ຜູ້ປະສົບໄພຢາກໃຫ້ທາງການລາວ ຊ່ອຍຄົນລາວກ່ອນຊ່ອຍປະເທດອື່ນ

ໄຊຍາ
2024.09.20
ຜູ້ປະສົບໄພຢາກໃຫ້ທາງການລາວ ຊ່ອຍຄົນລາວກ່ອນຊ່ອຍປະເທດອື່ນ ສະພາບນ້ຳຖ້ວມ ໃນເຂດເທສບານ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ທີ່ຍັງຖືກນ້ຳຖ້ວມຂັງ ເຖິງວ່າລະດັບນ້ຳ ໄດ້ຫຼຸດລົງແດ່ແລ້ວ (TS) 11 ເດືອນ 9 ປີ 2024.
RFA

ວັນທີ 18 ກັນຍາ 2024 ທີຜ່ານມາ, ອົງການປົກຄອງແຂວງຫຼວງພະບາງມອບເງິນ 1 ຕື້ດົງໃຫ້ແກ່ກົງສູນໃຫຍ່ປະເທດຫວຽດນາມ ປະຈຳພາກເໜືອປະຈຳແຂວງຫຼວງພະບາງເພື່ອແບ່ງເບົາຄວາມທຸກໂສກຂອງປະຊາຊົນຫວຽດນາມທີ່ຖືກຜົນກະທົບຈາກພະຍຸໄຕ້ຝຸ່ນຢາກິຜັດຜ່ານ. ຂະນະທີ່ຜູ້ປະສົບໄພນໍ້າຖ້ວມຈາກແຂວງຫຼວງນໍ້າທາ, ຫຼວງພະບາງ ແລະ ສະຫວັນນະເຂດຈຳນວນຫຼາຍຢາກໃຫ້ທາງການຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ພາຍໃນລາວໃຫ້ໄດ້ດີຫຼາຍກ່ວານີ້ກ່ອນທີ່ຈະໄປຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ຫວຽດນາມ. ດັ່ງຜູ້ປະສົບໄພນໍ້າຖ້ວມຈາກມເມືອງຫຼວງນໍ້າທາກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 20 ກັນຍານີ້ວ່າ:

“ກໍ່ຢາກໃຫ້ຊ່ວຍຫຼວງນໍ້າທານີ້ໃຫ້ມັນເຕັມເມັດເຕັມໜ່ວຍຫັ້ນແຫຼະ ເພາະວ່າປະຊາຊົນທຸກມື້ກໍ່ຍັງລໍຖ້າການຊ່ວຍເຫຼືອຈາກພາກລັດ ຢູ່ເປັນຕົ້ນກໍ່ແມ່ນເຂົ້ານີ້ແຫຼະແຕ່ລະຄອບຄົວຫັ້ນ ກໍ່ສາງສະຕອກເອົາໄວ້ 10 ເປົາ 20 ເປົາໃຫ້ມັນຮອດປີໃໝ່ຫັ້ນນ່າ ຖ້ວມສາເຂົ້າຜູ້ໃດມັນກໍ່ອອກຈາວກໍ່ບໍ່ມີເຂົ້າຊິກີນເນາະ.”

ຜູ້ປະສົບໄພກ່າວຕື່ມວ່າວັນທີ 19 ກັນຍາ 2024 ຜ່ານມາຄະນະນໍາຈາກປະເທດຫວຽດນາມກໍ່ໄດ້ເອົາເງິນສົດໃສ່ຊອງແຈກໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ບ້ານຫຼວງ ເມືອງຫຼວງນໍ້າທາ 100 ຄອບຄົວຕົກຄອບຄົວລະ 1 ລ້ານກີບເຊີ່ງຖືວ່າຍັງບໍ່ທົ່ວເຖິງແລະທີ່ຜ່ານມາພາກເອກະຊົນ, ພາກລັດ ແລະ ຄູບາກໍ່ໄດ້ເລາະມອບເງິນສົດ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມມີສອງແດ່ແລ້ວແຕ່ກໍ່ຍັງບໍ່ທົ່ວເຖິງ.

“ເປັນອາຫານແຫ້ງເປັນອີ່ສັງຫັ້ນກໍ່ ເຂົາກໍ່ມາຊ່ວຍຢູ່ແຕ່ວ່າມັນກໍ່ບໍ່ຄົບບໍ່ຖ້ວນ ມັນກໍ່ມີຫຼາຍຫຼັງຄາເຮືອນການນໍາຂອງຫວຽດນາມເພິ່ນໃສ່ຊອງໃຫ້ຈຳນວນ 100 ລ້ານເອົາ 100 ເຮືອນຮ້ອຍເຮືອນກໍ່ 100 ລ້ານກີບ. ແລ້ວບາດນີ້ໝົດບ້ານນີ້ມັນມີຢູ່ 460 ປາຍຫຼັງຄາເຮືອນມັນກໍ່ບໍ່ທົ່ວເຖິງສຳນັ້ນແຫຼະ.”

ຜູ້ປະສົບໄພຈາກເມືອງງອຍ ແຂວງຫຼວງພະບາງກ່າວວ່າອີງຕາມສະພາບຕົວຈິງຄວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ພາຍໃນແຂວງຂອງຕົນເອັງກ່ອນຫຼືແຂວງທີ່ປະສົບໄພຫຼາຍກ່ວາໝູ່ຍ້ອນປັດຈຸບັນແຂວງທີ່ປະສົບໄພນໍ້າຖ້ວມຍັງບໍ່ສາມາດກຸ້ມຕົນເອັງໄດ້ເທື່ອ. ອີກທັງປະຊາຊົນລາວກໍ່ຍັງຕ້ອງຊ່ອຍເຫຼືອກັນເອັງຢູ່. ດັ່ງຜູ້ປະສົບໄພກ່າວວ່າ:

“ວິໄສທັດຂອງທ່ານຜູ້ນໍາເນາະຂ້ອຍກໍ່ບໍ່ຊ່າງຈະວ່າແຕ່ທີ່ຈິງມັນກໍ່ບໍ່ຖືກແຫຼະເນາະຢາກໃຫ້ຊ່ວຍຄົນລາວດີທີ່ສຸດແຫຼະເຈົ້າກໍ່ຕ້ອງໄດ້ຊ່ວຍຄົນໃນແຂວງເຈົ້າລັດນ່າ. ຫຼວງນໍ້າທາໜັກກໍ່ໄດ້ຊ່ວຍເຂົາກ່ອນຊ່ວຍຫຍັງຢູ່ພຸ້ນເນາະຂະໜາດໂຕເອັງຍັງເອົາບໍ່ລອດແລ້ວເຮົາກໍ່ຊ່ອຍໄດ້ທີ່ໂອ້ຊື້ໝີ່ອັນນີ້ກໍ່ຊ່ວຍ 3 ແສນກີບຄືວ່າແຫຼະບາງທີ່ໃບສະໂຫນດທີ່ດິນຖ້ວມປຽກໝົດກໍ່ໄດ້ໄປແລ່ນໃໝ່ເສັຍເງິນບັກຫຼາຍໆ ອີກເດ້ໄດ້ຕິດໜອກຕິດໜີ້ອີກ.”

ຜູ້ປະສົບໄພຈາກເມືອງຈຳພອນແຂວງສະຫວັນນະເຂດກ່າວວ່າກ່ອນທີ່ທາງການລາວຈະໄປຊ່ວຍຜູ້ປະສົບໄພນໍ້າຖ້ວມປະເທດອື່ນຕ້ອງໄດ້ຊ່ວຍຜູ້ປະສົບໄພປະເທດຕົນເອັງກ່ອນຍ້ອນທົ່ງນາຢູ່ບ້ານວັງເມົາຖືກນໍ້າຖ້ວມໄປຈຳນວນຫຼາຍແລະຮອດມື້ນີ້ຍັງບໍ່ມີການຊ່ວຍເຫຼືອຈາກພາກສ່ວນໃດເລີຍພ້ອມທັງໝົດຫວັງທີ່ຈະໄດ້ຮັບການຊ່ວຍເຫຼືອ. ດັ່ງຜູ້ປະສົບໄພກ່າວວ່າ:

“ສໍາລັບແນວຄິດເຮົາມັນກໍ່ຕ້ອງຊ່ວຍເຮົາກ່ອນແລ້ວເພາະວ່າເຮົາກໍ່ມີປະສົບໄພຄືກັນ. ຄັນເຮົາບໍ່ມີປະສົບໄພເຮົາກໍ່ໄປຊ່ວຍໝູ່ໄດ້. ກ່ອນຊິຊ່ວຍເຫຼືອໝູ່ກໍ່ຊ່ອຍເຫຼືອເຮົາກ່ອນເຮົາແຫຼະວ່າເນາະ. ຄືທາງບ້ານນີ້ກໍ່ເພາະວ່າບໍ່ຄ່ອຍຈະໄດ້ແລ້ວກໍ່ບໍ່ມີຄວາມຫວັງປານໃດເພິ່ນບໍ່ໄດ້ຊ່ວຍແນວໃດ. ມີແຕ່ລົງມາເບິ່ງວ່ານໍ້າຖ້ວມຮອດໃສຮອດໃສ.”

 ໃນວັນທີ 18 ກັນຍາ 2024 ທີ່ຜ່ານມາສູນປະສານງານການຊ່ວຍເຫຼືອດ້ານມະນຸດສະ ທຳອາຊ້ຽນກໍ່ໄດ້ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນປະເທດລາມູນຄ່າຫຼາຍກ່ວາ 167,000 ໂດລາສະຫະລັດປະກອບມີເຄື່ອງໃຊ້ໃນຄອບຄົວ 500 ປາຍຊຸດ, ເຄື່ອງສຸຂະອານາໄມ 3,000 ຊຸດ, ຊຸດສ້ອມແປງເຮືອນ 1,000 ຊຸດ, ເຄື່ອງໃຊ້ເຮືອນຄົວ 2,000 ຊຸດ, ອາຫານກະປອງສໍາເລັດຮູບ 3,000 ຊຸດ, ມຸ້ງ 5,000 ຊຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.