ຕໍາຫຼວດແຂວງບໍ່ແກ້ວ ຍຶດຢາບ້າໄດ້ 1,388,000 ເມັດ
2024.07.09

ທະຫານຊາຍແດນ ແຂວງບໍ່ແກ້ວ ແລະຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງເມິງ ແຂວງບໍ່ແກ້ວ ໄດ້ກວດກາເຮືອ ທີ່ຈອດໃນເຂດລ້ຽງງົວ ຂອງທ້າວ ຄໍາແກ້ວ ຢູ່ບ້ານຈອມແຈ້ງ ເມືອງເມິງ ເມື່ອວັນທີ 6 ກໍລະກົດນີ້ ແລະໄດ້ກວດພົບ ແລະຍຶດຢາບ້າໄດ້ 694 ມັດ, ມີ 1,388,000 ເມັດ, ໜັກ 138.8 ກິໂລ, ແຕ່ບໍ່ສາມາດ ຈັບຜູ້ຕ້ອງຫາໄດ້.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຕໍາຫລວດເມືອງເມິງ ຜູ້ໜຶ່ງເວົ້າວ່າ ມາຮອດມື້ນີ້ ທາງການ ກໍຍັງບໍ່ສາມາດ ຈັບຜູ້ເປັນເຈົ້າຂອງຢາບ້ານັ້ນໄດ້ເທື່ອ ແລະຕໍາຫຼວດແຂວງ ກໍໄດ້ຮັບຄະດີນີ້ ໄປແລ້ວ. ດັ່ງນັ້ນ ຈຶ່ງເຮັດໃຫ້ ປກສ ເມືອງ ບໍ່ມີຂໍ້ມູນຫລ້າສຸດ ຂອງຄະດີນີ້. ແລະວ່າ ເມືອງເມິງ ເປັນເມືອງ ທີ່ມີຫລາຍບ້ານ ທີ່ຢູ່ຕິດກັບແມ່ນໍ້າຂອງ ທີ່ເປັນຊາຍແດນ ລະຫວ່າງ ລາວ ແລະພະມ້າ, ເຮັດໃຫ້ເມືອງເມິງນີ້ ທີ່ຜ່ານມາ ເປັນທາງຜ່ານ ຂອງກຸ່ມຄ້າຢາເສບຕິດ ໃນການຂົນສົ່ງໄປຍັງຈຸດໝາຍປາຍທາງຢູ່ເລື້ອຍໆ.
“ໜ້າຈະຍັງບໍ່ເນາະ ເຈົ້າ ຄະດີຕົວນີ້ຂະເຈົ້າເອົາໄປແຂວງພຸ້ນແລ້າຫັ້ນນ່າ ເພາະວ່າຕົວນີ້ມັນຕ້ອງແມ່ນແຂວງ ຂະເຈົ້າຮັບຜິດຊອບ ເຂົາມາຕ້ອນມາເອົາເລີຍຫັ້ນນ່າ ຂໍ້ມູນບາງເທື່ອເຮົາບໍ່ຮູ້ ຢູ່ເມືອງກໍບໍ່ຮູ້ກໍມີ ແມ່ນແລ້ວໆ ແຕ່ວ່າສ່ວນຫລາຍກໍບໍ່ໄດ້ເຈົ້າຂອງດອກ ສ່ວນຫລາຍກໍເອົາຕົວຫລົບໜີ ສ່ວນຫລາຍເທົ່າທີ່ເຮົາເຫັນເນາະ ມັນເອົາອອກແຕ່ນີ້ໄປແຕ່ແຂວງພຸ້ນແຫລະ ແຕ່ວ່າແຕ່ແຂວງເອົາໄປຈັ່ງໃດເຮົາກໍບໍ່ຮູ້ເນາະ ແຕ່ການມຸ້ງໜ້າຂອງເພິ່ນກໍໄປທາງນັ້ນຫັ້ນນ່າ.”
ທ່ານກ່າວຕື່ມ ເຖິງເລື້ອງການຍຶດຢາເສບຕິດໄດ້ເທື່ອນີ້ວ່າ ຍັງບໍ່ມີຂໍ້ມູນຄັກແນ່ວ່າ ຜູ້ຄ້າຢາເສບຕິດນັ້ນ ເປັນສ່ວນໜຶ່ງ ຂອງກຸ່ມຄ້າຢາເສບຕິດ ຫລືບໍ່ ຍ້ອນບໍ່ມີຂໍ້ມູນຂອງຜູ້ກ່ຽວ ແລະພາຫະນະຂົນສົ່ງ ແລະເສັ້ນທາງຫຼົບໜີ ຂອງພວກເຂົາກໍເປັນພູຜາ ອັນເປັນເຫດໃຫ້ເຈົ້າໜ້າທີ່ ມີຄວາມຫຍຸ້ງຍາກໃນການຕິດຕາມ ແລະບໍ່ສາມາດຈັບຕົວຄົນຮ້າຍໄດ້.
ພ້ອມດຽວກັນນີ້ ຊາວບ້ານຢູ່ເມືອງເມິງ ຜູ້ໜຶ່ງ ກໍເວົ້າເຖິງເລື້ອງການຍຶດຢາເສບຕິດ ໃນຄັ້ງນີ້ວ່າ ຊາວບ້ານຄົງຈະຮູ້ກັນໝົດແລ້ວ ຍ້ອນມີການອອກຂ່າວ ຢູ່ໃນສື່ສັງ ຄົມອອນລາຍຫລາຍ ແລະອີກຢ່າງໜຶ່ງ ການຍຶດຢາເສບຕິດ ຢູ່ໃນເຂດເມືອງເມິງນີ້ ກໍເກີດຂຶ້ນຫລາຍເທື່ອແລ້ວ ແລະເມື່ອເດືອນປາຍທີ່ຜ່ານມາ ກໍມີເກີດຂຶ້ນ 2 ເທື່ອ ແຕ່ມັນເກີດຢູ່ເມືອງຫ້ວຍຊາຍ ຊຶ່ງທີ່ຜ່ານມາ ສ່ວນຫລາຍ ແມ່ນບໍ່ສາມາດຈັບຜູ້ເປັນເຈົ້າຂອງຢານັ້ນໄດ້.
“ກໍຊິຮູ້ເບິດແລ້ວຕີ້ ເພາະລົງເຟສເນາະ ໂອ ຊ້ວງເດືອນປາຍມີ 2 ເທື່ອເດ້ ເດືອນປາຍແຕ່ວ່າບໍ່ແມ່ນເຂດເມືອງເມິງ ມັນເຂດຢູ່ຫ້ວຍຊາຍ ແຕ່ວ່າເຂົາເຈົ້າອົາແຕ່ເມືອງເມິງໄປ ສ່ວນຫລາຍເຈົ້າຂອງຢາ ຈັບບໍ່ໄດ້ ມັນຕິດກັບຊາຍແດນພະມ້າຫັ້ນນ່າ ເມືອງເມິງ.”
ແຕ່ກໍຍັງມີຄົນບໍ່ຮູ້ເລື່ອງທີ່ວ່ານີ້ຢູ່ ດັ່ງເຈົ້າຂອງຮ້ານອາຫານ ຢູ່ເມືອງເມິງ ຜູ້ໜຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ກໍລະກົດນີ້ວ່າ ມີຊາວບ້ານຈໍານວນໜຶ່ງ ທີ່ຍັງບໍ່ຮູ້ ແຕ່ທີ່ຜ່ານມາ ກໍມີເຈົ້າໜ້າທີ່ ລົງມາໂຄສະນາກ່ຽວກັບເລື້ອງກົດໝາຍ ແລະຜົນຮ້າຍຂອງຢາເສບຕິດ ໃຫ້ປະຊາຊົນໃນເມືອງນີ້ຮູ້.
“ບໍ່ຮູ້ຄືກັນເດີ ອັນນີ້ກໍບໍ່ຮູ້ນ່າລາຍລະອຽດ ກໍຫາກມີຢູ່ເດີ ສ່ວນຫລາຍເປັນໂຄງການເນາະ ໂຄງການເຂົາແລ້ວ ເຂົາລົງເຜີຍແຜ່ກ່ຽວກັບຜົນຮ້າຍຂອງຢາ ເສບຕິດ.”
ພ້ອມດຽວກັນນັ້ນ ຊາວບ້ານຢູ່ເມືອງເມິງ ອີກຜູ້ໜຶ່ງ ກໍເວົ້າເຖິງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ວ່າ ໄດ້ມີການຕັ້ງດ່ານກວດກາ ສະກັດກັ້ນຢາເສບຕິດ ຢູ່ຕາມເສັ້ນທາງສາຍຕ່າງໆ ເປັນຕົ້ນ ເສັ້ນທາງຈາກເມືອງເມິງ ຮວມເຖິງເສັ້ນທາງ ຈາກແຂວງບໍ່ແກ້ວ ໄປຫາແຂວງຫລວງນໍ້າທາ ເພື່ອກວດກາລົດ ແລະຜູ້ໂດຍ ສານ.
“ມັນກໍມີຫລາຍຈຸດຢູ່ ເປັນດ່ານນີ້ແຫລະ ດ່ານແບບກວດສອບລົດເຂົ້າ-ອອກ ປະມານນີ້ແຫລະ ເປັນຂອງ ປກສ ເລີຍ. ຕາມທີ່ຮູ້ນີ້ກໍບໍ່ແກ້ວຫານໍ້າທາ ແລ້ວກໍຫານາເຕີຍ ແຖວນີ້ແຫລະມັນຈະມີຫລາຍ ກວດຜູ້ໂດຍສານແດ່. ຖ້າເປັນລົດໄປມາ ລົດໄປມາຈະເປັນແບບລົກຕູ້ຊີ້ນ່າ ຂະເຈົ້າຈະກວດສອບເບິດເລີຍ.”
ເມື່ອກ່ອນໜ້ານີ້ ຄືໃນວັນທີ 21 ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງບໍ່ແກ້ວ ກໍໄດ້ສະກັດກັ້ນ ລົດເປົ້າໝາຍ 2 ຄັນ ທີ່ບໍ່ຕິດປ້າຍທະບຽນ ລໍາລຽງຢາເສບຕິດ ທີ່ໃຊ້ເສັ້ນທາງ ຈາກເມືອງເມິງ ໄປຫາເມືອງຫ້ວຍຊາຍ. ເຈົ້າໜ້າທີ່ໄດ້ຢຸດລົດ 2 ຄັນທີ່ວ່ານັ້ນ ແຕ່ຄົນຂັບລົດ ໃຊ້ປືນຍິງຕໍ່ສູ້ ເພື່ອເປີດທາງ ແລະຫລົບໜີເຂົ້າປ່າໄປ. ການສະກັດກັ້ນຢາເສບຕິດເທື່ອນີ້ ກວດພົບຢາບ້າ 5,800,000 ເມັດ ແລະເຮໂຣອິນ 600 ແທ່ງ ແລະໄດ້ຍຶດລົດ ປຣາໂດ້ 1 ຄັນ ແລະ ລົດກະບະຣີໂວ້ 1 ຄັນ, ອີງຕາມການລາຍງານ ຂອງເຟສບຸກເພຈ ຂ່າວ ປກສ ແຂວງບໍ່ແກ້ວ.