ນະໂຍບາຍ 3 ເປີດ ຂອງ ພັກ-ຣັດ
2018.10.23
ນະໂຍບາຍ 3 ເປີດ ຂອງຜູ້ນໍາພັກ ປະຊາຊົນປະຕິວັດລາວ ທີ່ ທ່ານ ທອງລຸນ ສີສຸລິດ ກັມການກົມການເມືອງ ສູນກາງພັກ, ນາຍົກ ຣັຖມົນຕຣີ ສປປລາວ ໄດ້ປະກາດ ຢູ່ໃນກອງປະຊຸມ ເວທີປຶກສາການລົງທຶນ ແມ່ນໍ້າຂອງ-ຍີ່ປຸ່ນ ທີ່ກຸງໂຕກຽວ ປະເທສ ຍີ່ປຸ່ນ ໃນວັນ ທີ 9 ຕຸລາ 2018 ຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ ຕໍ່ນັກທຸຣະກິດ ຍີ່ປຸ່ນ ໃນຂນະທີ່ ສິ່ງກີດຂວາງ ການລົງທຶນ ຢູ່ ສປປລາວ ຍັງມີຫລາຍຢ່າງ ທີ່ສັບສົນ, ເປັນບັນຫາໜັກໜ່ວງ ຍາກທີ່ຈະແກ້ໄຂໄດ້ ຊຶ່ງເມື່ອກ່ອນນັ້ນ ທ່ານ ທອງລຸນ ກໍໄດ້ເວົ້າ ຢູ່ໃນກອງປະຊຸມ ເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ 8 ເມື່ອທ້າຍປີກາຍວ່າ:
"ໃນການລົງທຶນຂອງຕ່າງປະເທສ ຂ້າພະເຈົ້າກໍໄດ້ ປະກາດນະໂຍບາຍ 3 ເປີດ ນະໂຍບາຍ 3 ເປີດ ນຶ່ງລະແມ່ນເປີດປະຕູ ສອງແມ່ນເປີດ ສິ່ງກີດຂວາງ ສາມແມ່ນເປີດໃຈ,"
ໃນນະໂຍບາຍ 3 ເປີດ ທີ່ວ່ານັ້ນ ທ່ານ ກໍຮັບຮູ້ວ່າ ຍັງຄາເປີດ ອັນທີ 2 ຄື; ເປີດສິ່ງກີດຂວາງ ຊຶ່ງຈະຕ້ອງໄດ້ຮັບ ການແກ້ໄຂເພື່ອເຮັດໃຫ້ ນະໂຍບາຍ 3 ເປີດ ປາກົດຜົລເປັນຈິງ ໃນຂນະທີ່ຫລາຍຄົນ ຍັງສົງສັຍຢູ່ວ່າ ນະໂຍບາຍທີ່ວ່ານັ້ນ ຈະໄດ້ຮັບການ ຈັດຕັ້ງປະຕິບັດ ໃຫ້ເກີດ ຜົລເປັນຈິງໄດ້ ຫຼືບໍ່; ຫຼືວ່າຈະໄດ້ຫຼາຍພຽງໃດ ໃນເມື່ອຢູ່ ສປປລາວ ຍັງມີສິ່ງກີດຂວາງ ອັນໜັກໜ່ວງ ຄືທີ່ຜ່ານມາ ແລະ ໃນປັດຈຸບັນ ຊຶ່ງມີ ການໃຊ້ສິດ ໃຊ້ອໍານາດ ເກີນຂອບເຂດ ຂອງຣະບຽບກົດໝາຍ ມີສໍ້ຣາດບັງຫລວງ ຊຶ່ງຜູ້ນໍາສູງສຸດ ພັກ-ຣັຖ ກໍຍັງຮັບຮູ້ ຢູ່ໃນກອງປະຊຸມ ໃຫຍ່ ຄັ້ງທີ 9 ຂອງພັກ.
ຍ້ອນມີການສໍ້ຣາດບັງຫຼວງຫຼາຍ, ອົງການເພື່ອຄວາມໂປ່ງສັຍສາກົນ ຈຶ່ງຈັດອັນດັບໃຫ້ ສປປລາວ ໃຫ້ຢູ່ໃນກຸ່ມປະເທສ ຊຶ່ງມີການ ສໍ້ຣາດບັງ ຫລວງຫລາຍ ເກືອບວ່າຢູ່ແຖວທ້າຍສຸດ ຄືເປັນທີ 135 ໃນຈໍານວນ 180 ປະເທສ ໃນໂລກ - ຕາມດັຊນີ ປີກາຍ ທີ່ອົງການ ເພື່ອຄວາມ ໂປ່ງໃສສາກົນ ຣາຍງານປະຈໍາປີ 2018 ແລະທະນາຄານໂລກ ກໍຈັດອັນດັບຄວາມສະດວກ ໃນການດໍາເນີນທຸຣະກິດ ຢູ່ ສປປລາວ ໃນປີ 2018 ໃຫ້ຢູ່ໃນອັນດັບ ທີ 141 ໃນຈໍານວນ 190 ປະເທສໃນໂລກ.
ແລະເມື່ອກາງເດືອນມົກກະຣາ ປີນີ້ ທ່ານ ພັນຄໍາ ວິພາວັນ ກັມການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄນະເລຂາທິການ ສູນກາງພັກ ແລະທັງເປັນຮອງ ປະທານປະເທສ ຊຶ່ງຫຼາຍຄົນຄາດກັນວ່າ ຈະໄດ້ຂຶ້ນເປັນ ຜູ້ນໍາສູງສຸດພັກ-ຣັຖ ຄົນຕໍ່ໄປ ກໍກ່າວຢູ່ໃນ ກອງປະຊຸມ ສລຸບວຽກງານ ປະຈໍາປີ 2017 ຂອງກະຊວງພາຍໃນ ວ່າ, ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມ ຕາມກົດໝາຍຢູ່ ສປປລາວ ແຕ່ໃດມາ ບໍ່ມີຜົລສັກສິດຈັກເທື່ອ, ດັ່ງທີ່ທ່ານກ່າວວ່າ:
"ການຄຸ້ມຄອງຣັຖຄຸ້ມຄອງສັງຄົມເຮົາ ບໍ່ມີຜົລສັກສິດຕາມ ກົດໝາຍແຕ່ໃດມາແລ້ວ ແບບວ່າບໍ່ເຂັ້ມງວດ ບໍ່ເດັດຂາດ ບໍ່ສັກສິດ ຈາກອັນນີ້ ກະພາໃຫ້ເກີດຫຍັງ? ພຍາດອາຍາສິດ ຣະເມີດສິດເປັນເຈົ້າ ຂອງປະຊາຊົນ ສວຍໃຊ້ໜ້າທີ່ຕໍາແໜ່ງ ສໍ້ຣາດ ບັງຫລວງ."
ແຕ່ເຖິງແນວໃດກຕາມ ທ່ານ ທອງລຸນ ສີສຸລິດ ແລະຄນະຣັຖບາລ ຂອງທ່ານ ກໍມີຄວາມຫວັງ ໃນການທີ່ຈະເຮັດໃຫ້ ບັນດານັກລົງທຶນ ຍີ່ປຸ່ນ ໃນປັດຈຸບັນ ແລະໃນ ອະນາຄົດ ອັນໃກ້ນີ້ ພິຈາຣະນາ ເອົາ ສປປລາວ ເປັນປະເທສນຶ່ງ ໃນການລົງທຶນ ແລະ ຂຍາຍທຸຣະກິດ ຂອງຕົນ ເພື່ອຫວັງເຮັດໃຫ້ການພັທນາ ເສຖກິດ-ສັງຄົມ ຂອງລາວຂຍາຍຕົວ ໄປຕາມທິດທາງ ສັງຄົມນິຍົມ ດ້ວຍການສົ່ງເສີມ ການລົງທຶນ ທັງເອກກະຊົນ ພາຍໃນ ແລະຕ່າງປະເທສ ໃຫ້ມີຄຸນນະພາບ, ປັບປຸງນິຕິກັມ ແລະກົລໄກການ ປະສານງານພາຍໃນ ໃຫ້ມີຂັ້ນຕອນ ກະທັດລັດ, ວ່ອງໄວ, ໂປ່ງສັຍ ແລະ ຜ່ານປະຕູດຽວ ເພື່ອຫລຸດຜ່ອນອຸປສັກ ໃນການສ້າງຕັ້ງ ແລະດໍາເນີນທຸຣະກິດ ຢູ່ ສປປລາວ.
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງທີ່ວ່ານີ້ ໃນມື້ວັນທີ 15 ແລະ 22 ຕຸລາ ນີ້ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງກະຊວງແຜນການ ແລະການລົງທຶນ ສປປລາວ : ຜແນກ ແລະກົມສົ່ງເສີມ ການລົງທຶນ, ກົມຮ່ວມມືສາກົນ, ກົມແຜນການ ແລະ ຜແນກບໍຣິການ ປະຕູດຽວ ແລະທັງໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ກົມແຜນການ ແລະການຮ່ວມມື, ກົມນະໂຍບາຍການຄ້າ ຕ່າງປະເທສ ກະຊວງອຸດສາຫະກັມ ແລະການຄ້າ, ແຕ່ບໍ່ສາມາດ ຕິດຕໍ່ໃຜໄດ້.
ເຖິງແນວໃດ ກໍມີຂ່າວຣາຍງານໃຫ້ຮູ້ວ່າ ມາເຖິງປັດຈຸບັນ ຣັຖບາລ ສປປລາວ ໄດ້ອະນຸມັດ ໃຫ້ສ້າງຕັ້ງເຂດເສຖກິດພິເສດ ແລະ ເຂດ ເສຖກິດສະເພາະ 12 ເຂດ ໃນທົ່ວປະເທສ ເພື່ອສົ່ງເສີມການລົງທຶນ ແລະ ດຶງດູດນັກລົງທຶນຈາກພາຍໃນ ແລະ ຕ່າງປະເທສ ແລະວ່າ ຂນະນີ້ນັກລົງທຶນຍີ່ປຸ່ນ ກໍາລັງສົນໃຈ 3 ເຂດ ຫລາຍ ຄື: ເຂດເສຖກິດພິເສດ ສະຫວັນ-ເຊໂນ, ເຂດເສຖກິດພິເສດ ຈໍາປາສັກ ແລະນິຄົມອຸດສາຫະກັມ ແລະການຄ້າ ວຽງຈັນໂນນທອງ.
ໃນຖແລງການຮ່ວມ 8 ຂໍ້ ກ່ຽວກັບການພົວພັນ-ຮ່ວມມື ຣະຫວ່າງ ນາຍົກຣັຖມົນຕຣີ ຂອງສອງປະເທດ ທ່ານ ທອງລຸນ ສີສຸລິດ ແລະທ່ານ ຊິນໂຊ ອາເບະ ເມື່ອວັນທີ 8 ຕຸລາ 2018 ໄດ້ຣະບຸບາງຕອນ ເຖິງການຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ໃນຂອບຂອງ ການຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ ຮວມທັງພາຍໃຕ້ຍຸທສາດໂຕກຽວ 2015 ແລະ ແຜນປະຕິບັດງານປີ 2016-2018, ການຍົກລະດັບການ ພົວພັນຣະຫວ່າງແມ່ນ້ຳຂອງ ແລະຍີ່ປຸ່ນ ຂຶ້ນເປັນຄູ່ຮ່ວມມື ຍຸທສາດ ແລະກຽມພ້ອມເຂົ້າຮ່ວມຈັດຕັ້ງປະຕິບັດ ຍຸທສາດ ໂຕກຽວ 2018. ຍີ່ປຸ່ນ ຈະສືບຕໍ່ຊ່ອຍພັທນາ ໂຄງຮ່າງພື້ນຖານຂອງລາວ, ຊ່ອຍເຫຼືອດ້ານການເງິນ ແລະອື່ນໆ.
ສອງປະເທສ ລາວ-ຍີ່ປຸ່ນ ໄດ້ລົງນາມໃນສັນຍາຮ່ວມມືສອງຝ່າຍຄື ເອກະສານແລກປ່ຽນໂຄງ¬ການເລັ່ງລັດ ການເກັບກູ້ລະເບີດ ບໍ່ທັນແຕກຢູ່ ສປປລາວ ແລະສັນຍາຮ່ວມມື ດ້ານວິຊາການ ຣະຫວ່າງໂຮງໝໍ ມິດຕະພາບ ແລະສະຖາບັນຜ່າຕັດສະໝອງ ຄິຕາຮາຣະ (Kitahara) ຍີ່ປຸ່ນ.
ຣັຖບາລຍີ່ປຸ່ນ ຊ່ອຍເຫຼືອລ້າແກ່ລາວ ມູນຄ່າເກືອບເຖິງ 6 ແສນ ໂດລາສະຫະຣັຖ ເພື່ອສົ່ງເສີມການໃຊ້ເຄື່ອງຈັກທຳລາຍຣະເບີດ ລູກຫວ່ານຢູ່ແຂວງຊຽງຂວາງ ຕາມສັນຍາຊ່ອຍເຫຼືອລ້າ ໃນມື້ວັນທີ 14 ກັນຍາ 2018 ນີ້. ໂຄງການດັ່ງກ່າວ ດຳເນີນມາໄດ້ 3 ປາຍປີແລ້ວ.
ໃນການຊ່ອຍເຫລືອລາວ ອົງການເກັບກູ້ຣະເບີດ JMAS ຂອງຍີ່ປຸ່ນ ມີໂຄງການເກັບກູ້ລະເບີດຢູ່ລາວເປັນຕົ້ນ ຢູ່ແຂວງຊຽງຂວາງ, ສາລະວັນ, ອັດຕະປື, ແຂວງຈຳປາສັກ ແລະນະຄອນຫຼວງວຽງຈັນ. ອາສາສະໝັກໄຈກາ (JICA) 4 ຄົນ ຈາກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ລາວເປັນເວລາ 2 ປີ ເພື່ອຊ່ອຍພັທນາເສຖກິດ-ສັງຄົມ ແລະພັທນາຊັພຍາກອນມະນຸດ ໃນວັນທີ 17 ຕຸລາ 2018 ນີ້.
ຖ້າເບິ່ງຄືນ ແຕ່ປີ 1965 ເປັນຕົ້ນມາ ມີອາສາສະໝັກ ຂອງອົງການໄຈກາ 992 ຄົນມາປະຕິບັດໜ້າທີ່ຢູ່ລາວ ໃນຫຼາຍ ຂະແໜງການ ທົ່ວປະເທດ ແລະ ປັດຈຸບັນ ມີ 43 ຄົນ. ໃນນັ້ນ ເປັນຄົນໜຸ່ມ 38 ຄົນ ແລະອາວຸໂສ 5 ຄົນ ທີ່ຊ່ອຍເຣຶ່ອງການລ້ຽງ ສັດນ້ຳ, ການກີລາ, ສອນພາສາອັງກິດ ແລະການພັທນາ ຊຸມຊົນ ຊຶ່ງມີ 3 ຄົນ ເຮັດວຽກຢູ່ນະຄອນຫລວງວຽງຈັນ ແລະອີກ 1 ຄົນ ເຮັດວຽກຢູ່ແຂວງ ຫຼວງພະບາງ.
ອົງການໄຈກາ ປະຈຳລາວ ຊ່ອຍເຫຼືອສຸກເສີນ ໃນມື້ວັນທີ 11 ຕຸລາ 2018 ແກ່ຊາວກະສິກອນອິນຊີ ນະຄອນຫຼວງວຽງຈັນ ທີ່ຖືກຜົນກະທົບ ຈາກໄພນ້ຳຖ້ວມປີ 2018, ລວມມູນຄ່າ 86 ລ້ານປາຍກີບ.
ຍີ່ປຸ່ນໄດ້ຊ່ວຍພັທນາ ໂຄງຮ່າງພື້ນຖານ ອຸດສາຫະກັມ ພາກພື້ນແມ່ນ້ຳຂອງ ໂດຍສະເພາະ ທາງດ້ານການງົບ 750 ຕື້ເຢັນ ເຂົ້າໃນ ໂຄງການຕ່າງໆ ຂອງແຜນຍຸທສາດໂຕກຽວ 2015. ໃນຣະຍະ 3 ປີຜ່ານມາ ຫຼາຍໂຄງການຢູ່ ສປປລາວ ໄດ້ຮັບການ ຈັດຕັ້ງປະຕິບັດ ເຊັ່ນ:
ໂຄງການຂະຫຍາຍອາຄານ ສະໜາມບິນສາກົນວັດໄຕ, ໂຄງການປັບປຸງເສັ້ນທາງເລກ 9, ໂຄງການສ້າງຂົວເຊກອງ ຢູ່ເສັ້ນທາງຫຼວງ ແຫ່ງຊາດເລກ 16 B ແລະໂຄງການເຂື່ອນໄຟຟ້ານ້ຳງຽບ 1.
ແລະໃນຍຸທສາດໂຕກຽວ 2018 ຍີ່ປຸ່ນກໍວ່າຈະສືບຕໍ່ ເສີມຂະຫຍາຍການຮ່ວມມື ກັບບັນດາປະເທດແມ່ນ້ຳຂອງ ຊຶ່ງໃນນັ້ນກໍມີທັງ ສປປລາວ ເພື່ອກ້າວຂຶ້ນສູ່ລະດັບ ຄູ່ຮ່ວມຍຸທສາດ, ສົ່ງເສີມການຄ້າຍີ່ປຸ່ນ ເພື່ອເພີ່ມທະ¬ວີການຮ່ວມມື ແລະສົ່ງເສີມ ການຄ້າ, ການລົງທຶນ ແລະການທ່ອງທ່ຽວ ຣະຫວ່າງບັນດາປະເທດແມ່ນ້ຳຂອງ ແລະຍີ່ປຸ່ນ ແລະມີແຜນການຮ່ວມມື ສອງຝ່າຍກັບໂຮງໝໍ ກິຕາຮາຣາ, ບໍຣິສັດ Hitachi ແລະບໍຣິສັດ TEPCO ໃນຕໍ່ໜ້າ.
ແຕ່ເວົ້າສະເພາະການພົວພັນຮ່ວມມື ທາງດ້ານການຄ້າ ແລະການລົງທຶນ ຂອງຍີ່ປຸ່ນ ກັບ ສປປລາວ ເຖິງ ສປປລາວ ມີນະໂຍບາຍ 3 ເປີດຄືວ່ານັ້ນ ແຕ່ຫລາຍຄົນ ກໍຍັງສົງສັຍກັນຢູ່ວ່າ ຄົງເປັນໄປໄດ້ຍາກ ຍ້ອນຢູ່ ສປປລາວ ມີສິ່ງກີດຂວາງ ອັນໜາແໜ້ນ ເປັນຕົ້ນການໃຊ້ໜ້າທີ່ ຕໍາແໜ່ງ, ໃຊ້ສິດ ໃຊ້ອໍານາດ ຣະເມີຣະບຽບກົດໝາຍ ແລະການສໍ້ຣາດບັງຫລວງ ກໍມີແພ່ຫລາຍ ທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ຊຶ່ງ ຣັຖບາລ ສປປລາວ ເວົ້າວ່າພຍາຍາມປາບປາມ ແຕ່ກໍບໍ່ກ້າ ແຕະຕ້ອງຂັ້ນນໍາ ພັກ-ຣັຖ ທັງເກົ່າ ແລະໃໝ່ ທີ່ສັງຄົມສົງສັຍນັ້ນຢູ່.