ເກີດບັນຫານັກຮຽນ ຢູ່ແຂວງຫົວພັນ ຕິດຢາເສບຕິດຈຳນວນຫຼາຍ

ພອນ ພູມມີທອນ
2024.10.30
ເກີດບັນຫານັກຮຽນ ຢູ່ແຂວງຫົວພັນ ຕິດຢາເສບຕິດຈຳນວນຫຼາຍ ນີ້ເປັນພຽງຮູບພາບປະກອບ ເຊິ່ງເຈົ້າໜ້າທີ່ ຂອງປະເທດເພື່ອນບ້ານ ຍຶດຢາບ້າໄດ້ປະມານ 20,000 ເມັດ ທີ່ນຳຈຂ້າມໄປຈາກປະເທດລາວ ວັນທີ 3 ເມສາ 2022.
RFA

ໃນໄລຍະເວລາ 1-2 ປີມານີ້ ເກີດປາກົດການຍໍ້ທໍ້ ໃນກຸ່ມໄວລຸ້ນນັກຮຽນ ທີ່ມີອາຍຸຕັ້ງແຕ່ 12-17 ປີ ຢູ່ເມືອງຊຳເໜືອ ແຂວງຫົວພັນ ມີການໃຊ້ຢາເສບຕິດປະເພດ ນ້ຳໃບກະທ້ອມ, ຢາສູບໄຟຟ້າ, ຄອລລາເຈັນ ແລະ ໝາກປຸ໋ມເປົ້າ ທີ່ບັນຈຸສານເສບຕິດເພີ່ມຂຶ້ນ ໃນບັນດາຜູ້ເສບກວມເອົານັກຮຽນຍິງ ກວ່າ 40% ຈົນເຮັດໃຫ້ເກີດຫາງສຽງ ແລະ ຄວາມກັງວົນເຖິງການແພ່ລະບາດ ຂອງຢາເສບຕິດເຫຼົ່ານີ້ ໃນເມືອງ. ດັ່ງ ເຈົ້າໜ້າທີ່ບໍລິຫານ ຢູ່ໂຮງຮຽນແຫ່ງໜຶ່ງ ໃນເມືອງຊຳເໜືອ ແຂວງຫົວພັນ ກ່າວຕໍ່ ວິທະຍຸເອເຊຍເສລີ ໃນມື້ວັນທີ 30 ຕຸລາ 2024 ນີ້ວ່າ:

"ກໍມີຢູ່ໄດ໋ ປະມານ 2 ປີກວ່ານີ້ລະ ທີ່ມີປາກົດການແບບນີ້ເກີດຂຶ້ນ ຢູ່ທົ່ວເມືອງຊຳເໜືອຫັ້ນນາ ໄວໜຸ່ມທີ່ວ່າ ເຈົ້າໃຊ້ຢາສູບໄຟຟ້າກັບນ້ຳກະທ່ອມນີ້ນາ ທັງຊາຍທັງຍິງຫັ້ນເນາະ ສ່ວນຫຼາຍຢູ່ໃນໂຮງຮຽນ ເຂົາເຈົ້າກໍບໍ່ໄດ້ຖືມາ ມີແຕ່ວ່າທາງນອກ ສັງຄົມທາງນອກທີ່ວ່າເຂົາເຈົ້າລາຍງານ ສ່ອງແສງມາທາງໂຮງຮຽນເນາະ."

ດ້ານຄູມັດທະຍົມ ຢູ່ເມືອງຊຳເໜືອ ນາງໜຶ່ງ ກ່າວວ່າ ໄພສັງຄົມນີ້ເກີດຂຶ້ນແທ້ ຢູ່ໃນເມືອງຊຳເໜືອ ແລະ ເກີດມາໄດ້ປະມານປີປາຍແລ້ວ ສາເຫດຂອງການຫັນມາໃຊ້ຢາເສບຕິດຂອງນັກຮຽນ ຊາວໜຸ່ມນັ້ນ ຍ້ອນວ່າຢາກຢູ່ໃນໄວຢາກຮູ້ ຢາກລອງ ອີກທັງນ້ຳໃບກະທ່ອມ ແລະຢາສູບໄຟຟ້ານັ້ນມີລາຄາ ບໍ່ແພງ ເຮັດໃຫ້ນັກຮຽນສາມາດຊື້ໄດ້ງ່າຍ. ໂຮງຮຽນເອງ ກໍພະຍາຍາມ ແກ້ໄຂບັນຫາ ດັ່ງກ່າວ ດ້ວຍການກວດກາສິ່ງຂອງ ທີ່ນັກຮຽນນຳມາ ສ່ວນນອກເຂດໂຮງຮຽນ ກໍຈະມີເຈົ້າໜ້າທີ່ ປກສ ຄອຍກວດກາ ແລະ  ຈັບກຸມກຸ່ມມົ່ວສຸມຢູ່ນຳ:

"ມີຢູ່ໄພສັງຄົມຕົວນີ້ຫັ້ນນາ ຈຸປ້ອງກັນເຂົາໄປຈັບໄດ້ຫັ້ນນາ ເຮົາຈຶ່ງຮູ້ວ່ານັກຮຽນຫັ້ນເລີ່ມສູບເລີ່ມກິນສິນາ ຄືສິແມ່ນຫຼົງລະເລີງໄປເອງສິນາເນາະ ແລ້ວມັນລາຄາບໍ່ແພງ ເຂົ້າເຖິງງ່າຍ ສິນາ ກໍພະຍາຍາມແກ້ໄຂແລ້ວກໍຕັກເຕືອນ ກໍມາໂຮງຮຽນກໍມີການກວດເນາະ ແຕ່ວ່າຖ້າທາງນອກ ຕຳຫຼວດກໍຈັບເນາະ ຄັນວ່າມີການຂາຍ ຮູ້ແຫຼ່ງອັນໃດແມ່ນກໍຈັບ."

ຊາວບ້ານຢູ່ເມືອງຊຳເໜືອ ນາງໜຶ່ງ ກ່າວວ່າ ຢູ່ໃນເມືອງ ບໍ່ມີຮ້ານຂາຍຢາເສບຕິດປະເພດໃບກະທ່ອມ ນ້ຳໃບກະທ່ອມ ຫຼືຢາສູບໄຟຟ້າຢ່າງໂຈ່ງແຈ້ງ ຍ້ອນເປັນສິ່ງຜິດກົດໝາຍ ຫາກມີການພົບເຫັນຈະຖືກເຈົ້າໜ້າທີ່ຕຳຫຼວດ ຈັບທັນທີ ແຕ່ໄວລຸ້ນນັກຮຽນກໍສາມາດເຂົ້າເຖິງຢາເສບຕິດໄດ້ ຈາກຊ່ອງທາງ ອອນລາຍ.

"ເປັນຂອງຫວງຫ້າມເນາະ ຈະບໍ່ສາມາດວາງຂາຍ ວາງຈຳໜ່າຍໄດ້ ຄັນເຫັນແລ້ວກໍຈັບໂລດແຫຼະ ຄັນຜູ້ໃດຂາຍນ້ຳກະທ່ອມບໍ່ ໃບກະທ່ອມ ຫຼືວ່າ ຢາສູບໄຟຟ້າ ມັນຜິດກົດໝາຍ ແມ່ນ ຂເຈົ້ານ່າຈະໄປຊອກນຳ ອອນລອກອອນລາຍ."

ຂະນະທີ່ ເຈົ້າໜ້າທີ່ຫ້ອງການສຶກສາທິການ ຂັ້ນເມືອງ ນາງໜຶ່ງ ກ່າວວ່າ ປາກົດການຍໍ້ທໍ້ທີ່ກ່ຽວຂ້ອງກັບຢາເສບຕິດນັ້ນ ມີມາດົນແລ້ວ ແລະ ມີການລົງກວດກາ ແລະ ໂຄສະນາເຖິງຜົນຮ້າຍ ຢູ່ຕາມໂຮງຮຽນໃນເຂດເທດສະບານ ແຕ່ ຢາເສບຕິດປະເພດ ນ້ຳໃບກະທ່ອມ ຢາສູບໄຟຟ້າ ຄອລາເຈນ ນີ້ ຖືເປັນ ປາກົດການທີ່ເກີດຂຶ້ນໃໝ່ ຈຶ່ງຍັງບໍ່ທັນມີການລົງກວດກາ ແລະ ໂຄສະນາຕາມໂຮງຮຽນເທື່ອ ສ່ວນໜຶ່ງ ກໍຍ້ອນວ່າ ຍັງຂາດເຂີນງົບປະມານໃນການລົງ ພື້ນທີ່.

"ຢາເສບຕິດຫັ້ນກໍເກີດຂຶ້ນດົນແລ້ວ ແຕ່ວ່ານ້ຳກະທ່ອມກະຫຍັງກໍຫາຮູ້ໄດ້ 2 ປີນີ້ດອກ ຢາສູບໄຟຟ້າກັບຄອລາຈອກຄອລາເຈນ ມີອັນນີ້ເຂົ້າມາກໍຍັງບໍ່ທັນໄດ້ໄປໂຄສະນາ ຈັກເທື່ອ ບໍ່ທັນມີໂປສເຕີ້ ຜົນຮ້າຍຂອງມັນ ໄປໃຫ້ນັກຮຽນເຫັນ ມັນຍັງບໍ່ທັນມີເດີ້ ບໍ່ມີງົບປະມານ ພວກເຮົາບໍ່ໄດ້ຂຽນ ບໍ່ມີແຜນປີນີ້ຫັ້ນນາ."

ການແພ່ລະບາດຂອງໃບກະທ່ອມ ຢາສູບໄຟຟ້າ ຄອລາເຈນ ແລະ ປູມເປົ້າ ໃນໝູ່ໄວລຸ້ນ ນັກຮຽນນັ້ນ ບໍ່ໄດ້ເກີດຂຶ້ນຢູ່ສະເພາະໃນແຂວງຫົວພັນ ແຕ່ເກີດຂຶ້ນຢູ່ທົ່ວປະເທດ, ກ່ອນໜ້ານີ້ ໃນເດືອນພຶດສະພາ ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຜົ້ງສາລີ ກໍໄດ້ກັກຕົວ ແລະ ສຶກສາອົບຮົມໄວລຸ້ນ ຈໍານວນ 8 ຄົນ ເພດຍິງ 2  ຍ້ອນກິນ ຫຼື ດື່ມນໍ້າຕົ້ມໃບກະທ້ອມ ນໍ້າໃບກະຖິນ, ຢາສູບໄຟຟ້າ ແລະ ຄອລລາເຈນ ຖືວ່າເປັນສິ່ງເສບຕິດ ທີ່ ຖ້າມີໄວ້ໃນຄອບຄອງ, ນໍາເຂົ້າ, ສົ່ງອອກ ຫຼື ເສບ ຈະຖືກດໍາເນີນຄະດີ ຕາມກົດໝາຍ, ຖືກຕັດອິດສະຫຼະພາບແຕ່ 1 ເດືອນຫາ 6 ເດືອນ ຫຼື ຖືກປັບໃໝ 5,000,000 ກີບ ຫາ 20,000,000 ກີບ ຕາມປະມວນກົດໝາຍອາຍາ ມາດຕາທີ່ 320 ວັກ 7.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.