ເມືອງໂຂງ ປາບປາມ ຜູ້ເສບ-ຜູ້ຄ້າ ຢາບ້າ

ຈຳປາທອງ
2022.06.28
ເມືອງໂຂງ ປາບປາມ ຜູ້ເສບ-ຜູ້ຄ້າ ຢາບ້າ ແຜນທີ ເມືອງໂຂງ ແຂວງຈຳປາສັກ.
ແຜນທີໂດຍ: RFA created with Datawrapper

ເມືອງໂຂງ ແຂວງຈໍາປາສັກ ໄດ້ເປີດກອງປະຊະຊຸມ ໃນມື້ວັນທີ 25 ພຶສພາ ຜ່ານມາ ສລຸບວຽກງານການປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນໄລຍະ 6 ເດືອນ ແຕ່ເດືອນຕຸລາ 2021 ຫາເດືອນເມສາ 2022 ນີ້.

ໃນນັ້ນ ພັນໂທ ສົມສະໜຸກ ພະໄຊສົມບັດ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສງົບ ເມືອງໂຂງ ໄດ້ຣາຍງານ ຊຶ່ງມີເນື້ອໃນວ່າ ໄດ້ຈັບຜູ້ຕ້ອງຫາ ແລະຜູ້ຕ້ອງສົງສັຍ ທີ່ພົວພັນກັບຢາບ້າໄດ້ທັງໝົດ 21 ກໍຣະນີ. ໃນນັ້ນມີຜູ້ຕ້ອງຫາ ແລະຜູ້ຕ້ອງສົງສັຍ ທີ່ທັງເປັນຜູ້ຂາຍຣາຍຍ່ອຍ ແລະຂນາດກາງ ແລະຜູ້ເສບ ຊຶ່ງເປັນຄົນລາວທັງໝົດ 37 ຄົນ ຊຶ່ງໃນນັ້ນເປັນຍິງ 2 ຄົນ ແລະຍຶດຢາບ້າໄດ້ທັງໝົດ 4,264 ເມັດ ທີ່ຖືກນໍາເຂົ້າມາຈາກ ເມືອງອ້ອມຂ້າງ ແລະຈາກປະເທດກັມພູຊາ. ເມືອງໂຂງເປັນປາຍທາງ ທີ່ກຽມສົ່ງຢາບ້າ ຈາກລາວໄປກັມພູຊາ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ເມືອງໂຂງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິຖຸນານີ້.

ກໍເປັນຣາຍຍ່ອຍ ຣາຍ ກາງໄປເມືອງເຮົາ ຣາຍໃຫຍ່ກໍບໍ່ຫລາຍ ແຕ່ວ່າຍັງສືບຕໍ່ຢູ່ ລາຍໃຫຍ່ ສ່ວນໃຫຍ່ມັນຢາບ້າ ມັນເໝືອນ ເຮົາເປັນປາຍທາງຢູ່ແລ້ວ ອອກຈາກເມືອງໂຂງ ຖືວ່າໄປກັມພູຊາໂລດ ເພາະວ່າເມືອງໂຂງເຮົາບໍ່ມີບ່ອນ ຜລິດ ເລັດລອດເຂົ້າມາ ກໍມານໍາສິນຄ້າ ມານໍາຣົຖ ມັນກໍຮູບການມານໍາຣົຖຂົນສົ່ງ ແລະກໍຝາກເຄື່ອງ ເຄື່ຶອງໄກມາຈັ່ງຊີ້ນີ້ນະ ແລ້ວກໍເອົາມາຈາກບັນດາ ເມືອງທີ່ຂຶ້ນກັບແຂວງ ແລ້ວກໍມາຈາກ ນະຄອນປາກເຊ ຈັ່ງຊີ້ນີ້ນະ ອັນດັບທີສອງ ມາກໍມາຈາກ, ມັນມາຈາກເບື້ອງກັມປູເຈັຍ ຈໍານວນນຶ່ງ.

ທ່ານກ່າວຕື່ມວ່າ ຄົນລາວຕົກເຂົ້າຢູ່ໃນວົງໂຄຈອນ ຂອງຢາເສບຕິດນີ້ ກໍຍ້ອນວ່າ ພວກເຂົາເຈົ້າຢາກທົດລອງ ແລະບໍ່ຮູ້ເຖິງພິດພັຍຂອງມັນ ແລະບໍ່ຮູ້ເຖິງບົດລົງໂທດທາງກົດໝາຍ ຊຶ່ງສ່ວນໃຫຍ່ ພວກຂາຍ ແລະເສບຢາເສບຕິດ ກໍແມ່ນນັກຮຽນ ວັຍລຸ້ນ ແລະວັຍກາງຄົນ ທີ່ເຮັດໄຮ່ ເຮັດນາ.

ໃນໄລຍະ 6 ເດືອນດັ່ງກ່າວ ເຈົ້າໜ້າທີ່ຕໍາຣວດ ກອງບັນຊາການປ້ອງກັນຄວາມສງົບ ເມືອງໂຂງ ຮ່ວມກັບອໍານາດ ການປົກຄອງບ້ານ ແລະຄອບຄົວ ໄດ້ກວດພົບພວກ ທີ່ມົ້ວສຸມເສບຢາບ້າ ຈໍານວນ 99 ຄົນ ຊຶ່ງໃນນັ້ນມີແມ່ຍິງ 2 ຄົນ ແລະໄດ້ເຮັດບົດບັນທຶກໄວ້ ກັບພວກກ່ຽວ ເພື່ອບໍ່ໃຫ້ກັບໄປເສບຢາເສບຕິດ ຕື່ມອີກ.

ເພື່ອແກ້ໄຂບັນຫາດັ່ງກ່າວ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງໂຂງ ເຜີຍແພ່ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດທົ່ວເມືອງ ທີ່ມີ 144 ບ້ານໃຫ້ທົ່ວເຖິງ ໂດຍໄດ້ໂຄສະນາ ຜ່ານທາງໂທຣະໂຄ່ງ ປະຈໍາບ້ານ ທີ່ມີທັງໝົດ 133 ໜ່ວຍ ເພື່ອຍົກລະດັບ ຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບຜົລຮ້າຍ ຂອງຢາເສບຕິດ ແລະບົດລົງໂທດທາງກົດໝາຍ ຂັ້ນເດັດຂາດ ຕໍ່ຜູ້ຄ້າ ແລະຜູ້ເສບ ແລະສຶກສາອົບຮົມ ພວກທີ່ມົ້ວສຸມກັບຢາເສບຕິດ ແລະສືບສວນຫາ ພວກຄ້າຢາເສບຕິດຣາຍໃຫຍ່ ຕໍ່ໄປ ດັ່ງຄະນະປະຈໍາພັກເມືອງ ທີ່ຮັບ ຜິດຊອບວຽກງານ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດເມືອງໂຂງ ໃນມື້ດຽວກັນນີ້ວ່າ:

ທຸກໆວັນ ພວກເຮົາອອກອາກາດ ໂຄສະນາຜົລຮ້າຍຂອງຢາເສບຕິດ ອັນນຶ່ງ ອັນທີສອງ ແລ້ວ ພວກເຮົາລົງໄປເອົາບັນດາເປົ້າໝາຍ ຜູ້ທີ່ເສບຢາເສບຕິດນີ້ ມາສຶກສາອົບຮົມ ສ້າງບົດບັນທຶກ ແລ້ວກໍມອບໃຫ້ຜູ້ປົກຄອງ ອໍານາດການປົກຄອງ ຕ້ອງໄດ້ສືບຕໍ່ສຶກສາອົບຮົມ ຜູ້ກ່ຽວຕື່ມ ອັນນີ້ສືບຕໍ່ມາ ໂຕພໍ່ ໂຕການ ໂດຍສະເພາະ ພໍ່ຄ້າຂາຍຢາເສບຕິດນໍ ພວກເຮົາສືບຕໍ່.

ສໍາລັບຢູ່ເມືອງບາຈຽງຈະເລີນສຸກ ແຂວງດຽວກັນນີ້ ທີ່ບ້ານຂັນລາຍ ຊາວບ້ານກໍພົບເຫັນປະຊາຊົນພາກັນມົ້ວສຸມ ກັບຢາເສບຕິດນີ້ຫລາຍ ຍ້ອນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງນີ້ບໍ່ເອົາໃຈໃສ່ປາບປາມ ຢ່າງຈິງຈັງ, ເຮັດໄປພໍສໍ່ານັ້ນ ບໍ່ສົມວ່າມັນມີຫລາຍ, ມີແຕ່ເວົ້າຢູ່ໃນກອງປະຊຸມ ກ່ຽວກັບເຣື່ອງການຍົກບັນຫາ ຢາເສບຕິດເປັນວາຣະແຫ່ງຊາຕ ແຕ່ປະຕິບັດບໍ່ໄດ້ ໃນພາກຕົວຈິງ.

ດັ່ງຊາວບ້ານ ບ້ານຂັນລາຍ ເວົ້າໃນມື້ດຽວກັນນີ້ວ່າ:

ບ້ານອ້ອມແອ້ມ ໃກ້ເຮືອນຄຽງມັນກໍມີໝົດນ່າ ເຮົາກໍແຈ້ງເປົ້າໝາຍ ຄົນຫຍັງເຮົາແຈ້ງໝົດນະ ເຈົ້າໜ້າທີ່ເພິ່ນກໍເສີຍຢູ່ ກໍປະຕິບັດຢູ່ ມັນບໍ່ສົມວ່າ ມັນຫລາຍຫັ້ນນະ ເພິ່ນກໍເຮັດຢູ່ດອກ ແຕ່ວ່າມັນບໍ່ສົມ ວ່າມັນຫລາຍ.
ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ກຸ່ມຫລັກ 19 ເມືອງປະທຸມພອນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິຖຸນີ້ວ່າ ຫາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເອົາໃຈໃສ່ ປາບປາມ ການຊື້-ຂາຍ ຢາເສບຕິດ ແລະການມົ້ວສຸມ ກັບຢາເສບຕິດ ກໍຈະເຮັດໃຫ້ການແພ່ຣະບາດ ຂອງຢາເສບຕິດນີ້ ຫລຸດໜ້ອຍລົງ ເປັນຕົ້ນແມ່ນເລັ່ງໃສ່ ແກ້ໄຂບັນຫາ ໃນຄອບຄົວ, ໃຫ້ພໍ່ແມ່ ຜູ້ປົກຄອງ ເປັນເຈົ້າການອົບຮົມ ສັ່ງສອນ ແລະເບິ່ງແຍງລູກຫລານ ບໍ່ໃຫ້ກ່ຽວ ຂ້ອງກັບຢາເສບຕິດ.

ດັ່ງທີ່ທ່ານກ່າວວ່າ:

ເຮົາກໍປຸກລະດົມ ໃຫ້ພໍ່ແມ່ປະຊາຊົນ ກ່ຽວກັບຢາເສບຕິດ ພໍ່ແມ່ຮັບຮູ້ນໍາກ່ອນ ທໍາອິດພໍ່ແມ່ກໍມີແຕ່ວ່າ ມັນເຮັດແນວໃດກໍຢ່າມັນ ປ່ອຍໃຫ້ມັນໄປ ເປັນຫຍັງມັນເປັນ ໄປກິນ ໄປເສບ ມັນເສບເປັນບ້າ ເປັນບໍ ລັກຂອງໝູ່ ຂອງກອງ ຂ້າພໍ່ ຕີແມ່ໄປ ເຮົາກໍເອົາທັງພໍ່ແມ່ ແລະແມ່ໄປຟັງນໍາ ເປົ້າໝາຍຊື້ ກັບພວກເສບ ພວກຂາຍ ຢາກຫລຸດໆໄປແຫລະ.

ໃນໄລຍະ 6 ເດືອນ ຄືແຕ່ເດືອນຕຸລາ 2021 ຫາເດືອນເມສາ 2022 ນີ້ ນອກ ຈາກຢາບ້າຈໍານວນ 4,264 ເມັດແລ້ວ ຕໍາຣວດກອງບັນຊາການ ປ້ອງກັນຄວາມ ສງົບເມືອງໂຂງ ແຂວງຈໍາປາສັກ ຍັງຍຶດຢາໄອສໄດ້ 1 ຖົງນ້ອຍ ແລະ 1 ຫລອດ, ໂຄເຄນ 32 ກະສອບ-ນໍ້າໜັກ 640 ກິໂລກຣາມ, ເງິນຈໍານວນ 13,900,000 ກີບ, ຣົຖຮຸນໄດ 1 ຄັນ, ຣົຖຈັກ, ພາຫະນະ ແລະອຸປະກອນ ເຄື່ອງໃຊ້ອື່ນ ອີກຈໍານວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.