ຕຳຫຼວດແຂວງບໍລິໄຊ ແລະ ຮ່າຕິງ ຢຶດຢາເສບຕິດໄດ້ 208 ກິໂລ

ໄຊຍາ
2024.08.09
ຕຳຫຼວດແຂວງບໍລິໄຊ ແລະ ຮ່າຕິງ ຢຶດຢາເສບຕິດໄດ້ 208 ກິໂລ ນີ້ເປັນພຽງຮູບປະກອບ ເຊິ່ງເຈົ້າໜ້າທີ່ຂອງປະເທດເພື່ອນບ້ານ ຍຶດຢາບ້າໄດ້, ວັນທີ 3 ເມສາ 2022.
RFA

ຕໍາຫຼວດລາວພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງບໍລິຄໍາໄຊຮ່ວມມືກັບຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງຮ່າຕິງຂອງຫວຽດນາມຈັບ ທ້າວ ວື່ມົວວື່ ອາຍຸ 42 ປີ ຢູ່ບ້ານໂພນເມືອງນ້ອຍ ເມືອງຄຳເກີດ ແຂວງບໍລິຄຳໄຊ ພ້ອມຢາເສບຕິດປະເພດຢາໄອສ ຈຳນວນ 106 ຫໍ່ ນໍ້າໜັກ 100 ກິໂລກຣາມ, ເຮໂລອິນຈຳນວນ 99 ແທ່ງນໍ້າໜັກ 37,5 ກິໂລກຣາມ ແລະ ຢາອີຈຳນວນ 47 ຫໍ່ນໍ້າໜັກ 61 ກິໂລກຣາມຢູ່ໃນລົດເກັງສີຂາວເຊີ່ງເປັນເປົ້າໝາຍສົງ  ແລ່ນຢູ່ຕາມເສັ້ນທາງບໍລິເວັນບ້ານຫ້ວຍແກ້ວ ເມືອງຄຳເກີດ ແຂວງບໍລິຄຳໄຊ.

 ການຈັບຢາເສບຕິດເທື່ອນີ້ກໍາລັງຢູ່ໃນຂັ້ນຕອນການສືບສວນ-ສອບສວນເພື່ອຂະຫຍາຍຜົນເພີ່ມຕື່ມແລະຈະສະຫຼຸບສົ່ງສຳນວນສັ່ງຟ້ອງຕາມກົດໝາຍຕໍ່ໄປ. ໄລຍະຜ່ານມາການຈັບຜູ້ຄ້າຢາເສບຕິດຢູ່ແຂວງບໍລິຄໍາໄຊສ່ວນຫຼາຍຈະຈັບໄດ້ແຕ່ຜູ້ຂົນສົ່ງຢາເສບຕິດເຊີ່ງຖືວ່າຈ້າງມາອີກເທື່ອໜຶ່ງ. ສ່ວນຜູ້ຄ້າລາຍໃຫຍ່ນັ້ນກໍ່ຍັງບໍ່ສາມາດຈັບໄດ້ເທື່ອ. ດັ່ງເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 09 ສິງຫາ 2024 ນີ້ວ່າ.

“ ອັນນີ້ກໍ່ເປັນອັນນີ້ສື່ ໆ ຈັບໄດ້ກໍ່ເປັນພຽງທີ່ຂົນສົ່ງໃຫ້ສື່ ໆ ແຕ່ວ່າຜູ້ທີ່ແທ້ເຮົາກໍ່ບໍ່ຮູ້ຄືກັນອັນນີ້ເປັນພຽງຜູ້ທີ່ເຂົາຈ້າງເຂົາວ່າຈ້າງໃຫ້ຂົນໄປໃຫ້ເຂົາສື່ ໆ ເພິ່ນກໍ່ຂື້ນນໍາຍັງສືບສວນສອບສວນຢູ່ອັນນີ້ຍັງບໍ່ຮູ້ລາຍລະອຽດສ່ວນຫຼາຍເປັນຄົນພື້ນທີ່ເດ້ທີ່ກັກໄດ້ສ່ວນຫຼາຍ.”

 ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊກ່າວຕື່ມວ່າຄະດີການຈັບຜູ້ຄ້າຢາເສບຕິດສ່ວນຫຼາຍຈະຈັບໄດ້ຢູ່ເມືອງຄຳເກີດຍ້ອນເປັນເສັ້ນທາງຜ່ານທີ່ໄປມາໄດ້ຫຼາຍເສັ້ນທາງເຮັດໃຫ້ບໍ່ສາມາດຮູ້ໄດ້ຄັກແນ່ວ່າຕົ້ນຕໍຂອງຢາເສບຕິດນັ້ນມາຈາກບ່ອນໃດ.

 ກ່ຽວກັບເລື່ອງການຈັບຜູ້ຄ້າຢາເສບຕິດເທື່ອນີ້ຕໍາຫຼວດໄດ້ຮັບຂໍ້ມູນເບື້ອງຕົ້ນຈາກພົນລະເມືອງດີວ່າມີຄົນຈຳນວນໜຶ່ງໄດ້ເຄື່ອນໄຫວຄ້າຂາຍແລະຂົນສົ່ງຢາເສບຕິດຈຳນວນຫຼາຍຢູ່ຕາມຊາຍແດນ ລາວ-ຫວຽດນາມ. ປກສ ແຂວງບໍລິຄຳໄຊຈຶ່ງໄດ້ສົມທົບກັບຕຳຫຼວດ ແຂວງຮ່າຕິງເພື່ອຕິດຕາມເປົ້າໝາຍສົງໃສຈົນຮັບຮູ້ການເຄື່ອນໄຫວ ແລະ ພົບເຫັນກຸ່ມເປົ້າໝາຍທີ່ກຳລັງຈະຂົນສົ່ງຢາເສບຕິດອອກໄປຂາຍຢູ່ຕ່າງປະເທດຜ່ານເສັ້ນທາງຫຼວງໄປຫວຽດນາມ.

  ຢູ່ເມືອງຄໍາເກີດແຂວງບໍລິຄໍາໄຊຕໍາຫຼວດແຂວງກໍ່ໄດ້ສົມທົບກັບຕໍາຫຼວດຂັ້ນເມືອງໃນການຕັ້ງດ່ານສະກັດກັ້ນລົດທີ່ສົງໃສຕາມເສັ້ນທາງຢູ່ເລື້ອຍ ໆ. ດັ່ງຕຳຫຼວດເມືອງຄຳເກີດແຂວງບໍລິຄຳໄຊກ່າວວ່າ.

“ ມີຕົວນີ້ກໍ່ເປັນຈຸດຫັ້ນແຫຼະເນາະທາງແຂວງເພິ່ນສົ່ງມາກໍ່ທຽວງານໜ່ວຍງານສະກັດກັ້ນເນ້ຢາເສບຕິດເນ້ວຽກງານສະກັດກັ້ນອຸບັດເຫດເດ້ຖ້າມີຂ່າວຄາວແຈ້ງມາພວກເຮົາກໍ່ໄດ້ໄປຈັດຕັ້ງໃຫ້ເພິ່ນຫັ້ນນ່າ”

 ກ່ຽວກັບເລື່ອງນີ້ຊາວບ້ານຢູ່ເມືອງຄໍາເກີດແຂວງບໍລິຄໍາໄຊ ກ່າວວ່າ ຕົນເອັງຍັງບໍ່ຮູ້ຂ່າວການຈັບຜູ້ຄ້າຂາຍຢາເສບຕິດເທື່ອນີ້. ແຕ່ທີ່ຜ່ານມາກໍ່ໄດ້ຍິນຂ່າວການຈັບຜູ້ຄ້າຢາເສບຕິດຢູ່ໃນເມືອງຄຳເກີດຫຼາຍເທື່ອຄືກັນ. ຢູ່ບໍລິເວັນເຂດບ້ານກໍ່ມີຕຳຫຼວດກໍ່ໄດ້ລົງວຽກຕັ້ງດ່ານກວດກາກ່ອນເຖີງເຖີງບ້ານຫຼັກ 20 ນໍາແຕ່ເມື່ອຂີ່ລົດກາຍໄປຈາກບ້ານຫຼັກ 20 ໄປທາງຊາຍແດນກໍບໍ່ມີຈຸດກວດກາແລ້ວ. ດັ່ງນາງກ່າວວ່າ.

“ ອັນນີ້ບໍ່ຮູ້ເດີ້ຫຼາຍຢູ່ບໍ່ແຕ່ລະປີສ່ວນຫຼາຍລົດນ້ອຍລົດໃຫຍ່ຂະເຈົ້າກໍ່ກວດເບິດແດ່ກວດທຸກຄົນມັນຈະມີດ່ານດຽວແມ່ນບໍ່ກ່ອນສິເຂົ້າຫຼັກ 20 ໄປຫາພຸ້ນກໍ່ແມີແຕ່ດ່ານສາກົນ.

 ສໍາລັບໂທດຂອງຜູ້ກະທໍາຜິດໃນຄະດີນີ້ຜູ້ກ່ຽວອາດຖືກຕັດສີນໃຫ້ປະຫານຊີວິດຍ້ອນຂອງກາງຢາເສບຕິດທີ່ຢຶດໄດ້ມີຈຳນວນສູງເຖີງ 208 ກິໂລກຣາມ ແລະ ຂອງກາງເປັນຢາເສບຕິດທີ່ມີໂທດໜັກອີກຈຳນວນໜຶ່ງ. ຜູ້ກະທຳຜິດອາດຂໍຫຼຸດຜ່ອນໂທດໄດ້ເມື່ອຖືກຈຳຄຸກໄປແລ້ວໄລຍະໜຶ່ງ. ດັ່ງນັກກົດໝາຍທ່ານກ່າວວ່າ.

“ ໂທດຕໍ່າສຸດຂອງຢາເສບຕິດຄັນວ່າ 10 ເມັດ 5 ເມັດຕໍ່າສຸດແມ່ນ 5 ປີຂື້ນໄປຢາເສບຕິດເຂົາຈະໄລ່ເປັນກຣາມ 0.3 ກຣາມຂື້ນໄປແລ້ວແມ່ນຖືວ່າເປັນຜູ້ຂາຍແລ້ວ 5 ກິໂລຂື້ນໄປແມ່ນປະຫານຊີວິດສະເພາະຢາບ້ານີ້ 5 ກິໂລຂື້ນໄປຢາໄອສ ຢາເຄມີນີ້ກໍ່ແມ່ນ 3 ກິໂລກໍ່ປະຫານຊີວິດແລ້ວເຮໂຣອິນຈະໜັກກ່ວາໝູ່ໂທດຈະໜັກ”

 ໃນເດຶອນກໍລະກົດປີ 2024 ເຈົ້າໜ້ທີ່ ປກສ ແຂວງບໍລິຄໍາໄຊ ໄດ້ກັກໂຕຜູ້ຮ່ວມຂະບວນການຄ້າ ແລະ ຂົນສົ່ງຢາເສບຕິດລາຍໃຫຍ່ ແລະ ລາຍນ້ອຍໄດ້ເຖີງ 4 ຄົນ. ທັງໝົດເປັນຄົນລາວແລະສາມາດຢຶດກ່ອງຢາໄອສໄດ້ຫຼາຍກ່ວາ 1,559 ກິໂລກຣາມທີ່ຄາດວ່າຈະນໍາອອກໄປຂາຍທີ່ປະເທດເພື່ອນບ້ານ.

 ການຈັບເທື່ອທໍາອິດແມ່ນເກີດຂື້ນຢູ່ບ້ານ ຫ້ວຍແກ້ວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນວັນທີ 21 ກໍລະກົດ ຕໍາຫຼວດຈັບຜູ້ຄ້າຂາຍຢາເສບຕິດໄດ້ 1 ຄົນ ຢຶດຂອງກາງຢາໄອສ 106 ຫໍ່ ນໍ້າໜັກ 110 ກິໂລກຣາມ, ເຮໂຣອິນ 37 ກິໂລກຣາມ ແລະ ຢາອີ 47 ຫໍ່ ນໍ້າໜັກ 60 ກິໂລກຣາມທີ່ເຊື່ອງໄວ້ຢູ່ບ່ອນໜັ່ງຄົນຂັບລົດ ແລະ ຫຼັງລົດຕໍ່ມາວັນທີ 29 ກໍລະກົດ ຢູ່ທີ່ຈຸດກວດກາ ບ້ານນາໄຊ ເມືອງທ່າພະບາດ ຕຳຫຼວດກວດກາລົດບັນທຸກ 22 ລໍ້ສີແດງ ກໍ່ພົບຂອງກາງຢາໄອສ 44 ເປົາ ນໍ້າໜັກ 1,449 ກິໂລກຣາມ. ຕຳຫຼວດຈຶ່ງກັກໂຕຜູ້ຮ່ວມຂະບວນການຄ້າຢາເສບຕິດລາຍໃຫຍ່ 3 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.