ເປັນໄປໄດ້ທີ່ພວກພໍ່ຄ້າແມ່ຄ້າ ຈະລັກນໍາໝູຈາກວຽດນາມ ເຂົ້າມາຂາຍໃນລາວ.

ສົ່ງໝູລາດເດ້ ໝູພັນເຂົາບໍ່ເອົາ. ບ່ອນຂ້ອຍເຄີຍສົ່ງໝູຢູ່ວຽດນາມ ຂ້ອຍເຫັນຄົນວຽດເຂົາເວົ້າວ່າ ໝູພັນນີ້ມັນຖືກເດ້. ຢູ່ວຽດບໍ່ອຶດ ເຂົາຈຶ່ງນໍາເຂົ້າມາໄດ້ ຄັນວ່າແພງຄືໝູລາດເຮົາບໍ່ໄດ້ດອກ. 

ປະຊາຊົນ ຜູ້ບໍຣິໂພກໝູ ຢູ່ແຂວງສວັນນະເຂດຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກໍຣະກະດານີ້ວ່າ ຊີ້ນໝູຢູ່ຕາມຕລາດ ລາຄາແພງຂຶ້ນຫລາຍ ຄືເຖິງ 55,000 ກີບຕໍ່ກິໂລ, ແຕ່ກ່ອນ 35,000-40,000 ກີບຕໍ່ກິໂລ.

ກະແພງຂຶ້ນ. ໂລນຶ່ງ 55 ພັນກີບ, ແຕ່ກ່ອນມີແຕ່ 35-40 ໂລນຶ່ງຫັ້ນນ່າ. ດຽວນີ້ມັນຂຶ້ນ 55 ກະຈໍາເປັນກໍຕ້ອງໄດ້ຊື້ ບໍ່ຈໍາເປັນອີ່ຫລີເຂົາກໍຈະບໍ່ຊື້.      

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ ດ່ານສາກົລແດນສວັນ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອີງຕາມຣາຍງານຂອງທ່ານ ກົງສັກດາ ອິນທະພູທອນ ຫົວໜ້າໜ່ວຍງານກວດກາ ສັດຕະວະແພດ ປະຈໍາດ່ານສາກົລ ແດນສວັນ, ໄດ້ກວດຍຶດຊີ້ນໝູແຊ່ແຂງໃນວັນທີ 7 ກໍຣະກະດານີ້ ຈໍານວນ 9,724 ກິໂລ, ເປັນຊີ້ນໝູທີ່ບໍ່ໄດ້ມາຕຖານທັງໝົດ ຊຶ່ງຈະນໍາໄປຂາຍຢູ່ຕລາດ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ, ໄດ້ຂຸດຂຸມ 2 ແມັດຝັງ ແລະໄດ້ໂຮຍປູນຂາວ, ສີດຢາຂ້າເຊື້ອຢູ່ເຂດບ້ານແດນສວັນ.

ທີ່ຜ່ານມາ ຟາມລ້ຽງໝູພາຍໃນແຂວງສວັນນະເຂດ ຖືວ່າມີໝູພຽງພໍກັບຄວາມຕ້ອງ ການຂອງສັງຄົມ, ບໍ່ມີການຂາດເຂີນຊີ້ນໝູແຕ່ຢ່າງໃດ. ດັ່ງນັ້ນ ທາງແຂວງຈຶ່ງຍັງປະຕິບັດຕາມຄໍາສັ່ງ ຂອງກະຊວງກະສິກໍາ ແລະປ່າໄມ້ ທີ່ວາງອອກໃນມື້ວັນທີ 19 ມົກກະຣາທີ່ຜ່ານມາ ວ່າດ້ວຍການໂຈະການອະນຸຍາດ ນໍາເຂົ້າໝູ, ຜລິຕພັນໝູຕ່າງໆ ຈາກປະເທດ ທີ່ມີການລະບາດຂອງເຊື້ອ ພະຍາດອະຫິວາໝູ ອາຟຣິກກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.