ທາງການສັ່ງຫ້າມ ຊື້-ຂາຍໝູ ຢູ່ເມືອງຫົງສາ ທີ່ຕິດພະຍາດ ອະຫິວາໝູ

ຈຳປາທອງ
2023.10.11
ທາງການສັ່ງຫ້າມ ຊື້-ຂາຍໝູ ຢູ່ເມືອງຫົງສາ ທີ່ຕິດພະຍາດ ອະຫິວາໝູ ເຈົ້າໜ້າທີ່ ກວດກາ ໝູທີ່ອາດເປັນພະຍາດ ອະຫິວາໝູ ອາຟຣິກາ.
ຮູບພາບ: ກົມລ້ຽງສັດແລະການປະມົງ

ຫ້ອງວ່າການເມືອງຫົງສາ ແຂວງໄຊຍະບູຣີ ໄດ້ອອກແຈ້ງການ ໃນມື້ວັນທີ 5 ຕຸລານີ້ ເຖິງ ນາຍບ້ານ, ຜູ້ປະກອບການຂ້າສັດ, ຂາຍຊີ້ນ ແລະປະຊາຊົນ ພາຍໃນເມືອງ ຫ້າມຊື້-ຂາຍ ໝູລາດ ຢູ່ເຂດແຄມນໍ້າຂອງ ຊົ່ວຄາວ ຍ້ອນພະຍາດອະຫິວາໝູ ອາຟຣິກາຣະບາດ.

ໃນແຈ້ງການສະບັບນີ້ ລະບຸວ່າ ໃຫ້ຢຸດເຊົາການຊື້-ຂາຍ ແລະການເຄື່ອນຍ້າຍສັດ ປະເພດໝູລາດ ຊົ່ງຄາວ ຢູ່ເຂດບ້ານນໍ້າຕັບ, ຫ້ວຍໄລ່, ທ່ານຸ່ນ, ກິ່ວສາລາ, ທ່າຊ່ວງ, ຫ້ວຍຊອງ, ບ້ານແກ້ງແອນ ເຣີ່ມແຕ່ວັນທີ 2 ຕຸລາ 2023 ເປັນຕົ້ນໄປ ຈົນກວ່າວ່າຈະມີການປ່ຽນແປງ ຍ້ອນວ່າໝູ 45 ໂຕ ຂອງຊາວບ້ານບ້ານນໍ້າຕັບ ຕາຍ ສາຍເຫດເກີດຈາກພະຍາດອະຫິວາໝູ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງຫົງສາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ຕຸລານີ້ວ່າ ແຈ້ງການດັ່ງກ່າວ ໄດ້ແຈ້ງໄປແຕ່ລະບ້ານ ພາຍໃນເມືອງນີ້, ບ້ານທີ່ພະຍາດອະຫິວາໝູ ອາຟຣິກາ ຣະບາດຢູ່ບ້ານ ບ້ານນໍ້າຕັບ ບ້ານດຽວ.

ອັນໄດ້ແຈ້ງແຕ່ລະບ້ານ ແຕ່ວ່າແຕ່ລະເມືອງບໍ່ໄດ້ແຈ້ງ ເກີດຢູ່ແຕ່ບ້ານດຽວ ແລ້ວມັນເປັນບ້ານຊົນນະບົດ ຄວບຄຸມໄດ້. ຢູ່ບ້ານນໍ້າຕັບ ມັນເປັນບ້ານນ້ອຍນ່າ ແລ້ວກໍມັນຢູ່ບ້ານສະເພາະ ບໍ່ມີບ້ານໃກ້ຄຽງຕິດມໍ່ນ່າ ບ້ານໄກກັນປະມານ 10 ກິຫລັກ ຖືວ່າເຮົາຈໍາກັດຢູ່ແຕ່ບ້ານ ແຕ່ບ້ານນໍ້າຕັບນີ້ ບໍ່ໃຫ້ເຄື່ອນຈາກບ້ານນໍ້າຕັບອອກໄປບ້ານອື່ນເດັດຂາດ ມອບໝາຍ ປກສ ປະຈໍາກຸ່ມບ້ານຫັ້ນ ຕິດຕາມ, ເຝົ້າລະວັງ ລະຫວ່າງປະເທດ. ບໍ່ໄດ້ປະສານນໍາເທື່ອ ແຕ່ຜ່ານການຕິດຕາມ ເປັນ 2-3 ອາທິດນີ້ ບໍ່ເຫັນວ່າ ບໍ່ເຫັນວ່າມັນເກີດຂຶ້ນຢູ່ບ້ານອື່ນເທື່ອເດ້. 

ທ່ານກ່າວຕື່ມວ່າ ສໍາລັບບ້ານ ທີ່ຢູ່ຫ່າງຈາກບ້ານນໍ້າຕັບ ປະມານ 10 ກິໂລ ແມັດ ເປັນຕົ້ນ ບ້ານຫ້ວຍໄລ່, ທ່ານຸ່ນ, ກິ່ວສາລາ ທີ່ບໍ່ແມ່ນພື້ນທີ່ສີແດງ ແຕ່ໃຫ້ຢຸດການຊື້-ຂາຍ ແລະການເຄື່ອນຍ້າຍໝູລາດ ຊົ່ວຄາວເຊັ່ນກັນ. ສາເຫດທີ່ເຮັດໃຫ້ໜູ ຢູ່ບ້ານນໍ້າຕັບ ຕິດເຊື້ອພະຍາດອະຫິວາໝູ ອາຟຣິການັ້ນ ເປັນຍ້ອນຊາວບ້ານ ບໍ່ໄດ້ນຳໝູໄປສັກວັກຊິນ ປ້ອງກັນ ແລະການລ້ຽງໝູ ແບບທັມມະຊາຕ, ບໍ່ໄດ້ຂັງໄວ້ໃນຄອກ, ປ່ອຍໝູໄປຫາກິນທາງນອກ, ເຮັດໃຫ້ມີການແພ່ເຊື້ອພະຍາດ ໄດ້ງ່າຍ.

ດັ່ງທີ່ທ່ານກ່າວວ່າ:

ເປັນພະຍາດປະຈໍາປີ ພະຍາດອະຫິວາ ແຖວຊົນນະບົດນ່າ ເພາະວ່າເຂົາເຈົ້າບໍ່ໄດ້ເອົາໃຈໃສ່ສັກຢາປ້ອງກັນປະຈໍາປີຫັ້ນນະ ບາງຄອບຄົວກໍມາເອົາຢາຢູ່ໃນເມືອງໄປສັກ ບາງຄອບຄົວບໍ່ໄດ້ສັກປ້ອງກັນຫັ້ນນະ ບາງເທື່ອກໍຂາດຄວາມເອົາໃຈໃສ່ ເພາະວ່າການລ້ຽງເຂົາເຈົ້າຍັງລ້ຽງ ແບບທັມມະຊາຕຢູ່ນໍ. ຍັງລ້ຽງຢູ່ສນາມ. ປ່ອຍຢູ່ໄຮ່ ຢູ່ສວນຫລາຍນະ.

ຊາວບ້ານບ້ານນໍ້າຕັບເວົ້າ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ບໍ່ມີການຊື້-ຂາຍໝູ ຕາມທີ່ແຈ້ງການໄດ້ອອກມາ ຍ້ອນຢ້ານຈະຖືກລົງໂທດ ຖ້າບໍ່ປະຕິບັດຕາມ, ຊາວບ້ານພາກັນກິນຊີ້ນງົວ, ຊີ້ນຄວາpຍ, ເປັດ ແລະໄກ່, ຢູ່ຕລາດ ບໍ່ມີຊີ້ນໝູຂາຍ.

ຄັນທ້ອງຕລາດບໍ່ມີຊີ້ນໝູ ກໍຖືວ່າບໍ່ໄດ້ກິນເດ້ເນາະ ມັນກໍຕ້ອງໄດ້ງົດຫັ້ນແຫລະ ຄັນວ່າເຮົາລ່ວງລະເມີດວ່າຊີ້ ເຮົາກໍຕ້ອງຖືກປັບຕາມລະບຽບ ແລ້ວຢູ່ຕາມບ້ານນອກບ້ານນາ ບາດນີ້ຜູ້ໃດຊິຂ້າ ເພິ່ນກໍຢ້ານເດ້ຊ່ວງນີ້ ຊີ້ງົວ, ຊີ້ນຄວາຍ ເພິ່ນບໍ່ຫ້າມ ກໍໄປກິນຊີ້ນງົວຄວາຍ ກິນເປັດກິນໄກ່ ຊ່ວງໃດເພິ່ນຫ້າມເປັດ ຫ້າມໄກ່ ກໍໝູບໍ່ຫ້າມກໍກິນຊີ້ນ່າ, ແຕ່ວ່າມັນຈະບໍ່ເປັນພະຍາດພ້ອມກັນ. 

ຊາວບ້ານບ້ານທ່າຊ່ວງຜູ້ນຶ່ງ ກໍເວົ້າໃນມື້ວັນທີ 12 ຕຸລານີ້ວ່າ ຊາວບ້ານນິຍົມລ້ຽງໝູ, ລ້ຽງ ຢູ່ໃນຄອກ ຕາມແຄມບ້ານ, ແຄມເຮືອນ, ບໍ່ໄດ້ປ່ອຍ, ຢູ່ບ້ານນີ້ ຍັງບໍ່ມີໝູຕິດພະຍາດອະຫິວາໝູ ອາຟຣິກາ ເທື່ອ ແລະ ຊາວບ້ານ ກິນຊີ້ນໝູ ທີ່ລ້ຽງຢູ່ໃນແຕ່ບ້ານນີ້ ຕາມປົກກະຕິ ແຕ່ໄດ້ລະວັງຢູ່.

ເອີ ລະວັງຊື່ໆກະກິນຢູ່ຄັນວ່າ ອັນນັ້ນນ່າເນາະ ເອົາຢູ່ໃນບ້ານນີ້ແຫລະ ບໍ່ນໍາເຂົ້າແລ້ວກໍບໍ່ເອົາອອກຈາກບ້ານໄປອີກ ບໍຣິເວນທີ່ເພິ່ນຫ້າມນີ້ ມີແຕ່ບ້ານນໍ້າຕັບບ້ານດຽວ.

ສ່ວນຢູ່ບ້ານກິ່ວສາລາ ທີ່ລູກໝູ ໄດ້ຕາຍຍ້ອນການຕິດເຊື້ອພະຍາດ ອະຫິວາໝູອາຟຣິກາ ເມື່ອເດືອນພຶສພາ ທີ່ຜ່ານມາ ຊາວບ້ານເວົ້າໃນມື້ດຽວກັນນີ້ວ່າ ມາເຖິງເດືອນຕຸລານີ້ ຍັງບໍ່ມີ ໝູຕິດເຊື້ອພະຍາດນີ້ເທື່ອ. ແຕ່ກໍໄດ້ລະມັດລະວັງ ຢຸດກິນຊີ້ນໝູຊົ່ວຄາວ ຖ້າແຈ້ງການທາງເມືອງອະນຸຍາດໃຫ້ກິນໄດ້ ຕາມປົກກະຕິກ່ອນ.

ເຮົາກໍເຝົ້າລະວັງ ແຕ່ວ່າບ້ານເຮົາບໍ່ລະບາດເທື່ອ ແຕ່ວ່າມັນລະບາດຢູ່ບ້ານນໍ້າຕັບຫັ້ນແລ້ວ ເຮົາກໍເຝົ້າລະວັງໄປຊື່ໆ ບໍ່ໃຫ້ການຊື້ການຂາຍ ບໍ່ໃຫ້ນໍາເຂົ້າ ໄລຍະນີ້ເຂົາເຈົ້າກໍບໍ່ກິນ ບໍ່ຂ້າບໍ່ນັ້ນເພາະວ່າ ເຂົາເຝົ້າລະວັງພະຍາດໝູນີ້ ເພື່ອປ້ອງກັນໄວ້ ຢ້ານມັນເກີດສັດແລ້ວຄົນໄປກິນ ຢ້ານຕິດແປດຄົນຢ້ານປົວບໍ່ທັນຢ້ານຕາຍນ່າ.

ເມື່ອວັນທີ 17 ມິນາທີ່ຜ່ານມາ ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກແຈ້ງໂຈະ ບໍ່ອະນຸຍາດໃຫ້ນໍາໝູ ແລະຜລິຕພັນໝູ ຈາກປະເທດວຽດນາມ ແລະປະເທດ ທີ່ມີການຣະບາດຂອງເຊື້ອພະຍາດ ອະຫິວາໝູອາຟຣິກາ ເຂົ້າມາລາວ ແລະສົ່ງຜ່ານໄປປະເທດອື່ນ, ຫາກກວດເຫັນ ໃຫ້ຍຶດ ແລະນໍາໄປທໍາລາຍຖິ້ມ ດ້ວຍການເຜົາ ຫລື ຝັງ ຕາມຫັລກວິຊາການ.

ຫ້ອງການກະສິກັມ ແລະປ່າໄມ້ ເມືອງໜອງແຮດ ແຂວງຊຽງຂວາງ ໄດ້ກວດພົບແມ່ຄ້າຈໍານວນນຶ່ງ ໃນມື້ວັນທີ 23 ເມສາ ທີ່ຜ່ານມາ ທີ່ລັກລອບນໍາລູກໝູ ຊຶ່ງຕິດເຊື້ອພະຍາດ ອະຫິວາໝູ ອາຟຣິກາ ຈາກປະເທດວຽດນາມ ເຂົ້າມາຈໍານວນ 205 ໂຕ ແລະໄດ້ນໍາໄປທໍາລາຍຖິ້ມ ເພື່ອບໍ່ໃຫ້ເຊື້ອພະຍາດນີ້ ແພ່ລາມອອກໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.