ປກສ ເມືອງຫົງສາ ຈັບຜູ້ຂົນສົ່ງຢາໄອສ໌ ນ້ຳໜັກ 1 ຕັນ
2024.03.01

ໃນວັນທີ 10 ກຸມພາ 2024 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງຫົງສາ ແຂວງໄຊຍະບູຣີ ໄດ້ຈັບກຸມທ້າວ ຄົວເນັງ ຢາງ ອາຍຸ 36 ປີ ຊາວບ້ານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມຂອງກາງເປັນຢາເສບຕິດ ປະເພດຢາໄອສ໌ ຈຳນວນ 33 ເປົາ, ນໍ້າໜັກລວມກວ່າ 1,000 ກິໂລກະຣາມ ຫຼື 1 ຕັນ. ຊຶ່ງປັດຈຸບັນ ທາງເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງຫົງສາ ໄດ້ນຳສົ່ງໂຕຜູ້ຖືກກ່າວຫາດັ່ງກ່າວ ໃຫ້ທາງກອງບັນຊາການ ປກສ ແຂວງໄຊຍະບູຣີ ດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ຈັບຜູ້ຮ່ວມຂະບວນການ ຄ້າຢາເສບຕິດ ຢູ່ໃນຂະນະນີ້ແລ້ວ.
ດັ່ງທີ່, ເຈົ້າໜ້າທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມີນານີ້ວ່າ:
“ເຈົ້າ, ຫົງສາເຮົາ ຢາໄອສ໌ເຈົ້າ. ຜົນສືບສວນເຮົາບໍ່ຮູ້ ເພາະວ່າເຮົາຈັບໄດ້ລະເຮົາສົ່ງທາງແຂວງສືບສວນ. ແຂວງສືບຕໍ່ ເຮົາກະເລີຍບໍ່ຮູ້ຜົນ. ເຈົ້າແມ່ນແຫຼະ, ຕໍ່ເອົາເຂົ້າມາລະກະເອົາໄປ ເພື່ອຈະອອກໄປປະເທດທີສາມຕໍ່ນ່າເຈົ້າ.”
ກ່ຽວກັບເລື່ອງນີ້, ຊາວບ້ານຢູ່ເມືອງຫົງສາ ແຂວງໄຊຍະບູຣີ ກ່າວວ່າ ໂດຍປົກກະຕິແລ້ວ ຢູ່ທາງເມືອງຫົງສາ ບໍ່ໄດ້ມີບັນຫາເລື່ອງຢາເສບຕິດ ຫຼາຍປານໃດ ຍ້ອນເປັນການກະທຳ ທີ່ຜິດກົດໝາຍບ້ານເມືອງ ແລະເມືອງຫົງສາ ເປັນພຽງເມືອງທາງຜ່ານ ຂອງຂະບວນການຄ້າຢາເສບຕິດ ທີ່ມີແຫຼ່ງຕົ້ນຕໍຢູ່ແຂວງບໍ່ແກ້ວ.
“ບໍ່, ບໍ່ໄດ້ຂາຍນ່າເຈົ້າ. ແມ່ນລະໆ, ໂອ້! ຢາກກຍາກເດ້ໂຕນີ້ (ເຣື່ອງຢາເສບຕິດ) ຄັນວ່າຜິດກົດໝາຍຢູ່ລາວເດ.”
ເຈົ້າໜ້າທີ່ຂັ້ນບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ກ່າວວ່າ ໃນໄລຍະຜ່ານມາ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ມີການກວດກາ ແລະສຶກສາອົບຮົມຜູ້ທີ່ພົວພັນ ກັບຢາເສບຕິດໂດຍສະເພາະ ຜູ້ເສບຢາ. ເປັນຕົ້ນຢູ່ບ້ານຄົກແອກ ເມືອງຫົງສາ ພົບເປົ້າໝາຍຜູ້ເສບຢາເສບຕິດ ຈຳນວນ 4 ຄົນ ຊຶ່ງທາງເຈົ້າໜ້າທີ່ຂັ້ນບ້ານ ແລະເຈົ້າໜ້າທີ່ຕຳຫຼວດ ໄດ້ມີການສຶກສາອົບຮົມກັບພວກກ່ຽວ. ອັນເປັນການສະໜອງຕາມການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານລາວ.
“ແມ່ນແຫຼະເຮົາກະໄດ້ລົງປະຈໍາປີ ກະຜູ້ເສບກະມີ ທົ່ວໄປທໍາມະດາ. ມີເສບຢາເສບຕິດເຮົາກະເຂົ້າບຳບັດ ກະຈຳນວນໃດນຶ່ງ ກະບໍ່ຮ້າຍແຮງ ບ້ານເຮົາ.”
ໃນໄລຍະປີຜ່ານໆ ມາ, ທາງເຈົ້າໜ້າທີ່ຕຳຫຼວດ ເມືອງຫົງສາ ແຂວງໄຊຍະບູຣີ ກໍໄດ້ມີການຈັບກຸມ ຂະບວນການ ຄ້າຢາເສບຕິດ ໄດ້ຫຼາຍກໍຣະນີ. ເປັນຕົ້ນ ໃນເດືອນເມສາ 2022, ສາມາດຈັບກຸມ ຜູ້ຖືກກ່າວຫາ 1 ຄົນ ເປັນພະນັກງານ ລັດວິສາຫະກິດແຫ່ງໜຶ່ງ ພ້ອມຂອງກາງ ຢາໄອສ໌ ຈຳນວນ 513 ຫໍ່, ນ້ຳໜັກ 534 ກິລໂລກະຣາມ, ຢາບ້າ 1,690 ມັດ ນ້ຳໜັກ 380 ກິໂລກະຣາມ, ລົດກະບະ 1 ຄັນ ແລະໂທລະສັບ 2 ໜ່ວຍ.
ໃນເດືອນມິຖຸນາ 2023, ສາມາດຈັບກຸມ ຜູ້ຖືກກ່າວຫາ ຈໍານວນ 6 ຄົນ ພ້ອມຂອງກາງຢາບ້າ 57 ເປົາ ມີຈຳນວນ 12,000,000 ເມັດ ພ້ອມທັງລົດກະບະ 2 ຄັນ, ລົດຈັກ 1 ຄັນ ແລະປືນສັ້ນ 1 ກະບອກ ພ້ອມດ້ວຍລູກປືນ 15 ລູກ. ຊຶ່ງທາງເຈົ້າໜ້າທີ່ຕຳຫຼວດ ໄດ້ສົ່ງໂຕຜູ້ຖືກກ່າວຫາ ພ້ອມທັງຂອງກາງໃຫ້ທາງກອງບັນຊາການ ປກສ ແຂວງ ສືບສວນ-ສອບສວນ ຕາມຂັ້ນຕອນກົດໝາຍ ແລະດຳເນີນການສົ່ງຟ້ອງ ສານຮຽບຮ້ອຍແລ້ວ.
ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ, ຮອງນາຍົກລັດຖະມົນຕີ ແລະຣັຖມົນຕີ ກະຊວງປ້ອງກັນຄວາມສະຫງົບ ໃຫ້ການຍອມຮັບ ໃນມໍ່ໆ ນີ້ວ່າຈຳນວນຄະດີຢາເສບຕິດຢູ່ລາວມີທ່າອຽງ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ. ອີກທັງລັກສະນະການເຄື່ອນໄຫວ ຂອງຂະບວນການຄ້າຢາເສບຕິດ ກໍມີເທັກນິກວິທະຍາສາດມີຄວາມເລິກແລບ ແນບນຽນສະລັບຊັບຊ້ອນ ຫຼາຍຂຶ້ນ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດ ຍາກລຳບາກ ໃນການສືບສວນ ໄປຫາຜູ້ຄ້າຢາເສບຕິດລະດັບຫົວໂປ່ໂຕການ ເຊິ່ງກໍ່ສົ່ງຜົນໃຫ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດຂອງລັດຖະບານລາວ ໃນໄລຍະປີ 2021 ຫາ 2023 ຍັງບໍ່ທັນສຳເລັດຜົນ ຕາມຄາດໝາຍ.
“ອັ່ນຫົວໂປ່ໂຕການໃຫຍ່ທີ່ພວກທ່ານວ່າຈັບບໍ່ໄດ້ນີ້ ມັນກະຈັບບໍ່ໄດ້ແທ້. ພວກນັ້ນມັນບໍ່ໄດ້ອອກເຮືອນໄດ໋ ມັນໜັ່ງສະເຫວີຍສຸກຢູ່. ຜູ້ເຮັດນີ້ແມ່ນລູກນ້ອງແລ່ນຫາຂັບລົດຂັບລາງ ຫາແລ່ນເອົາເງິນເອົາຄຳໃຫ້ມັນນີ້ແມ່ນມັນໃຊ້ວິທະຍາສາດນີ້ເບິດ, ໃນການນຳໃຊ້ເຕັກນິກທັນສະໄໝນີ້ເບິດ. ຈັ່ງຊັ້ນມັນຈຶ່ງບໍ່ທັນມັນຫັ້ນນ່າ. ດຽວນີ້ເຂົາທັນສະໄໝ ແລ້ວເຂົາກະມີມີວິທີປ້ອງກັນຕົວ ຂອງເຂົາອີກເພາະວ່າ ເຂົາເຮັດຫຼາຍແລ້ວເຂົາກໍຢ້ານ. ເມື່ອເຂົາຢ້ານເຂົາກໍຕ້ອງຊອກຫາ ສິ່ງທີ່ປົກປ້ອງເຂົາເອງ. ແລ້ວເຂົາກໍຕ້ອງຕໍ່ສູ້ແນວນັ້ນ.”
ເມື່ອບໍ່ດົນມານີ້, ທາງເຈົ້າໜ້າທີ່ຕໍາຫຼວດລາວ ມີການຈັບກຸມຂະບວນການຄ້າຢາເສບຕິດ ໄດ້ເປັນຈຳນວນຫຼາຍເປັນຕົ້ນ ໃນວັນທີ 10 ມົກກະຣາ 2024, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງປະທຸມພອນ ແຂວງຈຳປາສັກໄດ້ກັກຕົວຜູ້ຖືກກ່າວຫາ ຈຳນວນ 3 ຄົນ ພ້ອມຂອງກາງຢາບ້າຈຳນວນ 15,986 ເມັດ ຢູ່ເຂດບ້ານສີຈັນໂທ ເມືອງປະທຸມພອນ ແຂວງຈຳປາສັກ. ຕໍ່ມາ ໃນວັນທີ 7 ກຸມພາ, ເຈົ້າໜ້າທີ່ຕຳຫຼວດ ເມືອງປະທຸມພອນ ກໍໄດ້ຈັບກຸມຜູ້ຖືກກ່າວຫາ ຈຳນວນ 3 ຄົນ ພ້ອມຂອງກາງຢາບ້າ 15,839 ເມັດ ແລະເງິນສົດ 45,000,000 ກີບ ຢູ່ເຂດກຸ່ມບ້ານນ້ຳອ້ອມ ເມືອງປະທຸນພອນ ແຂວງຈຳປາສັກ.
ນອກຈາກນີ້ແລ້ວ, ໃນວັນທີ 22 ກຸມພາ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັບຕົວຊາຍຜູ້ຄ້າຢາເສບຕິດ ໄດ້ຈຳນວນ 3 ຄົນ ພ້ອມດ້ວຍຢາບ້າ 600 ເມັດ, ເງິນສົດ 200,000 ກີບ, ຣົຖຈັກ 1 ຄັນ, ໂທລະສັບ 1 ໜ່ວຍ, ສາຍຄໍຄຳປອມ 1 ເສັ້ນ ຢູ່ເຂດບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະໃນວັນທີ 25 ກຸມພານີ້, ເຈົ້າໜ້າທີ່ຕຳຫຼວດ ແຂວງຈຳປາສັກ ເຊັ່ນດຽວກັນ ກໍໄດ້ສະກັດຈັບຊາຍຄົນໜຶ່ງ ພ້ອມດ້ວຍຂອງກາງປະເພດຢາບ້າ ຈຳນວນ 253 ເມັດ ຊຸກເຊື່ອງໄວ້ພາຍໃນລົດກະບະ ຂອງຜູ້ກ່ຽວຢູ່ຈຸດກວດກາ ຫຼັກ 44 ເຂດບ້ານນາດ່ານ ເມືອງຊະນະສົມບູນ ແຂວງຈຳປາສັກ.