ປະຊາຊົນ ຢາກໃຫ້ພາກຣັຖ ຊ່ວຍປ້ອງກັນ ພະຍາດຣະບາດ ໃນສັດລ້ຽງ ຢູ່ເມືອງໂຂງ
2023.02.23

ໃນມື້ວັນທີ 20 ກຸມພາ 2023 ນີ້, ອົງການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມປະຈຳເດືອນກຸມພາ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຮອບດ້ານຕລອດໄລຍະ 1 ເດືອນ ຢູ່ຫ້ອງວ່າການປົກຄອງເມືອງໂຂງ ພາຍໃຕ້ການເປັນປະທານ ຂອງຍານາງ ຄຳພູ ລິດທິສັກ ເລຂາພັກເມືອງ ເຈົ້າເມືອງເມືອງໂຂງ ຊຶ່ງໃນນັ້ນໄດ້ເວົ້າເຖິງ ເຣື່ອງການແຜ່ຣະບາດ ຂອງພະຍາດ ທີ່ເຮັດໃຫ້ສັດລ້ຽງຕາຍຫຼາຍ
ທ່ານ ບັນດິດ ສິງຫາທໍາ ຮອງຫົວໜ້າຫ້ອງການກະສິກັມ ແລະປ່າໄມ້ເມືອງໂຂງ ໄດ້ຣາຍງານຕໍ່ກອງປະຊຸມວ່າ ໄດ້ຕິດຕາມເບິ່ງສັດລ້ຽງ ຂອງປະຊາຊົນ ທີ່ວ່າມີບາງກຸ່ມບ້ານ ສັດລ້ຽງຕາຍຍ້ອນພະຍາດຣະບາດຕາມ ຣະດູການ ເປັນຕົ້ນພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະອະຫິວາໝູ. ໃນປັດຈຸບັນ ທົ່ວເມືອງ ມີ 2 ຈຸດ ທີ່ງົວ, ຄວາຍ ຕິດເຊື້ອພະຍາດ ແລະຕາຍ ຄື ກຸ່ມນາຝັ່ງ ແລະຈຸດບ້ານໃຫຍ່ເມືອງແສນ. ໃນກຸ່ມນາຝັ່ງ ແມ່ນບ້ານນາຝັ່ງ ມີງົວ 13 ໂຕ ແລະຄວາຍ 1 ໂຕ ທີ່ມີອາການເຫງົາຊຶມ ຍ້ອນພະຍາດເຕົ້າໂຮມເລືອດ ແຕ່ສາມາດປິ່ນປົວງົວໄດ້ 3 ໂຕ, ສ່ວນທີ່ເຫຼືອແມ່ນຕາຍໝົດ. ໃນຈຸດບ້ານໃຫຍ່ເມືອງແສນ ມີງົວ 35 ໂຕ ແລະຄວາຍ 9 ໂຕ ເປັນພະຍາດປາກເປື່ອຍລົງເລັບ ແຕ່ບໍ່ຕາຍ ແລະຢູ່ບ້ານດອນເຫຼັກໄຟ ມີໝູຕາຍ 20 ໂຕ ຍ້ອນອະຫິວາໝູ.
ໃນກອງປະຊຸມ ຍານາງ ຄຳພູ ລິດທິສັກ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ເຝົ້າລະວັງ ຕິດຕາມການແຜ່ຣະບາດ ຂອງພະຍາດສັດລ້ຽງ, ຖ້າພົບເຫັນໃຫ້ຮີບຮ້ອນ ແຈ້ງໃຫ້ອຳນາດການປົກຄອງ ຫຼືຫ້ອງການທີ່ກ່ຽວຂ້ອງທໍາລາຍສັດຕາຍນັ້ນຖິ້ມ ແລະຫາວິທີປ້ອງກັນບໍ່ໃຫ້ເຊື້ອພະຍາດນັ້ນ ແຜ່ຣະບາດອອກໄປຫລາຍຂຶ້ນ. ພ້ອມດຽວກັນນັ້ນກໍ່ໄດ້ໃຫ້ອອກແຈ້ງການ ໃຫ້ຢຸດຂ້າສັດລ້ຽງ ບໍ່ວ່າຈະເປັນໝູ, ງົວ ແລະຄວາຍ ເພື່ອສົ່ງໄປຂາຍຢູ່ຕະຫຼາດ ພາຍໃນເມືອງ ຈົນກວ່າວ່າການຣະບາດ ຂອງເຊື້ອພະຍາດນັ້ນ ຈະຢຸດເຊົາລົງໂດຍພື້ນຖານ, ອີງຕາມ ຣາຍງານຂ່າວ ຂອງ ສະຖານີວິທຍຸ-ໂທລະພາບ ເມືອງໂຂງ.
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຫາ ບັນດາຜູ້ລ້ຽງສັດ ຢູ່ແຂວງຕ່າງໆ ຂອງປະເທດລາວ ກ່ຽວກັບ ບັນຫາການແຜ່ຣະບາດ ຂອງພະຍາດສັດຕາມຣະດູການນີ້, ໄດ້ຮັບຄໍາຕອບຈາກຊາວບ້ານ ທີ່ລ້ຽງງົວຜູ້ນຶ່ງ ຢູ່ບ້ານເມືອງແສນ ເມືອງໂຂງ ແຂວງຈຳປາສັກ ເຊິ່ງເປັນພື້ນທີ່ ທີ່ພະຍາດປາກເປື່ອຍລົງເລັບ ຣະບາດວ່າ ຢູ່ໃນຂົງເຂດບ້ານເມືອງແສນນີ້ ມີການແຜ່ຣະບາດຫຼາຍ, ຊາວບ້ານຜູ້ລ້ຽງງົວ ລ້ຽງຄວາຍໄດ້ໃຊ້ວິທີການປິ່ນປົວ ແບບພື້ນບ້ານ ໂດຍການໃຊ້ນ້ຳສົ້ມສາຍຊູ ລ້າງບາດແຜເອົາ ແລະສາເຫຕທີ່ພາໃຫ້ເກີດການແຜ່ຣະບາດ ຂອງພະຍາດນີ້ ແມ່ນເປັນຍ້ອນສະພາບ ອາກາດແປປວນຫຼາຍ.
ດັ່ງທີ່ຊາວບ້ານຜູ້ນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກຸມພານີ້ວ່າ:
“ເປັນໆ. ເປັນຢູ່ ຂອງຂ້ອຍກະເປັນ, ງົວໝົດບ້ານເມືອງແສນນີ້ ເປັນເໝິດ. ປິ່ນປົວກະປິ່ນ ປົວແບບພື້ນບ້ານເຮົານີ້ແຫຼະ ໃຊ້ນ້ຳສົ້ມສາຍຊູລ້າງເອົານີ້ເດ (ປິ່ນປົວ). ໄດ້ໆ ກະບໍ່ຕາຍດອກ ເພາະວ່າພະຍາດໂຕນີ້ມັນບໍ່ຮຸນແຮງ ແມ່ນມັນຊ່ວງນີ້ແຫຼະ ແຕ່ລະປີມັນກໍ່ບໍ່ເປັນດອກ ເຫັນປີນີ້ແຫຼະມັນມາເປັນ (ທີ່ມາເປັນຍ້ອນ) ອາກາດ ມັນມີຝົນບ້າງແລ້ງມື້ນຶ່ງດຽວນີ້ ຝົນແຮງໂພດ ຫຼັງຈາກຝົນເຊົາຝົນຊາແລ້ວ ງົວຄວາຍມັນກະເຣີ່ມເປັນ.”
ຊາວບ້ານທີ່ລ້ຽງງົວ ຜູ້ນີ້ເວົ້າຕື່ມອີກວ່າ ຢາກໃຫ້ຫ້ອງການກະສິກັມ ແລະປ່າໄມ້ເມືອງ ລົງມາໃກ້ຊິດຕິດແທດ ກັບຜູ້ລ້ຽງງົວຫຼາຍຂຶ້ນ ເພື່ອຊ່ອຍເຫຼືອໃນການຮັກສາປິ່ນປົວ ແລະປ້ອງກັນການແຜ່ຣະບາດ ຂອງພະຍາດສັດລ້ຽງນີ້. ພ້ອມກັນນັ້ນກໍເວົ້າວ່າ ຈຳນວນງົວ ທີ່ຕິດເຊື້ອພະຍາດ ປາກເປື່ອຍລົງເລັບ ມີຫຼາຍກວ່າທີ່ທາງຫ້ອງການ ຣາຍງານ.
“ທາງເມືອງຫັ້ນແຫຼະ ຢາກໃຫ້ທາງຫ້ອງການກະສິກັມ ຫຍັງຫັ້ນແຫຼະ ມາເບິ່ງ ຕິດຕາມເບິ່ງແຍງນຳຫັ້ນນ່ະ ແຕ່ຍັງບໍ່ທັນມີອີສັງນໍ ເປັນຫຼາຍໆ ໝົດບ້ານເລີຍ ງົວຢູ່ນີ້ມັນ 400-500 ໂຕ ເປັນພັນໂຕບໍ່ຈັກ ເປັນໝົດ ແຕ່ວ່າເຮົາກະປິ່ນປົວເອົາທັນ.”
ໃນຂະນະດຽວກັນ ປະຊາຊົນທີ່ລ້ຽງໝູຜູ້ນຶ່ງ ຢູ່ເມືອງພູຄູນ ແຂວງຫຼວງ ພຣະບາງ ຜູ້ບໍ່ປະສົງອອກຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ ໝູຂອງຕົນຕິດພະຍາດ ອະຫິວາໝູ ແລະຕາຍເປັນຈຳນວນຫຼວງຫຼາຍ.
“ເຈີຢູ່ເຈົ້າ. ເຈີສ່ວນຫຼາຍຈະເປັນປະເພດໝູໄດ໋ ພະຍາດອະຫິວາໝູນີ້ນ່າ ເປັນແບບວ່າ ໝູຕາຍຫ່ານີ້ນ່າ ກະຫຼາຍເຕີບພວກເຮົານີ້ ເຮົາເອົາໄປຝັງເລີຍ ລະບົບໃດກະມີຫັ້ນນ່າ ໂຕໜ້ອຍກະມີນ່າ ໂຕໃຫຍ່ກະມີນ່າ ມັນບໍ່ໄດ້ເລືອກເລີຍນ່າ ຕອນນີ້ເຫຼືອໝູຢູ່ 40-50 ໂຕຫັ້ນນ່າ (ເສຍໃຈ) ສຸດຫັ້ນລ່ະ ເພາະວ່າເຮົາລົງທຶນໃຫ້ກັບດ້ານນີ້ນ່າ.”
ທ່ານກ່າວຕື່ມວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍເຫຼືອເຣື່ອງການຮັກ ສາປິ່ນປົວ ແລະຢາກໃຫ້ມີນັກຊ່ຽວຊານມາຊ່ອຍແນະນຳ ກ່ຽວກັບການປິ່ນປົວສັດລ້ຽງນີ້.
“ເຮົາໄປພົວ ພັນກັບຫ້ອງການກະສິກັມແລ້ວ ເພາະວ່າຢູ່ເມືອງເຮົາ ມັນບໍ່ທັນມີຫ້ອງການສັຕວະແພດເທື່ອນ່າ ງົວກະລ້ຽງ ແຕ່ວ່າງົວບໍ່ຄ່ອຍມີບັນຫາຫຍັງ ຕອນນີ້ຂ້ອຍຢາກໃຫ້ເຂົາເຈົ້າມີຢາ ຫຼືວ່າມີຄົນແນະນຳ ຢາກໃຫ້ເຂົາເຈົ້າ ມາຫາຢູ່ໃນຟາມເຮົາເລີຍຫັ້ນນ່າ ມາພົວພັນຊ່ວຍຊີ້ນ່າ ແບບວ່າເຣື່ອງໂຕນີ້.”
ເວົ້າສະເພາະເຣື່ອງການຣະບາດ ຂອງພະຍາດສັດຢູ່ເມືອງໂຂງ ແຂວງຈຳປາສັກ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຍັງເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ເມືອງໂຂງ ແຕ່ບໍ່ມີທ່ານໃດຮັບສາຍ.
ຈາກການເກັບກຳຂໍ້ມູນ ທີ່ຜ່ານມາ ຮູ້ວ່າ ຢູ່ປະເທດລາວມີການແຜ່ຣະບາດ ຂອງພະຍາດສັດລ້ຽງ ເປັນຕົ້ນພະຍາດອະຫິວາໝູ ອາຟຣິກາ ຢູ່ເມືອງດາກຈຶງ ແຂວງເຊກອງ ໃນປີ 2019, ພະຍາດຜິວໜັງອັກເສບ-ເປັນຕຸ່ມ ຕາມຜິວໜັງ (ລຳປິສກິນ) ຢູ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນປີ 2021 ໂດຍທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ຈ່າຍເງິນຊົດເຊີຍ ໃຫ້ຜູ້ລ້ຽງສັດຈຳນວນນຶ່ງ ແຕ່ວ່າການຈ່າຍເງິນຊົດເຊີຍນັ້ນ ຫຼ້າຊ້າຫຼາຍ.